ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂຶ້ນເປັນ 73 ຄົນ ຫຼັງຈາກ ລົດບັນທຸກນ້ຳມັນ ລະເບີດ


ເດັກນ້ອຍຄົນນຶ່ງ ທີ່ຖືກໄຟໄໝ້ ຖືກສົ່ງໄປຮອດໂຮງໝໍ ແຂວງ Tete ປະເທດໂມຊຳບິກ. (17 ພະຈິກ 2016)​
ເດັກນ້ອຍຄົນນຶ່ງ ທີ່ຖືກໄຟໄໝ້ ຖືກສົ່ງໄປຮອດໂຮງໝໍ ແຂວງ Tete ປະເທດໂມຊຳບິກ. (17 ພະຈິກ 2016)​

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 73 ຄົນ ​ແລະ​ອີກ​ຫຼາຍກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ ທີ່​ປະ​ເທດ​ໂມ​ຊຳ​ບິ​ກ​ໃນ​ວັນ​ພະຫັດ​ວານ​ນີ້ ເວລາ​ລົດ​ບັນທຸກ​ເຊື້ອ​ໄຟ​ຄັນ​ນຶ່ງ ​ເກີດ​ລະ​ເບີດ​ໃນ​ຂະນະ​ທີ່​ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ພວມພາກັນ​ລັກ​ເອົາ​ນ້ຳມັນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ລົດ​ບັນທຸກ​ເຊື້ອ​ໄຟ​ໄດ້​ເກີດ​ອຸປະຕິ​ເຫດ​ແລະ​ປິ້ນຂວ້ຳ​ຢູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ແຂວງ Tete ​ໃກ້​ກັບ​ຊາຍ​ແດນ​ປະ​ເທດ​ມາລາ​ວີ.

ແຂວງ Tete ຂອງໂມຊຳບິກ
ແຂວງ Tete ຂອງໂມຊຳບິກ

ການ​ສືບສວນ​ສອບ​ສວນ​ໃນ​ຂັ້ນຕົ້ນ​ແຈ້ງວ່າຄວາມ​ຮ້ອນ​ສູງ​ຢູ່​ອ້ອມ​ແອ້ມ​ລົດ​ບັນທຸກ​ໄດ້​ພາ​ໃຫ້​ເກີດ​ໄຟ​ໄໝ້​ເຊື້ອ​ໄຟ. ຄະນະ​ລັດຖະມົນຕີ​ຈຸ​ນຶ່ງ​ ຂອງ​ລັດຖະບານ​ໄດ້ມຸ່ງ​ໜ້າ​ໄປ​ຍັງ​ບ່ອນ​ເກີດ​ເຫດ ​ເພື່ອ​ສຶກສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ໃນ​ທຸກ​ຮູບ​ແບບກ່ຽວ​ກັບ​ເຫດ​ຮ້າຍ​ໃນ​ຄັ້ງນີ້.

​ໂມ​ຊຳ​ບິ​ກ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ປະ​ເທດ​ນຶ່ງ​ໃນ​ໂລກ ​ເສ​ດຖະກິດ​ຂອງ​ປະເທດ​ດັ່ງ ກ່າວ​ບໍ່​ເຄີຍ​ຟື້ນ​ໂຕ​ຄືນ​ຈາກ​ສົງຄາມ​ກາງ​ເມືອງ​ເປັນ​ເວລາ 15 ປີທີ່​ສິ້ນສຸດ​ລົງ​ໃນ​ປີ 1992. ປະ​ເທດ​ທີ່​ຕັ້ງຢູ່​ໃນ​ເຂດພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອາ​ຟຣິກາ​ທີ່ວ່ານີ້ ຍັງ​ຖືກ​ລົບ​ກວນ​ໂດຍ​ໄພ​ແຫ້ງ​ແລ້ງແລະ​ການ​ຂາດ​ແຄນ​ອາຫານການ​ກິນ​ຢ່າງ​ໜັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG