ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຣິສ ແລະ ຢູໂຣບ ບັນລຸຂໍ້ຕົກລົງ ກອບກູ້ ເສດຖະກິດ


ບັນດາຜູ້ຮັບເງິນເບ້ຍບຳນານ ລໍຖ້າເພື່ອຖອນຈຳນວນຫຼາຍສຸດ 120 ຢູໂຣ ຕໍ່ໜຶ່ງສັບປະດາ ຢູ່ນອກທະນາຄານແຫ່ງຊາດ ໃນໃຈກາງນະຄອນຫຼວງ Athens, ວັນຈັນ 13 ກໍລະກົດ 2015.
ບັນດາຜູ້ຮັບເງິນເບ້ຍບຳນານ ລໍຖ້າເພື່ອຖອນຈຳນວນຫຼາຍສຸດ 120 ຢູໂຣ ຕໍ່ໜຶ່ງສັບປະດາ ຢູ່ນອກທະນາຄານແຫ່ງຊາດ ໃນໃຈກາງນະຄອນຫຼວງ Athens, ວັນຈັນ 13 ກໍລະກົດ 2015.

ກຣິສ ​ແລະ ບັນດາປະ​ເທດຢູ​ໂຣບ ທີ່​ເປັນ​ພາຄີ​ຂອງ​ຕົນ ​ໄດ້​ບັນລຸ ຂໍ້​ຕົກລົງ ກອບ​ກູ້​ເສດຖະກິດ ຄັ້ງທີ 3 ຫຼັງຈາກ​ ທີ່​ໄດ້​ເຂົ້າກອງ​ປະຊຸມ​ສຸດ​ຍອດ ​ເປັນ​ເວລາ​ອັນ​ຍາວ​ນານ.

ປະທານ​ສະຫະພາບ​ຢູ​ໂຣບ ທ່ານ Donald Tusk ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ຈາກ​ນະຄອນ Brussels ວ່າ ​ໄດ້​ບັນລຸ​ຂໍ້​ຕົກລົງ ຢ່າງ​ເປັນເອກະສັນ ຫຼັງຈາກ ທີ່​ໄດ້​ທຳການ​ເຈລະຈາກັນມາ 17 ຊົ່ວ​ໂມງ.

ກຣິສ ​ໄດ້​ຕົກລົງ ທີ່​ຈະ​ປະຕິ​ຮູບພາກສ່ວນໜຶ່ງ​ ຢ່າງ​ໜັກ​ແໜ້ນ ​ເພື່ອ​ຈະ​ໄດ້​ຮັບ​ຂໍ້​ສະ​ເໜີເງິນ​ກູ້​ຢືມ 100 ຕື້​ໂດ​ລາ ທີ່​ຕົນ​ຕ້ອງການທີ່​ສຸດ.

​ກ່ອນ​ໜ້າ​ນີ້ ອົງການ​ຂ່າວ​ຝຣັ່ງ ​ໄດ້​ອ້າງ​ອິງເຖິງ ຄຳເວົ້າ​ຂອງ​ແຫຼ່ງຂ່າວ​ທີ່​ບໍ່​ເປີດ​ເຜີຍ​ຊື່ ວ່າ ຂໍ້​ຕົກລົງ ​ແບບ “ປານີ​ປານ​ອມ” ​ໄດ້​ມີຮ່ວມ​ກັນ ​ໂດຍ ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras, ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel, ປະທາ​ນາ​ທິບໍດີ ຝຣັ່ງ ທ່ານ Francois Hollande ​ແລະ ທ່ານ Tusk.

ລາຍ​ງານ ກ່ອນ​ໜ້າ​ນີ້ ກ່າວ​ວ່າ ກ່ອນ​ຂໍ້​ຕົກລົງຈະ​ມີ​ຂຶ້ນ​ໄດ້ ກໍຕໍ່​ເມື່ອການ​ເຫັນ​ດີອີກ​ສ່ວນ​ໜຶ່ງ ໄດ້​ບັນລຸ​ເສຍ​ກ່ອນ ກ່ຽວ​ກັບການ​ພົວພັນ​ ໃນ​ໂຄງການ​ກອບ​ກູ້​ເສດຖະກິດຂອງກຣິສ ​ໂດຍອົງການ​ກອງ​ທຶນ​ສາກົນ ໃນ​ອະນາຄົດ ​ແລະ ຂໍ້​ສະ​ເໜີ ທີ່​ກຣິສ ຕ້ອງ​ໄດ້ ​ກຳນົດ​ໄວ້ຕ່າງຫາກ ຊັບ​ສິນຕ່າງໆ ມູນ​ຄ່າ 56 ຕື້​ໂດ​ລາ ສຳ​ຫລັບການຫັນປ່ຽນ​ໃຫ້​ເປັນ​ເອກະ​ຊົນ ​ໃນ​ທີ່​ສຸດ.

ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກລົງ​ນັ້ນ ກຣິສ ຈະ​ຕ້ອງ​ຍົກ​ເລີກ ການ​ຕໍ່ຕ້ານ ຕໍ່ບົດບາດ​ທີ່​ອົງການ​ກອງ​ທຶນ​ສາ​ກົນ ຈະ​ມີຢ່າງ​ຄົບ​ຖ້ວນ ​ໃນ​ຂໍ້​ສະ​ເໜີ ກອບ​ກູ້​ເສດຖະກິດ ຫຼາຍຕື້ໂດ​ລານັ້ນ.

ນາຍົກລັດຖະມົນຕີ Tsipras ບັດ​ນີ້ຕ້ອງ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ ​ຕໍ່ສະພາ​ຂອງ​ກຣິສ ເພື່ອ​ທີ່​ຈະ​ຮັບຮອງເອົາ​ຂໍ້​ຕົກລົງ ພາຍ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້ ລວມທັງ ການ​ປະຕິ​ຮູບ ການ​ເກັບ​ພາສີ ​ແລະ ​ແຜນການ​ ເບ້ຍ​ບຳນານ​ຕ່າງໆ ທີ່​ຈະ​ຕ້ອງສົ່ງ​ຜົນ​ກະທົບ​ ​ຢ່າງ​ໜັກຕໍ່​ສັງຄົມ​ຂອງ​ກຣິສ. ເມື່ອ ​ສະພາຮັບຮອງ​ເອົາ​ຂໍ້​ຕົກລົງ​ດັ່ງກ່າວ​ແລ້ວ ທ່ານ Tsipras ຕ້ອງ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ ຕໍ່ ບັນດາພາຄີ​ 18 ປະ​ເທດ​ໃນ​ຢູ​ໂຣບ ​ເພື່ອໃຫ້​ປ່ອຍ​ເງິນ​ທຶນ ຊົ່ວ​ຄ່າວ ​ເພື່ອຫຼີກລ່ຽງ ສະພາບ​ການ​ລົ້ມ​ລະລາຍ.

Greece Bailout Deal
please wait
Embed

No media source currently available

0:00 0:02:07 0:00

Greece and its European partners have reached a third bailout deal after a marathon summit session.

European Union President Donald Tusk said Monday from Brussels that a unanimous agreement had been reached after 17 hours of talks.

Greece agreed to a range of tough reforms in order to receive the proposed nearly $100 billion loan it so sorely needs.

Earlier, the French news agency quoted an anonymous source as saying a "compromise" agreement had been hashed out by Greek Prime Minister Alexis Tsipras with German Chancellor Angela Merkel, French PresidentFrancois Hollande and Mr. Tusk.

Earlier reports said before a deal could be sealed, an agreement had to be reached on the future involvement of the International Monetary Fund in Greece's bailout program, and a proposal that Greece must set aside $56 billion worth of assets for eventual privatization.

As part of the pact, Greece has dropped resistance to a full role for the International Monetary Fund in the proposed multi-billion dollar bailout.

Prime Minister Tsipras must now convince the Greek parliament to approve the agreement by Wednesday, including reforms to tax and pension plans that will cut deep into Greek society.Once parliament approves the pact, Mr. Tsipras must convince his 18 European partners to release bridging funds in the interim to avert a state bankruptcy.

XS
SM
MD
LG