ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະເປນ ຈະເປີດເຜີຍ ມາດຕະການເຂັ້ມງວດ ດ້ານການເງິນ ຊຸດໃໝ່ (ວີດິໂອກ່ຽວຂ້ອງ)


ພວກປະທ້ວງໄດ້ໂຮຮ້ອງ ຢູ່ຈະຕຸຣັດ ທີ່ນະຄອນ Madrid
ພວກປະທ້ວງໄດ້ໂຮຮ້ອງ ຢູ່ຈະຕຸຣັດ ທີ່ນະຄອນ Madrid
ມີກຳນົດວ່າ ສະເປນຈະເລີ້ມເປີດເຜີຍມາດຕະການເຂັ້ມງວດ
ດ້ານການເງິນຮອບໃໝ່ ທີ່ແນໃສ່ເພື່ອເຮັດໃຫ້ເປັນການງ່າຍຂຶ້ນ
ສຳຫຼັບລັດຖະບານຮ້ອງຂໍການຊ່ວຍເຫລືອໃນການແກ້ໄຂວິກິດ
ການດ້ານງົບປະມານຂອງຕົນ ໃນຂະນະທີ່ພວກປະທ້ວງສືບຕໍ່
ອອກສຽງຄັດຄ້ານການ ຕັດງົບປະມານນັ້ນ.

ລັດຖະບານຈະໃຫ້ລາຍລະອຽດກ່ຽວກັບມາດຕະການດັ່ງກ່າວ
ໃນວັນພະຫັດມື້ນີ້ ພ້ອມກັນກັບເວລາທີ່ມີການສະເໜີງົບປະມານ
ປີ 2013 ຂອງຕົນນັ້ນ. ຄາດກັນວ່າ ການປະຕິຮູບຈະລວມມີການ
ເກັບພາສີທີ່ສູງຂຶ້ນ ການປ່ຽນແປງໃນລະບົບເບ້ຍບໍານານ ແລະບໍ່
ມີການຂຶ້ນ ຄ່າແຮງງານໃຫ້ແກ່ພະນັກງານລັດ.

ພວກປະທ້ວງຕໍ່ຕ້ານມາດຕະການເຂັ້ມງວດນີ້ ໄດ້ໂຮມຊຸມນຸມ
ກັນຢູ່ໃກ້ຕຶກລັດຖະສະພາ ທີ່ນະຄອນມາດຣິສ ໃນຄືນວັນພຸດວານນີ້ຮຽກຮ້ອງໃຫ້ນາຍົກ ລັດຖະມົນຕີ Mariano Rajoy ລາອອກ. ການເດີນຂະບວນຢູ່ທີ່ນັ້ນໄດ້ສິ້ນສຸດລົງໃນວັນ ອັງຄານ ດ້ວຍການປະ ທະກັບຕໍາຫລວດ.

ເກືອບ 1ສ່ວນ 4 ຂອງພົນລະເມືອງສະເປນ ແມ່ນຫວ່າງງານ ແລະການບໍ່ມີຄວາມແນ່ ນອນກ່ຽວກັບສະພາບເສດຖະກິດຂອງປະເທດ ໄດ້ເຮັດໃຫ້ຄ່າຢືມເງິນຂອງລັດຖະບານ ຖີບຕົວສູງຂຶ້ນໃນອາທິດນີ້. ກະຊວງການເງິນຂອງສະເປນຍັງລາຍງານ ໃນວັນພຸດວານນີ້ ວ່າປະເທດກໍາລັງຈົມລົງສູ່ວິກິດການດ້ານເສດຖະກິດທີ່ເລິກກວ່າເກົ່າ.

ເບິ່ງວີດິໂອເລື້ອງການປະທ້ວງຕໍ່ມາດຕະການເຂັ້ມງວດທາງການເງິນ ຢູ່ກຣີສ

ຕໍາຫລວດປະທະກັບ ພວກປະທ້ວງ ຢູ່ກຣີສ
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG