ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣິສສືບຕໍ່ ທໍາການໂອ້ລົມ ເລື້ອງການປະກອບ ລັດຖະບານປະສົມ


ການໂອ້ລົມສົນທະນາກັນຂອງພວກຜູ້ນໍາພັກການເມືອງຕ່າງໆໃນກຣິສ.
ວັນທີ 14 ພຶດສະພາ 2012.
ການໂອ້ລົມສົນທະນາກັນຂອງພວກຜູ້ນໍາພັກການເມືອງຕ່າງໆໃນກຣິສ. ວັນທີ 14 ພຶດສະພາ 2012.

ບັນດາ​ຜູ້​ນໍາ​ພັກ​ການ​ເມືອງກຣິສກໍານົດ​ຈະຮື້​ຟື້ນ​ການ​ໂອ້​ລົມ​ສົນທະນາກັນ​ຄືນ ​ເພື່ອ​ປະ
ກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຄວາມ​ຫວັງ​ເພື່ອ​ຫຼີກ​ລ່ຽງ​ການ
​ເລືອກ​ຕັ້ງ​ລັດຖະສະພາເທື່ອ​ໃໝ່​ນັ້ນ.

ປະທານາທິບໍດີ Karolos Papoulias ​ແຫ່ງ​ກຣິສ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ຜູ້​ນໍາ​ພັກ​ການ
​ເມືອງ​ຕ່າງໆກັບ​ຄືນ​ມາ​ທໍາ​ການ​ເຈລະຈາ​ກັນ​ຄືນອີກ ຫຼັງ​ຈາກ​ການ​ໂອ້​ລົມ​ສົນທະນາ​ກັນ​
ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນວັນອາທິດ​ວານ​ນີ້.

ຜູ້​ນໍາ​ພັກ Syriza ​ທີ່​ນິຍົມ​ຊ້າຍ​ຈັດ ຊຶ່ງ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍອັນ​ດັບ​ສອງ​ໃນ​ການ​ເລືອກ
​ຕັ້ງ​ສະພາ​ແຫ່ງ​ຊາດໃນ​ສັບປະດາແລ້ວ​ນີ້ ບໍ່​ຍອມເຂົ້າ​ຮ່ວມການເຈລະຈາ​ກັນຕື່ມ​ອີກ ເພື່ອ​
ຈັດ​ຕັ້ງ​ລັດຖະບານ​ປະສົມ​ຂຶ້ນ​ນັ້ນ.

ທ່ານ Alexis Tsipras ຜູ້​ນໍາ​ພັກ​ດັ່ງກ່າວ​ເວົ້າ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ພວກໃດ​ກໍ​ຕາມ​ທີ່​ສະ
ໜັບສະໜຸນ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງຢ່າງ​ຫຼວງ​ຫຼາຍ​ຕາມຄໍາຮຽກຮ້ອງ​ຂອງສະຫະພາບ​ຢູ​ໂຣບ
ນັ້ນ ​ແມ່ນບໍ່​ຮັບຮູ້​ຄວາມ​ຕ້ອງການຂອງ​ປະຊາຊົນ​ຜູ້ປ່ອນ​ບັດ​ເລືອກ​ຕັ້ງ.

ບໍ່​ມີ​ພັກ​ໃດ​ໃນ 3 ​ພັກ​ການ​ເມືອງ ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງ​ໃນ
​ສັບປະດາ​ຜ່ານ​ມາ ຄື​ພັກ New Democracy ນິຍົມ​ແນວທາງ​ເດີມ ພັກ Syriza ​ແລະ​ພັກ​
ສັງຄົມ​ນິຍົມ PASOK ນັ້ນ ​ໄດ້​ຮັບ​ບ່ອນ​ນັ່ງ​ພຽງພໍ​ສໍາລັບ​ຈັດ​ຕັ້ງ​ລັດຖະບານ​ປະສົມ​ຂຶ້ນ
ຕາມ​ລໍາພັງຕົນ​ເອງ​ໄດ້.

ປະທານາທິບໍດີກຣີສ ​ມີ​ເວລາ​ຮອດ​ວັນ​ພະຫັດອາທິດ​ນີ້ ​ເພື່ອ​ໄກ່​ເກ່ຍ​ໃຫ້​ມີ​ການ​ຕົກລົງ​ກັນ.
ແຕ່​ຖ້າ​ຫາກ​ທ່ານ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ກຣີສກໍຈະຈໍາ​ເປັນ​ຕ້ອງ​ໄດ້​ຈັດການເລືອກ​ຕັ້ງ​
ຂຶ້ນ​ໃໝ່​ໃນ​ເດືອນ​ໜ້າ.

XS
SM
MD
LG