ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຣີສຕັດເງິນເດືອນເຈົ້າໜ້າທີ່ ນຶ່ງເດືອນ ເພື່ອປະຍັດມັດທະຍັດ (ເບິ່ງວີດີໂອ)


ທະນາຄານກາງຂອງກຣີສ
ທະນາຄານກາງຂອງກຣີສ

ປະ​ເທດ​ກຣີສ​ໄດ້​ຕັດ​ເງິນ​ເດືອນຂອງ​ພວກນັກ​ການ​ເມືອງ​ທີ່​ຖືກ​ເລືອກ​ຕັ້ງນັ້ນ​ລົງ​ນຶ່ງ​ເດືອນ ແລະ​ປະກາດ​ເກັບ​ພາສີອະສັງຫາລິມມະ​ສັບໃໝ່​ ​ໃນ​ຂະນະ​ທີ່​ລັດຖະບານ​ພະຍາຍາມ​ດິ້ນຮົນເພື່ອ​ສະ​ແດງ​ໃຫ້​ບັນດາເຈົ້າ​ໜີ້ເຫັນວ່າ ຕົນ​ກໍາ​ລັງ​ທໍາ​ງານ​ຢ່າງ​ໜັກ ​ເພື່ອຕັດ​ໜີ້​ສິນຈໍານວນ​ມະຫາສານ​ຂອງ​ປະ​ເທດ​ລົງນັ້ນ.

ບັນດາ​ຜູ້​ນໍາ​ຂອງກຣີສກ່າວ​ວ່າ ພວກ​ເຂົາເຈົ້າ​ຈໍາ​ເປັນ​ຕ້ອງ​ໄດ້ກະທໍາ​ທຸກ​ຢ່າງ​ເພື່ອບໍ່​ໃຫ້ປະ​ເທດ​ຊາດລົ້ມ​ລະລາຍ​ ​ໃຫ້​ສາ​ມາດ​ປະຕິບັດ​ພັນທະ​ຂອງ​ຕົນທີ່​ມີ​ຕໍ່​ພວກ​ເຈົ້າ​ໜີ້​ທັງຫລາຍນັ້ນ ​ແລະ​ເພື່ອ​ເຮັດ​ໃຫ້ກຣີສ​ໄດ້​ຮວມຢູ່​ໃນ​ເຂດ​ຢູ​ໂຣຕໍ່​ໄປ.

ລັດຖະມົນຕີ​ການ​ເງິນ​ Evangelos Venizelos ກ່າວ​ເຕືອນ​ວ່າ 2 ​ເດື​ອນຂ້າງ​ໜ້າ​ນີ້ ຈະ​ເປັນ 2 ​ເດືອນ​ທີ່​ຮ້າຍ​ກາດ​ສຸດ​ຂອງກຣີສ​.

ການ​ຕັດ​ເງິນ​ເດືອນຂອງບັນດານັກ​ການ​ເມືອງ​ທີ່​ຖືກ​ເລືອກ​ທັງ​ໝົດລົງ​ນັ້ນ ແມ່ນ​ຮວມຕັ້ງ​ແຕ່​ປະທານາທິບໍດີ​ ລົງ​ມາ​ເຖິງ​ພວກເຈົ້າເມືອງ. ສ່ວນພາສີ​ອະສັງຫາ ລິມມະ​ສັບ​ນັ້ນ ​ແມ່ນ​ຈະເກັບ​ເອົາ​ຈາກ​ພວກ​ຕຶກອາຄານ​ທັງ​ໝົດ​ແລະ​ຈະຮວມ​ໃສ່​ກັບ​ຄ່າ​ໄຟ​ນໍາ​ ເພື່ອ​ຂັດຂວາງ​ພວກ​ທີ່​ບໍ່​ຢາກ​ເສຍ​ພາສີ.

ປະຈຸ​ບັນ​ນີ້ ກຣີສກໍາ​ລັງຕໍ່​ລອງ​ກັບ​ສະຫະພາບ​ຢູ​ໂຣບ​ແລະ​ກອງ​ທຶນ​ສາກົນ IMF ກ່ຽວ​ກັບ
ໂຄງການ​ຊ່ວຍ​ເຫລືອ​ຊຸດໃໝ່​ ຫລາຍ​ພັນ​ລ້ານ​ດອລລ່າ ​ເພື່ອ​ກອບ​ກູ້​ເສດ​ຖະກິດ​ຂອງ​ຕົນ.
ເງິນກູ້​ຢືມ 159 ພັນ​ລ້ານ​ໂດ​ລ່າ ທີ່ໄດ້​ໄປ​ໃນປີ​ກາຍ​ນີ້ ​ແມ່ນບໍ່ໄດ້ຊ່ວຍ​ກູ້​ສະຖານ​ນະ​ການ
ດ້ານ​ເສດຖະກິດ ທີ່​ຮ້າຍ​ແຮງ​ສຸດ​ຂອງກຣີສນັ້ນ ຫລາຍ​ປານ​ໃດ.

XS
SM
MD
LG