ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຣີສ ກ່າວວ່າ ຕົນຈະ ບໍ່ເຈລະຈາ ກັບພວກເຈົ້າໜີ້ ຈາກ ອີຢູແລະ IMF


ລັດຖະມົນຕີການເງິນຂອງກຣີສ ທ່ານ Yanis Varoufakis
ລັດຖະມົນຕີການເງິນຂອງກຣີສ ທ່ານ Yanis Varoufakis

ລັດຖະບານທີ່ອຽງຊ້າຍຊຸດໃໝ່ຂອງກຣີສ ໄດ້ເກີດການຖົກຖຽງ
ໂຕ້ແຍ້ງຢ່າງເປັນການເປີດເຜີຍໃນວັນສຸກວານນີ້ກັບພວກເຈົ້າ
ໜີ້ຢູໂຣບທີ່ຊ່ອຍກອບກູ້ເສດຖະກິດ ຂອງປະເທດດັ່ງກ່າວ ໂດຍ
ເວົ້າວ່າ ຕົນຈະບໍ່ເຈລະຈາກັບເຈົ້າໜ້າທີ່ຂອງສະຫະພາບຢູໂຣບ ແລະອົງການກອງທຶນສາກົນ IMF ກ່ຽວກັບເງື່ອນໄຂຕ່າງໆ ໃນ
ການຊ່ອຍກອບກູ້ ເສດຖະກິດຂອງຕົນ ແລະປະຕິເສດ ບໍ່ຍອມ
ຮັບເອົາເງິນກູ້ຢືມກ່ອນໃໝ່ ທີ່ໄດ້ມີການສະເໜີ ສຳຫລັບເດືອນ
ກຸມພານີ້.

ທ່ານ Yanis Varoufakis ລັດຖະມົນຕີການເງິນຂອງກຣີສກ່າວ
ວ່າ ກຣີສບໍ່ມີຄວາມຕັ້ງໃຈ ທີ່ຈະພົບປະກັບຄະນະເຈລະຈາທີ່ໃຫ້ ເງິນກູ້ຢືມຂອງສາມຝ່າຍນັ້ນກໍຄື ສະຫະພາບຢູໂຣບ ທະນາຄານກາງຢູໂຣບ ແລະອົງການ
IMF ເພື່ອຕໍ່ອາຍຸໂຄງການຊ່ອຍກອບກູ້ເສດຖະກິດ ທີ່ມີຢູ່ໃນເວລານີ້ ແລະກ່າວວ່າ ທ່ານ
ຢາກຈະພົບປະກັບພວກຜູ້ນຳຂອງກຸ່ມປະເທດໃຊ້ເງິນຢູໂຣແທນ.

ທ່ານກ່າວວ່າ ຄວາມຕັ້ງໃຈຂອງພວກເຮົາ ກໍແມ່ນ ດ້ວຍຄວາມຕັ້ງໃຈຢ່າງເຕັມທີ່ ທີ່ຈະໃຫ້ ການຮ່ວມມື ເພື່ອຊັກຊວນໃຫ້ພາຄີຂອງພວກເຮົາທີ່ຜົນປະໂຫຍດຮ່ວມກັນຂອງພວກເຮົາ ໃນຢູໂຣບ ໄດ້ຮັບຜົນຢ່າງດີທີ່ສຸດໂດຍຂໍ້ຕົກລົງສະບັບໃໝ່ທີ່ຈະປາກົດອອກມາຫລັງຈາກ ການເຈລະຈາລະຫວ່າງປະເທດທັງໝົດໃນຢູໂຣບແລ້ວ.

ໃນຖານະທີ່ເປັນສ່ວນນຶ່ງຂອງການໂຄສະນາຫາສຽງ ລັດຖະບານໃໝ່ໃຫ້ຄຳສັນຍາຕໍ່ບັນ ດາຜູ້ມີສິດປ່ອນບັດຊາວກຣີສວ່າ ຕົນຈະຊອກຫາຊ່ອງທາງ ເພື່ອໃຫ້ມີການຫລຸດຜ່ອນໜີ້
ສິນ ໃນການຊ່ອຍບັນເທົາ ມາດຕະການປະຢັດມັດທະຍັດ ທີ່ຮຽກຮ້ອງ ຢູ່ໃນຂໍ້ຕົກລົງ ປີ
2010 ເພື່ອແລກປ່ຽນກັບການໃຫ້ເງິນກູ້ຢືມນັ້ນ.

ເຢຍຣະມັນໄດ້ປະຕິເສດຢ່າງສິ້ນເຊີງຕໍ່ການສະເໜີແນະທີ່ຢາກໃຫ້ມີການຍົກເລີກໜີ້ສິນ ໂດຍເຕືອນກ່ຽວກັບການຂົ່ມຂູ່ຂອງກຣີສ.

ມີການອ້າງຄຳເວົ້າ ລັດຖະມົນຕີກະຊວງການເງິນ ຂອງເຢຍຣະມັນ ທ່ານ Wolfgang Schaeuble ທີ່ກ່າວວ່າ ບໍ່ມີການຖົກຖຽງກັນໃດໆ ກັບພວກເຮົາ ກ່ຽວກັບເລື້ອງນີ້ ແລະ ອັນທີ່ເປັນການຍາກຫລາຍຂຶ້ນ ຕໍ່ການທີ່ຈະຂົ່ມຂູ່ພວກເຮົາ. ພວກເຮົາໄດ້ກະກຽມທີ່ຈະ ສະເໜີ ໃຫ້ທຸກການຮ່ວມມືແລະການສະໜັບສະໜຸນຊຶ່ງກັນແລະກັນ. ທ່ານເວົ້າວ່າ ນັ້ນ ກໍຕໍ່ເມື່ອກຣີສປະຕິບັດຕາມຂໍ້ຕົກລົງຕ່າງໆທີ່ກຣີສໄດ້ຮັບເງິນຊ່ອຍເຫຼືອ 240 ພັນລ້ານ
ຢູໂຣ ເພື່ອຊ່ອຍກອບກູ້ເສດຖະກິດນັ້ນ.

ຖ້າປາດສະຈາກເງິນກູ້ຢືມ ຂອງບັນດາປະເທດຕ່າງໆ ໃນເຂດຢູໂຣ ແລະອົງການ IMF
ແລ້ວ ກຣີສອາດປະເຊີນກັບຄວາມຫຍຸ້ງຍາກຢ່າງໃຫຍ່ຫລວງໃນການຈ່າຍໜີ້ສິນຂອງ ຕົນແລະຫລີກລ່ຽງຕໍ່ການລົ້ມລະລາຍນັ້ນ.

GREEK AUSTERITY SOTVO
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG