ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາບອາກາດ ທີ່ຮ້ອນເອົ້າຂຶ້ນ ອາດຈະພາ ໃຫ້ມີ​ຟ້າຜ່າ ຫຼາຍຂຶ້ນ


ຟ້າຜ່າ ທີ່ສະໜາມກິລາ Fenway Park ໃນນະຄອນ Boston ໄດ້ງົດການແຂ່ງຂັນກິລາ baseball ລະຫວ່າງທີມ Red Sox ຂອງນະຄອນບັອສຕັນ ແລະ ທີມ Blue Jays ຂອງນະຄອນໂຕຣອນໂຕ ເມື່ອວັນທີ 6 ກັນຍາ 2014.
ຟ້າຜ່າ ທີ່ສະໜາມກິລາ Fenway Park ໃນນະຄອນ Boston ໄດ້ງົດການແຂ່ງຂັນກິລາ baseball ລະຫວ່າງທີມ Red Sox ຂອງນະຄອນບັອສຕັນ ແລະ ທີມ Blue Jays ຂອງນະຄອນໂຕຣອນໂຕ ເມື່ອວັນທີ 6 ກັນຍາ 2014.

ບັນດານັກ​ພະຍາກອນອາກາດ​ທຳ​ນາຍ​ວ່າ​ ອັນຕະລາຍ​ອີກ​ຢ່າງ​
ນຶ່ງ ທີ່​ອາດມາພ້ອມ ກັບສະພາບອາກາດຮ້ອນເອົ້າຂອງໂລກນັ້ນ
ແມ່ນຈະ​ມີ​ຟ້າຜ່າຫຼາຍຂຶ້ນ.

ບັນດາ​ນັກ​ຊ່ຽວຊານ ຂຽນ​ລົງໃນວາລະສານວິທະຍາສາດ ທີ່​ກ່າວ
​ວ່າ ອາດ​ຈະ​ມີ​ຟ້າຜ່າ ​ລົງ​ສູ່​ໂລກ​ເພີ້​ມຂຶ້ນ​ເຖິງ 50 ​ເປີ​ເຊັນ​ ພາຍ​ໃນ
ທ້າຍ​ສັດຕະ​ວັດ​ນີ້.

​ພວກ​ເຂົາ​ເຈົ້າ ​ນຳໃຊ້ 11 ​ຕົວແບ​ບ ຂອງ​ສະພາ​ບດິນ​ຟ້າອາກາດ
​ທີ່​ແຕກ​ຕ່າງ​ກັນ ​ທີ່​ກຳນົດອອກ​ມາ​ວ່າ ອຸນຫະພູມ​ຂອງ​ໂລກ​ຈະສູງ
ຂຶ້ນ 4 ອົງສາ Celsius ພາຍ​ໃນ​ປີ 2100 ນີ້.

ການ​ທີ່​ໂລກ​ມີອຸນຫະພູມອົບເອົ້າ​ຂຶ້ນນີ້ ໝາຍ​ຄວາມ​ວ່າ ຈະ​ມີຄວາມປຽກ​ຊຸ່​ມ ຢູ່ໃນ​ອາກາດ
ຕື່ມຂຶ້ນ ທີ່​ເຮັດ​ໃຫ້​ມີລົມພາຍຸ ທີ່ມີຟ້າຮ້ອງຟ້າຄະນອງ​ຮ້າ​ຍແຮງຫຼາຍຂຶ້ນ.

ຟ້າຜ່າ​ທີ່ເພີ້ມຫຼາຍຂຶ້ນນັ້ນ ອາດ​ຈະເຮັດໃຫ້ມີຜູ້ຄົນ ​ທີ່​ຖືກ​ຟ້າຜ່າຫຼາຍຂຶ້ນ ​ໄຟ​ໄໝ້​ປ່າ ຫຼາຍ
ຂຶ້ນຕື່ມ ຊຶ່ງເປັນ​ອັນຕະລາຍ​ ຢ່າງ​ໃຫຍ່​ຫລວງ​ສຳ​ຫລັບ​ສັດປ່າ​ຕ່າງໆ.

Forecasters are predicting another hazard that could come with a global warming- more lightning.

Experts writing in the journal Science say there could be 50 percent more lightning strikes on Earth by the end of the century.

They used 11 different climate models to determine a four degree Celsius rise in global temperatures by 2100.

A warmer planet means greater moisture in the air and more violent and explosive thunderstorms.

More lightning could lead to more people being hit, more wildfires, and a bigger danger to wildlife.

XS
SM
MD
LG