ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Relationships, Part 2 - Intermediate


ບ່າວສາວ ນັກສຶກສາ.
ບ່າວສາວ ນັກສຶກສາ.

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ
GoEnglish.Me ຂອງວີໂອເອ ພາກພາສາລາວ ແລະ ສະຖານີວິທະຍຸແຫ່ງຊາດລາວ. ບົດ
ຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ Relationships ຫລືຄວາມ​ສໍາພັນ ຕອນ​ທີສອງ ຊຶ່ງທ່ານຈະ​
ໄດ້​ຍິນເພື່ອນ​ນັກ​ສຶກສາ​ສອງ​ຄົນລົ​ມກັນຕໍ່ ​ກ່ຽວ​ກັບຄວາມສໍາພັນກັບ​ຜູ້​ສາວ​ຜູ້​ບ່າວຂອງ​ເຂົາ
ເຈົ້າ. ​ເຊີນ​ທ່ານ​ພົບ​ກັບ ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ.

LESSON: Relationships - 2 Intermediate

MC: Today we’re learning some intermediate level words for talking about relationships. Kevin and Emily are good friends. ມື້ນີ້ເຮົາ​ຈະ​ພາ​ທ່ານ​ຮຽນ​ຄໍາສັບ
​ແລະ​ປະ​ໂຫຍ​ກ ທີ່​ຍາກ​ໃນ​ລະດັບ​ປານ​ກາງ ສໍາລັບ​ໃຊ້​ໃນ​ການໂອ້​ລົມ​ກັນ ກ່ຽວ​ກັບ​ເລື້ອງ
ຄວາມ​ສໍາພັນ ​ໂດຍ​ຈະ​ພາ​ທ່ານໄປ​ຕິດຕາມ​ເພື່ອ​ນສະ​ນິດສອງ​ຄົນ Kevin ກັບ Emily ທີ່
ລົມ​ກັນ​ເລື້ອງ​ຜູ້ບ່າວ​ຜູ້ສາວຂອງ​ເຂົາ​ເຈົ້າ. ​ເອມິ​ລີເວົ້າ​ສູ່​ເຄວິນ​ຟັງ​ວ່າ ລາວ​ໄດ້​ເລີ້​ມອອກ​ເດດ
ຫລື​ຄົບ​ກັນ​ກັບ​ຊາຍ​ຄົນ​ນຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແຕ່​ກໍ​ບໍ່​ໄດ້​ເລື້ອງ Emily is telling Kevin
about how she recently started to date a guy, but it didn’t work out.

Professor: Let's listen and find out what went wrong. ​ໄປ​ຟັງ​ກັນ​ເບິ່ງ ວ່າ​ມີຫຍັງ
​ຜິດພາດ.

Kevin: So Emily, what happened with the guy you started dating recently?

Emily: Well, a guy from one of my classes asked me out on a date. At first
I had a crush on him, but after a couple dates, I knew he wasn’t my type.

Kevin: Well don’t worry, there are lots of other guys out there. Why wasn’t
he your type?

Emily: Well, I like guys that like to have a good time and make me laugh, but this guy just wanted to stay home and play video games all the time.

MC: So Emily started going out with a guy from one of her classes whom she had a crush on at first! ​ເອມິ​ລິ​ໄປ​ອອກ​ເດ​ດ ກັບ​ນັກ​ສຶກສາ​ຊາຍຄົນ​ນຶ່ງ ທີ່​ຮຽນ​ຢູ່ໃນ
​ຫ້ອງ​ນຶ່ງກັບ​ລາວ ທີ່​ລາວ​ເວົ້າ​ວ່າ ລາວ had a crush on ​ໃນ​ຕອນ​ທໍາ​ອິດ. Professor, to crush means to break, to pound or grind, ອາຈານ to crush c-r-u-s-h ​ແປ​ວ່າ
ທັບ​ຫລືວ່າບົດ​ໃຫ້​ມຸ່ນ​ຫລື​ໃຫ້​ແຫລກ ​ເຊັ່ນ crushed ice ​ແປ​ວ່າ​ນໍ້າກ້ອນ​ບົດ but what is a “crush”? ​ແຕ່​ ຄໍາ​ວ່າ a “crush” ​ແປວ່າ​ຫຍັງ?

Professor: A crush is a temporary love for someone. A lot of people say that they have a crush on someone, which means that they like that person. A crush ​ແມ່ນ​ຄວາມ​ຮັກ​ຊົ່ວຄາວ ທີ່​ເຈົ້າ​ມີ​ໃຫ້​ໃຜ​ຜູ້​ນຶ່ງ​. ຫລາຍໆ​ຄົນ​ມັກ ​ເວົ້າ​ວ່າ ​ເຂົາ​ເຈົ້າ have a crush on someone ຊຶ່ງ​ແປ​ວ່າ ​ເຂົາ​ເຈົ້າ​ມັກ​ຄົນ​ຜູ້​ນັ້ນ.

MC: So a crush is ຫລົງ​ມັກ ​ໃນ​ພາສາ​ລາວ. But if you start dating that person, is he or she still your “crush”? ​ແຕ່ຖ້າ​ຫາກ​ວ່າ ເຮົາ​ເລິ້ມ​ໄປອອກ​ເດດ​ກັບຄົນ​ໆນັ້ນ​ແລ້ວ ​ຄົນ​ຜູ້​ນັ້ນ ຈະ​ຍັງ​ເປັນ “crush” ຂອງ​ເຮົາ ຫລື​ຄົນ​ທີ່​ເຮົາ​ຫລົງ​ມັກ​ຢູ່​ ໄດ້​ບໍ່?

Professor: Good question Winnie. The answer is no. A crush can only be
a person who you like, but who you aren’t dating yet. ​ເປັນ​ຄໍາ​ຖາມ​ທີ່​ດີ ວິນ​ນີ່. ຄໍາ​ຕອບ​ແມ່ນ ບໍ່. ຜູ້​ທີ່​ເປັນ crush ຂອງ​ເຈົ້າ ຄື​ຜູ້​ທີ່​ເຈົ້າ​ຫລົງ​ມັກ ​ແຕ່​ເຈົ້າ​ຍັງ​ບໍ່​ໄດ້ເດດ ຫລື​ຄົບ​ກັບ​ລາວ​ເທື່ອ. ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບຄໍາ​ແປ.

Kevin: So Emily, what happened with the guy you started dating recently? ​
ເອີ ​ເອມີ​ລີ ​ແລ້ວ​ຜູ້​ຊາຍ​ທີ່​ເຈົ້າເລີ້ມ​ອອກ​ເດດ​ນໍາ ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ຫັ້ນ​ເດ້ ​ ​ເປັນ​ແນວ​ໃດ
ເກີດ​ຫຍັງ​ຂຶ້ນ​ກັບ​ລາວ?

Emily: Well, a guy from one of my classes asked me out on a date. At first I had a crush on him, but after a couple dates, I knew he wasn’t my type.
ໂອ ຊາຍ​ຄົນ​ນື່ງຈາກ​ຫ້ອງ​ຮຽນ​ຂອງ​ຂ້ອຍ​ຫ້ອງ​ນຶ່ງ ຂໍ​ຂ້ອຍ​ໄປ​ອອກ​ເດດ. ທໍາອິດຂ້ອຍ​ກໍຫລົງ
​ມັກ​ລາວ ​ແຕ່​ວ່າ​ຫລັງ​ຈາກ​ໄດ້​ອອກ​ໄປ​ນໍາ​ກັນ ສອງ​ສາມ​ເທື່ອ​ແລ້ວ ຂ້ອຍ​ກໍ​ຮູ້​ວ່າ ລາວ​ບໍ່​ແມ່ນ
ປະ​ເພດ​ຂອງ​ຂ້ອຍ.

Kevin: Well don’t worry, there are lots of other guys out there. Why wasn’t
he your type? ​ໂອ​ຍ ບໍ່​ຕ້ອງ​ເປັນ​ຫ່ວງ. ຍັງ​ມີ​ຜູ້​ຊາຍ​ອື່ນໆອີກຫລວງຫລາຍ. ເປັນຫຍັງ​ຈຶ່ງ​ວ່າ ລາວ​ບໍ່​ແມ່ນ​ປະ​ເພດ​ຂອງ​ເຈົ້າ?

Emily: Well, I like guys that like to have a good time and make me laugh, but this guy just wanted to stay home and play video games all the time. ໂອ ຂ້ອຍ​ມັກ​ຜູ້​ຊາຍ ທີ່​ມັກ​ຢາກ​ອອກ​ໄປ​ຊອກ​ຫລິ້ນ​ຊອກ​ມ່ວນ ​ແລະ​ເຮັດ​ໃຫ້​ຂ້ອຍ​ຫົວ​ໄດ້ ​ແຕ່​ໝໍ​ນີ້ ມີ​ແຕ່​ຢາກ​ຢູ່​ເຮືອນ ​ແລະ​ຫລິນ​ເກ​ມວີ​ດິ​ໂອ ຕະຫລອດ​ເວລາ.

Kevin: Well, I think it’s good that you don’t go for guys who play video games all the time. But why did you have a crush on him at first?

Emily: Well, our first date started well because we talked about how much each of us likes movies. But it turned out we don’t like the same kinds of movies.

Kevin: That’s too bad. I remember a few years ago I was seeing a girl who only wanted to watch movies that I hated. Every weekend we
argued about what movie to watch.

Emily: That’s too bad. I hope your current girlfriend likes the same kinds of movies as you.

MC: Oh … Emily only “goes for” guys who like to go out and have fun ​
ໂອ ​ເອມີ​ລີ ມັກຜູ້​ຊາຍ​ທີ່ ​ມັກ​ອອກ​ໄປ​ນອກ​ບ້ານ ​ແລະ​ຊອກ​ຫລິ້ນ​ມ່ວນ, not sit home
and play video games ບໍ່​ແມ່ນ​ນັ່ງຢູ່​ບ້ານ ​ແລະ​ຫລິ້ນເກ​ມວີ​ດິ​ໂອ. To “go for” means “to like,” right? To “go for” ​ແປ​ວ່າ ​ມັກ ​ແມ່ນ​ບໍ່?

Professor: You guessed it. In this section, listen for the phrase “set up,” which means to introduce two people. ​ເຈົ້າ​ເດົາ​ຖືກ​ແລ້ວ. ​ໃນ​ຕອນ​ຕໍ່​ໄປ ​ໃຫ້​ຟັງ​ສໍານວນ “to set up,” ທີ່​ແປ​ວ່າ ​ແນະ​ນໍາ​ສອງ​ຄົນ​ໃຫ້​ຮູ້ຈັກ​ກັນ.

​MC: ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ ພ້ອມ​ກັບຄໍາ​ແປ:

Kevin: Well, I think it’s good that you don’t go for guys who play video games all the time. But why did you have a crush on him at first? ຂ້ອຍ​ຄິດ​ວ່າ ມັນ​ດີ​ແລ້ວ ທີ່​ເຈົ້າ​ບໍ່​ມັກ​ຜູ້​ຊາຍທີ່​ຫລິ້ນ​ແຕ່​ເກ​ມວີ​ດິ​ໂອ ຕະຫລອດ​ເວລາ. ​ແຕ່​ວ່າ ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫລົງມັກ​ລາວ ​ໃນ​ຕອນ​ທຳ​ອິດ?

Emily: Well, our first date started well because we talked about how much each of us likes movies. But it turned out we don’t like the same kinds of movies. ​ເອີ ​ເດດ​ຄັ້ງ​ທໍາ​ອິດ​ຂອງ​ເຮົາ​ກໍ​ເລີ້ມ​ຕົ້ນ​ດີ​ຢູ່ ​ເພາະວ່າ​ພວກ​ເຮົາ​ລົມ​ກັນ ກ່ຽວ​ກັບ​ວ່າ​ພວກ​ເຮົາແຕ່ລະຄົນ ​ມັກ​ເບິ່ງ​ຮູບ​ເງົາ​ຫລາຍ​ສໍ່າ​ໃດ. ​ແຕ່​ແລ້ວ ກາຍ​ເປັນ​ວ່າ ພວກ​ເຮົາ​ບໍ່​ມັກ​ຮູບ​ເງົາ ປະ​ເພດ​ດຽວ​ກັນ​ເລີຍ.

Kevin: That’s too bad. I remember a few years ago I was seeing a girl who only wanted to watch movies that I hated. Every weekend we argued about what movie to watch. ໜ້າ​ເສຍດາຍ. ຂ້ອຍ​ຈື່​ໄດ້ ​ເມື່ອ 3-4 ປີ​ກ່ອນ​ນີ້ ຂ້ອຍ​ຄົບ​ກັນ​ກັບ​ຜູ້ຍິງ​ຄົນ​ນຶ່ງ ທີ່​ມັກ​ເບິ່ງ​ແຕ່​ຮູບ​ເງົາ​ທີ່​ຂ້ອຍ​ຊັງ. ທຸກໆທ້າຍ​ອາທິດ ພວກ​ເຮົາ​ແມ່ນ​ຈະ​ຕ້ອງ​ຖຽງ​ກັນ​ວ່າ ຈະ​ໄປ​ເບິ່ງ​ຮູບ​ເງົາ​ເລື້ອງ​ໃດ.

Emily: That’s too bad. I hope your current girlfriend likes the same kinds of movies as you. ໜ້າ​ເສຍດາຍ. ຂ້ອຍ​ຫວັງ​ວ່າ ​ແຟນ​ເຈົ້າ​ຄົນ​ປັດຈຸບັນ ຄົງ​ຈະ​ມັກ​ຮູບ​ເງົາ ປະ​ເພດ​ດຽວ​ກັນ​ກັບ​ທີ່​ເຈົ້າ​ມັກ.

Kevin: Actually, I have a friend who you might like. Do you want me to set you up?

Emily: Well, I usually don’t like to be set up, because I really don’t like blind dates.

Kevin: I understand. But this time you should let me set you up, because
I think my friend is really your type.

Emily: Well … OK. If you think he is my type, then I will let you set us up.

MC: Oh to “set up” means to introduce two people, a girl and a guy. To “set up” ​ແປວ່າ ​ແນະ​ນໍາ​ສອງ​ຄົນ ຜູ້ຍິງ​ກັບ​ຜູ້​ຊາຍ ​ໃຫ້​ຮູ້ຈັກ​ກັນ ຄັນ​ຊັ້ນ​ກໍ​ແປ​ວ່າ ຈັດ​ຄູ່​ໃນ
​ພາສາ​ລາວ. So Kevin is going to introduce Emily to his single friend. ເຄວິນ
ຈະແນະ​ນໍາ ​ໃຫ້ເອມີ​ລີ​ຮູ້ຈັກ​ກັບ​ໝູ່​ຂອງ​ລາວ ທີ່​ຍັງບໍ່​ມີ​ແຟນ​. That’s great! ດີຫລາຍ
ແລ້ວ​ເດ້!

Professor: That’s right. But why doesn’t Emily usually like to be set up? ​ແມ່ນ​ແລ້ວ. ​ແຕ່​ວ່າ ​ເປັນ​ຫຍັງ ຕາມ​ປົກກະຕິ​ແລ້ວ ​ເອມີ​ລີຈຶ່ງ​ບໍ່​ມັກ​ໃຫ້​ໝູ່ຈັດ​ຄູ່​ໃຫ້​ລາວ?

MC: Because she doesn’t like “blind dates”. ​ເພາະວ່າ​ລາວ​ບໍ່​ມັກ “blind dates” ກໍ​ຄື​ການອອກ​ເດດ​ແບບ​ຄົນ​ຕາບອດ ​ເພາະວ່າ​ເຮົາ​ບໍ່​ເຄີຍ​ເຫັນ​ ຫລື​ຮູ້ຈັກ​ຄູ່​ເດດ ຂອງ​ເຮົາ
​ມາ​ກ່ອນ. I don’t blame her. ຂະນ້ອຍ​ບໍ່​ຕິ​ລາວ​ດອກ. Every time I’ve gone on a blind date it’s been terrible! ທຸກໆ​ເທື່ອ​ທີ່​ຂະນ້ອຍ​ອອກ​ເດດ​ກັບ​ຄົນ ​ທີ່ຂະນ້ອຍບໍ່
​ເຄີຍ​ເຫັນ ບໍ່​ເຄີຍ​ພໍ້​ມາ​ກ່ອນ ມັນ​ບໍ່​ມ່ວນ​ຈັກ​ດີ້!

Professor: But Winnie, sometimes you have to trust your friends. I think
Emily trusts Kevin to introduce her to someone nice. In this section, listen
for the word "jock" meaning someone who only likes to do sports. ​ແຕ່​ວ່າ
ວິນ​ນີ່ ບາງເທື່ອ ​ເຈົ້າ​ກໍ​ຕ້ອງ​ເຊື່ອ​ໃຈ​ໝູ່​ຂອງ​ເຈົ້າ. ຂ້ອຍ​ຄິດ​ວ່າ ​ເອມີ​ລີ ​ເຊື່ອ​ໃຈ​ເຄວິນ ວ່າ​ຈະ
ແນະ​ນໍາໃຫ້​ລາວ​ຮູ້ຈັກ​ກັບຄົນ​ດີໆ. ​ໃນ​ຕອນ​ນີ້ ​ໃຫ້​ຟັງ​ຄໍາ​ສັບ "jock" ທີ່ໝາຍ​ເຖິງ ຄົນ​ທີ່​ມັກ
ຫລິ້ນແຕ່​ກິລາ.

​MC: ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ ພ້ອມ​ກັບຄໍາ​ແປ:

Kevin: Actually, I have a friend who you might like. Do you want me to
set you up? ​ແທ້ໆ​ແລ້ວ ຂ້ອຍ​ມີ​ໝູ່​ຄົນ​ນຶ່ງ ທີ່​ເຈົ້າ​ອາດ​ຈະ​ມັກ. ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ຈັດ​ຄູ່
ໃຫ້​ເຈົ້າ​ບໍ່?

Emily: Well, I usually don’t like to be set up, because I really don’t like blind dates. ​ໂອ້​ຍ ປົກກະຕິ​ແລ້ວ ຂ້ອຍ​ບໍ່​ມັກ​ໃຫ້​ຈັດ​ຄູ່​ດອກ ​ເພາະວ່າ​ແທ້ໆ​ແລ້ວ ຂ້ອຍ​
ບໍ່​ມັກອອກ​ເດດ ​ແບບ​ຄົນ​ຕາບອດ.

Kevin: I understand. But this time you should let me set you up, because
I think my friend is really your type. ຂ້ອຍ​ເຂົ້າ​ໃຈ. ​ແຕ່​ວ່າ​ເທື່ອ​ນີ້ ​ເຈົ້າ​ຄວນ​ຈະ​ໃຫ້
ຂ້ອຍ​ຈັດ​ຄູ່​ໃຫ້​ເຈົ້າ ​ເພາະຂ້ອຍ​ຄິດ​ວ່າ​ ໝູ່​ຂອງ​ຂ້ອຍ​ແມ່ນຄົນ​ປະ​ເພດ​ທີ່ເຈົ້າ​ມັກ​ແທ້ໆ.

Emily: Well … OK. If you think he is my type, then I will let you set us up.
ເອີ... ຄັນ​ຊັ້ນ​ກະ​ໂອ​ເຄ. ຖ້າ​ເຈົ້າ​ຄິດ​ວ່າ ລາວ​ເປັນ​ຄົນ​ປະ​ເພດທີ່​ຂ້ອຍ​ມັກ ຂ້ອຍ​ກໍ​ຈະ​ປ່ອຍ
ໃຫ້​ເຈົ້າ ຈັດ​ຄູ່​ໃຫ້​ຂ້ອຍ.

Emily: But Kevin, you have to promise me your friend isn’t a jock. I really don’t like jocks.

Kevin: No, he’s not a jock at all. In fact, he’s the opposite of a jock. He’s a nerd.

Emily: A nerd? I really don’t go for nerds either.

Kevin: Well, you just have to trust me. I won’t set you up with someone you won’t like.

Emily: Alright. But Kevin, if your friend is a big weirdo, you’re going to be in big trouble!

Kevin: Don’t worry, I promise he’s not a weirdo.

MC: It sounds like Emily is pretty picky. She doesn’t want a “jock”, but she doesn’t want a nerd either. ຟັງ​ເບິ່ງ​ແລ້ວ ​ເອມີ​ລີ​ເປັນ​ຄົນ​ມັກ​ເລືອກ​ພໍ​ສົມຄວນ​ເນາະ ລາວ​ບໍ່​ມັກ​ຄົນ​ທີ່ບ້າ​ກິລາ ແຕ່​ລາວ​ກໍ​ບໍ່​ຢາກ​ໄດ້​ຄົນ​ທີ່​ເອົາ​ແຕ່​ຮຽນ ຄື​ກັນ. So she is picky. ສະຫລູບ​ແລ້ວ ລາວ​ເປັນ​ຄົນ​ມັກ​ເລືອກ.

Professor: Well Emily does sound picky. But as long as Kevin’s friend isn’t a weirdo, I think they’ll have a good time. ຟັງ​ເບິ່ງ ລາວ​ກໍ​ເປັນ​ຄົນ​ມັກ​ເລືອກ​ຢູ່ ​ແຕ່​ວ່າ ຕາບ​ໃດ​ທີ່​ໝູ່​ຂອງ​ເຄວິນ ບໍ່​ແມ່ນ​ຄົນ​ແປກ​ປະຫລາດ​ແລ້ວ ຂ້ອຍ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ມ່ວນ​ນໍາ​ກັນ​ໄດ້.

MC: Well, if Kevin sets her up with a “weirdo” ເອີ ຖ້າເຄວິນຈັດຄູ່ໃຫ້ເອມິລີ ກັບ
ຄົນທີ່ແປກປະຫລາດ ບໍ່ຄືໝູ່ແລ້ວ I think Emily will be pretty mad. ຂະ​ນ້ອຍຄິດ​ວ່າ ​ເອມິລີ​ກໍ​ຄົງ​ຈະ​ຢາກຮ້າຍ​ສົມ​ຄວນ. I can’t wait to hear what happens on their date! ຢາກ​ຮູ້​ເດ້ ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ຕອນ​ເຂົາ​ເຈົ້າ​ອອກ​ເດດ! ອົດ​ໃຈ​ຖ້າ​ບໍ່​ໄຫວ!

Professor: Well, listen next time and find out! ຕິດຕາມ​ຟັງ​ເທື່ອ​ໜ້າ ຖ້າ​ຢາກ​ຮູ້.

MC: ອ້າວ ໝົດ​ເວລາ​ແລ້ວ​ວະ? We’re running out of time already? ຊັ້ນ​ກະ​ໄປ
​ຟັງ​ບົດ​ສົນທະນາ​ມື້​ກີ້​ກັນ​ອີກ ພ້ອມ​ກັບ​ຄໍາ​ແປ.

Emily: But Kevin, you have to promise me your friend isn’t a jock. I really don’t like jocks. ​ແຕ່​ວ່າ ​ເຄວິນ ​ເຈົ້າ​ຕ້ອງ​ສັນຍາ​ຂ້ອຍ​ກ່ອນ​ວ່າ ໝູ່​ຂອງ​ເຈົ້າ​ຈະ​ບໍ່​ເປັນ​ຄົນທີ່​ມັກ​ຫລິ້ນ​ແຕ່​ກິລາ. ຂ້ອຍ​ບໍ່​ມັກ​ຄົນ​ບ້າ​ກິລາ ອີ​ຫລີ​ໄດ໋.

Kevin: No, he’s not a jock at all. In fact, he’s the opposite of a jock. He’s a nerd. ບໍ່ ລາວ​ບໍ່​ແມ່ນ​ຄົນ​ບ້າ​ກິລາ​ຈັກ​ດີ້. ຄວາມ​ຈິງ​ແລ້ວ ລາວ​ກົງກັນຂ້າມ​ກັບ​ຄົນ​ບ້າ​ກິລາ. ລາວ​ເປັນ​ຄົນ​ບ້າ​ຮຽນໜັງສື.

Emily: A nerd? I really don’t go for nerds either. ​ຄົນ​ບ້າ​ຮຽນໜັງສື! ​ໂອ້​ຍ ຂ້ອຍ​ບໍ່​ມັກ​ຄົນ​ບ້າ​ຮຽນ​ຄື​ກັນ.

Kevin: Well, you just have to trust me. I won’t set you up with someone you won’t like. ​ເຈົ້າ​ຕ້ອງ​ໄດ້​ເຊື່ອ​ໃຈ​ຂ້ອຍ. ຂ້ອຍ​ບໍ່​ຈັດ​ຄູ່​ໃຫ້​ເຈົ້າ ກັບ​ຄົນ​ທີ່​ເຈົ້າ​ບໍ່​ມັກ​ດອກ.

Emily: Alright. But Kevin, if your friend is a big weirdo, you’re going to be in big trouble! ຕົກລົງ ​ແຕ່​ວ່າ​ເຄວິ​ນ ຖ້າ​ໝູ່​ຂອງ​ເຈົ້າ​ເປັນ​ໂຕ​ແປກ​ປະຫລາດໃຫຍ່
​ເຈົ້າ​ຈະ​ປະສົບ​ກັບ​ບັນຫາ​ໃຫຍ່ຄື​ກັນ!

Kevin: Don’t worry, I promise he’s not a weirdo. ບໍ່​ຕ້ອງ​ເປັນ​ຫ່ວງ. ຂ້ອຍ​ສັນຍາ​ວ່າ ລາວ​ບໍ່​ແມ່ນ​ໂຕ​ແປກປະ​ຫລາດ​ດອກ.

MC: Well, it turns out that we still have a little bit of time left, so let’s go over some of the last few words that we’ve just learned. ກັບກາຍ​ເປັນ​ວ່າ ​
ເຮົາ​ຍັງ​ມີ​ເວລາ​ເຫລືອ​ຢູ່​ໜ້ອຍ​ນຶ່ງ ສະ​ນັ້ນ ມາ​ທົບ​ທວນຄືນ​ບາງ​ຄໍາ​ສັບ​ທີ່​ເຮົາ​ຫາ​ກໍ​ໄດ້​ຮຽນ​ເນາະ. ​ໃນ​ນັ້ນ ກໍ​ມີ​ຄໍາ Picky p-i-c-k-y ທີ່ມາ​ຈາກ ຄໍາ​ກິລິຍາ to pick ທີ່​ແປ​ວ່າ​ເລືອກ
​ນັ້ນ​ເອງ ດັ່ງ​ໃນ​ປະ​ໂຫຍ​ກ Emily is pretty picky ທີ່​ແປ​ວ່າ ​ເອມິ​ລີ​ເປັນ​ຄົນ​ມັກ​ເລືອກ
ສົມຄວນ​. A “jock” j-o-c-k ໝາຍ​ເຖິງຄົນທີ່​ມັກ​ຫລິ້ນ​ແຕ່​ກິລາ ຫລື​ບ້າ​ກິລາ. She doesn’t want a jock, but she doesn’t want a nerd either. ລາວ​ບໍ່​ມັກ​ຄົນ​ທີ່ບ້າ​ກິລາ ແຕ່​ລາວ​ກໍ​ບໍ່​ຢາກ​ໄດ້​ຄົນ​ທີ່​ເປັນ a nerd ຄື​ກັນ. Nerd ສະກົດ n-e-r-d ໝາຍເຖິງ
ຄົນ​ທີ່​ເອົາ​ແຕ່​ຮຽນ​ໜັງສື ບ້າ​ຮຽນ ແລະບໍ່​ມັກເຂົ້າ​ສັງຄົມ​. Nerd ເປັນຄໍາ​ນາມ ຖ້າ​ຈະ​ໃຊ້​
ເປັນ​ຄຸນ​ນາມ ກໍ​ເວົ້າ​ວ່າ nerdy ​ເຊ່ນ​ປະ​ໂຫຍກນີ້ He is nerdy ຄື​ກັນ​ກັບ​ຄໍານາມ a weirdo ສະກົດ w-e-i-r-d-o ທີ່​ມີ​ຈາກ​ຄໍາ​ຄຸນ​ນາມ weird ທີ່​ແປວ່າ ​ແປກ​ປະຫລາດ.
He is weird, or he is a weirdo ລາວ​ເປັນ​ຄົນແປກ​ປະຫລາດ ກໍ​ຄື​ເປັນ​ຄົນ​ທີ່​ມີ​ນິ​ໄສ ​ແປກໆ ຫລື​ມັກ​ເຮັດ​ໃຫ້​ສິ່ງ​ທີ່ແປກ​ປະຫລາດ ບໍ່​ຄື​ໝູ່ນັ້ນ​ເອງ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

Music… up and out.

XS
SM
MD
LG