ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢຍຣະມັນ ປະຕິເສດ ຕໍ່ຂໍ້ສະເໜີ ຂໍເລື່ອນການໃຊ້ໜີ້ ຂອງກຣີສ


ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras (ຂວາ) ໂອ້ລົມກັບ ລັດຖະມົນຕີການເງິນຂອງກຣີສ ທ່ານ Yanis Varoufakis ໃນລະຫວ່າງການອອກສຽງເລືອກຕັ້ງ ປະທານາທິບໍດີ ໃນ Athens, ວັນທີ 18 ກຸມພາ 2015.
ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras (ຂວາ) ໂອ້ລົມກັບ ລັດຖະມົນຕີການເງິນຂອງກຣີສ ທ່ານ Yanis Varoufakis ໃນລະຫວ່າງການອອກສຽງເລືອກຕັ້ງ ປະທານາທິບໍດີ ໃນ Athens, ວັນທີ 18 ກຸມພາ 2015.

ເຢຍຣະມັນ ​ໄດ້​ປະຕິ​ເສດ ຕໍ່ຂໍ້​ສະ​ເໜີ ​ຂໍ​ເລື່ອນ​ເວລາ​ອອກ​ໄປອີກ
6 ​ເດືອນ ໃນການ​ໃຊ້​ໜີ້ເພື່ອກອບ​ກູ້​ເສດຖະກິດຂອງ​ກຣີສ ທີ່​ມີ​
ໜີ້​ສິນ​ຖ້ວມ​ລົ້ນ​ນັ້ນ. ​ແຕ່ຕໍ່​ມາ Athens ​ໄດ້​ກ່າວ​ວ່າ​ນາຍົກ
ລັດ​ຖະມົນຕີ​ຄົນ​ໃໝ່​ທີ່​ນິຍົມ​ຊ້າຍ​ຈັດ ທ່ານ Alexis Tsipras ​
ໄດ້​ໂອ້​ລົມ​ກັບ​ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ Angela
Merkel ທາງ​ໂທລະສັບ​ທີ່ດຳ ເນີນໄປແບບ “​ສ້າງສັນ” ກ່ຽວ​ກັບ
​ວິ​ກິດ​ການ​ທາງ​ການ​ເງິນນັ້ນ.

ຜູ້ນຳ​ຂອງກຣິສ ​ແລະ ​ເຢຍຣະມັນ ​ໄດ້​ໂອລົມ​ກັນ​ເປັນ​ເວລາ 50
ນາທີ. ​ໃນ​ຂະນະ​ດຽວ​ກັນ Athens ກ່າວ​ວ່າ ​ໄດ້ມີ “​ບັນຍາ​ກາດ
ໃນ​ທາງ​ບວກ”
​ໃນ​ລະຫວ່າງ​ການ​ສົນທະນາ​ກັນນັ້ນ ​Berlin
ພຽງ​ແຕ່​ຢັ້ງຢືນ​ວ່າ ​ໄດ້​ມີ​ການໂທລະສັບ​ຫາ​ທ່ານ​ນາງ Merkel ​ເກີດ​ຂຶ້ນ​ເທົ່າ​ນັ້ນ.

Athens ຂໍ​ຮ້ອງ​ ​ບັນດາເຈົ້າໜີ້​ໃນ​ເຂດ​ຢູ​ໂຣບ ໃຫ້​ເລື່ອນ​ການ​ໃຊ້​ໜີ້ ສຳ​ຫລັບ ​ໂຄງການ​
ກູ້​ຢືມ​ມູນ​ຄ່າ 300 ພັນ​ລ້ານ​ດອນ​ລາ ທີ່​ມີ​ກຳນົດ​ໝົດ​ອາຍຸ​ລົງ​ໃນ​ທ້າຍ​ເດືອນ​ກຸມພາ​ນີ້ ​
ແຕ່ປາສະຈາກ​ການ​ໃຫ້​ສັນຍາ​ວ່າ ຈະ​ສືບ​ຕໍ່​ປະຕິບັດຕາມ​ມາດຕາ​ການ​ປະ​ຢັດ​ມັດທະຍັດ
ທີ່​ໄດ້​ວາງ​ໄວ້ຕໍ່ກຣີສ ​ເພື່ອເປັນ​ການແລກປ່ຽນ ສຳ​ຫລັບການ​ກອບ​ກູ້​ເສດຖະກິດນັ້ນ.

ກຣິສ ​ໄດ້​ພະຍາຍາມ​ເຈລະຈາ​ກັນໃໝ່ ເພື່ອປັບປ່ຽນໂຄງການ​ກອບ​ກູ້​ເສດຖະກິດ ນັບ​ຕັ້ງ​
ແຕ່ ທ່ານ Tsipra ​ໄດ້​ຄວບ​ຄຸມ​ລັດຖະບານ​ໃນ​ເດືອນ​ແລ້ວ​ນີ້ ​ໃນ​ການ​ໂຄສະນາ​ຫາ​ສຽງ
ທ່ານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຍຸດຕິ​ເງື່ອນ​ໄຂການ​ກອບ​ກູ້​ເສດຖະກິດ​ທີ່​ເຂັ້ມງວດ​ນັ້ນ.
​ແຕ່​ເຢຍຣະມັນ ​ແລະ ປະ​ເທດ​ໃນ​ຢູ​ໂຣບອື່ນໆ ຕ້ອງການ​ໃຫ້ Athens ປະຕິ​ບັດ​ຕາມ
​ຄຳ​ໝັ້ນສັນຍາ​ໃນ​ເບື້ອງ​ຕົ້ນ.

​ກະຊວງ​ການ​ເງິນ​ຂອງ​ເຢຍຣະມັນ​ກ່າວ​ວ່າ ​ແຜນການ​ເລື່ອນ​ເວລາ​ຈ່າຍ​ໜີ້​ການ​ກອບ​ກູ້​ເສດຖະກິດກຣີສ ຫຼ້າສຸດນີ້ “​ບໍ່ແມ່ນຂໍ້​ສະ​ເໜີ​ທີ່​ເຂັ້ມແຂງ​ເພື່ອແກ້​ໄຂ​ບັນຫານີ້.”

ການ​ເຈລະຈາ​ຮອບ​ໃໝ່​ອາດ​ມີ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ທີ່​ກອງ​ປະຊຸມ​ຂອງ 19 ລັດຖະມົນຕີ​
ການ​ເງິ​ນ ​ໃນ​ເຂດໃຊ້ເງິນ​ຢູ​ໂຣ.

​ເຢຍຣະມັນ ຊຶ່ງ​ເປັນ​ເຈົ້າໜີ້​ໃຫຍ່​ສຸດຂ​ອງຢູ​ໂຣບ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳອີກ​ວ່າ ການ​ເລື່ອນ​
ອອກ​ໄປ​ຂອງ​ທຶນ​ກູ້​ຢືມ​ໃດໆ​ນັ້ນ ແມ່ນກ່ຽວ​ພັນ​ກັບ​ການ​ປະຕິ​ຮູບ​ຕ່າງໆ ​ທີ່​ໄດ້​ຕົກລົງ​ໂດຍ
​ລັດຖະບານ​ກຣີສ ທີ່ ​“​ແຍກ​ອອກ​ບໍ່​ໄດ້​.”

​ໂດຍ​ທົ່ວ​ໄປ​ແລ້ວ ​ເຢຍຣະມັນ ​ໄດ້​ມີ​ຈຸດ​ຢືນ​ຢ່າງ​ໜຽວ​ແໜ້ນ​ວ່າ ການ​ຊ່ວຍ​ເຫຼືອສຳ​ຫລັບ​
ບັນດາປະ​ເທດ​ທີ່​ຫຍຸ້ງຍາກ ຕ້ອງ​ມີ​ເງື່ອນ​ໄຂ​ຕິດ​ພັນ​ມາ​ດ້ວຍ.

GREECE BAILOUT VIDEO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG