ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣີສຈະນໍາສະເໜີ ແຜນການດັດແກ້ ເງຶ່ອນໄຂເງິນຊ່ວຍເຫຼືອໃໝ່ (ວີດີໂອ)


ກຣີສຊອກຫາເງື່ອນໄຂໃໝ່ ສໍາລັບການຊ່ວຍເຫລືອຂອງນາໆຊາດ:

ລັດຖະບານ​ຜະສົມ​ຊຸດ​ໃໝ່​ຂອງ​ກຣີສ ກໍາລັງ​ຮ່າງບົດແກ້​ໄຂໃໝ່ທີ່ຖືກ ສະເໜີຂຶ້ນມາ ເພື່ດັດແກ້​ມາດ​ຕະການ​ປະຢັດ​ມັດທະຍັດ ທີ່​ນາໆ​ຊາດບັງ ຄັບໃຫ້ຈັດຕັ້ງປະຕິບັດ ພາຍ​ໃຕ້​ຂໍ້​ຕົກລົງ​ແລກປ່ຽນກັບການຊ່ວຍເຫລືອ ນັ້ນ.

ລັດຖະບານ​ກຣີສທີ່ບໍ່ມີເງິນສົດນັ້ນ ໄດ້​ອອກ​ຖະ​ແຫຼງການ​ສະບັບນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ເວົ້າ​ວ່າ ຕົນ​ຈະ​ພະຍາຍາມ​ຍົກ​ເລີກ​ພາສີ​ບາງ​ຢ່າງ ໂຈະ ການປົດລັດຖະກອນອອກ​ນັ້ນໄວ້ຊົ່ວຄາວ ​ແລະ​ຕໍ່​ກໍ​ານົດວັນ​ເສ້ນຕາຍ ສໍາລັບ​ການ​ປະຕິ​ຮູບ​ງົບປະມານ​ປະ​ຈໍາປີອອກ​ໄປ​ອີກ​ຢ່າງ​ໜ້ອຍ​ສອງ​ປີ.

ລັດຖະບານໄດ້​ປະກາດ​ແຜນການ​ດັ່ງກ່າວ ສອງ​ມື້​ກ່ອນ​ບັນດາ​ເຈົ້າໜ້າ​ທີ່ ​ກຣີສພົບ​ປະ​ກັບ​ຄະນະ​ຜູ້ກວດກາ​ໜີ້​ສິນ​ ຈາກ​ຢູ​ໂຣບ​ແລະ​ນາໆ​ຊາດ.

ຄະນະ​ຜູ້​ກວດກາໜີ້​ສິນ​ດັ່ງກ່າວ ຈະເດີນທາງ​ໄປ​ເຖິງ​ກຣີສ​ໃນ​ວັນ​ຈັນ​ມື້ຶອື່ນ​ນີ້ ​ເພື່ອ​ສຶກສາ​ທົບ​ທວນ​ເບິ່ງ​ຄວາມ​ກ້າວໜ້າ​ຂອງ​ກຣີສ​ ໃນ​ການ​ດໍາ​ເນີນ​ມາດ ຕະການ​ປະຢັດ​ມັດທະຍັດ ຊຶ່ງ​ເປັນ​ພາກສ່ວນ​ຂອງ​ຂໍ້​ຕົກລົງກັບນາໆ​ຊາດ​ທີ່ໃຫ້​ເງິນກູ້​ຢືມນັ້ນ.

​ໃນ​ຖະ​ແຫຼງກ່ຽວກັບນະ​ໂຍບາຍ​ທີ່ປະກາດອອກໃນມື້ວານ​ນັ້ນ ລັດຖະບານ​ປະສົມ​ຊຸດ​ໃໝ່​ຂອງ​ກຣີສກ່າວ​ວ່າ ຕົນ​ຢາກ​ບັນລຸ​ເປົ້າໝາຍ​ດ້ານ​ການ​ເງິນ​ຂອງ​ຕົນ​ ໂດຍ​ບໍ່ຈໍາເປັນຕ້ອງໄດ້​ຕັດເງິນ​ເດືອນ ແລະ​ເງິນເບ້ຍ​ບໍານານ ຕ່າງໆ ລົງ​ອີກ. ນອກ​ນີ້ ລັດຖະບານ​ເວົ້າອີກ​ວ່າ ຕົນ​ບໍ່ຢາກ​ເກັບພາສີ​ໃໝ່​ໃດໆອີກເຊ່ນກັນ.

ເສດຖະກິດທີ່ຝືດເຄືອງພາໃຫ້ຊາວເມືອງຫລວງເອເທັນສ໌ ຕ້ອງໄປຂໍຄວາມ
ຊ່ວຍເຫລືອຫລາຍຂຶ້ນ. ເບິ່ງວີດີໂອ:

XS
SM
MD
LG