ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

GoEnglish.Me: Greeting Friends, Pt. 1


ນັກສຶກສາ ນັ່ງລົມກັນຫລິ້ນ
ນັກສຶກສາ ນັ່ງລົມກັນຫລິ້ນ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ບົດຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາ
ລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍ
ຄຳສັບ ​ແລະສຳນວນ​ຕ່າງໆ.

LESSON ONE: Greeting Friends: Beginner

ຜູ້ດຳເນີນລາຍການ ຫລື MC: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍ ການຮຽນ ພາສາອັງກິດ GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີ ວິທະຍຸແຫ່ງຊາດລາວ. ບົດຮຽນທໍາອິດນີ້ ​ມາ​ໃນ​ຫົວ​ຂໍ້ Greeting Friends ຕອນ​ທີ​ນຶ່ງ ຫລື ການ​ໂອ້​ລົມຖາມ​ຂ່າວໝູ່​ເພື່ອນ ​ໃນລະດັບເລີ້ມ​ຕົ້ນ. ​ໃນ​ບົດ​ນີ້ Winnie ຫລື Winnifred ຜູ້ດຳເນີນລາຍການ ກັບ Professor Bowman ອາຈານຄົນ​ອາເມຣິກັນ ຂອງນາງ ຈະພາທ່ານໄປຟັງໝູ່ເກົ່າສອງຄົນ ລົມກັນ ຄືນາງ Jen ຫລື Jennifer ກັບ ທ້າວ Lawrence ທີ່ບໍ່ໄດ້ພໍ້ກັນດົນແລ້ວ. ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

MC: Today we’re learning some beginner words to use when you meet a friend. Jen and Lawrence are two old friends who haven’t seen each other in a while. In this lesson they are walking down the street when they suddenly run into each other.
ມື້ນີ້ ເຮົາຈະຮຽນຄໍາສັບຈໍານວນນຶ່ງ ສໍາລັບໃຊ້ລົມ​ກັນ​ໃນ​ຕອນ​ຕົ້ນໆ ເວລາພົບ
ກັບເພື່ອນ​ເກົ່າ. ນາງ Jen ກັບທ້າວ Lawrence ເປັນໝູ່ເກົ່າທີ່ບໍ່ໄດ້ພໍ້ກັນດົນແລ້ວ. ໃນບົດຮຽນນີ້ ທັງສອງກໍາລັງຍ່າງຢູ່ຫົນທາງ ເວລາເຂົາເຈົ້າພົບກັນຢ່າງບໍ່ຄາດຝັນ.

Professor: But Winnie. Today is a special day: It’s Christmas eve. Shouldn’t they be at home celebrating with their families? What are they doing walking around on the street on Christmas? ແຕ່ວ່າ ວິນນີ. ມື້ນີ້ເປັນມື້ພິເສດໄດ໋. ເປັນຄືນ​ກ່ອນວັນຄຣິສມັສ. ​ເຂົາ​ເຈົ້າ​ຄວນ​ຈະ​ຢູ່​ບ້ານ ສະຫລອງ​ກັບ​ຄອບຄົວ​ຂອງ​ເຂົາ​ເຈົ້າ ບໍ່​ແມ່ນ​ວະ? ເຂົາ​ເຈົ້າ​ມາ​ຍ່າງ​ຢູ່​ຫົນທາງ​ ເຮັດ​ຫຍັງ ​ໃນ​ຍາມ​ບຸນຄຣິສມັສ?

MC: That ‘s right. It’s Christmas. They should be at home celebrating with their families, not walking around on the street on Christmas.
​ແມ່ນ​ໄດ໋​ເນາະ ​ແມ່ນວັນຄຣິສມັສ! ພວກເຂົາເຈົ້າຄວນຈະຢູ່ບ້ານ ສະຫລອງກັບຄອບຄົວ ຂອງເຂົາເຈົ້າ ບໍ່ຄວນມາຍ່າງຢູ່ຫົນທາງ ໃນວັນຄຣິສມັສ! ໄປຟັງເຂົາເຈົ້າລົມກັນເບິ່ງຊັ້ນ ເພື່ອຈະໄດ້ຮູ້ວ່າ ​ເປັນ​ຫຍັງ.

Jen: Lawrence, is that you?
Lawrence: Hey Jenn, how are you doing? I don’t think I’ve seen you in over a year.
Jen: I know! It’s been a long time. It’s funny to run into you on Christmas.
Lawrence: Yeah, isn’t that funny. Why aren’t you at home with your family?


Professor: So Winnie, how long has it been since Lawrence and Jen last met? ເອົ໋າ ວິນນີ. ດົນປານໃດແລ້ວ ຫລັງຈາກທີ່ Lawrence ກັບ Jen ພໍ້ກັນ ເທື່ອສຸດທ້າຍ?

MC: Lawrence says he hasn’t seen Jen in over a year. But professor, why does Jen say that she “ran into” Lawrence? Does that mean that they collided on the street? Lawrence ເວົ້າວ່າ ລາວບໍ່ໄດ້ເຫັນ Jen ມາໄດ້ປີ
ປາຍແລ້ວ. He hasn’t seen Jen in over a year. ແຕ່ວ່າ Professor Bowman ເປັນຫຍັງ Jen ຈຶ່ງເວົ້າວ່າ ລາວ “ran into” Lawrence? Does that mean that they collided on the street? ມັນແປວ່າ ເຂົາເຈົ້າແລ່ນຕໍາກັນຢູ່ຫົນທາງ ຊັ້ນເບາະ?

Professor: No, Winnie. When you say you “run into” something, it means that you meet it unexpectedly. For example, I was doing very well on the test, but I ran into trouble when I got to the math part.
ບໍ່ ວິນ​ນີ. ເວລາເຮົາ ເວົ້າວ່າ ເຮົາ “run into” something ຫລືແລ່ນຕໍາສິ່ງໃດສິ່ງນຶ່ງ ແມ່ນແປວ່າ ເຮົາພົບສິ່ງນັ້ນ ໂດຍບໍ່ຄາດຝັນ ຫລື unexpectedly. ໂຕຢ່າງ ປະໂຫຍກ ນີ້:​ I was doing very well on the test, but I ran into trouble when I got to the math part. “ຂ້ອຍກໍາລັງເຮັດບົດສອບໄດ້ດີຫລາຍ ແຕ່ວ່າ ຂ້ອຍມີບັນຫາພໍໄປ ຮອດ ພາກຄະນິດສາດ.”​ເຮົາໃຊ້ສໍານວນ “run into” ນີ້ ກັບທັງ​ຄົນ ​ແລະສິ່ງຂອງ.

MC: ໂອ..​ເຂົ້າ​ໃຈ​ແລ້ວ.. ໄປຟັງບົດສົນທະນານັ້ນອີກເນາະ ພ້ອມກັບຄໍາແປ:

Jen: Lawrence, is that you? Lawrence, ແມ່ນເຈົ້າວະຫັ້ນ?
Lawrence: Hey Jen, how are you doing? I don’t think I’ve seen you in over a year. ອ້າວ ແຈນ ເປັນແນວໃດ ສະບາຍດີບໍ່? ຂ້ອຍຄິດວ່າ ຂ້ອຍບໍ່ໄດ້
ເຫັນເຈົ້າ ມາໄດ້ປີປາຍແລ້ວໄດ໋​ເນາະ.
Jen: I know! It’s been a long time. It’s funny to run into you on Christmas Eve. ຂ້ອຍຮູ້ ມັນດົນເຕີບແລ້ວ ຕະລົກດີເນາະທີ່ໄດ້ມາພໍ້ເຈົ້າຢ່າງບໍ່
ຄາດຝັນ ໃນມື້ຄືນ​ກ່ອນ ຄຣິສມັສ.
Lawrence: Yeah, isn’t that funny. Why aren’t you at home with your family? ແມ່ນແລ້ວ ຕະລົກດີເນາະ. ເຈົ້າເປັນຫຍັງບໍ່ຢູ່​ເຮືອນ ກັບຄອບຄົວ?


ບົດ​ສົນທະນາ ຕໍ່:

Jen: My family doesn’t live here. They live in Texas.
Lawrence: I see. Well why didn’t you fly home to Texas for the holidays?
Jen: I have to work tomorrow, so I didn’t have time to fly to Texas. Why didn’t you go home?
Lawrence: I wanted to, but I didn’t have enough money to buy a plane ticket.


Professor: So Winnie, why didn’t Jen go home for Christmas?
ເອົ໋າ ວິນນີ ເປັນຫຍັງ ແຈນ ບໍ່ເມືອບ້ານ ສໍາລັບບຸນຄຣິສມັສ?

MC: She has to work tomorrow and so didn’t have time to make the trip. ລາວຕ້ອງເຮັດວຽກມື້ອື່ນ ກະເລີຍບໍ່ມີເວລາຈະເດີນທາງ. And with the long lines at the airports around the holidays, that would have been a particularly miserable trip ແລະຍ້ອນວ່າມີແຖວຍາວຢຽດຢູ່ສະໜາມບິນທັງຫລາຍ ໃນຍາມພັກບຸນແບບນີ້ ມັນກໍຈະເປັນການເດີນທາງທີ່ລໍາບາກເປັນພິເສດ.

Professor: Definitely. And why didn’t Lawrence go home for Christmas? ແນ່ນອນ. ແລ້ວເປັນຫຍັງ ລໍເຣິນສ໌ ຈຶ່ງບໍ່ເມືອບ້ານ ສະຫລອງຄຣິສມັສ?

MC: Poor Lawrence, he didn’t have enough money to buy a plane ticket. ເປັນຕາອີ່ຕົນ ລໍເຣິນສ໌. ລາວບໍ່ມີເງິນພໍ ສໍາລັບຊື້ປີ້​ເຮືອບິນ. ແຕ່ວ່າ ອາຈານ ມັນແຕກຕ່າງກັນແນວໃດ ຄໍາວ່າ “Christmas” ກັບ “the holidays”?

Professor: “The holidays” means all the religious holidays that happen in December. If a person doesn’t celebrate Christmas, you can wish him or her “Happy holidays.” ຄໍາວ່າ “the holidays” ໝາຍເຖິງບຸນທາງສາສະ
ໜາທັງໝົດ ທີ່ມີຂຶ້ນໃນເດືອນທັນວາ. ຖ້າຫາກໝູ່ຂອງເຈົ້າຫລືຄົນຮູ້ຈັກກັນ ບໍ່ສະຫລອງ ບຸນຄຣິສມັສ ເຈົ້າກໍອ່ວຍພອນລາວ ດ້ວຍຄໍາວ່າ “Happy holidays” ເພາະວ່າ “Happy holidays” ລວມທັງບຸນສາສະໜາອື່ນໆ ແລະປີໃໝ່ສາກົນນໍາ.

MC: Oh … because Christmas is a Christian holiday, sometimes it is polite to wish people “happy holidays” in case they aren’t Christian and celebrate Hanukkah or Kwanza. ໂອ...ເພາະວ່າ Christmas ແມ່ນບຸນຂອງ ຊາວຄຣິສເນາະ. ບາງເທື່ອ ມັນກໍສຸພາບ ທີ່ຈະອວຍພອນ ເຂົາເຈົ້າດ້ວຍຄໍາອວຍພອນ​ລວມວ່າ “Happy holidays” ໃນກໍລະນີທີ່ເຂົາເຈົ້າບໍ່ແມ່ນຊາວຄຣິສ ແຕ່ອາດ​ແມ່ນ​ຄົນ​ຍິວ ທີ່​ສະຫລອງບຸນ ຮານຸກະ ຫລື ຄົນ​ອາ​ຟຣິກາ​ອາ​ເມຣິກັນ ທີ່​ສະຫລອງ​ບຸນ ຄະວັນຊາ ​ໃນ​ຊ່ວງ​ເທດ​ກະກາ​ນດຽວ​ກັນ​ນີ້ເນາະ.

ໄປຟັງບົດສົນທະນາມື້ກີ້ນີ້ອີກ ພ້ອມກັບຄໍາແປ.

Jen: My family doesn’t live here. They live in Texas. ຄອບຄົວຂອງຂ້ອຍ
ບໍ່ໄດ້ຢູ່ນີ່ ເຂົາເຈົ້າຢູ່ລັດເທັກຊັສ.
Lawrence: I see. Well why didn’t you fly home to Texas for the holidays? ໂອຊັ້ນວະ. ອ້າວ ແລ້ວເປັນຫຍັງເຈົ້າບໍ່ບິນເມືອບ້ານເພື່ອສະຫລອງບຸນ?
Jen: I have to work tomorrow, so I didn’t have time to fly to Texas. Why didn’t you go home? ຂ້ອຍຕ້ອງເຮັດວຽກມື້ອື່ນ. ສະນັ້ນ ຂ້ອຍກໍເລີຍບໍ່ມີ ເວລາບິນເມືອເທັກຊັສ. ເຈົ້າເດ້ ເປັນຫຍັງບໍ່ເມືອບ້ານ?
Lawrence: I wanted to, but I didn’t have enough money to buy a plane ticket. ຂ້ອຍກະຢາກເມືອຢູ່ ແຕ່ຂ້ອຍບໍ່ມີເງິນພໍທີ່ຈະຊື້ ປີ້ເຮືອບິນ.


ບົດສົນທະນາຕໍ່:

Jen: I’m sorry you couldn’t go home. How is everything else going?
Lawrence: I’m OK, but I’m having trouble finding a job. What’s up with you?
Jen: I can’t complain. My job is going well and I have a nice apartment.
Lawrence: That’s great. I’m happy everything is working out for you.


MC: No wonder Lawrence couldn’t afford a plane ticket home. He doesn’t have a job. ບໍ່ໜ້າແປກ ທີ່ລໍເຣິນສ໌ ບໍ່ສາມາດຊື້ປີ້ເຮືອບິນ ເມືອບ້ານໄດ້. ລາວບໍ່ມີການເຮັດ. Alone and unemployed on Christmas? How sad. ຢູ່ຄົນດຽວແລະບໍ່ມີວຽກເຮັດ ໃນຍາມຄຣິສມັສເນາະ? ໜ້າເສົ້າແທ້ໆ. But Professor, why does Lawrence ask Jen “what’s up”? ແຕ່ວ່າ ອາຈານ ເປັນຫຍັງລໍເຣນສ໌ ຈຶ່ງຖາມແຈນວ່າ “what’s up” ແປວ່າຫຍັງ ?

Professor: Asking “what’s up” is like asking how someone is doing. But “what’s up” is a very informal expression,
ຄໍາຖາມ “what’s up?” ກໍຄືກັນກັບຖາມໃຜຜູ້ນຶ່ງວ່າ ລາວເປັນແນວໃດ? ຫັ້ນແຫລະ. ແຕ່ວ່າ “What’s up” ເປັນຄໍາຖາມ ແບບກັນເອງຫລາຍ.

MC: I see. “What’s up” and “how are you doing” both mean..... But “what’s up” is a very informal expression, right?
​ໂອ.. ​ເຂົ້າ​ໃຈ​ແລ້ວ. ຄັນ​ຊັ້ນ “What’s up” ກັບ “how are you doing” ທັງສອງ ປະໂຫຍກນີ້ ກໍເປັນຄໍາຖາມທີ່ແປວ່າ “ເຈົ້າເປັນແນວໃດ?” ແຕ່ “What’s up” ເປັນ ຄໍາຖາມ ແບບກັນເອງຫລາຍກ່ວາ ແມ່ນບໍ່?

Professor: That’s exactly right. But Winnie, did you hear Lawrence say he is happy everything is working out for Jen? What do you think “working out” means? ຖືກຕ້ອງທີ່ສຸດ ແຕ່ວິນນີ ເຈົ້າໄດ້ຍິນລໍເຣິນສ໌ເວົ້າວ່າ ລາວດີ
ໃຈ ທີ່ everything is working out for Jen ບໍ່? ເຈົ້າຄິດວ່າ “working out” ແປວ່າ ແນວໃດ?

MC: Well I know that “working out” can mean to exercise. But in this context, I think it means “to have a good result.” ຂະນ້ອຍຮູ້ວ່າ
“working out” ແປວ່າ ອອກກໍາລັງກາຍກໍໄດ້ ແຕ່ວ່າໃນທ້ອງເລື້ອງຂອງບົດສົນທະ ນານີ້ ຂະນ້ອຍຄິດວ່າ ມັນແປວ່າ “ອອກມາດີ ໄປໄດ້ດີ ຫລື ໄດ້ຜົນດີ”.

Professor: That’s right. For example, “John asked Emily to go on a date with him 10 times, but it never worked out.”
ແມ່ນແລ້ວ. ໂຕຢ່າງ ປະໂຫຍກນີ້ “John asked Emily to go on a date with him 10 times, but it never worked out.” ຈອນຂໍໃຫ້ເອມິລີ ອອກເດດກັບລາວ 10 ເທື່ອແລ້ວ ແຕ່ກໍບໍ່ໄດ້ຜົນຈັກເທື່ອ.

MC: He was rejected 10 times? ລາວຖືກປະຕິເສດ 10 ເທື່ອພຸ້ນນ່ະ? Well it’s too bad it didn’t work out, but you have to admire that kind of persistence. ໜ້າເສຍໃຈເນາະ ທີ່ມັນບໍ່ໄດ້ຜົນ ແຕ່ເຮົາຕ້ອງຊື່ນຊົມລາວ ທີ່ຕື້ບໍ່​ເຊົາ
ແບບນັ້ນ.

ໄປຟັງບົດສົນທະນາມື້ກີ້ນີ້ອີກ ພ້ອມກັບຄໍາແປ ​ແລະ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່.

Jen: I’m sorry you couldn’t go home. How is everything else going?
ຂ້ອຍເສຍໃຈ ທີ່ເຈົ້າບໍ່ສາມາດເມືອບ້ານ. ແລ້ວເລື້ອງອື່ນເດ້ ເປັນແນວໃດ?
Lawrence: I’m OK, but I’m having trouble finding a job. What’s up with you? ເລື້ອງອື່ນ ຂ້ອຍກະໂອເຄຢູ່ ແຕ່ມີບັນຫານໍາ ຊອກວຽກເຮັດຍາກ. ເຈົ້າເດ້ ເປັນແນວໃດ?
Jen: I can’t complain. My job is going well and I have a nice apartment. ຂ້ອຍບໍ່ມີຫຍັງຕ້ອງຈົ່ມດອກ. ວຽກການຂ້ອຍກໍດີແລະຂ້ອຍກໍມີອາພາດ
ທະເມ້ນດີໆຢູ່.
Lawrence: That’s great. I’m happy everything is working out for you.
ດີຫລາຍແລ້ວເດ້. ຂ້ອຍດີໃຈ ທີ່ທຸກສິ່ງທຸກຢ່າງໄປໄດ້ດີ ສໍາລັບເຈົ້າ.


ບົດສົນທະນາຕໍ່:

Jen: You know, since we’re both alone, we should have Christmas dinner together.
Lawrence: Sounds great! But can we go someplace that isn’t too expensive?
Jen: Don’t worry, Lawrence, tonight I’ll treat you. That will be my Christmas present to you.
Lawrence: Thanks! But next time, I promise I’m buying.


MC: Professor, what is the difference between saying “I’m buying” and “I’ll treat you”? I’m guessing they both mean [Chinese]. ອາຈານ ຄໍາວ່າ
“I’m buying” ກັບ “I’ll treat you” ມັນແຕກຕ່າງກັນແນວໃດ? ຂະນ້ອຍເດົາວ່າ ທັງສອງປະໂຫຍກນີ້ ແປວ່າ ຂ້ອຍຈະລ້ຽງເຈົ້າ.

Professor: Correct. You could also say “It’s on me.” ຖືກຕ້ອງ. ຄັນເຈົ້າຈະ
ເປັນຜູ້ຈ່າຍຄ່າອາຫານ ເຈົ້າຈະເວົ້າວ່າ “I’m buying” ຫລື “I’ll treat you.” ກໍໄດ້ ຫລືຈະເວົ້າວ່າ “It’s on me.” ກໍໄດ້ຄືກັນ.

MC: ​ແຕ່​ວ່າ ອາຈານ Who needs all these ways to offer to pay for the meal? ໃຜຈະຕ້ອງການເວົ້າຫລາຍວິທີປານນັ້ນ ເພື່ອຈະສະເໜີຈ່າຍຄ່າອາຫານຊື່ໆ! ບັດນີ້ ຂະນ້ອຍຕ້ອງການຢາກຮູ້ວິທີ ທີ່ຈະບໍ່ຕ້ອງໄດ້ຈ່າຍຄ່າອາຫານ! Now I need to know how to get out of paying for the meal!

Professor: That’s easy. Just say, “I forgot my wallet.” ງ່າຍຫລາຍ. ກະເວົ້າ ວ່າ “ຂ້ອຍລືມກະເປົາເງິນຂ້ອຍ” ເທົ່ານັ້ນແຫລະ!

​MC: ໂອ​ເຄ ​ເວລາ​ຂະ​ນ້ອຍ​ໄປ​ກິນ​ເຂົ້າ​ກັບ​ອາຈານ​ເທື່ອ​ໜ້າ ຂະ​ນ້ອຍ​ຈະ​ເວົ້າ​ວ່າ “I forgot my wallet.” ໄປຟັງບົດສົນທະນາຕອນສຸດທ້າຍ ຂອງ Jen ກັບ Lawrence ພ້ອມກັບຄໍາແປ.

Jen: You know, since we’re both alone, we should have Christmas dinner together. ເອີ ເນື່ອງຈາກວ່າ ພວກເຮົາທັງສອງ ຕ່າງກໍຢູ່ຄົນດຽວ ເຮົາຄວນ ຈະໄປກິນເຂົ້າແລງ ສະຫລອງຄຣິສມັສນໍາກັນ.
Lawrence: Sounds great! But can we go someplace that isn’t too expensive? ດີຫລາຍ! ແຕ່ວ່າ ເຮົາໄປກິນບ່ອນທີ່ຖືກໆ ບໍ່ແພງຫລາຍ ໄດ້ບໍ່?
Jen: Don’t worry, Lawrence, tonight I’ll treat you. That will be my Christmas present to you. ບໍ່ຕ້ອງເປັນຫ່ວງ ລໍເຣິນສ໌. ຄືນນີ້ ຂ້ອຍຈະລ້ຽງ ເຈົ້າເອງ. ຂອງຂວັນຄຣິສມັສຂອງຂ້ອຍ ສໍາລັບເຈົ້າ.
Lawrence: Thanks! But next time, I promise I’m buying.
ຂອບໃຈ! ແຕ່ວ່າ ເທື່ອໜ້າ ຂ້ອຍສັນຍາວ່າ ຂ້ອຍຈະຈ່າຍ.


​MC: ເພື່ອນ​ນັກ​ສຶກສາ​ທີ່​ເຄົາລົບ ກ່ອນ​ຈົບ​ບົດຮຽນ​ມື້​ນີ້ ​ເຮົາ​ມາ​ພາກັນ​ໄປ​ລື້​ມຄືນ​ບາງ​ສໍານວນທີ່​ໄດ້​ຍິນ​ມາ​ໃນ​ຕອນ​ຕົ້ນ​ເນາະ. ສໍານວນ​ທໍາ​ອິດ ກໍ​ຄື “run into” something or somebody ​ແຕ່​ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທ່ານ​ແລ່ນ​ເຂົ້າ​ຕໍາ ກໍ​ຄື crash c-r-a-s-h crash into ຫລື collide c-o-l-l-i-d-e ກັບ​ຜູ້​ໃດ​ຜູ້​ນຶ່ງ ຫລື​ສິ່ງ​ໃດ​ສິ່ງ​ນຶ່ງ ​ແຕ່​ມັນ​ໝາຍ​ຄວາມ​ວ່າ ທ່ານ​ໄປ​ພົບ​ສິ່ງ​ໃດ​ສິ່ງ​ນຶ່ງ ຫລືຄົນ​ໃດຄົນນຶ່ງ ​ຢ່າງ​ບໍ່​ຄາດ​ຝັນ meet him or her or it unexpectedly. ເຊັ່ນ​ໃນ​ປະ​ໂຫຍ​ກນີ້ The robber ran into trouble when he ran into police. ​ໂຈນປຸ້ນ ​ພົບ​ກັບ​ບັນຫາ ​ເວລາ​ເຂົາ​ໄປ​ພົບ​ຕໍາ​ຫລວດຢ່າງ​ບໍ່​ຄາດ​ຝັນ. ອີກ​ສໍານວນ​ນຶ່ງ fly to a place ແຈນ​ເວົ້າ​ວ່າ I didn’t have time to fly home to Texas. ຂ້ອຍ​ບໍ່​ມີ​ເວລາ​ທີ່​ຈະ​ບີນ​ເມືອ​ບ້ານ​ໄປ​ຍັງ​ລັດ​ເທັກ​ຊັສ​. ທ່ານ​ຄົງ​ຈະ​ເດົາ​ໄດ້​ແລ້ວ​ເນາະວ່າ fly to ​ໝາຍ​ຄວາມ​ວ່າ​ເດີນທາງໂດຍ ​ທາງ​ເຮືອບິນ ຫລື travel by plane ຫລື airplane ບໍ່​ແມ່ນ​ບິ​ນ​ໄປ​ຄື​ກັນ​ກັບ​ນົກ. ອີກ​ສໍານວນ​ນຶ່ງ to work out ຈະແປ​ວ່າ exercise ຫລື ອອກ​ກໍາລັງ​ກາຍ​ກໍ​ໄດ້ ດັ່ງ​ໃນ​ປະ​ໂຫຍ​ກນີ້ “Let’s go work out” “​ໄປ໋ ​ໄປ​ອອກ​ກໍາລັງ​ກາຍ​ກັນ​ເຖາະ”​ ຫລື “He’s working out.” “ລາວ​ກໍາລັງ​ອອກ​ກໍາລັງ​ກາຍ​ຢູ່.” ​ແຕ່​ໃນ​ປະ​ໂຫຍ​ກ Everything is working out for Jen ມັນ​ແປ​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ກໍາລັງ​ໄປ​ໄດ້​ດີ ສໍາລັບ​ແຈນ ໝາຍ​ຄວາມ​ວ່າ​ທຸກ​ຢ່າງ​ທີ່​ລາວ​ເຮັດ ​ແມ່ນ​ໄດ້ຜົນ​ດີ. ສໍານວນ​ສຸດ​ທ້າຍ ທີ່ Professor Bowman ສອນ​ເຮົາ​ໃນ​ມື້​ນີ້ ກໍ​ຄື “I’ll treat you.” ທີ່​ແປ​ວ່າ “ຂ້ອຍ​ຈະ​ລ້ຽງ​ດອກ” ຫລື​ຈະ​ເວົ້າ​ວ່າ My treat! ກໍ​ໄດ້​ ​ເຊັ່ນວ່າ ​ທ່ານຊວນໝູ່​ຫລາຍໆ​ຄົນ​ໄປ​ກິນ​ເຂົ້າ “Let’s go eat​.” ແລ້ວ​ໃຜ​ຜູ້​ນຶ່ງ​ຖາມ​ວ່າ “Who’s paying?” ທ່ານ​ຈະຕອບ​ວ່າ “My treat!” ກໍ​ໄດ້ ຖ້າ​ທ່ານ​ຈະ​ລ້ຽງ ຫລື​ຈະ​ເວົ້າວ່າ “I’m buying” ກໍໄດ້. ອີກ​ວິທີ​ນຶ່ງ ກໍ​ຄື “It’s on me.”

Music up…and under…..

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານທາງສະຖານີແຫ່ງ
ນີ້ເປັນປະຈໍາ. ໂປດຕິຕຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.
XS
SM
MD
LG