ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນາ​ຍົກ ກຣີສ ດຳເນີນແຜນການ ປ​ະ​ຕິ​ຮູບເສດຖະກິດ ເພື່ອ ແລກປ່ຽນ ກັບການກອບ​ກູ້ ເສດ​ຖະ​ກິດ


Greece
please wait
Embed

No media source currently available

0:00 0:02:20 0:00

ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ​ໄດ້​ພົບ​ປະ​ກັບ
​ເຈົ້າໜ້າກະຊວງ​ການ​ເງິນ ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້ຫຼັງ​ຈາກກຣີສ
​ໄດ້​ຂໍ​ຮ້ອງ​ໃຫ້ປະ​ເທດ​ເພື່ອນ​ບ້ານ​ຢູ​ໂຣບ​ຊ່ອຍກອບກູ້​ເສດຖະກິດ​
ຂອງ​ປະ​ເທດຄັ້ງໃໝ່ ​ໄປ​ອີກ​ຕື່ມ 3 ປີ.

ທ່ານ Tsipras ​ແລະ​ຜູ້​ຊ່ອຍ​ຂອງ​ທ່ານ ​ແມ່ນ​ກຳລັງ​ດຳ​ເນີນ​ການ​
ໃນ​ແຜນການ​ຂັ້ນ​ສຸດ​ທ້າຍ​ກ່ອນ​ເສັ້ນ​ຕາຍ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້. ນາ
ຍົກລັດຖະມົນຕີ​ ໄດ້ສະແດງອອກ ໃນຄຳຮ້ອງຂໍໃຫ້ຊ່ອຍກອບ​ກູ້
ເສດຖະກິດ​ຂອງ​ທ່ານໂດຍ​ສັນຍາວ່າ ຈະ​ຈັດຕັ້ງປະຕິບັດໃນທັນ
ທີ
ການປະຕິຮູບດ້ານ​ພາສີ​ ​ແລະລະບົບເບ້ຍບຳນານ.”

ໜີ້ສິນຂອງກຣິສ
ໜີ້ສິນຂອງກຣິສ

ພວກ​ເຈົ້າ​ໜີ້​ທັງຫຼາຍ​ແມ່ນ​ຄາດ​ວ່າຈະ​ໃຫ້​ຄຳ​ຕອບຕໍ່​ຄຳຮ້ອງຂໍຊ່ອຍກອບ​ ກູ້​ເສດຖະກິດ​ຂອງ​ກຣີສ ຫຼັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ຂອງບັນດາ​ 28 ສະມາຊິກສະຫະພາບ​ຢູ​ໂຣບ ​ໃນ​ວັນ​ອາທິດ​ຈະ​ມາ​ນີ້.

ຖ້າວ່າການ​ກອບ​ ກູ້​ເສດຖະກິດ​ຂອງກຣີສ ບໍ່​ໄດ້​ຮັບ​ການອະນຸມັດ Athens ກໍຈະ​ໄດ້​ອອກ​ຈາກກຸ່ມ​ປະ​ເທດທີ່​ໃຊ້​ເງິນ​ຢູ​ໂຣ ຊຶ່ງມັນ​ຈະ​ເປັນ​ປະ​ເທດ​ທຳ​ອິດ ທີ່​ໄດ້​ອອກ​ຈາກກຸ່ມ​ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣ ​ໃນ​ປະຫວັດສາ​ດ 16 ປີຂອງກຸ່ມ.

ປະທານຢູໂຣບ ທ່ານ Jean-Claude Juncker ຢູ່ກອງປະຊຸມໃນ Strasbourg, ພາກໃຕ້ຝຣັ່ງ 8 ກໍລະກົດ 2015.
ປະທານຢູໂຣບ ທ່ານ Jean-Claude Juncker ຢູ່ກອງປະຊຸມໃນ Strasbourg, ພາກໃຕ້ຝຣັ່ງ 8 ກໍລະກົດ 2015.

ກຣີສ ​ໄດ້​ຮັບການຊ່ອຍເຫລືອຫຼາຍ​ກວ່າ 300 ພັນ​ລ້ານໂດລ່າແລ້ວ ​ໃນການ​ກອບ​ກູ້​ເສດຖະ
ກິດ ​ໃນ​ຮອບຫຼາຍ​ກວ່າ 5 ປີ ທີ່​ຜ່ານ​ມາ​ນີ້.

ການ​ທີ່​ກຣີສ ບໍ່​ສາມາດ​ຈ່າຍ​ໜີ້​ຂອງ​ຕົນ ​ໃນ​ມູນ​ຄ່າ 1 ລ້ານ 8 ​ແສນ ​ໂດ​ລ່າ ​ຕໍ່ອົງການກອງ
​ທຶນສາກົນ ຫຼື IMF ໃນສັບປະດາຜ່ານມານີ້ ເວລາບັນດາລັດຖະມົນຕີການເງິນຂອງຢູໂຣບ ໄດ້ປະຕິເສດບໍ່​ຍອມຕໍ່ອາຍຸການກອບ​ກູ້​ເສດຖະກິດຂອງກຣີສອອກໄປ​ເພື່ອອຳນວຍໃຫ້ກຣີສ
ສາມາດໃຊ້ໜີ້ ຕໍ່ອົງການກອງທຶນດັ່ງກ່າວນີ້.​

ພວກສະໜັບສະໜຸນ ສະບັດທຸງຊາດກຣິສ ຫຼັງຈາກທີ່ໄດ້ລົງປະຊາມະຕິ ໃນນະຄອນ Athens, 5 ກໍລະກົດ 2015.
ພວກສະໜັບສະໜຸນ ສະບັດທຸງຊາດກຣິສ ຫຼັງຈາກທີ່ໄດ້ລົງປະຊາມະຕິ ໃນນະຄອນ Athens, 5 ກໍລະກົດ 2015.
XS
SM
MD
LG