ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຄາຮຸ້ນເອເຊຍ ຕົກຕໍ່າລົງ ຫລັງຈາກ ອົງການ S&P ຂູ່ຈະລົດຄະແນນ ສິນເຊື່ອຢູໂຣບລົງ


ຕາຕະລາງຕະຫລາດຮຸ້ນຂົງເຂດເອເຊຍ
ຕາຕະລາງຕະຫລາດຮຸ້ນຂົງເຂດເອເຊຍ

ລາຄາຂອງ​ຕະຫລາດຮຸ້ນໃນ​ເອ​ເຊຍ ຕໍ່າລົງ​ໃນ​ວັນ​ອັງຄານມື້ນີ້ ລຸນ​ຫລັງ​ທີ່ອົງກາ​ນ​ໃຫ້
ຄະ​ແນນ​ດ້ານ​ຄວາມໜ້າ​ເຊື່ອ​ຖື Standard & Poor ​ເວົ້າວ່າ ​ໃນ​ບໍ່​ຊ້າ​ນີ້ອົງການ​ດັ່ງກ່າວ
ອາດ ຈະ​ລົດ​ຄະ​ແນນ​ 15 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ຖ້າຫາກວ່າພວກ​ຜູ້​ນໍາ​ຢູ​ໂຣບບໍ່ວາງ​ແຜນ
ແກ້​ໄຂ​ວິ​ກິດ​ການ​ໜີ້ ສິນ​ຂອງ​ຂົງ​ເຂດ.

ດັດຊະນີ​ຮຸ້ນ Nikkei ຂອງ​ໂຕ​ກຽວ, Kospi ຂອງ​ເກົາຫລີ​ໃຕ້ ​ແລະ Hang Seng ຂອງ
ຮ່ອງ​ກົງ ຕ່າງກໍ​ຕົກ​ຕໍ່າລົງ​ຫລາຍ​ກວ່າ​ນຶ່ງ​ເປີ​ເຊັນໃນ​ຂະນະ​ທີ່​ດັດຊະນີ​ຮຸ້ນ ASX 200 ຂອງ
ອອສ​ເຕຣ​ເລຍ​ຕົກຕໍ່າລົງ 1.5 ​ເປີ​ເຊັນ​ເວລາ​ຕະຫລາດ​ປິດ ລຸນ​ຫລັງລາຍ​ງານ​ຂອງອົງການ
S&P ທີ່​ໄດ້​ພິມ​ອອກ ຫລັງ​ຈາກ​ຕະຫລາດ​ສະຫະລັດ​ປິດ​ລົງ ໃນ​ວັນ​ຈັນ​ວານ​ນີ້.

ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອດັ່ງກ່າວ ​ໄດ້​ຈັດ​ເອົາ 15 ​ໃນ​ຈໍານວນ 17 ປະ​ເທດ​ທີ່ໃຊ້​ເງິນ​ຢູ​
ໂຣ​ໄວ້ໃນ​ບັນຊີປະເທດທີ່ຖືກຕິດຕາມເບິ່ງລະດັບ​ສິນ​ເຊື່ອ​ໃນ ທາງ​ລົບ. ບັນຊີ​ດັ່ງກ່າວ​ແມ່ນ
ໂຮມ​ທັງຫລາຍ​ປະ​ເທດທີ່ມີ​ເສດຖະກິດຮູ້​ກັນ​ດີ​ມາ​ເປັນ​ເວລາ​ດົນ​ນານ​ວ່າ ​ເຂັ້ມ​ແຂງ​ທີ່​ສຸດ​ຂອງ
ພາກ​ພື້ນ​ຢູ​ໂຣບ ​ເຊັ່ນ​ຝຣັ່ງ ​ແລະ ​ເຢຍຣະມັນ.

ທ່ານ Francis Lun ນັກວິ​ເຄາະ​ການ​ລົງທຶນ ທີ່​ມີ​ສໍານັກ​ງານ​ໃຫຍ່​ຢູ່​ຮ່ອງ ກົງ ກ່າວ​ວ່າ
ການເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້​ມີ​ຂຶ້ນຢ່າງ​ບໍ່​ໜ້າ​ແປກ​ໃຈ​ຕໍ່​ພວກ​ນັກ ລົງທຶນ​ແຕ່​ຢ່າງ​ໃດ.

ການ​ເຄຶ່ອນ​ໄຫວ​ຂອງ ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ S&P ມີ​ຂຶ້ນຫລັງ​ຈາກທ່ານ ນິ​ໂຄ​ລາສ
ຊາຣ໌​ໂກ​ຊີ ປະທານາທິບໍດີ​ຝຣັ່ງ ​ແລະ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍ
ຣະມັນ ​ໄດ້​ຮຽກຮ້ອງ​ໃຫ້​ມີການ ກໍາກັບ​ດູ​ແລ​ດ້ານ​ການ​ເງິນ​ທີ່​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ ​ໃນ​ກຸ່ມ
ສະຫະພາບ​ຢູ​ໂຣບທີ່​ມີສະມາຊິກ 27 ປະ​ເທດ​ນັ້ນ.

XS
SM
MD
LG