ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ຜູ້ນຳ ຂອງ​ກຸ່ມ G-7 ​​ຮ້ອງ​ການ​ເຕີບ​ໂຕ ​ຂອງ​ເສດຖະກິດ​ໂລກ​ວ່າ “​ເປັນ​ບູລິ​ມະ​ສິດ ​ທີ່​ຮີບ​ດ່ວນ​”


ບັນດາ​ຜູ້ນຳຂອງ​ກຸ່ມ G-7 ທີ່ປະຊຸມສຸດຍອດ ຢູ່ ປະເທດຍີ່ປຸ່ນ.
ບັນດາ​ຜູ້ນຳຂອງ​ກຸ່ມ G-7 ທີ່ປະຊຸມສຸດຍອດ ຢູ່ ປະເທດຍີ່ປຸ່ນ.

ບັນດາ​ຜູ້ນຳຂອງ​ເຈັດ​ປະ​ເທດ ​ທີ່ເສດຖະກິດຮັ່ງມີ​ທີ່ສຸດນັ້ນ ຮ້ອງ​ການ​ເຕີບ​ໂຕ​ຂອງ​ເສດຖະ ກິດ​ໂລກ​ວ່າ “​ເປັນ​ບູລິ​ມະ​ສິດ​ທີ່​ຮີບ​ດ່ວນ​” ສຳລັບ​ເຂົາ​ເຈົາ​ແລະ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ​ເກົາຫລີ​ເໜືອ ຣັດ​ເຊຍ ​ແລະ​ການ​ໂຕ້ແຍ້​ງ ທາງ​ທະ​ເລ ​ໃນ​ຂະນະ​ທີ່​ກອງ​ປະຊຸມ​ ສຸດ​ຍອດ​ຢູ່​ຍີ່​ປຸ່ນໃກ້ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ສຸກ ​ມື້​ນີ້.

ຖະ​ແຫລ​ງການຮ່ວມມ້ວນ​ທ້າ​ຍກອງ​ປະ​ຊຸມ ​ໄດ້​ກ່າວ​ເຖິງ​ບັນຫາ​ຕ່າງໆ​ໃນ​ຂອບເຂດ​ທີ່​ກວ້າງຂວາງ​ ທີ່ກຳລັງ​ປະ​ເຊີນ​ໜ້າກັບ​ເສດຖະກິດ​ໂລກ ​ໃນ​ຂະນະ​ທີ່​ອະທິບາຍ​ເຖິງ​ຄວາມ​ ແຕກ​ຕ່າງໃນ​ດ້ານແນວ​ຄິດ​ ລະຫວ່າງພວກ​ຜູ້ນຳຂອງ​ກຸ່ມ G-7 ກ່ຽວ​ກັບ​ການ​ກະ​ຕຸກຊຸກຍູ້​ ເສດຖະກິດປະ​ຈຳປີ.

ຖະ​ແຫລ​ງການ​ທີ່​ຍາວ 32 ໜ້າ​ປະກາດວ່າ “ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ອ່ອນ​ແອ ແລະ ບັນ​ຫາ​ໂຄງ​ລ່າງ​ທີ່​ບໍ່ໄດ້​ຮັບ​ການ​ແກ້​ໄຂ ​ເປັນ​ພາກສ່ວນ​ອັນສຳຄັນໃນ​ການຊັ່ງ​ຊາ​ທີ່​ແທ້​ຈິງ ​ແລະ​ໂອກາດ​ໃນ​ການ​ເຕີບ​ໂຕທີ່​ອາດ​ມີ​ຂຶ້ນນັ້ນ. ພວກ​ເຮົາ​ຍັງ​ສືບ​ຕໍ່​ມີໝາຍ​ໝັ້ນ ​ເພື່ອ​ຄໍ້າ ປະກັນ​ວ່າ ການ​ເຕີບ​ໂຕ​ນີ້ ​ແມ່ນ​ປະກອບ​ດ້ວຍ​ທຸກ ພາກສ່ວນ ​ແລະ​ການ​ເພີ້ິ້ມຂຶ້ນຂອງ ​ວຽກການ ໃຫ້​ຜົນ​ປະ​ໂຫຍ​ດຕໍ່​ທຸກ​ພາກສ່ວນ​ຂອງສັງ​ຄົມພວກ​ເຮົາ.

ປະ​ເທດ​ຕ່າງໆໄດ້​ເຫັນ​ດີນຳ​ກັນ ຕໍ່ “ການ​ແຂ່ງຂັນໃນ​ການລົດຄ່າ​” ​ເງິນ​ຕາ​ຂອງ​ເຂົາ​ເຈົ້າ ໂດຍ​ມີ​ການ​ຜ່ອນຜັນ​ເພື່ອ​ໃຫ້​ບັນລຸນະ​ໂຍບາຍ ​ທີ່​ມີ​ການ​ປະສົມ​ປະສານ ​ແລະ​ມີ​ຄວາມ​ກ້ຳ​ ເກິ່ງ​ຫລາຍ​ຂຶ້ນ ​ເພື່ອ​ໃຫ້​ບັນລຸ​ເສັ້ນທາງ​ການ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ ຍືນ​ຍົງ​ແລະ​ສະ​ເໝີ​ຕົ້ນສະ​ ເໝີ​ປາຍ ​ໂດຍ​ພິຈາລະນາ​ເຖິງ​ຄວາມ​ຕ້ອງການ​ຂອງ ​ແຕ່ລະ​ປະ​ເທດໆໄປ.

​ໃນ​ຂະນະ​ທີ່​ປະທານາ​ທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ກ່າວ​ເຖິງ​ຄວາມ​ຫວັງ​ໄປ​ໃນ ​ທາງ​ດີກ່ຽວ​ກັບ​ແຮງ​ກະຕຸ້ນ​ ໃນ​ການ​ຟື້ນ​ໂຕ​ຄືນ​ແບບ​ຍືນ​ຍົງ​ທີ່​ມີ​ຂຶ້ນຢູ່ໃນ​ສະຫະລັດ​ນັ້ນ ນາ
ຍົກລັດຖະມົນຕີຢີ່ປຸ່ນ ທ່ານ Shinzo Abe ​ໄດ້​ສະ​ເໜີ​ແນວ​ຄິດ​ທີ່​ບໍ່​ຄ່ອຍ​ແຈ່ມ​ໃສ​ປານ​ໃດ ກ່ຽວ​ກັບ​ເສດຖະກິດ​ໂລກ ​ໂດຍປຽບທຽບສະ ພາບການ​ດ້ານເສດຖະກິດ​ໃນ​ປັດຈຸບັນ ​ໃສ່​ປີ 2008 ​ເວລາທະນາຄານ​ລົງທຶນ Lehman Brothers ຂອງ​ສະຫະລັດ​ລົ້ມ​ລະລາຍຊຶ່ງ ເຮັດ​ໃຫ້​ເສດຖະກິດ​ໂລກ​ຕົກ​ຕ່ຳ​ນັ້ນ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe, ຢູ່ທາງໜ້າເບື້ອງຊ້າຍ ແລະປະທານາທິບຊດີ ສະຫະລັດ ທ່ານ Barack Obama ຢູ່ທາງໜ້າເບື້ອງຂວາມື.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe, ຢູ່ທາງໜ້າເບື້ອງຊ້າຍ ແລະປະທານາທິບຊດີ ສະຫະລັດ ທ່ານ Barack Obama ຢູ່ທາງໜ້າເບື້ອງຂວາມື.

ບັນດາ​ຜູ້​ສັງ​ເກດ​ການ​ຫລາຍ​ທ່ານ​ເຊື່ອ​ວ່າ ທ່ານ Abe ​ໄດ້​ເຮັດ​ການ​ປຽບທຽບນີ້ ເພື່ອ​ປົກ​ ປ້ອງ​ທ່ານ​ເອງ ທີ່​ໄດ້​ຊັກ​ຊ້າໃນ​ການຈັດຕັ້ງປະຕິບັດແຜນການ​ເພີ້​ມການ​ເກັບ​ພາສີຜູ້​ບໍລິ​ໂພ​ກຊາວຍີ່​ປຸ່ນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ບັນດາ​ຜູ້ນຳ​ເຊັນ​ວ່າ​ທ່ານ​ນາງ Angela Merkel ຂອງເຢຍຣະ​ມັນ ທີ່ມີ​ຄວາມ​ລະມັດລະວັງ​ກ່ຽວກັບ​ການ​ໃຊ້​ຈ່າຍເງິນ​ຫລວງ​ເພື່ອ​ກະຕຸກຊຸ​ກຍູ້​ຕໍ່​ການ​ເຕີບ​ໂຕ.

ບັນດາ​ຜູ້ນຳຂອງ​ກຸ່ມ G-7 ຍັງຮຽກ​ຮ້ອງໃຫ້​ເກົາຫລີ​ເໜືອ ປະຕິບັດ​ຕາມ​ກົດ​ລະບຽບຂອງ ສະຫະ​ປະຊາ​ຊາດ ແລະ​ຢຸດ​ເຊົາ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍທັງໝົດ ການ​ຍິງ​ລູກ​ສອນ ​ໄຟ ​ແລະ​ “​ການທ້າ​ທາຍ​ເກາະ​ຜິດ​” ອື່ນໆ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

G 7 Wrap
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG