ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Google ປ່ອຍ ບາລູນທົດລອງ ເພື່ອສະໜອງ ອິນເຕີແນັດ (ວີດິໂອ)


ບາລູນທົດລອງ ທີ່ໃຊ້ແກ໊ສຮິລລຽມຂອງບໍລິສັດ Google ໄດ້ລອຍຂຶ້ນສູ່ທ້ອງຟ້າຂອງ New Zealand ຢູ່ໃຫ້ພູ Southern Alps ໃນເມືອງ Tekapo. (AP Photo/Jon Shenk)
ບາລູນທົດລອງ ທີ່ໃຊ້ແກ໊ສຮິລລຽມຂອງບໍລິສັດ Google ໄດ້ລອຍຂຶ້ນສູ່ທ້ອງຟ້າຂອງ New Zealand ຢູ່ໃຫ້ພູ Southern Alps ໃນເມືອງ Tekapo. (AP Photo/Jon Shenk)
ພວກນັກວິທະຍາສາດຂອງ Google ໄດ້ປ່ອຍໝາກປຸມເປົ້າ
ໃຫຍ່ ຫລື ບາລູນທົດລອງ ທີ່ໃຊ້ແກ໊ສຮິລລຽມ ຂຶ້ນສູ່ທ້ອງຟ້າ
ຂອງ New Zealand ໂດຍມີຄວາມຝັນວ່າ ຈະນໍາເອົາອິນເຕີ
ແນັດໄປເຖິງພົນລະເມືອງເກືອບຮອດ 5 ພັນລ້ານຄົນຢູ່ທົ່ວ
ໂລກ ທີ່ບໍ່ມີຊ່ອງທາງເຂົ້າເທິງເຄືອຂ່າຍອິນເຕີແນັດໄດ້ນັ້ນ.

ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີດັ່ງກ່າວ ໄດ້ເປີດໂຕໂຄງ
ການທົດລອງດັ່ງກ່າວ ທີ່ເອີ້ນວ່າ “Project Loon” ຫລື ໂຄງ
ການບາລູນ ໃນວັນເສົາວານນີ້ ຢູ່ທີ່ເມືອງ Christchurch
ບ່ອນທີ່ມີ 50 ຄົວເຮືອນທີ່ອາສາສະໝັກປະກອບສ່ວນເລີ້ມ
ໄດ້ຮັບສັນຍານຂອງອິນເຕີແນັດ ທີ່ສົ່ງລົງມາຈາກບາລູນເຫລົ່ານັ້ນ ທີ່ລ່ອງລອຍຢູ່ເທິງ
ນ່ານຟ້າ 20 ກິໂລແມັດຫ່າງຈາກໜ້າດິນ ແລະຖືກອອກແບບມາໃຫ້ລ່ອງລອຍຢູ່ແບບ
ນັ້ນ ເປັນເວລາດົນກວ່າ 3 ເດືອນ.

ແຕ່ວ່າ ພວກມັນບໍ່ສາມາດທີ່ຈະລ່ອງລອຍຢູ່ບ່ອນເກົ່າ. ສະນັ້ນ Google ຈຶ່ງວາງແຜນ
ທີ່ຈະສົ່ງບາລູນແບບນີ້ ຂຶ້ນໄປເທິງເຂດບັນຍາກາດເໜືອພື້ນໂລກ ເປັນຈໍານວນຫລວງ
ຫລາຍ ເພື່ອສ້າງເຄືອຂ່າຍ ທີ່ສາມາດສະໜອງອິນເຕີແນັດ ໃຫ້ໄດ້ຢ່າງສະໝໍ່າສະເໝີ
ໃນຄວາມໄວແບບ 3G.

ບາລູນແຕ່ລະໜ່ວຍ ຈະອໍານວຍໃຫ້ເຂົ້າເຖິງອິນເຕີແນັດໄດ້ ຢູ່ໃນເນື້ອທີ່ 1,200 ກິໂລ
ແມັດມົນທົນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG