ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Where are you from? Part 1


ການສັນຈອນໄປມາ ມັກອັ່ງອໍ ຢູ່ໃນເມືອງໃຫຍ່ ຄືກັບຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ນີ້.
ການສັນຈອນໄປມາ ມັກອັ່ງອໍ ຢູ່ໃນເມືອງໃຫຍ່ ຄືກັບຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ນີ້.
ລິງໂດຍກົງ

ສະບາຍດີ ທ່ານນັກຮຽນ​ນັກ​ສຶກສາທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ
GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ. ບົດ
ຮຽນ​ຂອງ​ເຮົາ​ມື້​ນີ້ ມາ​ໃນ​ຫົວ​ຂໍ້ Where are you from? ຕອນ​ທີ​ນື່ງ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​
​ເຊີນ​ທ່ານ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້ເລີຍ.

Music up…and under…..

MC: Today we’re going to learn some beginner words for talking about where you’re from.

ມື້​ນີ້ ​ເຮົາຈະ​ພາ​ທ່ານ​ຮຽນ ຄໍາ​ສັບ​ແລະ​ສໍານວນ​ຂັ້ນ​ເລີ້ມ​ຕົ້ນ ສໍາລັບໃຊ້​ໃນ​ການ​ສົນທະນາ ກ່ຽວ​ກັບ​ວ່າ ທ່ານ​ມາ​ຈາກ​ໃສ ໂດຍຈະພາທ່ານຕິດຕາມໄປຟັງນັກສຶກສາສອງຄົນລົມກັນ. Professor Bowman ຈະມາບອກເຮົາວ່າ ເຂົາເຈົ້າແມ່ນໃຜ.

Professor: Kevin and Jose are roommates at college. Today they are moving into their room and meeting each other for the first time.

ເຄວິນ ກັບ ​ໂຮ​ເຊ ​ເປັນ​ເພື່ອນ​ນັກ​ສຶກສາ ນອນ​ຫ້ອງ​ດຽວ​ກັນ ຢູ່​ຫໍ​ພັກ​ທີ່​ມະຫາວິທະຍາ​ໄລ. ​ເຂົາ​ເຈົ້າ​ຍ້າຍ​ເຂົ້າ​ມາ​ຢູ່​ໃນ​ຫ້ອງ​ພັກ ​ມື້​ນີ້ ​ແລະ​ພົບ​ກັນ​ເປັນ​ເທື່ອ​ທໍາ​ອິດ.

MC: I remember my first college roommate. ຂະ​ນ້ອຍ​ຈື່​ໄດ້ ​ເພື່ອນ​ນັກ​ສຶກສາ​ຄົນ​ທໍາ​ອິດ ທີ່​ນອນ​ຫ້ອງ​ດຽວ ​ກັບ​ຂະ​ນ້ອຍ. She snored like a pig and would eat all my food while I was at class. ລາວ​ນອນ​ໂກນ​ຄື​ໝູ່​ນີ່ ​ແລະ​ກໍ​ກິນ​ອາຫານ​ຂອງ​ຂະ​ນ້ອຍ​ໝົດ ​ເວລາ​ຂະ​ນ້ອຍ​ເຂົ້າ​ຫ້ອງ​ຮຽນ. ຫວັງ​ວ່າ ​ເຄວິນ​ກັບ​ໂຮ​ເຊຈະ​ເປັນ​ເພື່ອນ​ນອນ​ຮ່ວມ​ຫ້ອງ​ຫໍ​ພັກ ທີ່​ດີ​ກ່ວາລາວ! I hope Kevin and Jose are better roommates than she was!

Professor: I hope so too. Let’s listen. ຂ້ອຍກໍ​ຫວັງ​ເຊັ່ນ​ນັ້ນ​ຄື​ກັນ. ​ເອົາ​ ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ເບິ່ງ.

Jose: Hello, I’m Jose. Are you Kevin, my roommate?

Kevin: Yes, I’m Kevin. It’s very nice to meet you, Jose. ​

Jose: Nice to meet you too. Where are you from, Kevin?

Kevin: I’m from Ohio. How about you?

Jose: I’m from Mexico.

MC: I thought Jose might not be an English name ຂະ​ນ້ອຍ​ຄິດ​ຢູ່​ວ່າ ​ໂຮ​ເຊ ອາດ​ຈະບໍ່​ແມ່ນ​ຊື່​ອັງກິດ because it’s spelled Jose J-o-s-e but pronounced Hose. ເພາະວ່າ​ມັນ​ສະກົດ J-o-s-e ​ແຕ່​ອ່ານອອກສຽງ​ເປັນ​ໂຕ h - Hose ກະ​ແມ່ນ​ແທ້ ​ກັບ​ກາຍເປັນ​ວ່າ ​ລາວ​ມາ​ຈາກ​ປະ​ເທດ​ເມັກ​ຊິ​ໂກຊໍ້າ​. It turns out he’s from Mexico.

P: Yes, Jose is a common name for Latin Americans in the US too. ແມ່ນ​ແລ້ວ ​ໂຮ​ເຊ ​ເປັນ​ຊື່​ທີ່ພວກ​ຄົນ​ອາ​ເມຣິກັນ​ລາ​ຕິນ​ໃຊ້​ກັນ​ຫລາຍ ຢູ່​ໃນ​ສະຫະລັດ​ຄື​ກັນ. ​

MC: And Kevin is from Ohio. ແລະ​ເຄວິນ​ມາ​ຈາກໂອ​ໄຮໂອ. It sounds like they both might be able to teach one another a lot about their cultures. ​ ຟັງ​ຄື​ວ່າ ​ເຂົາ​ເຈົ້າ​ທັງ​ສອງ​ອາດ​ສາ​ມາດ​ສອນ​ກັນ​ແລະ​ກັນ​ໄດ້​ຫລາຍ​ຢູ່ ກ່ຽວ​ກັບ​ວັດທະນະ​ທໍາ​ຂອງ​ເຂົາ​ເຈົ້າ. Especially the food! I love Mexican food. ໂດຍ​ສະ​ເພາະ​ເລື້ອງ​ອາຫານ. ຂະ​ນ້ອຍ​ມັກ​ອາຫານ​ເມັກ​ຊິ​ກັນ​ຫລ້າຍ!

P: A lot of Americans do too. Let’s listen.

ຄົນ​ອາ​ເມຣິກັນ​ຫລາຍໆ​ຄົນ ກະ​ມັກ​ຄື​ກັນ. ​ໄປ​ຟັງ​ເຂົາ​ເຈົ້າ​ຕໍ່.

Jose: Hello, I’m Jose. Are you Kevin, my roommate? ສະບາຍດີ ຂ້ອຍ​ຊື່​ໂຮ​ເຊ. ​ເຈົ້າ​ແມ່ນ​ເຄວິນ. ​ເພື່ອນ​ນອນ​ຮ່ວມ​ຫ້ອງ​ກັບ​ຂ້ອຍ​ບໍ?

Kevin: Yes, I’m Kevin. It’s very nice to meet you, Jose. ​ ​ແມ່ນ​ແລ້ວ ຂ້ອຍ​ຊື່​ເຄວິນ. ດີ​ໃຈຫລາຍ​ທີ່​ໄດ້​ພົບ​ເຈົ້າ ​ໂຮ​ເຊ.

Jose: Nice to meet you too. Where are you from, Kevin? ດີ​ໃຈ​ທີ່​ໄດ້​ພົບ​ເຈົ້າ​ເຊັ່ນ​ກັນ. ​ເຈົ້າ​ມາ​ແຕ່​ໃສ ​ເຄວິນ?

Kevin: I’m from Ohio. How about you? ຂ້ອຍ​ມາ​ຈາກລັດ​ໂອ​ໄຮ​ໂອ. ​ເຈົ້າ​ເດ້?

Jose: I’m from Mexico. ຂ້ອຍ​ມາ​ຈາກ​ເມັກ​ຊິ​ໂກ. ​

Kevin: You’re from Mexico? That’s great! I studied Spanish in high school, and I love Mexican food.

Jose: Well, the Mexican food in America isn’t always like the real Mexican food in Mexico.

Kevin: That’s interesting. Where in Mexico are you from originally?

Jose: I was born in Mexico City.

P: So Winnie, what does Jose say about Mexican food in America? ວິນ​ນີ່ ​ໂຮ​ເຊ ​ເວົ້າ​ວ່າ​ແນວ​ໃດ ກ່ຽວ​ກັບ​ອາຫານ​ເມັກ​ຊິ​ກັນ ຢູ່​ອາ​ເມຣິກາ?

W: Oh, Jose says that Mexican food in America isn’t always like authentic Mexican food in Mexico. ໂຮ​ເຊ​ເວົ້າ​ວ່າ ອາຫານ​ເມັກ​ຊິ​ກັນຢູ່​ໃນ​ອາ​ເມຣິກາ ບໍ່​ຄື​ກັນ​ກັບ​ອາຫານພື້ນ​ເມືອງ​ຂອງ​ເມັກ​ຊິໂກ​ແທ້ໆ ຢູ່ສະ​ເໝີ​ໄປ​ດອກ. It’s the same with Lao food in America. ກໍ​ຄື​ກັນ​ກັບ ອາຫານ​ລາວ​ຢູ່​ອາ​ເມຣິກາ ຫັ້ນ​ແຫລະ. ​ໄປ​ຟັງ​ອີກເບິ່ງ​ວ່າ ​ເຄວິນ​ກັບ​ໂຮ​ເຊ ລົມ​ຫຍັງ​ກັນ​ແດ່. ​

Kevin: You’re from Mexico? That’s great! I studied Spanish in high school, and I love Mexican food. ເຈົ້າ​ມາ​ຈາກ​ເມັກ​ຊິ​ໂກ​ນ່ະ? ດີ​ຫລາຍ​ແທ້ໆ! ຂ້ອຍ​ເຄີຍ​ຮຽນ​ພາສາ Spanish ​ ຢູ່​ມັດທະຍົມ ​ແລະ​ຂ້ອຍ​ກໍ​ມັກ ອາ​ຫານ​ເມັກ​ຊິ​ກັນ. ​

Jose: Well, the Mexican food in America isn’t always like the real Mexican food in Mexico. ແຕ່​ວ່າ ອາ​ຫານ​ເມັກ​ຊິ​ກັນ ຢູ່​ອາ​ເມຣິກາ ບໍ່​ຄືອາ​ຫານ​ເມັກ​ຊິ​ກັນ​ແທ້ໆ ຢູ່​ເມັກ​ຊິ​ໂກ ສະ​ເໝີ​ໄປ​ດອກ.

Kevin: That’s interesting. Where in Mexico are you from originally?

ໜ້າ​ສົນ​ໃຈ. ຕົ້ນ​ຕໍ​ແລ້ວ ​ເຈົ້າ​ມາ​ຈາກ​ເຂດ​ໃດ​ຂອງ​ເມັກ​ຊິ​ໂກ? ​

Jose: I was born in Mexico City. ຂ້ອຍ​ເກີດ​ຢູ່​ນະຄອນຫລວງ Mexico City.

K: You were born in Mexico City? That’s one of the biggest cities in the world. What is it like?

J: It’s great. There are lots of people and it’s very exciting.

K: Wow. I was born and raised in a small town in Ohio.

J: What is it like there?

K: The people are very friendly, and the life there is very relaxed.

P: Well Winnie, where did Jose and Kevin each grow up? ເອົາ ວິນ​ນີ່ ​ໂຮ​ເຊ​ກັບ​ເຄວິນ ແຕ່ລະຄົນ ໃຫຍ່​ຢູ່​ໃສ?

W: Jose is from Mexico City, one of the biggest cities in the world. ໂຮ​ເຊ ມາ​ຈາກ Mexico City ນຶ່ງ​ໃນ​ບັນດາຫົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ສ່ວນ​ເຄວິນມາ​ຈາກ​ເມືອງ​ນ້ອຍໆ ​ເມືອງ​ນຶ່ງ ​ໃນ​ລັດໂອ​ໄຮ​ໂອ. Kevin is from a small town in Ohio.

P: Yes. Kevin said he was “born and raised” in a small town. That means he was born and grew up in the same town. ແມ່ນ​ແລ້ວ ​ເຄວິນ​ເວົ້າ​ວ່າ he was “born and raised” in a small town ຊຶ່ງ​ໝາຍ​ຄວາມ​ວ່າ ລາວ​ເກີດແລະ​ໃຫຍ່​ຂຶ້ນ​ມາ ​ໃນ​ເມືອງ​ນ້ອຍໆ​ເມືອງ​ດຽວ​ກັນ.

W: Oh, “born and raised” ຈະ​ເວົ້າ​ວ່າ ​ເກີດ​ແລະ​ໃຫຍ່​ຂຶ້ນ​ມາ ກໍ​ໄດ້​ເນາະ ​ເຖິງ​ແມ່ນ​ຄວາມ​ຈິງ​ແລ້ວ raised r-a-i-s-e-d ​ແປ​ວ່າ ​ຖືກ​ລ້ຽງ​ໃຫ້​ໃຫຍ່​ຂຶ້ນ​ມາ. raised r-a-i-s-e-d ເປັນ​ຄໍາ​ໃຊ້​ໃນ​ອະດີດ​ຂອງ​ຄໍາ​ກິລິຍາ to raise ທີ່​ແປ​ວ່າ ລ້ຽງ​ໃຫ້​ໃຫຍ່ ​ແມ່ນ​ບໍ່ ​ເຊັ່ນ​ໃນ​ປະ​ໂຫຍກນີ້ “She raised her five kids by herself.” ລາວໄດ້ລ້ຽງລູກ​ຫ້າ​ຄົນ​ຂອງ​ລາວ ຕາມ​ລໍາພັງ​ຜູ້​ດຽວ ຊຶ່ງ​ແຕກ​ຕ່າງ​ຈາກ​ປະ​ໂຫຍ​ກນີ້ “She raises her arms high.” ລາວຍົກ​ແຂນ​ຂອງ​ລາວ​ຂຶ້ນ​ສູງ.

P: Right. You might also hear people say “born and bred.” ຖືກຕ້ອງ. ເຈົ້າ​ອາດ​ຈະ​ໄດ້​ຍິນ​ຄົນ​ເວົ້າ​ປະ​ໂຫຍ​ກນີ້​ ກໍ​ໄດ້ “born and bred.”

W: “Born and bred?” Bred b-r-e-d ທີ່​ມາ​ຈາກ​ຄໍາ​ວ່າ breed b-r-e-e-d ຫັ້ນເນາະ?​ ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ ​ແລະ​ຟັງ​ວ່າ​ເຂົາ​ເຈົ້າ​ລົມ​ຫຍັງ​ກັນ​ຕໍ່. ​

K: You were born in Mexico City? That’s one of the biggest cities in the world. What is it like? ເຈົ້າ​ເກີດ​ຢູ່ Mexico City ວະ? ນັ້ນ​ແມ່ນນຶ່ງ​ໃນ​ບັນດາຫົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ​ມັນ​ເປັນ​ເມືອງ​ແບບ​ໃດ?

J: It’s great. There are lots of people and it’s very exciting. ມັນຍິ່ງ​ໃຫຍ່​ຫລາຍ. ມີ​ຄົນ​ຫລ້າ​ຍຫລາຍ ​ແລະ​ເປັນ​ເມືອງ​ທີ່ໜ້າ​ຕື່ນ​ເຕ້ນຫລາຍ.

K: Wow. I was born and raised in a small town in Ohio. ວາວ ຂ້ອຍ​ເກີດ​ແລະ​ໃຫຍ່​ຢູ່​ເມືອງ​ນ້ອຍໆ ​ໃນ​ລັດ​ໂອ​ໄຮ​ໂອ.

J: What is it like there? ​ມັນ​ເປັນ​ແບບໃດ​ລະ ຢູ່​ຫັ້ນ?

K: The people are very friendly, and the life there is very relaxed.

ຜູ້​ຄົນ​ເປັນ​ມິດ​ກັນ​ຫລາຍ ​ແລະ​ຊີວິດ​ຢູ່​ທີ່​ນັ້ນ ກໍແບບສະບາຍໆ ບໍ່​ເຄ່ງ​ຄຽດ. ​

K: How long have you been in America?

J: I’ve (I have) been in America for one year.

K: Where have you been living?

J: I’ve been living with my cousin in a small town in California.

P: Did you hear how long Jose has been in America? ເຈົ້າ​ໄດ້​ຍິນ​ບໍ່ວ່າ ​ໂຮ​ເຊ ມາ​ຢູ່​ອາ​ເມຣິກາ ດົນ​ປານ​ໃດ​ແລ້ວ? ​

W: Yes, he’s been in America for one year. ລາວ​ມາ​ຢູ່​ອາ​ເມຣິກາ ​ໄດ້​ປີ​ນຶ່ງ​ແລ້ວ.

P: And where has Jose been staying? ​ແລະ ​ໂຮ​ເຊ​ໄດ້​ໄປ​ຢູ່​ໃສ?

W: He’s been staying in a small town in California. ລາວ​ໄດ້​ໄປ​ອາ​ໄສ​ຢູ່​ໃນ​ເມື​ອງ ນ້ອຍໆ​ແຫ່ງ​ນຶ່ງ ​ໃນ​ລັດ​ແຄ​ລິ​ຟໍ​ເນຍ. It looks like even though Kevin and Jose are from different countries, ເບິ່ງ​ຄື​ວ່າ ​ເຖິງ​ແມ່ນ​ວ່າ ​ເຄວິນ​ກັບ​ໂຮ​ເຊ ຈະ​ມາ​ຈາກ​ປະ​ເທດ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ເຂົາ​ເຈົ້າ​ທັງ​ສອງ​ກໍ​ຮູ້​ວ່າ ການ​ດໍ​າລົງ​ຊີວິດ​ຢູ່​ໃນ​ເມືອງ​ນ້ອຍໆ ​ເປັນແນວ​ໃດ​ they both know what it’s like to live in a small town.

P: Yes they do. In this next section, listen for the word “pace,” which means “speed.” ແມ່ນ​ ​ເຂົາ​ເຈົ້າ​ຮູ້. ​ໃນ​ຊ່ວງ​ຕໍ່​ໄປ​ນີ້ ຕັ້ງ​ໃຈ​ຟັງ​ຄໍາ “pace,” ທີ່​ແປ​ວ່າ “speed.” ຫລື “ຄວາມ​ໄວ”​ ນັ້ນ​ເອງ. ​

W: ​OK, but let’s listen to their earlier conversation first. ໂອ​ເຄ ​ແຕ່​ວ່າ ​ໄປ​ຟັງ​ການ​ສົນທະນາ​ຂອງ​ເຂົາ​ເຈົ້າ​ກ່ອນ​ໜ້າ​ນີ້​ ພ້ອມ​ກັບ​ຄໍາ​ແປ ກ່ອນ​ເນາະ?

K: How long have you been in America? ​ເຈົ້າ​ມາ​ຢູ່​ອາ​ເມຣິກາ​ໄດ້​ດົນ​ປານ​ໃດ​ແລ້ວ?

J: I’ve been in America for one year. ຂ້ອຍ​ມາ​ຢູ່​ອາ​ເມຣິກາ​ໄດ້​ປີ​ນຶ່ງ​ແລ້ວ? ​

K: Where have you been living? ແລ້ວ​ເຈົ້າ​ໄປ​ຢູ່​ໃສ​ມາ?

J: I’ve been living with my cousin in a small town in California.

ຂ້ອຍ​ໄປ​ຢູ່​ກັບ​ລູກ​ອ້າຍ​ລູກ​ນ້ອງ​ຂ້ອຍ ​ໃນ​ເມືອງ​ນ້ອຍ​ໆ​ແຫ່ງ​ນຶ່ງ ​ໃນ​ລັດ​ແຄ​ລິ​ຟໍ​ເນຍ.

K: Did you like living in a small town in California?

J: I really liked it, but the pace of life is much slower than in Mexico City.

K: I understand. If I went to Mexico City, I think the pace of life would be very fast for me.

J: Even though life in a small town is different, sometimes I like a change of pace.

MC: So both of them agree that the “pace” of life in small towns and big cities is different. ສະຫລູບ​ແລ້ວ​ວ່າ ທັງ​ສອງ​ຄົນ​ເຂົາ​ເຈົ້າ ​ເຫັນ​ພ້ອມ​ນໍາ​ກັນ​ວ່າ ຈັງ​ວະ​ການ​ດໍາລົງ​ຊີວິດ ຢູ່​ໃນ​ເມືອງ​ນ້ອຍໆ​ກັບ​ເມື​ອງ​ໃຫຍ່ ​ແມ່ນ​ແຕກ​ຕ່າງ​ກັນ. But Jose said a change of peace. What is a “change of peace?” ແຕ່​ໂຮ​ເຊ​ເວົ້າ​ວ່າ a change of peace ມັນ​ແປ​ວ່າ​ຫຍັງ a change of peace ການປ່ຽນ​ແປງ​ຂອງ​ສັນຕິພາບ? ເຂົາ​ເຈົ້າ​ບໍ່​ໄດ້ລົມ​ກັນ​ເລື້ອງ​ສັນ​ຕິ​ພາບ​ ຕົ່ວ​ເນາະ? They were not talking about peace, were they?

P: I think he meant to say a change of pace. A change of pace is something you do to change your usual habits. ຂ້ອຍ​ຄິດ​ວ່າລາວ​ຄົງ​ໝາຍ​ເຖິງ a change of pace ຊຶ່ງໝາຍ​ ເຖິງ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເຈົ້າ​ເຮັດ ​ເພື່ອ​ປ່ຽນ​ແປງສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ມາ ​ເປັນ​ປົກກະຕິ. ​

MC; Oh, a “change of pace.” ໂຮ​ເຊ​ເວົ້າ​ວ່າ ລາວ​ມັກ​ການ​ປ່ຽນ​ແປງ​ໃນ​ຈັງ​ວະ​ການ​ດໍາລົງ​ຊີວິດ ທີ່​ມາ​ກັບ​ການຍ້າຍ​ຈາກ​ເມືອງ​ນ້ອຍ ​ໄປ​ຢູ່​ໃນ​ເມືອງ​ໃຫຍ່. Jose says that he enjoyed the “change of pace” of moving from a small town to a big city.

ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ອີກ ​ພ້ອມ​ກັບ​ຄໍາ​ແປ: ​

K: Did you like living in a small town in California? ເຈົ້າ​ມັກ​ການ​ດໍາ​ລົງ​ຊີວິດ ຢູ່​ໃນ​ເມືອງ​ນ້ອຍໆ​ ໃນ​ລັດ​ແຄ​ລິ​ຟໍ​ເນຍບໍ່?

J: I really liked it, but the pace of life is much slower than in Mexico City.

ຂ້ອຍ​ມັກ​ຫລາຍ ​ແຕ່​ວ່າ ຈັງ​ວະ​ການ​ດໍາລົງ​ຊີວິດ ​ແມ່ນ​ຊ້າ​ກ່ວາຢູ່ Mexico City ຫລາຍ.

K: I understand. If I went to Mexico City, I think the pace of life would be very fast for me. ຂ້ອຍ​ເຂົ້າ​ໃຈ ຖ້າ​ຂ້ອຍ​ໄປ​ຢູ່ Mexico City ຂ້ອຍ​ຄິດ​ວ່າ ຈັງ​ວະ​ການ​ດໍາລົງ​ຊີວິດ​ແມ່ນ​ຈະ​ໄວຫລາຍ ສໍາລັບ​ຂ້ອຍ. ​

J: Even though life in a small town is different, sometimes I like a change of pace.ເຖິງແມ່ນ​ວ່າ ຊິວິດ​ຢູ່​ໃນ​ເມືອງ​ນ້ອຍໆ​ຈະ​ແຕກ​ຕ່າງ​ໄປ ​ແຕ່​ບາງ​ເທື່ອ ຂ້ອຍ​ກໍ​ມັກ​ການ​ປ່ຽນ​ແປງ ​ໃນຈັງ​ວະ​ການ​ດໍາລົງຊີວິດ. ​

W: So, Jose likes the pace of life in a big city than in a small town. ສະຫລູບ​ແລ້ວ ໂຮ​ເຊ​ມັກຈັງ​ວະ​ການ​ດໍາລົງ​ຊີວິດ​ຢູ່​ເມືອງ​ໃຫຍ່ ຫລາຍ​ກ່ວາ​ຢູ່​ເມືອງ​ນ້ອຍ. Not surprising because he was born and bred in a big city. ກະ​ບໍ່​ແປກ ​ເພາະວ່າ​ລາວ​ເກີດ​ແລະ​ໃຫຍ່​ຂຶ້ນ​ມາ ຢູ່ Mexico City. Anyway, it looks like Kevin and Jose get along well so far. ຈັ່ງ​ໃດ​ກໍ​ຕາມ ​ເບິ່ງ​ຄື​ວ່າ ​ເຄວິນ​ກັບ​ໂຮ​ເຊ ​ໄປ​ນໍາ​ກັນ​ໄດ້​ດີ ມາ​ຮອດ​ປັດຈຸບັນ​ນີ້. ອາຈານ​ຄິດ​ວ່າ ​ເຂົາ​ເຈົ້າ​ຈະ​ເປັນ​ເພື່ອນ​ຮ່ວມ​ຫ້ອງ​ນອນ​ດຽວ​ກັນ ທີ່ດີນໍາ​ກັນ​ບໍ່? Do you think they’ll be good roommates?

P: We’ll have to listen next time and find out! ກໍ​ຕ້ອງ​ໄດ້​ຕິດຕາມຟັງ​ບົດຮຽນ​ຕໍ່​ໄປ​ແລ້ວ ຖ້າ​ຢາກ​ຮູ້.

Music… up and fade under…

MC: ທ່ານນັກສຶກສາທີ່ຮັກແພງ ​ເວລາ​ເຮົາ​ຍັງ​ເຫລືອຢູ່ໜ້ອຍ​ນຶ່ງ ສະ​ນັ້ນ ກ່ອນ​ຈາກ​ກັນ​ມື້​ນີ້ ​ເຮົາ​ກໍ​ແຖມ​ບົດຮຽນ​ພາສາ​ອັງກິດ English in a Minute ຫລື​ຮຽນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ ຊຶ່ງ​ສໍານວນ​ທີ່​ເຮົາ​ຈະ​ສອນ​ທ່ານ​ໃນ​ມື້​ນີ້ ​ແມ່ນ Once in a blue moon. ມັນແປວ່າຈັ່ງໃດ ໄປຟັງກັນ:

English in a Minute: Once in a blue moon

Welcome to English in a Minute, where we teach you all about idioms in American English.

Have you ever heard the American English idiom…… Once in a blue moon. ​

It doesn’t mean that the moon is blue.

So let’s listen to this American English conversation to find out how it is used:

Where did you say your brother lives? ​

He lives all the way in Minnesota, ​so I never get to see him.

I only get to see him once in a blue moon.

Once in a blue moon is a common way of saying that something does not happen often. ​

But what is a blue moon? We typically see a full moon once a month. And seeing two full moons in the same month is rare.

The second full moon in a particular month is called a blue moon. Once in a blue moon is an informal phrase. ​

And that’s English in a Minute.

ເປັນແນວໃດ ທ່ານນັກສຶກສາ ພໍເຂົ້າໃຈແດ່ບໍ່? ຖ້າຍັງບໍ່ເຂົ້າໃຈ ກໍຕິດຕາມຟັງຄໍາແປ ໃນບົດຮຽນ GoEnglish.Me ບົດຕໍ່ໄປຂອງເຮົາ ຊຶ່ງເຮົາຈະອະທິບາຍສູ່ທ່ານຟັງ ໃນຕອນທ້າຍຂອງລາຍການ.

CLOSING

Music… up and under…

ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະ ເໜີທ່ານ ທາງສະຖານີແຫ່ງນີ້ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

Music… up and out.

XS
SM
MD
LG