ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮູບເງົາເລື້ອງ Argo ໄດ້ຮັບລາງວັນ Golden Globes Awards (ວີດິໂອກັບສະໄລດ໌)


ດາຣາຮູບເງົາຊື່ດັງ Ben Affleck ຖ່າຍຮູບ ຢູ່ຕໍ່ໜ້າປ້າຍໂຄສະນາ ຮູບເງົາຂອງຕົນເລື້ອງ "Argo" ທີ່ກຸງໂຣມ ຂອງອີຕາລີ ໃນວັນທີ 19 ຕຸລາ 2012.
ດາຣາຮູບເງົາຊື່ດັງ Ben Affleck ຖ່າຍຮູບ ຢູ່ຕໍ່ໜ້າປ້າຍໂຄສະນາ ຮູບເງົາຂອງຕົນເລື້ອງ "Argo" ທີ່ກຸງໂຣມ ຂອງອີຕາລີ ໃນວັນທີ 19 ຕຸລາ 2012.
ຮູບເງົາເລື້ອງ Argo ໄດ້ສ້າງຄວາມປະຫລາດໃຈຢ່າງໃຫຍ່
ຫລວງ ໃຫ້ຜູ້ເຂົ້າຮ່ວມງານມອບລາງວັນ Golden Globes
Awards ຂອງວົງການຮູບເງົາ ທີ່ Hollywood ໃນວັນອາທິດ
ວານນີ້ ໂດຍໄດ້ຊະນະລາງວັນເດ່ນໆ ຄືລາງວັນຮູບເງົາ drama
ຍອດຍ້ຽມແລະລາງວັນຜູ້ກໍາກັບການສະແດງຍອດຍ້ຽມ ຊຶ່ງໄດ້
ແກ່ດາຣາຮູບເງົາຊື່ດັງ Ben Affleck.

ໄດ້ມີການຄາດຄະເນກັນໄວ້ລ່ວງໜ້າຢ່າງແຜ່ຫລາຍວ່າ ຮູບເງົາ
ເລື້ອງ Lincoln ຫລືບໍ່ກໍ Zero Dark Thirty ຈະໄດ້ຮັບບັນດາ ລາງວັນອັນສູງສົ່ງເຫລົ່ານັ້ນ.

ວີດິໂອສາກນຶ່ງຂອງຮູບເງົາເລື້ອງ Lincoln:


ແຕ່ຢ່າງໃດກໍຕາມ ດາລາຊາຍ Daniel Day Lewis ກໍໄດ້ຮັບລາງວັນນັກສະແດງດີເດ່ນ ສໍາລັບຮູບເງົາ drama ໃນເລື້ອງ Lincoln ຊຶ່ງແມ່ນຮູບເງົາກ່ຽວກັບມື້ລາງປະທານາທິບໍດີ Lincoln ໃນຂະນະທີ່ Jessica Chastain ໄດ້ຮັບລາງວັນນັກສະແດງຍິງຍອດຍ້ຽມ ສໍາ ລັບບົດບາດຂອງນາງ ໃນຮູບເງົາເລື້ອງ Zero Dark Thirty.


ຮູບເງົາເລື້ອງ Les Miserables ໄດ້ຊະນະລາງວັນປະເພດຮູບເງົາຕະລົກ ຫລືຮູບເງົາດົນຕີ
ແລະ Hugh Jackman ດາລາຊາຍຕົວເດ່ນຂອງເລື້ອງນີ້ ກໍໄດ້ຮັບລາງວັນນັກສະແດງ
ດີເດັ່ນ ສໍາລັບຮູບເງົາຕະຫລົກ ຫລື ດົນຕີ.

ອະດີດປະທານາທິບໍດີສະຫະລັດ ທ່ານ Bill Clinton ໄດ້ກ່າວຄໍາເຫັນທີ່ບາງຄົນເອີ້ນວ່າ ການສະແດງທີ່ດີທີ່ສຸດສໍາລັບຄືນນັ້ນ. ການປະກົດຕົວຂອງທ່ານແບບບໍ່ມີການປະກາດໃຫ້ ຮູ້ລ່ວງໜ້າ ໄດ້ຮັບການຢືນຕົບມືຮ້ອງໂຮຊົມເຊີຍ ກ່ອນທ່ານເອີ່ຍປາກເວົ້າດ້ວຍຊໍ້າ. ທ່ານ Clinton ໄດ້ຂຶ້ນໄປສະເໜີສາກນຶ່ງຂອງຮູບເງົາດລື້ອງ Lincoln ທີ່ກໍາກັບການສະແດງ ໂດຍ Steven Spielberg ແລະເປັນຮູບເງົາກ່ຽວກັບປະທານາທິບໍດີ Lincoln ທີ່ໄດ້ນໍາພາ
ສະຫະລັດຜ່ານຜ່າສົງຄາມກາງເມືອງ ໃນສັດຕະວັດ ທີ 19.

ວີດິໂອສາກນຶ່ງຂອງຮູບເງົາເລື້ອງ Zero Dark Thirty:

ຮູບເງົາເລື້ອງ Zero Dark Thirty
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ


ລາງວັນ Golden Globes Awards ແມ່ນລົງຄະແນນສຽງເລືອກເອົາໂດຍສະມາຊິກ ຂອງສະມາຄົມນັກຂ່າວຕ່າງປະເທດຂອງຣອລລີວູດ ຫລື Hollywood Foreign Press Assocation ທີ່ຜູ້ຄົນມັກກ່າວກັນວ່າ ເປັນລາງວັນທີ່ຊີ້ບອກລ່ວງໜ້າວ່າ ຜູ້ໃດຈະໄດ້ຮັບ
ລາງວັນຕຸກກະຕາຄໍາ Oscar ຫລື Academy Awards ຊຶ່ງຈະມີການມອບໃຫ້ ໃນເດືອນ
ໜ້າ.

ປະມວນພາບງານມອບລາງວັນ Golden Globes Awards:

ກ່ຽວຂ້ອງກັນ

XS
SM
MD
LG