ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຣິສ ກ່າວວ່າ ມີຄວາມກ້າວໜ້າ ທີ່ສຳຄັນ ໃນຂໍ້ຕົກລົງໜີ້ສິນ


ຄະນະກຳມະການຢູໂຣບ ດ້ານເສດຖະກິດ ແລທຸລະກິດການ ເງິນ ທ່ານ Pierre Moscovici (ຊ້າຍ) ໂອ້ລົມກັບລັດຖະມົນຕີ ການເງິນກຣິສ ທ່ານ Euclid Tsakalotos (ກາງ) ແລະ ຮອງປະທານຄະນະກຳມະການຢູໂຣບທ່ານ Valdis Dombrovskis.
ຄະນະກຳມະການຢູໂຣບ ດ້ານເສດຖະກິດ ແລທຸລະກິດການ ເງິນ ທ່ານ Pierre Moscovici (ຊ້າຍ) ໂອ້ລົມກັບລັດຖະມົນຕີ ການເງິນກຣິສ ທ່ານ Euclid Tsakalotos (ກາງ) ແລະ ຮອງປະທານຄະນະກຳມະການຢູໂຣບທ່ານ Valdis Dombrovskis.

ບັນດາ​ລັດຖະມົນຕີ​ການ​ເງິນ ຂອງ​ເຂດ​ໃຊ້​ເງິນ​ຢູ​ໂຣ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ບັນລຸ​ “ຄວາມ​ ກ້າວໜ້າ​ທີ່​ສຳຄັນ” ​ໃນ​ການເຈລະຈາ​ຮອບ​ຫລ້າ​ສຸດກ່ຽວ​ກັບ​ຂໍ້​ຕົກລົງ​ເພື່ອ​ຊ່ວຍ​ບັນ​ເທົາ ​ໜີ້ສິນ​ໃຫ້​ແກ່ກຣິສ ​ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກການ​ສົນທະນາ​ກັນ ​ທີ່ນະຄອນຫຼວງ Brus- sels ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້.

ອົງການ​ກອງ​ທຶນ​ສາກົນ ຫລື IMF ​ໄດ້​ຮຽກຮ້ອງໃຫ້​ຫລຸດ​ຜ່ອນ​ພາ​ລະໜີ້​ສິນ​ຂອງ​ກຣິສ ເປັນເງື່ອນ​ໄຂ​ເພື່ອ​ຈະ​ໄດ້​ຮັບ​ເງິນ​ເພີ້ມຕື່ມ​ຈາກ​ກອງ​ທຶນຊ່ວຍ​ເຫລືອຂອງອົງການ IMF.

ກຣິສຈະ​ໄດ້​ຮັບເງິນ​ງວດທຳ​ອິດ ຂອງ​ກອງ​ທຶນ​ຊ່ວຍ​ເຫລືອ ໃນ​ມູນ​ຄ່າ 11 ພັນ 4 ຮ້ອຍ ລ້ານ​ໂດ​ລາ ​ໃນ​ເດືອນ​ມິຖຸນານີ້ ຫລັງ​ຈາກ​ສະຫະພາບຢູ​ໂຣບຮັບ​ຮູ້​ ໃຫ້ການອະນຸມັດ​ຕໍ່​ແຜນປະຕິ​ຮູ​ບຫວ່າງມໍ່ໆ​ມາ​ນີ້.

ນີ້​ເປັນ​ການ​ຊ່ວຍ​ເຫລືອ​ຮອບ​ຫລ້າ​ສຸດ ​ໃນ​ບັນຫາ​ເສດຖະກິດ​ທີ່​ມີ​ມາ​ເປັນ​ເວລາ​ຫົກ​ປີ​ທີ່ ​ໄດ້ນຳ​ໄປ​ສູ່​ການ​ເປັນ​ໜີ້​ສິນສາທາລະນະຂອງ​ກຣິສໃນ​ປັດ​ຈຸ​ບັນປະມານ 180 ​ເປີ​ເຊັນ​ ຂອງຍອດ​ຜະລິດຮວມ​ພາຍ​ໃນ​.

ຫົວໜ້າອົງການ IMF ປະຈຳ​ຢູ​ໂຣບ ທ່ານ Poul Thomsen ກ່າວ​ໃນ​ວັນ​ອັງຄານວານ ​ນີ້ວ່າ “ພວກ​ເຮົາ​ຍິນ​ດີ ຊຶ່ງ​ໃນ​ປັດຈຸບັນ ໄດ້​ເປັນ​ທີ່​ຮັບ​ຮູ້​ ໂດຍຜູ້​ມີ​ຮຸ້ນສ່ວນ​ທັງ​ໝົ​ດ ທີ່​ວ່າ ​ໜີ້ສິນ​ຂອງ​ກຣິສ ບໍ່ສາມາດ​ຄໍ້າ​ຈຸນ​ໄດ້.”

ຄວາມ​ຍາກ​ລຳບາກ​ໃນ​ຂໍ້​ຕົກລົງ​ດ້ານ​ການ​ເມືອງ ​ຊຶ່ງໄດ້​ປະສົບ​ກັບ​ການ​ຕ້ານຢັນ ​ໂດຍ​ ສະເພາະ​ຈາກ​ເຢ ຣະມັນ ​ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ຂອງ​ເຂດ​ໃຊ້​ເງິນ​ຢູໂຣທີ່​ຍັງ​ສືບ ​ຕໍ່ຮຽກ​ຮ້ອງ​ໃຫ້​ມີ​ການປະຢັດ​ມັດທະຍັດ​ເພີ້​ມຂຶ້ນ ​ໂດຍອ້າງ​ວ່າການໃຫ້​ເງິນ​ຊ່ວຍ​ເຫລືອ​ກ້ອນ​ນີ້​ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ.

​ແຕ່​ວ່າກຣິສ ມີ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນ ເງິນ​ງວດ​ທຳ​ອິດ ຂອງ​ຈຳນວນ 8 ພັນ 4 ຮ້ອຍລ້ານ​ໂດ​ລາ ​ເພື່ອໃຊ້​ໜີ້​ໃຫ້​ແກ່ທະນາຄານ​ກາງຂອງຢູ​ໂຣບ ​ແລະ ອົງການ IMF ​ໃນເດືອນ​ກໍລະກົດ​ຈະ​ມາ​ເຖິງ​ນີ້. ກຣີສ​ໃນ​ປັດຈຸບັນ​ກຳລັງ​ດີ້ນລົນແມ່ນ​ແຕ່​ຈະ​ຈ່າຍເງິນ​ເດືອນໃຫ້​ພວກພະນັກງານຂອງ​ລັດຖະບານ​.

ປະທານກຸ່ມ​ໃຊ້​ເງິນ​ຢູ​ໂຣທ່ານ Jeroen Dijsselbloem ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ ​ວ່າ “ນີ້​ເປັນ​ເວລາ​ອັນ​ສຳຄັນ​ຂອງໂຄງການ​ທີ່ຍາວ​ນານ​ສຳລັບ​ກຣິສ​ເປັນ​ເວລາ​ອັນ​ສຳຄັນ ​ສຳລັບ​ພວກ​ເຮົາ​ທັງ​ໝົດ ນັບ​ແຕ່​ລະດູ​ຮ້ອນ​ປີ​ກາຍ​ນີ້ ​ເວລາ​ພວກ​ເຮົາ ​ໄດ້​ມີ​ວິ​ກິດ​ຄັ້ງ​ໃຫຍ່​ ກ່ຽວ​ກັບ​ຄວາມ​ເຊື່ອ​ໝັ້ນລະຫວ່າງພວກ​ເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Greece Bailout
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG