ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫຼາດ​ຮຸ້ນ ທົ່ວ​ໂລກ ​ຖີບຕົວສູງຂຶ້ນ ໃນຂະນະທີ່ກຣີສ ຮັບເອົາເງື່ອນໄຂ ຊ່ອຍກອບ​ກູ້ ​ເສດຖະກິດ


Strategic Concerns Impact Greek Crisis
please wait

No media source currently available

0:00 0:02:20 0:00

ຕະຫຼາດ​ຮຸ້ນ​ໂລກ ​ໄດ້​ຂຶ້ນລາຄາຢ່າງໃຫຍ່ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ບໍ່​
ເທົ່າໃດ​ຊົ່ວ​ໂມງ ຫຼັງ​ຈາກທີ່​ກຣິສ ທີ່​ມີ​ໜີ້​ສິນ ​ແລະບັນ​ດາປະ​ເທດ
​ເພື່ອນ​ບ້ານຢູ​ໂຣບ ​ໄດ້​ບັນລຸຂໍ້​ຕົກລົງ ໄປສູ່ການຊ່ອຍກອບ​ກູ້​ເສດ
ຖະກິດ ຄັ້ງທີ 3 ສຳຫຼັບ Athens.

ຕະຫຼາດ​ຮຸ້ນສະ​ຫະລັດ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ ຫຼາຍ​ກວ່າ 1 ເປີເຊັນ ​
ໃນ​ການ​ຊື້ຂາຍ​ໃນວັນ​ຈັນ​ວານ​ນີ້ ​ຄ້າຍ​ຄື​ກັນ​ກັບຕະຫຼາດ​ຮຸ້ນ
​ໃນ​ຢູ​ໂຣບ​ແລະ​ໃນ​ເອ​ເຊຍ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ສະແດງ
ຄວາມຍິນດີຕໍ່​ຂໍ້​ຕົກລົງ​ທີ່​ວ່າ​ນີ້ ຊຶ່ງ​ທ່ານໄດ້​ກ່າວ​ວ່າ “ມັນ​ໄດ້​
ສະທ້ອນ​ເຖິງ​ການ​ເອົາ​ບາດກ້າວ​ທີ່​ຕັ້ງໜ້າ​ຕັ້ງ​ຕາ ຂອງ​ບັນດາ​ເຈົ້າ​ໜີ້​ຂອງກຣິສ ທີ່​ໄດ້​ໃຫ້ການ​ສະໜັບສະໜຸນ​ທາງ​ການ​ເງິນ” ທີ່​ຊ່ອຍ​ກອບ​ກູ້ Athens​ ໃຫ້ກັບ​ຄືນ​ສູ່​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ​ສາມາດໃຊ້ໜີ້​ໃນໄລຍະຍາວ.”
ນອກນັ້ນ ທ່ານ​ຍັງໄດ້ສະແດງ
ຄວາມ​ຫວັງອອກມາ​ວ່າ ບັນດາ​ຜູ້ນຳ​ຢູ​ໂຣບ​ ແລະ​ກຣິສ “​ໄດ້​ປະຕິບັດ​ຕາມ​ຂັ້ນ​ຕອນຂອງ​ການ​ດຳ​ເນີນ​ງານ​ທີ່​ສຳຄັນ ຊຶ່ງ​ຈຳ​ເປັນທີ່​ຕ້ອງ​ໄດ້​ບັນລຸ​ນັ້ນ.​”

ບັນດາ​ຜູ້ນຳ​ດ້ານ​ການ​ເງິນໂລກ ຍັງ​ໄດ້​ຍິນ​ດີກັບຂໍ້​ຕົກລົງ​ທີ່​ວ່າ​ນີ້ ທີ່​ອະນຸຍາດ​ໃຫ້ Athensຍັງ
ສາມາດຢູ່ໃນກຸ່ມ​ 19 ປະ​ເທດ​ທີ່​ໃຊ້​ເງິ​ນ​ຢູ​ໂຣ ໂດຍ​ຕົກລົງ ທີ່​ຈະປະຕິບັດຕາມ​ມາດຕະການ
ປະຢັດມັດທະຍັດທີ່ເຂັ້ມ​ງວດ​ສະບັບໃໝ່ ​ຂອງ ບັນດາ​ເຈົ້າ​ໜີ້​ຢູ​ໂຣບ ທັງຫຼາຍ.

ນຶ່ງ​ໃນບັນດາ​ເຈົ້າ​ໜີ້ ກໍ​ຄືອົງການກອງ​ທຶນ​ສາກົນ ຫຼື IMF ​ໄດ້​ກ່າວ​ວ່າ “ຕົນ​ຈະ​ຕຽມ​ພ້ອມທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ເຈົ້າ​ໜ້າ​ທີ່​ຂອງ​ກິຣສ” ​ໃນ​ການຈະ​ເຮັດ​ໃຫ້​ເສດຖະກິດ​ຂອງ​ກິຣສ ກັບ​ຄືນສູ່​ສະພາບ​ປົກກະຕິ.

​ໃນ​ການ​ກັບ​ຄືນ​ສູ່ Athens ຫຼັງ​ຈາກ​ທີ່​ໄດ້​ເຈລະຈາ​ຫຼາຍຮອບຢ່າງຍືດຍາວແລ້ວນາຍົກລັດ ຖະມົນຕີຂອງກຣິສທ່ານ Alexis Tsipras ທ່ານ​ຍັງ​ໄດ້​ປະ​ເຊີນ​ໜ້າ​ກັບກໍ່ກະບົດໂດຍລັດ​ຖະບານ​ປະ​ສົມ ທີ່​ອຽງ​ຊ້າຍຂອງທ່ານ ​ໃນ​ຂະ​ນະ​ທີ່​ທ່ານ​ຊອກ​ຫາ​ທາງ​ຮັບເອົາຂໍ້​ຕົກລົງ​ຈາກ​ທາງ​ລັດຖະສະພາ​ ກ່ຽວກັບການຕັດ​ການ​ໃຊ້​ຈ່າຍ​ແລະ​ເບັ້ຍບຳນານ​ລົງ ​ແລະ​ຂຶ້ນພາສີ​ນັ້ນ.

ພວກປົດກະສຽນ - ກິນເບ້ຍບຳນານ ໄດ້ໃຫ້ປີ້ ປະທານສາຂາຂອງທະນາຄານແຫ່ງຊາດ (ຂວາ),ໃນຂະນະທີ່ລໍຖ້າ ໃນນະຄອນ Athens, Greece, 13 ກໍລະກົດ 2015.
ພວກປົດກະສຽນ - ກິນເບ້ຍບຳນານ ໄດ້ໃຫ້ປີ້ ປະທານສາຂາຂອງທະນາຄານແຫ່ງຊາດ (ຂວາ),ໃນຂະນະທີ່ລໍຖ້າ ໃນນະຄອນ Athens, Greece, 13 ກໍລະກົດ 2015.

ສະມາຊິກ ​ລັດຖະສະພາ​ບາງ​ທ່ານ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຈະ​ບໍ່​ສະໜັບສະໜຸນ​ຂໍ້​ຕົກລົງ
​ທີ່​ວ່າ​ນີ້ ຊຶ່ງ​ລັດຖະມົນຕີ​ກະຊວງ​ແຮງ​ງານທ່ານ Panos Skourletis ​ໄດ້​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ
ນີ້ວ່າ ບໍ່ສາມາດນຳໄປປະຕິບັດໄດ້.

ທ່ານ ​ ຄາດ​ຄະ​ເນ​ເຖິງ​ການ​ຕັດ​ງົບປະມານ​ຢ່າງ​ໃຫຍ່​ຫຼວງ ຊຶ່ງໄດ້ຈັດ​ໃຫ້​ເປັນ​ຈຸດ​ເລີ້ມຕົ້ນ​ຂັ້ນ​ທຳ​ອິດ​ຂອງ​ການ​ເຈລະຈາ​ກອບ​ກູ້​ເສດຖະກິດ ທີ່​ນຳ​ໄປ​ສູ່​ການ​ເລືອກ​ຕັ້ງ​ໃນ​ປີ​ນີ້. ຄູ່ພາຄີທີ່ກຳ
ສຽງສ່ວນ ​ຢູ່ໃນ​ລັດຖະບານປະສົມ​ຂອງກຣິສ ທີ່​ປົກຄອງ​ປະ​ເທດຢູ່​ໃນ​ຂະນະ​ນີ້ ​ໄດ້​ເອີ້ນ​ຂໍ້ຕົກ
ລົງ​ນີ້ວ່າ ​ການ​ກໍ່ລັດຖະປະຫານ ພາຍໃຕ້ການນຳພາຂອງເຢຍຣະມັນ.

XS
SM
MD
LG