ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫລາຍກວ່າ 170 ປະເທດ ຈະທັບມ້າງ ການຄ້າ ຢາສູບເຖື່ອນ


ກອງປະຊຸມ ອົງການອະນາໄມໂລກ ທີ່ກຸງໂຊລ ພ້ອມດ້ວຍ 170 ກວ່າປະເທດ ລົງມະຕິເປັນເອກກະສັນ ຄວບຄຸມການປອມແປງ ຄ້າຢາສູບເຖື່ອນ
ກອງປະຊຸມ ອົງການອະນາໄມໂລກ ທີ່ກຸງໂຊລ ພ້ອມດ້ວຍ 170 ກວ່າປະເທດ ລົງມະຕິເປັນເອກກະສັນ ຄວບຄຸມການປອມແປງ ຄ້າຢາສູບເຖື່ອນ
ຫລາຍ​ກວ່າ 170 ປ​ະເທດພາ​ກັນ​ເຫັນ​ດີ​ກັບນາໆ​ຊາດ ເພື່ອທັບ​
ມ້າງ​ການ​ຄ້າ​ຢາສູບ​ເຖື່ອນ.

ບັນດາ​ຜູ້​ຕາງໜ້າ​ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງ​ນາໆ​ຊາດ
ປະຊຸມ​ກັນໃນ​ວັນ​ຈັນ ທີ່ ກຸງ​ໂຊ​ລ ​ເກົາຫລີໃຕ້ ​ໄດ້​ຕົກລົງ​ຮັບຮອງ​
ເອົາມະ​ຕິ​ຮັບ​ດ່ັງກ່າວ​ຢ່າງ​ເປັນເອກ​ກະສັນ.

ການ​ຕົກລົງ​ທາງ​ການ​ທູດ​ທີ່​ວ່າ​ນັ້ນ​ໄດ້ສ້າງລະບົບ​ໂລກ​ໃໝ່ບົ່ງ​ວ່າ​ບໍ່​ໃຫ້​ລຶບ​ລ້າງອອກ​ໄດ້ ​ລະຫັດ​ລັບໃນ​ຊອງ​ຢາສູບ​ແຕ່​ລະ​ຊອງ. ຊຶ່ງ​ໝາຍ​ຄວາມ​ວ່າ ມັນ​ຈະເຮັດ​ໃຫ້ງ່າຍ​ຂື້ນໃນການ​ຕິດຕາມ​ຜູ້​ຜະລິດ​ຢາສູບ ​ແລະ​ການ​ສົ່ງຜົນ​ຜລິດທີ່​ປອມ​ແປງ​ໃດໆ​ອອກ​ຂາຍ.

ຜູ້​ອໍານວຍ​ການ ອົງການ​ອະນາ​ໄມ​ໂລກ ທ່ານ​ນາງ Margaret Chan ກ່າວ​ທີ່ ການ​ເປີດໂຄງຮ່າງ​ກອງ​ປະ​ຊຸມຄວບ​ຄຸ່ມ​ຢາສູບ ​ໃນ​ວັນ​ຈັນມື້​ນີ້​ວ່າ ຮ່າງ​ກົດ​ລະບຽບ​ໃໝ່ຈະ​ເຮັດ​ໃຫ້​ໂລກ​ມີ​ລະບຽບ​ກົດ​ເກນ ​ມີ​ຫຼັກການເພື່ອໄຊ້​ໃນ​ການ​ປາບ​ປາມ ​ແລະ​ໃນ​ທີ່​ສຸດ ກໍ​ຈະລົບ​ລ້າງ​ການ​ຄ້າ​ຢາສູບ​ນາໆ​ຊາດທີ່​ຜິດ​ກົດໝາຍ​.

ອົງການ​ອະນາໄ​ມ​ໂລກ ຄຳນວນວ່າ ນຶ່ງໃນ​ຈໍາ​ນວນຢາສູບ​ສິບຊອງ ຈະ​ຊື້ຂາຍ​ກັນຢ່າງ​ຜິດ​ກົດໝາຍ ​ເຮັດ​ໃຫ້​ລັດຖະບານເສຍລາຍ​ໄດ້​ຈາກ​ການເກັບ​ພາສີ​ຫລາຍ​ກວ່າ 40 ພັນ​ລ້ານ​ໂດ​ລາ​ຕໍ່​ປີ.

​ກ່ອນຈະ​ນໍາ​ອອກໃຊ້​ໄດ້ ຂໍ້​ຕົກລົງ​ດ່ັງກ່າວ​ນີ້​ຈະ​ຕ້ອງ​ຮັບ​ສັຕຍາ​ບັນ​ຈາກຫລາຍ​ກວ່າ 40 ​ປະ​ເທດ​ເສຍ​ກ່ອນ.
XS
SM
MD
LG