ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ການເງິນເຂດຢູໂຣ ຮັບຮອງເອົາໂຄງການ ຊ່ອຍກູ້ໜີ້ສິນກຣິສ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານ Jean-Claude Juncker ຫົວໜ້າເຂດຢູໂຣ.
ວັນທີ 21 ກຸມພາ 2012.
ທ່ານ Jean-Claude Juncker ຫົວໜ້າເຂດຢູໂຣ. ວັນທີ 21 ກຸມພາ 2012.


















ບັນດາ​ລັດຖະມົນຕີ​ການ​ເງິນ​ຂອງ​ເຂດ​ຢູ​ໂຣ ໄດ້ຮັບຮອງ​ເອົາ​ໂຄງການຊ່ອຍ​ກູ້​ໜີ້​ສິນກຣິສ
ກ້ອນ​ໃໝ່ໃນ​ວົງ​ເງິນ 171 ຕື້​ໂດ​ລາ​ ຫລື 130 ຕື້​ຢູ​ໂຣ ຫລັງ​ຈາກ​ທໍາ​ການ​ເຈລະຈາ​ກັນ​
ຢ່າງ​ເຄັ່ງຂຶມ​ມາ​ເປັນ​ເວລາ​ດົນ​ກວ່າ 13 ຊົ່ວ​ໂມງ​ໃນ​ກຸງ Brussels.

ເງິນ​ຊ່ອຍເຫຼືອກ້ອນ​ນີ້​ຈະ​ລົດ​ຜ່ອນ​ຈໍານວນ​ໜີ້​ສິນ​ຂອງ​ລັດຖະບານ​ກຣິສ ລົງ​ຈາກ​ປະມານ
160 ​ເປີ​ເຊັນ​ຂອງ​ຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດມາ​ເປັນ​ພຽງ​ແຕ່ 120 ​ເປີ​ເຊັນ​ປາຍ
ເທົ່າ​ນັ້ນ ​ພາຍ​ໃນ​ປີ 2020 ຊຶ່ງເປັນ​ລະ ດັບ​ຫຼາຍ​ທີ່​ສຸດ​ທີ່​ຖືວ່າຈະ​ຍືນ​ຍົງ​ໄດ້​ໂດຍ​ກອງ​ທຶນ
ສາ​ກົນ​ຫລື IMF ນັ້ນ.

ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ໄດ້​ບັນລຸ​ກັນ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ​ພວກຖື​ຮຸ້ນ​ພາກ​ເອກະ​
ຊົນ​ຂອງ​ໜີ້​ສິນ​ຂອງ​ກຣິສ ຕົກລົງ​ຮັບ​ເອົາ​ໃນ​ຈໍານວນຫລາຍ​ກວ່າ​ທີ່​ຄາດ​ກັນ​ໄວ້​ກ່ອນ
53.5 ​ເປີ​ເຊັນ​ຕາມ​ມູນ​ຄ່າ​ທີ່ຫລຸບ​ທຶນ ຂອງ​ພັນທະບັດ​ຂອງ​ເຂົາ​ເຈົ້າ​ນັ້ນ. ພວກ​ຖື​ຮຸ້ນ
ເຫລົ່າ​ນີ້ ​ແຕ່​ກ່ອນ​ໄດ້ສະ​ເໜີ​ຫລຸບ​ທຶນ 50 ​ເປີ​ເຊັນ. ບັດ​ນີ້​ເງິນ​ຈໍານວນ​ປະມານ 130
ຕື້ໂດ​ລາ ຫລື 100 ຕື້​ຢູ​ໂຣຈະ​ຖືກ​ຖື​ວ່າ​ເປັນ​ການ​ຫລຸບ​ທຶນ​ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​
ການ​ແລກປ່ຽນ​ໜີ້​ສິນ​ກັນ​ນີ້.

ເງິນ​ຢູ​ໂຣ​ໄດ້​ມີຄ່າ​ແຂງ​ຂຶ້ນ​ຢ່າງ​ຫລວງຫລາຍ​ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ​ໄດ້​ຮັບ​ຂ່າວ
ມີ​ການ​ຕົກລົງ​ກັນ​ໄດ້​ນີ້ ຊຶ່ງ​ຄວນ​ຈະ​ຊ່ອຍ​ກຣິສຫລີກ​ ລ້ຽງ​ການ​ທີ່​ບໍ່​ສາມາດ​ຈ່າຍ​ໜີ້
ຂອງ​ຕົນ​ໄດ້ ​ເວລາ​ກໍານົດ​ພັນທະບັດ​ຂອງ​ລັດຖະບານ​ມີ​ການ​ຈ່າຍ​ເງິນ​ໃຫ້​ໃນ​ເດືອນ
ໜ້າ​ນີ້.

ທ່ານ Jean-Claude Juncker ຫົວໜ້າ​ເຂດ​ຢູ​ໂຣ ຫລື​ໃຊ້​ເງິນ​ຢູ​ໂຣ ກ່າວ​ວ່າ ການ
ຊ່ອຍ​ກູ້​ໜີ້​ສິນ​ນີ້​ຈະ​ຮັກສາ​ໄວ້​ແຫ່ງ​ສະຖຽນ​ລະ​ພາບ​ດ້ານການ​ເງິນ​ທັງຂອງ​ກຣິສ​ແລະ
ຂອງ​ເຂດ​ຢູ​ໂຣ. ​ແຕ່​ທ່ານ​ເຕືອນ​ວ່າ ກຸງ Athens ຈະ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​
ຕ່າງໆ ​ເພື່ອ​ຮັບປະກັນ​ເງິນໃຫ້​ໄດ້​ຮັບ​ເງິນຊ່ອຍ​ເຫຼືອສຸກ​ເສີນຈໍານວນທັງ​ໝົດ​ ຊຶ່ງ​ງວດ​
ນີ້ເປັນ​ງວດ​ທີ​ສອງ​ຂອງ​ກຣິສໃນ​ຮອບ​ສອງ​ປີຜ່ານມາ​ນີ້.

XS
SM
MD
LG