ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບໍ່ມີຄວາມກ້າວໜ້າ ທີ່ສຳຄັນ ເກີດຂຶ້ນ ໃນການເຈລະຈາ ສັນຕິພາບ ເຢເມນ


ທູດພິເສດ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ismail Ould Cheikh Ahmed (ກາງ) ເປີດການເຈລະຈາສັນຕິພາບ ເຢເມນ ໃນເມືອງ Magglingen, ສະວິດເຊີແລນ. 15 ທັນວາ, 2015.
ທູດພິເສດ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ismail Ould Cheikh Ahmed (ກາງ) ເປີດການເຈລະຈາສັນຕິພາບ ເຢເມນ ໃນເມືອງ Magglingen, ສະວິດເຊີແລນ. 15 ທັນວາ, 2015.

ຂໍ້ຕົກລົງສັນຕິພາບ ຂອງເຢເມັນ ທີ່ໄກ່ເກ່ຍໂດຍອົງການ ສະຫະ ປະຊາຊາດ ໄດ້ສິ້ນສຸດລົງ ໃນວັນອາທິດວານນີ້ວ່າດ້ວຍການຕົກ ລົງຢ່າງກວ້າງຂວາງ ທີ່ເຫັນດີວ່າ ສົງຄາມຕ້ອງຍຸດຕິລົງແຕ່ກໍບໍ່ ໄດ້ທຳຄວາມກ້າວໜ້າເລີຍ.

ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Ismail Ould Cheikh Ahmed ໄດ້ກ່າວລຸນຫຼັງ ການເຈລະຈາ ໃນນະຄອນ Geneva ທີ່ບັນດາເຈົ້າໜ້າທີ່ ຈາກລັດຖະບານຂອງເຢເມນ ທີ່ ຮັບຮູ້ໂດຍປະເທດຕາເວັນຕົກ ແລະ ພວກກະບົດ Houthi ຈະພົບ ປະກັນອີກໃນເດືອນໜ້າ.

ທ່ານ Ahmed ໄດ້ບອກກັບ ບັນດານັກຂ່າວ ວ່າ ການສູ້ລົບ ແລະ ການຍິງປືນໃຫຍ່ຍັງມີຢູ່ຕໍ່ ໄປເຖິງແມ່ນວ່າ ທັງສອງຝ່າຍ ຈະຫາທາງຍຸດຕິ ການລົບເລວກັນ ຢ່າງມີໝາກຜົນ ກໍຕາມ.

ທ່ານ Ahmed ເວົ້າວ່າ “ມັນເປັນທີ່ຈະແຈ້ງຂາວ ວ່າ ໜ້າເສຍດາຍ ສັນຍາຢຸດຍິງທີ່ໄດ້ຕົກ ລົງກັນໄປແລ້ວນັ້ນ ບໍ່ໄດ້ຮັບການນັບຖື ແລະ ໃນບາງກໍລະນີ ແມ່ນໄດ້ຖືກລະເມີດໃນຕອນ ຊົ່ວໂມງທຳອິດຂອງ ການເຈລະຈາກັນນີ້. ພວກເຮົາຈະແນເປົ້າໝາຍໃສ່ ສອງສາມມື້ຂ້າງ ໜ້ານີ້ ເພື່ອເຮັດໃຫ້ຄວາມພະຍາຍາມອັນໃດອັນໜຶ່ງ ຮັບປະກັນວ່າ ສັນຍາຢຸດຍິງຖືກນຳ ໃຊ້.”

ບັນດາເຈົ້າໜ້າທີ່ຂອງເຢເມັນ ກ່າວວ່າ ການຕໍ່ສູ້ກັນເມື່ອບໍ່ດົນມານີ້ ໄດ້ສັງຫານປະຊາຊົນ ຢ່າງໜ້ອຍ 68 ຄົນ ຢູ່ໃນແຂວງ Hajjah ໃກ້ກັບເຂດຊາຍແດນຕິດກັບ ຊາອຸດີ ອາຣາເບຍ.

ເຖິງແມ່ນວ່າ ຈະມີຄວາມລົ້ມແຫຼວ ທີ່ຈະບັນລຸຂໍ້ຕົກລົງໃດໜຶ່ງທີ່ສຳຄັນ ຢູ່ໃນນະຄອນ Geneva ກໍຕາມ ແຕ່ທັງສອງຝ່າຍກໍຍັງໄດ້ຕົກລົງກັນ ກ່ຽວກັບອັນທີ່ ທ່ານ Ahmed ເອີ້ນວ່າ ມາດຕະການສ້າງຄວາມເຊື່ອໝັ້ນ. ອັນທີ່ລວມມີການແລກປ່ຽນນັກໂທດ ແລະ ຄຳປະຕິຍານ ໃຫ້ມີການນຳສົ່ງ ການຊ່ອຍເຫຼືອດ້ານມະນຸດສະທຳ ຢ່າງປອດໄພ ແລະ ວ່ອງໄວ ໄປຍັງເຂດທີ່ຖືກກະທົບຢ່າງໜັກທີ່ສຸດນັ້ນ.

United Nations-brokered peace talks on Yemen ended Sunday with a broad agreement that the war has to end, but no major breakthroughs.

U.N. envoy Ismail Ould Cheikh Ahmed said after the Geneva talks that officials from Yemen's recognized government and the Houthi rebels will meet again next month.

Ahmed told reporters that fighting and shelling continued even as both sides fruitlessly sought a way to stop it.

"It is very clear that, unfortunately, the cease-fire that was agreed upon...wasn't respected and, in some cases, was violated from the first hours of these talks. We will aim...in the coming days to make every single effort to ensure that a new cease-fire is put in place."

Yemeni officials say recent fighting has killed at least 68 people in Hajjah province near the border with Saudi Arabia.

Yemen's foreign minister Abdel Malak al-Mekhlafi later said a cease-fire officially set to expire Monday will be extended another week if the Houthi rebels respect the truce.

Despite the failure to reach any major agreements in Geneva, both sides did agree on what Ahmed calls confidence-building measures. They include an eventual prisoner exchange and pledges for the safe and quick delivery of humanitarian aid to the most hard hit areas.

Yemen's current crisis erupted in September 2014 when Houthi rebels seized the capital, Sana'a, forcing President Abdu Rabu Mansour Hadi's government to flee first to the southern port of Aden -- and then exile in Saudi Arabia after the rebels took over the port.

Yemeni forces, backed by Saudi-led airstrikes, have since retaken Aden, but Yemen's capital is still under rebel control.

The airstrikes and fighting on the ground have killed close to 6,000 people and created a severe humanitarian disaster in Yemen.U.N. experts say close to 80 percent of the population is in dire need of food and basic health care.

XS
SM
MD
LG