ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: College, Part 1 - Beginner


ນັກສຶກສາຍ່າງຢູ່ໜ້າ ຕຶກ Kirkland House ໃນບໍລິເວນ ມະຫາວິທະຍາໄລ Harvard ໃນເມືອງ Cambridge ລັດ Massachusetts ທາງພາກຕາເວັນອອກສຽງເໜືອ ຂອງສະຫະລັດ.
ນັກສຶກສາຍ່າງຢູ່ໜ້າ ຕຶກ Kirkland House ໃນບໍລິເວນ ມະຫາວິທະຍາໄລ Harvard ໃນເມືອງ Cambridge ລັດ Massachusetts ທາງພາກຕາເວັນອອກສຽງເໜືອ ຂອງສະຫະລັດ.

­

ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະ
ທິບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: College, Part 1 - Beginner

ດາຣາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາ ອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ College ຫລື​ມະຫາ​ວິທະຍາ​ໄລ ຕອນ​ທີ​ນຶ່ງ ຊຶ່ງທ່ານຈະ
ໄດ້​ຍິນເພື່ອນ​ນັກ​ສຶກສາ​ສອງ​ຄົນລົ​ມສູ່​ກັນຟັງ​ ກ່ຽວ​ກັບ​ຫ້ອງ​ຮຽນ​ແລະ​ຊີວິດ​ນັກ​ສຶກສາ​ຂອງ
ເຂົາ​ເຈົ້າ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ.

Music up…and under…..

MC: Today we’re going to learn some beginner words for talking about life
at college. Eric and Patty are childhood friends who have just begun their
first semester at their state university. Today they’re having lunch to
compare their schedules. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ຄໍາ​ສັບ​ຂັ້ນ​ເລີ້ມ​ຕົ້ນ ສໍາລັບ​ໃຊ້​ໃນ
ການ​ເວົ້າ​ລົມ​ ກ່ຽວ​ກັບ​ຊີວິດ​ຢູ່ College ຊຶ່ງເປັນ​ຄໍາ​ສັບ​ທີ່​ໃຊ້ທົ່ວ​ໄປ ​ເພື່ອ​ໝາຍ​ເຖິງມະຫາ
ວິທະຍາ​ໄລ. ​ເຮົາ​ຈະ​ພາ​ທ່ານ​ໄປ​ຕິດຕາມ​ນັກ​ສຶກສາ​ສອງ​ຄົນ Patty ຫລື Patricia ກັບ
Eric ທີ່​ເປັນ​ໝູ່​ກັນ​ຕັ້ງ​ແຕ່​ຍັງ​ນ້ອຍ ​ແລະ​ຫາ​ກໍເລີ້ມ​ຕົ້ນ​ເຂົ້າ​ຮຽນໄຕ​ມາດ​ທໍາ​ອິດ ຢູ່​ມະຫາ
ວິທະຍາ​ໄລ​ປະ​ຈໍາ​ລັດ​ຂອງ​ເຂົາ​ເຈົ້າ. ມື້​ນີ້ ​ເຂົາ​ເຈົ້າ​ໄປ​ກິນ​ເຂົ້າ​ສວາຍ​ນໍາ​ກັນ ​ເພື່ອ​ສົມ​ທຽບ
ຕາລາງ​ຮຽນ​ຂອງ​ເຂົາ​ເຈົ້າ.

Professor: In this first part, we will learn how to ask what classes someone
is taking. ​ໃນ​ໄລຍະ​ທໍ​າອິດ​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ວິທີ​ຖາມ​ວ່າ ​ເຈົ້າ​ຮຽນ​ຫ້ອງ​ໃດ​ແດ່ ກໍ​ຄືວິຊາ​ຫຍັງ​ແດ່.

Patty: Hi Eric! Are you having fun at college?

Eric: Yes, it’s great. How many classes are you taking?

Patty: I’m taking four classes. Are you taking a lot of classes?

Eric: I’m taking three classes.

MC: So classes mean subjects? Classes ​ແປ​ວ່າ ວິຊາ​ຮຽນ ​ເນາະ? And Eric is taking three classes? ​ແລະ​ເອຣິກ ​ເອົາ​ແຕ່​ສາມ​ຫ້ອງ? ​ເທົ່າ​ນັ້ນ​ວະ? That’s it? No wonder American students have so much time goofing off at college as they take so few classes! ສໍາ​ພໍ ພວກ​ນັກ​ສຶກສາ​ອາ​ເມຣິກັນ ຈຶ່ງ​ມີເວລາ​ເລາະ​ຫລິ້ນຫລາຍ ຢູ່​ມະຫາວິທະຍາ​ໄລ ​ເພາະ​ເຂົາ​ເຈົ້າ​ຮຽນ​ໜ້ອຍ​ຫ້ອງ​.

Professor: Well, maybe they are taking hard classes and have to study a lot. ​ແຕ່​ບາງທີ ​ເຂົາ​ເຈົ້າ​ອາດ​ເອົາ​ຫ້ອງ​ຫລື​ວິຊາ​ທີ່​ຍາກໆ ​ແລະ​ຕ້ອງ​ໄດ້​ຮຽນ​ຫລາຍ.

MC: That’s true, maybe they take so few classes because they are so hard. ​ແມ່ນ​ເນາະ ບາງທີ​ເຂົາ​ເຈົ້າ​ອາດ​ຈະ​ເອົາ​ໜ້ອຍຫ້ອງ ​ເພາະວ່າ​ມັນ​ເປັນ​ວິຊາ​ທີ່​ຍາກ.

Professor: Let’s listen and find out what their classes are. ​ໄປ​ຟັງ​ກັນ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຮຽນ​ວິຊາ​ຫຍັງ​ແດ່?

MC: ​ໂອ​ເຄ ຫລັງ​ຈາກ​ທີ່​ເຮົາ​ໄດ້​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍ​າ​ແປ

Patty: Hi Eric! Are you having fun at college? ສະບາຍດີ ​ເອຣິກ! ມ່ວນ​ບໍ່ໄປຮຽນ​ຢູ່​ມະຫາ​ວິທະຍາ​ໄລ?

Eric: Yes, it’s great. How many classes are you taking? ​ເອີ້ ມ່ວນ​ຫລາຍ. ​ເຈົ້າ​ຮຽນ​ຫ້ອງ​ໃດ​ແດ່?

Patty: I’m taking four classes. Are you taking a lot of classes? ຂ້ອຍ​ຮຽນ​ສີ່​ຫ້ອງ. ​ເຈົ້າ​ເດ້ ​ເອົາ​ຫລາຍ​ຫ້ອງ​ບໍ່?

Eric: I’m taking three classes. ຂ້ອຍ​ເອົາ​ສາມ​ຫ້ອງ.

Patty: What classes are you taking?

Eric: Well, I’m taking English classes.

Patty: I see. Well I’m taking a lot of science classes, like chemistry.

Eric: Chemistry? Wow, that sounds hard. You must have a lot of work.

MC: OK, Patty is taking chemistry, which is a really hard class. Patty ຮຽນ​ວິຊາ​ເຄມີ ຊຶ່ງ​ເປັນ​ວິຊາ​ທີ່​ຍາກຫລາຍ But Eric is taking English? ​ແຕ່​ວ່າ ​ເອຣິກ ຮຽນ​ພາສາ​ອັງກິດ? He already knows English! ​ແຕ່​ວ່າ ລາວ​ຮູ້​ພາສາ​ອັງ​ກິດ​ແລ້ວ​ເດ້! I think he's cheating! ຂະ​ນ້ອຍ​ວ່າ ລາວ​ຂີ້ລັກ​ດອກ​ ແບບ​ນີ້!

Professor: Well Winnie, some English classes are hard, even for Americans. Students have to read very hard books. ​ແຕ່​ວ່າ ວິນ​ນີ່ ວິຊາ​ອັງກິດ​ບາງ​ອັນ​ມັນຍາກ​ໄດ໋ ​ແມ່ນ​ແຕ່​ສໍາລັບ​ຄົນອາ​ເມຣິກັນ. ນັກ​ສຶກສາຕ້ອງ​ອ່ານ​ປຶ້ມ​ຕໍາລາ​ຮຽນ​ທີ່​ຍາກໆ.

MC: Well maybe. ອາດ​ຈະ​ແມ່ນ​ເນາະ. But if Eric is taking English classes, ​ແຕ່​ວ່າ ຖ້າ​ເອຣິກຮຽນ​ວິຊາ​ພາສາ​ອັງກິດ he should have time for more than three. ລາວ​ກໍ​ຄວນ​ຈະ​ມີ​ເວລາ​ເອົາ​ຫລາຍ​ກ່ວາ​ສາມ​ຫ້ອງ ຫລື​ສາມ​ວິຊາ. How often do classes meet in American universities? ພວກ​ຫ້ອງ​ຮຽນ​ຕ່າງໆ​ຮຽນ​ເລື້ອຍ​ປານ​ໃດ ຢູ່​ມະຫາວິທະຍາ​ໄລ​ອາ​ເມຣິກັນ?

Professor: Well, let’s listen to Eric and Patty talk about when they have classes. ​ເອີ...​ໄປ​ຟັງ​ເອຣິກ ກັບແພ​ຕຕີ້ລົມ​ກັນ ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ມີ​ຫ້ອງ​ຮຽນ​ເວລາໃດ.

MC: ຫລັງ​ຈາກ​ທີ່​ເຮົາ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ອີກ​ເທື່ອ​ນຶ່ງ ພ້ອມ​ກັບ​ຄໍາ​ແປ.

Patty: What classes are you taking? ​ເຈົ້າ​ເອົາ​ວິຊາ​ຫຍັງ​ແດ່?

Eric: Well, I’m taking English classes. ຂ້ອຍ​ເອົາ​ວິຊາ​ພາສາ​ອັງກິດ.

Patty: I see. Well I’m taking a lot of science classes, like chemistry. ​ໂອ ສ່ວນ​ຂ້ອຍ​ເອົາ​ວິ​ຊາວິທະຍາສາດ​ຫລາຍ​ຢ່າງ ​ເຊັ່ນ ວິຊາ​ເຄມີ ​ເປັນ​ຕົ້ນ.

Eric: Chemistry? Wow, that sounds hard. You must have a lot of work. ວິ​ຊາ​ເຄມີ?​ ໂຮ້ ຟັງ​ເບີ່​ງ ຄື​ຊິ​ຍາກ. ​ເຈົ້າ​ຄື​ຊິ​ມີ​ວຽກ​ຫລາຍ​ເນາະ.

Patty: What’s your schedule like?

Eric: It’s great! I only have classes from Monday to Thursday!

Patty: You don’t have any classes on Friday?

Eric: No, so I can have fun with my friends on Thursday night.

MC: Eric takes English classes, ເອຣິກມີ​ຫ້ອງ​ຮຽນ​ວິຊາພາສາ​ອັງກິດ and he only has to go four days a week? ​ແລະ​ລາວ​ຕ້ອງ​ໄປ​ຮຽນ​ອາທິດ​ນື່ງ ສີ່​ມື້​ເທົ່າ​ນັ້ນວະ? That’s ridiculous. ​ເປັນຕາ​ຫົວ​ເນາະ. Is that really possible at American universities? ​ມັນ​ເປັນ​ໄປ​ໄດ້​ແທ້​ບໍ ຢູ່​ມະຫາວິ​ທະຍາ​ໄລ​ອາເມຣິກັນ?

Professor: Yes, some students have easy schedules. ​ໄດ້. ນັກ​ສຶກສາ​ບາງ​ຄົນ​ມີ​ຕາຕະລາງ ທີ່​ງ່າຍໆ.

MC: Well, I hope Eric enjoys his easy schedule. ຂ້ອຍ​ຫວັງ​ວ່າ ​ເອຣິກຈະ​ມັກ​ຕາຕະລາງ​ທີ່​ງ່າຍໆ​ຂອງ​ລາວ. But I also hope he enjoys being unemployed after he graduates! ​ແຕ່​ຂ້ອຍ​ກໍ​ຫວັງ​ວ່າ ລາວ​ຈະ​ມັກ​ທີ່​ບໍ່​ມີ​ການ​ເຮັດ ຫລັງ​ຈາກ​ຮຽນ​ຈົບ​ແລ້ວ.

Professor: Now let’s listen to them talk about their professors. ບັດ​ນີ້ ​ໄປ​ຟັງ​ເຂົາ​ເຈົ້າ​ລົມກັນ ​ເລື່ອງ​ອາ​ຈານ​ຂອງ​ເຂົາ​ເຈົ້າ.

MC: ​ແຕ່່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ຄືນ​ອີກ​ກ່ອນ​ ພ້ອມ​ກັບ​ຄໍາ​ແປ,

Patty: What’s your schedule like? ຕາລາງ​ຮຽນ​ຂອງ​ເຈົ້າ​ເປັນ​ແນວ​ໃດ?

Eric: It’s great! I only have classes from Monday to Thursday! ​ດີ​ຫລາຍ! ຂ້ອຍ​ມີ​ຫ້ອງ​ຮຽນ ​ແຕ່​ວັນ​ຈັນ​ຫາ​ວັນ​ພະຫັດ​ເທົ່າ​ນັ້ນ. ​

Patty: You don’t have any classes on Friday? ເຈົ້າ​ບໍ່​ມີ​ຫ້ອງຮຽນ ​ໃນ​ມື້​ວັນ​ສຸກ​ບໍ?

Eric: No, so I can have fun with my friends on Thursday night. ບໍ່ ​ເພື່ອ​ວ່າ​ຂ້ອຍ​ຈະ​ສາມາດ​ໄປ​ຫລິ້ນ​ມ່ວນ ​ກັບພວກໝູ່​ຂອງ​ຂ້ອຍ​ໄດ້ ​ໃນ​ແລງວັນ​ພະຫັດ.

Eric: Who is your chemistry professor?

Patty: I got Professor Franklin for chemistry. He’s really great!

Eric: Who did you get for math?

Patty: I got Professor Martinez for math. He’s good, but the TA is so boring.

MC: TA? What is a TA? TA ​ແມ່ນ​ຫຍັງ​ ອາຈາ​ນ?

Professor: A TA is a “teaching assistant.” They are older students who help professors teach the younger students. TA ກໍ​ຄື ຜູ້​ຊ່ວຍ​ຄູ ກໍ​ຄື​ພວກ​ນັກ​ສຶກສາ ລຸ້ນ​ໃຫຍ່ ທີ່​ຊ່ວຍ​ພວກ​ອາ​ຈານ​ສອນ ນັກຮຽນ​ລຸ້ນນ້ອຍ​ກ່ວາ.

MC: Oh, TA stands for teaching assistant. TA ຫຍໍ້​ມາ​ຈາກ​ຄໍາ teaching assistant ທີ່​ແປ​ວ່າ ຜູ້​ຊ່ວຍ​ຄູ. So Patty really likes her math professor, but her math “TA” is really boring. ​ແພ​ຕຕີ້​ມັກ​ອາຈານ​ສອນ​ວິຊາ​ເລກ​ຂອງ​ລາວ​ຫລາຍ ​ແຕ່​ຜູ້​ຊ່ວຍ​ຄູ​ສອນ​ເລກ ​ແມ່ນໜ້າ​ເບື່ອ​ຫລາຍ.

Professor. Right. You know, if my students don’t study hard enough, sometimes I’ll get a mean TA to help me teach. ​ແມ່ນ​ແລ້ວ. ​ເຈົ້າ​ຮູ້​ບໍ່ ຖ້າ​ນັກຮຽນ​ຂອງ​ຂ້ອຍ ບໍ່​ຮຽນຫລາຍ​ພໍ ບ​າ​ງ​ເທື່ອ​ຂ້ອຍ​ກໍ​ອາດ​ຈະ​ເອົາ​ຜູ້​ຊ່ວຍ​ຄູທີ່​ຮ້າຍໆ ມາ​ຊ່ວຍ​ຂ້ອຍ​ສອນ.

MC: You’re going to get a mean TA if we don’t study hard? ອາຈານ​ຈະເອົາຜູ້​ຊ່ວຍ​ຄູ​ທີ່​ຮ້າຍໆ ມາ​ຊ່ວຍ​ສອນ ຖ້າ​ພວກ​ຂະ​ນ້ອຍ​ບໍ່​ຮຽນ​ໜັກ​? Hmmm…so if we study hard, does that mean you’ll get a really cute TA? ສະ​ນັ້ນ ກໍແປ​ວ່າ ອາຈານ​ຈະເອົາ​ຜູ້​ຊ່ວຍ​ຄູ ທີ່​ໜ້າ​ຮັກໆ ມາ​ຊ່ວຍສອນ​ແມ່ນ​ບໍ່ ຖ້າ​ວ່າ​ພວກ​ເຮົາ​ຮຽນ​ຫລາຍ?

Professor. No. If I get a cute TA, everyone will have a crush on them and study less. Now Eric and Patty are going to talk about what clubs they are in. ບໍ່ ຖ້າ​ຂ້ອຍເອົາ​ຜູ້​ຊ່ວຍ​ຄູ ທີ່​ໜ້າ​ຮັກໆ ມາ​ຊ່ວຍສອນ ທຸກໆ​ຄົນ​ກໍ​ຈະ​ພາກັນຕິດ​ໃຈ ຫລົງ​ຮັກ​ລາວ ​ແລະ​ກໍ​ແຮ່ງ​ຈະ​ຮຽນ​ໜ້ອຍ​ລົງ​ຊໍ້າ. ບັດ​ນີ້ ເອຣິກກັບແພຕຕີ້ ຈະ​ມາ​ລົມ​ກັນ ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ສະມາຄົມ​ໃດ​ແດ່ ຫລັງ​ຈາກ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ ມື້​ກີ້.

Eric: Who is your chemistry professor? ​ແມ່ນ​ໃຜ​ເປັນ​ອາຈາ​ນສອນ​ເຄມີ​ເຈົ້າ?

Patty: I got Professor Franklin for chemistry. He’s really great! ຂ້ອຍ​ໄດ້ Professor Franklin ສອນ​ເຄມີ. ​ລາວ​ວິ​ເສດ​ຫລາຍ.

Eric: Who did you get for math? ​ແລ້ວ​ເຈົ້າ​ໄດ້​ໃຜ ​ເປັນ​ອາ​ຈາ​ນສອນ​ເລກ?

Patty: I got Professor Martinez for math. He’s good, but the TA is so boring. ຂ້ອຍ​ໄດ້ Professor Martinez ສອນ​ເລກ. ລາວ​ກໍດີ​ຢູ່ ​ແຕ່​ຜູ້​ຊ່ວຍ​ຄູ ​ແມ່ນ​ໜ້າ​ເບື່ອ​ຫລາຍ.

Eric: What do you do outside of class?

Patty: I’m in some fun clubs.

Eric: What kind of clubs are you in?

Patty: I do all kinds of things. I do some academic clubs, but other clubs are just for fun.

MC: Wow, Patty is really ambitious. ​ແພ​ຕຕີ້ ​ຈັ່ງ​ແມ່ນ​ເຮັດ​ຫລາຍ​ຢ່າງ​ແທ້ນໍ້! Not only is she taking hard science classes, ລາວ​ບໍ່​ພຽງ​ແຕ່​ເອົາ​ຫ້ອງ​ຮຽນ​ວິທະຍາ​ສາດ​ທີ່​ຍາກໆ​ເທົ່າ​ນັ້ນ but she is also in some other extracurricular clubs. ​ແຕ່ລາວ​ຍັງ​ເຂົ້າ​ຮ່ວ​ມກິດຈະ​ກໍາ​ສະມາຄົມ ນອກ​ຫລັກສູດ ອື່ນໆ​ອີກ. Professor, what kinds of clubs do American universities have? ອາຈານ ພວກ​ມະຫາ ​ວິ​ທະຍາ​ໄລ​ອາ​ເມຣິກັນ​ມີ ສະມາຄົມ​ປະ​ເພດ​ໃດ​ແດ່?

Professor: Some clubs are academic. Students study together for tests or discuss current events. ບາງ​ສະ​ມາ​ຄົມ ກໍ​ແມ່ນກ່ຽວ​ກັບ​ການ​ຮຽນ ຄື​ພວກ​ນັກ​ສຶກສາ​ຈະ​ໄປ​ຮຽນ​ນໍາ​ກັນ ​ເພື່ອ​ກຽມ​ສອບ ຫລື​ສົນທະນາ​ກັນ​ ກ່ຽວ​ກັບ​ເຫດການ​ຕ່າງໆ​ໃນ​ປັດຈຸບັນ.

MC: Oh, so some are “academic clubs” ​ໂອ ສະມາຄົມ​ບາງ​ອັນ​ແມ່ນ​ກ່ຽວ​ກັບ​ການ​ຮຽນ​ເນາະ ​ And there are other clubs for fun? ແລ້ວ​ມີ​ສະມາຄົມ​ອື່ນ​ໆ ສໍາ​ຫລັບ​ຫລິ້ນ​ມ່ວນ​ບໍ່?

Professor: Yes, some clubs are just for fun. They do things like yoga and hip hop dancing. ​ມີ ບາງ​ສະມາຄົມກໍ​ແມ່ນ​ເພື່ອ​ຄວາມ​ມ່ວນ​ຊື່ນ​ສະໜຸກ​ສະໜາ​ນ​ເທົ່າ​ນັ້ນ. ​ເຂົາ​ເຈົ້າ​ມີ​ກິດຈະ​ກໍາ​ຕ່າງ​ໆ ​ເຊັ່ນ ​ໂຢຄະ ກັບ​ເຕ້ນ ຮິ​ປຮອປ.

MC: Yoga and hip hop dancing? Wow, that sounds like fun! ໂຢຄະ ກັບ​ເຕ້ນ ຮິ​ປຮອປ ວະ? ວ້າວ ຟັງ​ເບິ່ງ​ຄື​ຈະ​ສະໜຸກ​ເນາະ! I wonder if Eric does any clubs. ຂ້ອຍ​ສົງໄສ​ວ່າ ​ເອຣິກເຮັດ​ກິດຈະ​ກໍາ ​ຮ່ວມ​ສະມາຄົມ​ໃດ​ບໍ່? ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງ​ຄໍາແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້.

Eric: What do you do outside of class? ​ເຈົ້າ​ເຮັດ​ຫຍັງ​ແດ່ ນອກໂມງ​ຮຽນ?

Patty: I’m in some fun clubs. ຂ້ອຍ​ເຂົ້າ​ຮ່ວມ​ສະມາຄົມ ທີ່​ມ່ວນໆ ຈໍາ​ນວນ​ນຶ່ງ.

Eric: What kind of clubs are you in? ສະມາຄົມ​ແບບ​ໃດ​ແດ່ ທີ່​ເຈົ້າ​ເຂົ້າ​ຮ່ວມ?

Patty: I do all kinds of things. I do some academic clubs, but other clubs are just for fun. ຂ້ອຍ​ເຮັດ​ທຸກໆ​ປະ​ເພ​ດ. ຂ້ອຍ​ເຂົ້າ​ຮ່ວມ​ປະ​ເພດ​ກາ​ນສຶກສາ​ແດ່ ສອງ​ສາມ​ສະມາຄົມ ​ແຕ່​ສະມາຄົມ​ອື່ນໆ​ຫັ້ນ ຂ້ອຍ​ເຂົ້າ​ຮ່ວມ​ເພື່ອ​ຄວາມ​ມ່ວນ​ຊື່ນ​ເທົ່າ​ນັ້ນ.

Eric: I’m only in a hip hop dancing club. It’s really fun.

Patty: A dancing club? I love hip hop music, and I love dancing.

Eric: You should join. It’s not full, and there are plenty of spaces left.

Patty: I think I will. It would be fun to do a club together.

MC: Eric only does a hip hop dancing club? ​ເອຣິກ ​ເຂົ້າ​ຮ່ວມ​ແຕ່​ສະມາຄົມ​ເຕ້ນຮິ​ປຮອປ ​ເທົ່າ​ນັ້ນ​ວະ? He doesn’t even do any academic clubs even though he has an easy schedule? ລາວ​ບໍ່​ເຂົ້າ​ຮ່ວມ​ຮອດ​ສະມາຄົມ​ດ້ານ​ການ​ຮຽນ​ໃດໆ ​ເຖິງ​ແມ່ນ​ວ່າ​ລາວ​ມີ​ຕາຕະລາງ​ຮຽນ​ທີ່​ງ່າຍໆ ກໍ​ຕາມນ່ະ? American students sure have it easy. ພວກ​ນັກ​ສຶກສາ​ອາ​ເມຣິກັນ ຈັ່ງ​ແມ່ນ ຮຽນ​ງ່າຍ​ເນາະ!

Professor: Well, Eric may be busy for other reasons. Tune in next time and we’ll learn more about student life. ​ເອຣິກ ​ອາດ​ຈະ​ມີ​ວຽກ​ຫລາຍ ຍ້ອນ​ເຫດຜົນ​ອື່ນ​ໆ. ​ໄປ​ຕິດຕາມ​ເຂົາ​ເຈົ້າ​ອີກ ​ໃນ​ບົດຮຽນ​ໜ້າ ​ແລ້ວ​ເຮົາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຊີວິດ​ນັກ​ສຶກສາ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ ມື້​ກີ້​ນີ້​ກ່ອນ ພ້ອມ​ກັບ​ຄໍາ​ແປ:

Eric: I’m only in a hip hop dancing club. It’s really fun. ຂ້ອຍ​ເຂົ້າ​ຮ່ວມ​ແຕ່​ສະມາ​ຄົມ​ເຕ້ນ ຮິ​ປຮອປ ​ເທົ່າ​ນັ້ນ. ມັນ​ມ່ວນ​ອີ​ຫລີ.

Patty: A dancing club? I love hip hop music, and I love dancing. ສະມາຄົມ​ເຕ້ນ​ລໍາວະ? ຂ້ອຍ​ມັກ​ດົນຕີ ຮິ​ປຮອປ ຫລາຍ​ແທ້ໆ ​ແລະ​ຂ້ອຍ​ກໍ​ມັກ​ເຕ້ນ​ລໍາ.

Eric: You should join. It’s not full, and there are plenty of spaces left. ​ເຈົ້າ​ຄວນ​ເຂົ້າ​ຮ່ວມ. ມັນຍັງ​ບໍ່​ເຕັມ ​ແລະ​ກໍ​ມີ​ບ່ອນເຫລືອຫລາຍ​ຢູ່

Patty: I think I will. It would be fun to do a club together. ​ເອີ ຂ້ອຍ​ຄິດ​ວ່າ ຂ້ອຍ​ວ່າ​ຂ້ອຍ​ຈະ​ໄປ. ມັນ​ຄົງ​ຈະ​ມ່ວນ ​ຖ້າ​ເຮົາ​ໄດ້​ເຂົ້າ​ຮ່ວມ​ສະມາຄົມ​ດຽວ​ກັນ.

Closing:

ດາຣາ: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG