ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບົດຮຽນ GoEnglish.Me: Health, Beginner - Part 1


ຢາແກ້ໄອຕ່າງໆ ທີ່ວາງຂາຍ “over-the-counter” ຢູ່ຮ້ານຂາຍຜາ ຫລື pharmacy ແຫ່ງນຶ່ງ ໃນເມືອງ Edmond ລັດ Oklahoma.
ຢາແກ້ໄອຕ່າງໆ ທີ່ວາງຂາຍ “over-the-counter” ຢູ່ຮ້ານຂາຍຜາ ຫລື pharmacy ແຫ່ງນຶ່ງ ໃນເມືອງ Edmond ລັດ Oklahoma.

ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈ
ສະເໜີບົດຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ
​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: Health - Beginner, Part 1

ດາຣາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ.
​ມື້ນີ້ ​ເຮົາຈະ​ມາ​ເລີ້ມ​ບົດຮຽນ​ໃໝ່ ​ໃນ​ຫົວ​ຂໍ້ Health ຫລືສຸຂະພາບ ຊຶ່ງ​ໃນ​ຕອນທີ​ນຶ່ງນີ້ Winnie ຜູ້ດໍາເນີນລາຍການ ກັບ Professor Bowman ຈະພາທ່ານໄປຟັງ​ບົດ​ສົນ
ທະນາ ລະຫວ່າງ Helen ກັບ ​ເພ​ຊັດ​ສະ​ກອນ ຫລື​ນາຍ​ແພດ​ປຸງ​ຢາ ຫລື​ເອີ້ນ​ສັ້ນໆ​ວ່າ
ໝໍ​ຢາ. ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

MC: Today we’re learning some beginner words for talking about going to the pharmacy. ມື້​ນີ້ ພວກ​ເຮົາ​ຈະ​ພາ​ທ່ານ​ຮຽນ​ ຄຳ​ສັບ​ລະດັບ​ເລີ້ມ​ຕົ້ນ ສຳ​ຫລັບ​ໃຊ້​ເວົ້າ ​ເວລາ​ທ່ານ​ໄປ pharmacy ຫລື​ຮ້ານ​ຂາຍ​ຢາ. Helen hasn’t been feeling well, so today she has gone to her local pharmacy to get some medicine. ​ Helen ຮູ້ສຶກ​ບໍ່​ສະບາຍ​ມາ​ຫລາຍ​ມື້​ແລ້ວ ສະ​ນັ້ນ​ມື້​ນີ້ ລາວ​ກໍ​ເລີຍ ​ໄປ​ຮ້ານ​ຂາຍ​ຢາ​ໃນເຂດ​ທ້ອງ​ຖິ່ນ ​ເພື່ອ​ຊື້​ຢາ. Professor, I’ve heard the word “pharmacy” p-h-a-r-m-a-c-y and the word “drug store” used. ອາຈານ ຂ້ອຍ​ໄດ້​ຍິນ​ ມີ​ການ​ໃຊ້​ທັງຄຳ​ສັບ ທັງ “pharmacy” ກັບ “drug store” drug ຢາ ກັບ store ຮ້ານ. ທັງ​ສອງ​ມີ​ຄວາມ​ໝາຍ​ດຽວ​ກັນ​ເບາະ?

Professor: Yes Winnie. ​They are both stores where you buy medicine. ​ແມ່ນ​ແລ້ວ ວິນ​ນີ່ ທັງ​ສອງ​ແມ່ນ​ຮ້ານ ທີ່​ເຈົ້າ​ໄປ​ຊື້​ຢາ. In this first section, Helen is talking to the pharmacist to get recommendations on what kind of medicine she should take. ​ໃນ​ຕອນ​ທຳ​ອິດ​ນີ້ ​ເຮ​ເລິນ ລົມ​ກັບ​ໝໍ​ປຸງ​ຢາ ​ເພື່ອ​ຖາມ
​ຄຳ​ແນະນຳ ກ່ຽວ​ກັບ​ວ່າ ຢາ​ຊະນິດ​ໃດ​ທີ່​ລາວ​ຄວນ​ຈະ​ກິ​ນ.

MC: I see, they both mean ຮ້ານ​ຂາຍ​ຢາ​ເນາະ. ​ເອົາ​ໄປ​ຟັງ​ກັນ​ວ່າ ເຮ​ເລິນ ​ເວົ້າ​ແນວ​ໃດ​ກັບ​ ​pharmacist p-h-a-r-m-a-c-i-s-t ໝໍ​ຢາ.

Pharmacist: Hello. Can I help you?

Helen: Yes, I haven’t been feeling well lately and need some medicine.

Pharmacist: I see. Do you have a prescription?

Helen: No, I just want some non-prescription medicine.

Professor: So Winnie, what kind of medicine does Helen want? ​ເອົາ ວິນ​ນີ່ ​ເຮ​ເລິນ​ຢາກ​ໄດ້ຢາ​ແບບ​ໃດ?

MC: The pharmacist asks her if she wants some “prescription” medicine, ໝໍ​ປຸງ​ຢາ ຖາມ​ລາວ​ວ່າ ລາວ​ຢາກ​ໄດ້​ຢາ​ທີ່​ນາຍ​ແພດສັ່ງ​ໃຫ້​ບໍ? but Helen says she wants some non-prescription medicine ແຕ່​ເຮ​ເລິນ​ເວົ້າ​ວ່າ ລາວ​ຢາກ​ໄດ້​ຢາທຳ​ມະ​ດາ ທີ່​ບໍ່​ແມ່ນ​ໝໍ​ສັ່ງ.

Professor: That’s right. ​ແມ່ນ​ແລ້ວ. Prescription is spelled “p-r-e-s-c-r-i-p-t-i-o-n”. Prescription ສະກົດ “p-r-e-s-c-r-i-p-t-i-o-n”. Sometimes people also call non-prescription medicine “over-the-counter” medicine. ບາງ​ເທື່ອ ຄົນ​ກໍ​ເອີ້ນ​ຢາ​ທີ່​ບໍ່​ແມ່ນ​ໝໍ​ສັ່ງ ຄື​ຢາ non-prescription ວ່າ ຢາ “over-the-counter.”

MC: Oh, “over-the-counter” medicine is non-prescription medicine. ​ໂອ
ຢາ “over-the-counter” ​ແມ່ນຢາ​ທີ່​ບໍ່​ແມ່ນ​ໝໍ​ສັ່ງ ຫລືຢາ non-prescription. So that means you don’t need to get permission or a prescription from a doctor to take that medicine? ສະ​ນັ້ນ ກໍ​ໝາຍ​ຄວາມ​ວ່າ ​ເຮົາ​ບໍ່ຈຳ​ເປັນ​ຕ້ອງຂໍ​ອະນຸຍາດ ຫລື​ຂໍ​ໃບ​ສັ່ງ ຈາກ​ນາຍ​ໝໍ ​ເພື່ອ​ຈ​ະກິນ​ຢາ​ນັ້ນ ​ແມ່ນ​ບໍ່?

Professor: That’s right. Now let’s hear what’s wrong with Helen. ​ແມ່ນ​ແລ້ວ. ບັດ​ນີ້ ​ໄປ​ຟັງ​ກັນ​ວ່າ ເຮ​ເລິນ ບໍ່​ສະບາຍ ​ເປັນ​ຫຍັງ?

​Pharmacist: Hello. Can I help you? ສະບາຍດີ ​ໃຫ້​ຂ້ອຍ​ຊ່ວຍ​ຫຍັງ​ບໍ່?

Helen: Yes, I haven’t been feeling well lately ​ເຈົ້າ.. ຂ້ອຍ​ຮູ້ສຶກ​ບໍ່​ສະບາຍ​ປານ​ໃດ ​ໄລຍະ​ຫລັງໆ​ນີ້ and need some medicine ​ແລະ​ຕ້ອງການ​ຢາກິນ.

Pharmacist: I see. Do you have a prescription? ​ໂອ ​ເຈົ້າ​ມີ​ໃບ​ສັ່ງ​ບໍ່?

Helen: No, I just want some non-prescription medicine. ບໍ່ ຂ້ອຍພຽງ​ແຕ່​ຢາກ​ໄດ້​ຢາ​ທຳ​ມະ​ດາ ບໍ່​ແມ່ນ​ໝໍ​ສັ່ງ​ເທົ່າ​ນັ້ນ.

Pharmacist: Before I can recommend some medicine, I need to know your symptoms.

Helen: My stomach has been hurting, and I have had a bad headache.

Pharmacist: Sure, I have a very good medicine for those symptoms.

Helen: I hope it works! I’ve really been feeling under the weather.

MC: Well Professor, I’m guessing from the context that a “symptom” means a sign of your illness. Is that right? ​ເອີ ອາ​ຈານ ຂ້ອຍ​ເດົາ​ເອົາ​ຈາກ​ທ້ອງ​ເລື້ອງ​ວ່າ “symptoms” ໝາຍ​ເຖິງ ອາການຂອງ​ການ​ເຈັບ​ປ່ວຍ ​ແມ່ນ​ບໍ່?

Professor: Exactly! “Symptoms” is spelled “s-y-m-p-t-o-m-s.” ຖືກຕ້ອງ! “Symptoms” ສະກົດ​ແບບ​ນີ້ “s-y-m-p-t-o-m-s.” Doctors will ask you to describe your symptoms ນາຍ​ແພດ​ຈະ​ຂໍ​ໃຫ້​ເຈົ້າ ບັນ​ລະ​ຍາຍ​ອາການ​ຂອງ​ເຈົ້າ​ໃຫ້​ຟັງ so that they can diagnose what is wrong with you ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາມາດ​ວິນິດ​ໄສ​ໄດ້ວ່າ ​ເຈົ້າ​ເປັນ​ອິຫຍັງ.

MC: “Diagnose”? I think I’ve heard that before. “Diagnose”? ຂ້ອຍ​ຄິດ​ວ່າ ຂ້ອນ​ໄດ້​ຍິນ​ຄຳ​ນີ້​ມາ​ກ່ອນ. It’s spelled “d-i-a-g-n-o-s-e,” right? ມັນ​ສະກົດ d-i-a-g-n-o-s-e, diagnose, and it means ວິນິດ​ໄສ. But Professor, I’m confused by what Helen means at the end ​ແຕ່​ວ່າ ອາຈານ ຂ້ອຍ​ສັບສົນ ບໍ່​ເຂົ້າ​ໃຈ​ວ່າ ​ ເຮ​ເລິນ​ໝາຍ​ຄວາມ​ວ່າ​ແນວໃດ ​ໃນ​ຕອນ​ທ້າ​ຍ when she says that she is feeling “under the weather.” ​ເວລາ​ລາວ​ເວົ້າ​ວ່າ ລາວ​ຮູ້ສຶກ “ຢູ່​ກ້ອງ​ອາກາດ” “under the weather.”?

Professor: That’s just a common phrase meaning that you are feeling sick. ອັນ​ນັ້ນແມ່ນພຽງ​ປະ​ໂຫຍ​ກ​ເວົ້າກັນ​ເລື້ອຍໆ ທີ່​ໝາຍ​ຄວາມ​ວ່າ ​ເຈົ້າ​ຮູ້ສຶກ​ບໍ່​ສະບາຍ. For example, “I didn’t go to work yesterday because I was feeling under the weather.” ​ໂຕ​ຢ່າງ ປະ​ໂຫຍ​ກນີ້ “ຂ້ອຍ​ບໍ່​ໄດ້​ໄປ​ການ ມື້ວານ​ນີ້ ​ເພາະ​ຂ້ອຍ ຮູ້ສຶກ​ບໍ່​ສະບາຍ.”

MC: Ah, I see. So if I don’t show up for class tomorrow, I can tell you that I am feeling under the weather? ໂອ ​ເຂົ້າ​ໃຈ​ແລ້ວ. ສະ​ນັ້ນ ຄັນ​ຂ້ອຍ​ບໍ່​ມາ​ຮຽນ​ມື້​ອື່ນ ຂ້ອຍ​ບອກ​ເຈົ້າ​ກະ​ໄດ້​ຕົ່ວ​ວ່າ I am feeling under the weather? Well hopefully this medicine will make Helen feel better, ເອົ່າ ຫວັງ​ວ່າ ຢາ​ນີ້​ຈະ​ເຮັດ​ໃຫ້​ເຮ​ເລິນ ຮູ້ສຶກ​ໄຄ​ຂຶ້ນ but in my experience, sometimes taking too much medicine can make you feel worse than you did before. ​ແຕ່​ວ່າ ​ໃນ​ປະສົບ​ປະການ​ຂອງ​ຂ້ອຍ ບາງ​ເທື່ອ ການ​ກິນ​ຢາ​ຫລາຍ​ເກີ​ນ​ໄປ ກໍ​ສາມາດ​ເຮັດ​ໃຫ້​ເຈົ້າ​ບໍ່​ສະບາຍ​ໜັກ ​ກ່ວາ​ເກົ່າ​ໄດ້. ​ເອົ໋າ​ ໄປ​ຟັງ​ກັນ​ວ່າ ໝໍ​ຢາ​ແນະນຳ​ໃຫ້​ເຮ​ເລິນ​ກິນ​ຢາ​ຫຍັງ ຫລັງ​ຈາກ​ຟັງ​ຄຳ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້.

Pharmacist: Before I can recommend some medicine, I need to know your symptoms. ກ່ອນ​ທີ່​ຂ້ອຍ​ຈະ​ແນະນຳ​ຢາ​ບາງ​ຢ່າງ​ໃຫ້ ຂ້ອຍ​ຈຳ​ເປັນ​ຕ້ອງ​ຮູ້​ອາການ​ຂອງ​ເຈົ້າ​ກ່ອນ.

Helen: My stomach has been hurting, and I have had a bad headache. ຂ້ອຍ​ເຈັບ​ທ້ອງມາ​ໄດ້​ໄລຍະ​ນຶ່ງ​ແລ້ວ ​ແລະ​ຂ້ອຍ​ກໍ​ເຈັບຫົວ​ຫລາຍ.

Pharmacist: Sure, I have a very good medicine for those symptoms. ​ໂອ​ເຄ ຂ້ອຍ​ມີ​ຢາ​ທີ່​ດີ​ຫລາຍ ສຳ​ຫລັບ​ອາການ​ເຫລົ່າ​ນັ້ນ.

Helen: I hope it works! I’ve really been feeling under the weather. ຂ້ອຍ​ຫວັງ​ວ່າ ມັນ​ຈະ​ໄດ້ຜົນ! ຂ້ອຍ​ຮູ້ສຶກ​ບໍ່​ສະບາຍ​ອີ່​ຫລີ ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ.

Pharmacist: Take this medicine once in the morning and once at night. You will feel much better.

Helen: OK, what is the dose?

Pharmacist: There are two pills per dose.

Helen: And are there any side effects?

Pharmacist: It may make you feel drowsy, so don’t drive after taking it.

MC: So the pharmacist tells Helen to take the medicine once in the morning and once at night. ໝໍຢາບອກ​ໃຫ້​ເຮ​ເລິນ ກິນ​ຢາ​ເທື່ອ​ນຶ່ງ​ຕອນ​ເຊົ້າ ​ແລະ​ເທື່ອ​ນຶ່ງ ຕອນ​ຄ່ຳ. But Professor, what does the word “dose” mean? ​ແຕ່​ວ່າ ອາຈານ ​“dose” ແປ​ວ່າ​ຫຍັງ?

Professor: The dose, d-o-s-e, is the amount of medicine you should take. Dose, ສະກົດ d-o-s-e, dose, ​ແມ່ນ​ຂະໜາດ ຫລື​ປະລິມານຂອງ​ຢາ ທີ່​ເຈົ້າ​ຄວນ​ຈະກິນ.

MC: Oh … so the pharmacist tells Helen that the “dose” is two “pills”, ​
ໂອ ໝໍ​ຢາບອກ​ເຮ​ເລິນ​ວ່າ ຂະໜາດ​ຂອງ​ຢາ​ທີ່​ລາວ​ຈະ​ຕ້ອງ​ກິນ ​ແມ່ນ ສອງ​ເມັດ ຫລື “pills” p-i-l-l-s, meaning that she should take two pills in the morning and two pills at night. ​ແປ​ວ່າ ລາວ​ຄວນ​ຈະ​ກິນ​ສອງ​ເມັດ​ໃນ​ຕອນ​ເຊົ້າ ​ແລະ​ສອງ​ເມັດໃນ​ຕອນຄ່ຳ.

Professor: Right. And did you hear what the side effects of this medicine are? ຖືກຕ້ອງ ​ແລະ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ຜົນ​ຂ້າງຄຽງຂອງ​ຢາ​ນີ້ ​ແມ່ນ​ຫຍັງ?

MC: Sure, the “side effects” are that the medicine might make Helen feel “drowsy,” ​ແນ່ນອນ ຜົນ​ຂ້າງຄຽງ ຫລື “side effects” ທີ່​ມາ​ຈາກ​ຄຳ​ວ່າ side ທາງ​ຂ້າງ ກັບ effects ທີ່ແປວ່າ ຜົນ​ສະທ້ອນ ​ກໍແມ່ນວ່າ ຢາ​ຈະ​ເຮັດ​ໃຫ້​ເຮ​ເລິນ ຮູ້ສຶກຢາກ​ນອນ ຫລື “drowsy,” ສະກົດ d-r-o-w-s-y, drowsy, so the pharmacist tells her not to drive a car after taking the medicine ສະ​ນັ້ນ ໝໍ​ຢາ​ຈຶ່ງ​ບອກ​ລາວ ບໍ່​ໃຫ້​ຂັບ​ລົດ ຫລັງ​ຈາກ​ກິນ​ຢາ​ແລ້ວ. ​ໄປ​ຄຳ​ແປ​ຂອງ​ບົດ​ສົນທະນາ​ລະຫວ່າງ​ເຂົາ​ເຈົ້າ​ກັນ.

​Pharmacist: Take this medicine once in the morning and once at night. ກິນ​ຢາ​ນີ້ ​ເທື່ອ​ນຶ່ງ​ຕອນ​ເຊົ້າ​ແລະ​ເທື່ອ​ນຶ່ງ ຕອນ​ກາງຄືນ. You will feel much better. ບາດ​ແລ້ວ ​ເຈົ້າ​ຈະ​ຮູ້ສຶກ​ດີ​ຂຶ້ນ​ຫລາຍ.

Helen: OK, what is the dose? ​ຕົກລົງ ເທື່ອ​ລະ​ຈັກ​ເມັດ?

Pharmacist: There are two pills per dose. ​ເທື່ອ​ລະ​ສອງ​ເມັດ.

Helen: And are there any side effects? ​ແລະ​ມັນມີ​ຜົນ​ຂ້າງຄຽງ​ຫຍັງ​ບໍ່?

Pharmacist: It may make you feel drowsy, so don’t drive after taking it. ມັນ​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ຢາກ​ນອນ ສະ​ນັ້ນ ຢ່າຂັບ​ລົດ ຫລັງ​ຈາກ​ກິນ​ຢາ​ນັ້ນ​ແລ້ວ.

Pharmacist: Before I give this to you, I need to ask one last question. Do you have any allergies?

Helen: I’m not allergic to any medicine, although I have an allergy to peanuts.

Pharmacy: That isn’t a problem. There aren’t any peanuts in this medication.

Helen: Well thank you very much for your help. I will follow the directions.

Pharmacist: If you don’t feel better, you should schedule a doctor’s appointment to get a diagnosis.

Professor: So Winnie, did you hear what Helen is allergic to? ​ເອົາ ວິນ​ນີ່ ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ​ເຮ​ເລິນ​ ແພ້​ຫຍັງ?

MC: Well the pharmacist asked her if she is “allergic” to anything, ​ເອີ່ ໝໍ​ຢາ​ຖາມ​ລາວ ວ່າ​ລາວ​ແພ້​ຫຍັງ​ບໍ່ and she said that she isn’t​. “allergic” a-l-l-e-r-g-i-c “allergic” to any medications, ​ແລະ​ລາວ​ເວົ້າ​ວ່າ ລາວ​ບໍ່ແພ້​ຢາ​ຫຍັງ but she is allergic to peanuts ​ແຕ່​ລາວ​ແພ້​ໝາກ​ຖົ່ວດິນ.

Professor: Right. And what did the pharmacist tell Helen to do if her symptoms don’t get better? ​ແມ່ນ​ແລ້ວ. ​ແລ້ວ​ໝໍ​ຢາ​ບອກ​ເຮ​ເລິນ​ວ່າ​ແນວ​ໃດ ຖ້າ​ຫາກ​ອາການ​ຂອງ​ລາວ ບໍ່​ດີ​ຂຶ້ນ?

MC: He says that she should “schedule a doctor’s appointment” to get a diagnosis. ລາວ​ເວົ້າ​ວ່າ ​ເຮ​ເລິນ​ຄວນ​ນັດ​ໝໍ ​ເພື່ອ​ໃຫ້​ໝໍ​ວິນິດ​ໄສ ອາການ​ຂອງ​ລາວ. I don’t know, Professor. ບໍ່ຈັກ​ເດີ້ ອາຈານ. If I were sick, I think I would much rather get medical advice from a doctor than a pharmacist. ຖ້າ​ຂ້ອຍ​ບໍ່​ສະບາຍ ຂ້ອຍ​ກໍ​ຄົງ​ຈະ​ຢາກ​ໄປ​ຂໍ​ຄຳ​ປຶກສາດ້ານ​ການແພດຈາກດອກ​ເຕີ້ ຫລາຍ​ກ່ວາ ຈາກ​ໝໍ​ຢາ.

Professor: But don’t you think this pharmacist sounds pretty good? ​ແຕ່​ເຈົ້າ​ບໍ່​ຄິດ​ວະ​ວ່າ ໝໍ​ຢາ​ຄົນ​ນີ້ ກໍ​ເກ່ງ​ສົມ​ຄວນ​ຢູ່.

MC: Well, the only way to know for sure is to listen next time and see if Helen is feeling better! ​ເອີ... ທາງ​ດຽວ​ທີ່​ຈະ​ຮູ້​ໄດ້​ຢ່າງ​ແນ່ນ​ອນ ວ່າ​ເຮ​ເລິນ​ຈະ​ໄຄ​ຂຶ້ນ​ຫລື​ບໍ່ ກໍແມ່​ນລໍຖ້າ​ຟັງ​ໃນ​ບົດຮຽນ​ໜ້າ ​ແຕ່​ວ່າ ບົດ​ຟັງ​ບົດ​ສົນທະນາ​ມື້ກີ້ນີ້​ອີກ ພ້ອມ​ກັບ​ຄຳ​ແປ.

​Pharmacist: Before I give this to you, I need to ask one last question. Do you have any allergies? ກ່ອນ​ຂ້ອຍ​ຈະ​ເອົາ​ອັນ​ນີ້​ໃຫ້​ເຈົ້າ ຂ້ອຍ​ຈຳ​ເປັນ​ຕ້ອງ​ຖາມ​ຄຳ​ຖາມ​ຂໍ້​ນຶ່ງ ​ເປັນ​ຂໍ້ສຸດ​ທ້າຍ. ​ເຈົ້າ​ແພ້ຫຍັງ​ບໍ່?

Helen: I’m not allergic to any medicine, although I have an allergy to peanuts. ຂ້ອຍ​ບໍ່​ແພ້​ຢາ​ຫຍັງ​ຈັກຢ່າງ ​ແຕ່​ວ່າ ຂ້ອຍ​ແພ້​ໝາກ​ຖົ່ວດິນ.

Pharmacy: That isn’t a problem. There aren’t any peanuts in this medication. ນັ້ນ​ບໍ່​ເປັນ​ບັນຫາ. ບໍ່​ມີ​ໝາກຖົ່ວດິນ ຢູ່​ໃນ​ຢານີ້.

Helen: Well thank you very much for your help. I will follow the directions. ​ໂອ.. ຂອບ​ໃຈ​ຫລາຍໆ ​ສຳ​ຫລັບ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຈົ້າ. ຂ້ອຍ​ຈະ​ປະຕິບັດ​ຕາມ​ຄຳ​ຊີ້​ນຳ​ຂອງ​ເຈົ້າດອກ.

Pharmacist: If you don’t feel better, you should schedule a doctor’s appointment to get a diagnosis. ຖ້າວ່າ​ເຈົ້າ​ຍັງ​ບໍ່​ໄຄ​ຂຶ້ນ ​ເຈົ້າ​ຄວນ​ຈະ​ນັດ​ໝໍ ​ເພື່ອ​ໃຫ້​ໝໍ​ວິນິດ​ໄສວ່າ​ ເຈົ້າ​ເປັນ​ຫຍັງ.

MC: ນ້ອງໆ​ນັກ​ສຶກສາ​ທີ່​ຮັກ​ແພງ ​ເວລາ​ເຮົາ​ຍັງມີ​ເຫລືອ​ຢູ່. ສະ​ນັ້ນ ​ເຮົາ​ຂໍ​ສະ​ເໜີ​ບົດຮຽນ​ English in a Minute ຫລື ຮຽນສຳ​ນວນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ. ​ສຳນວນ​ທີ່​ເຮົາ​ຈະ​ຮຽນ​ໃນ​ມື້​ນີ້ ກໍຄື “In your dreams!” ​ມັນ​ມີ​ຄວາມ​ໝາຍ​ແນວ​ໃດ? ​ໄປຟັງ​ກັນ​ເລີຍ​ ພ້ອມ​ກັບຄຳ​ແປ.

Welcome to English in a Minute.

In American English, when someone responds to you by saying, “In your dreams!” does he mean that you’re actually dreaming? ໃນ​ພາສາ​ອັງກິດອາ​ເມຣິກັນ ​ເວລາ​ໃຜ​ຜູ້​ນິ່ງ​ເວົ້າ​ຕອບ​ທ່ານ​ວ່າ “In your dreams!” ​ແມ່ນ​ລາວ​ ໝາຍ​ຄວາມ​ວ່າ ທ່ານ​ກໍາລັງ​ຝັນ​ຢູ່ ອີ່ຫລີ​ບໍ?

Guess what? This weekend, I caught a fish this big. ຮູ້​ບໍ່? ​ເມື່ອທ້າຍ​ອາທິດ​ຜ່ານ​ມາ​ນີ້ ຂ້ອຍ​ຕຶກປາ​ໄດ້ ​ໂຕ​ໃຫຍ່​ສໍ່າ​ນີ້​ແຫລະ.

No way. ບໍ່​ມີ​ທາງ

Yeah, it was huge! ອີ່ຫລີ ມັນ​ໃຫຍ່​ຫລາຍ

In your dreams! There is no way you caught a fish that big. ໃນ​ຄວາມ​ຝັນ​ຂອງ​ເຈົ້າ​ຫັ້ນ​ຕິ! ບໍ່​ມີ​ທາງ​ທີ່​ເຈົ້າ​ຈະ​ຕຶກປາ​ໄດ້ ​ໂຕ​ໃຫຍ່​ສໍ່າ​ນັ້ນ.

“In your dreams” is a way of saying, “I don’t believe you” or “there’s no way that’s true.” ສໍານວນ “In your dreams” ​ແມ່ນ​ວິທີ​ນຶ່ງ​ ​ໃນ​ການ​ເວົ້າ​ວ່າ “ຂ້ອຍ​ບໍ່​ເຊື່ອ​ເຈົ້າ​ດອກ” ຫລື ”ບໍ່​ມີ​ທາງ​ທີ່​ຈະ​ເປັນຄວາມ​ຈິງ.”

It is a way to tell people that you think they are making up a story. And this phrase is used in a playful manner, usually with a smile. ມັນ​ເປັນ​ວິທີ​ບອກ​ຄົນ​ອື່ນ​ວ່າ ທ່ານ​ຄິດ​ແນວ​ໃດ​ເວລາ​ເຂົາ​ເຈົ້າ​ແຕ່ງ​ເລື້ອງ​ຂຶ້ນ​ມາ. ​ແລະ​ສໍານວນ​ນີ້ ​ແມ່ນ​ໃຊ້ເວົ້າ​ກັນ​ແບບ​ຫລິ້ນໆ ຄື​ມີ​ການ​ຍິ້ມ​ຫົວ​ນໍາ. ​

And that’s English in a Minute.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້
ເປັນປະຈໍາ. ໂປດຕິຕຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG