ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປົກຄອງລັດ ເຕືອນເຖິງ ໄພນ້ຳຖ້ວມ ທີ່ຍັງ ບໍ່ທັນຍຸຕິເທື່ອ


ບັນດາສະມາຊິກທະຫານກອງທັບບົກ ພິທັກຊາດ ຂອງລັດ Louisiana ໄດ້ນຳເອົາພວກຄົນ ທີ່ໄດ້ຖືກຊ່ອຍເຫຼືອອອກມາ ໄດ້ ຈາກໄພນ້ຳຖ້ວມທີ່ສູງຂຶ້ນ ລົງອອກຈາກລົດ ຢູ່ໃກ້ໆ ເມືອງ Walker ຂອງລັດ Louisiana ຫຼັງຈາກທີ່ຝົນຕົກລົງມາ ຢ່າງໜັກ ຈົນຖ້ວມໃນຂົງເຂດ, ວັນອາທິດ ທີ 14 ສິງຫາ 2016.
ບັນດາສະມາຊິກທະຫານກອງທັບບົກ ພິທັກຊາດ ຂອງລັດ Louisiana ໄດ້ນຳເອົາພວກຄົນ ທີ່ໄດ້ຖືກຊ່ອຍເຫຼືອອອກມາ ໄດ້ ຈາກໄພນ້ຳຖ້ວມທີ່ສູງຂຶ້ນ ລົງອອກຈາກລົດ ຢູ່ໃກ້ໆ ເມືອງ Walker ຂອງລັດ Louisiana ຫຼັງຈາກທີ່ຝົນຕົກລົງມາ ຢ່າງໜັກ ຈົນຖ້ວມໃນຂົງເຂດ, ວັນອາທິດ ທີ 14 ສິງຫາ 2016.

ລະບົບສະພາບອາກາດ ທີ່ໄດ້ນຳເອົານ້ຳຝົນຕົກລົງມາຢ່າງໜັກຈົນຖ້ວມລັດ Louisiana ທາງພາກໃຕ້ຂອງສະຫະລັດ ໄດ້ເຄື່ອນຍ້າຍອອກໄປແລ້ວ ແຕ່ບັນດານັກພະຍາກອນ ອາກາດ ແລະ ຜູ້ປົກຄອງລັດ ກຳລັງເຕືອນປະຊາຊົນ ໃຫ້ຢູ່ໃນຄວາມລະມັດລະວັງ ເພາະ ວ່າ ແມ່ນ້ຳບາງສ່ວນອາດຈະບໍ່ຮອດລະດັບສູງສຸດເທື່ອ ຈົນອີກສອງສາມມື້.

ຜູ້ປົກຄອງລັດ ທ່ານ John Bel Edwards ໄດ້ກ່າວ ໃນວັນອາທິດວານນີ້ ວ່າ ປະຊາຊົນ ຫຼາຍກວ່າ 20,000 ຄົນ ໄດ້ຮັບການຊ່ວຍເຫຼືອອອກມາໄດ້ ໃນທົ່ວພາກໃຕ້ຂອງລັດ ແລະ ວ່າ ຫຼາຍກວ່າ 10,000 ຄົນ ໄດ້ໄປອາໄສຢູ່ສະຖານທີ່ປອດໄພ. ທ່ານໄດ້ກ່າວອີກວ່າ ສະໜາມກິລາ ຢູ່ໃນຕົວເມືອງ Baton Rouge ແມ່ນໄດ້ຖືກນຳໃຊ້ໃຫ້ເປັນສະຖານທີ່ ອາໄສຢ່າງປອດໄພ ໃຫ້ແກ່ພວກຜູ້ອົບພະຍົບ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ລົງນາມ ການປະກາດເປັນເຂດໄພພິບັດ ສຳລັບ ລັດດັ່ງກ່າວ ເມື່ອຕອນແລງວັນອາທິດວານນີ້ ຊຶ່ງ ຈະຈັດສັນທຶນຊ່ອຍເຫຼືອແຫ່ງຊາດ ໄປໃຫ້ລັດ Louisiana ເພື່ອຊ່ອຍໃນສິ່ງຕ່າງໆ ເຊັ່ນ ຄ່າໃຊ້ຈ່າຍສຳລັບສະຖານທີ່ພັກ ຊົ່ວຄາວ ແລະການຊ້ອມແປງເຮືອນຕ່າງໆ ແລະ ເພື່ອຊ່ອຍເຫຼືອ ພວກບຸກຄົນ ແລະ ພວກທຸລະກິດ ໃຫ້ຟື້ນຄືນ ຈາກພາຍຸດັ່ງກ່າວ.

ອີງຕາມ ພະແນກບໍລິການອາກາດແຫ່ງຊາດ ນ້ຳຝົນໄດ້ຕົກລົງມາ ຫຼາຍກວ່າ 50 ຊັງຕີ ແມັດ ໃນພາກສ່ວນຕ່າງໆຂອງລັດ Louisiana ຕັ້ງແຕ່ວັນພະຫັດ ເປັນຕົ້ນມາ. ຢ່າງ ໜ້ອຍ 4 ຄົນ ໄດ້ເສຍຊີວິດ ຈາກພາຍຸນີ້. ເນື້ອທີ່ຖືກນ້ຳຖ້ວມ ແມ່ນຢູ່ໃຈກາງເມືອງຫຼວງ Baton Rouge ຂອງລັດ ແລະ ຜູ້ປົກຄອງລັດ ໄດ້ກ່າວວ່າ ນ້ຳທີ່ສູງຂຶ້ນ ໄດ້ກົດດັນທ່ານ ແລະ ຄອບຄົວ ໃຫ້ອົບພະຍົບໄປຈາກ ບ້ານພັກຂອງຜູ້ປົກຄອງລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Flooding
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG