ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ 65 ລ້ານຄົນ ພັດພາກ ຈາກທີ່ ຢູ່ອາໄສ ຍ້ອນສົງຄາມ


World Refugee Day Marked as a Record 65 Million People Displaced
please wait

No media source currently available

0:00 0:02:48 0:00

ວັນຈັນທີ່ຜ່ານມານີ້ ແມ່ນຄົບຮອບວັນອົບພະຍົບໂລກ, ແລະ ອົງການ ອົບພະ ຍົບ ສະຫະປະຊາຊາດ ກ່າວວ່າ ຈຳນວນຂອງປະຊາຊົນທີ່ຖືກບັງຄັບໃຫ້ຫລົບ​ໜີອອກຈາກບ້ານຂອງພວກເຂົາເຈົ້າ ຕອນນີ້ແມ່ນຢູ່ໃນລະດັບທີ່ສູງທີ່ສຸດເທົ່າ ທີ່ເຄີຍບັນທຶກມາ. ອົງການ UNHCR ກ່າວວ່າ ມັນຫຼີກລ່ຽງບໍ່ໄດ້ ປະຊາຊົນ ຫຼາຍກວ່ານີ້ຈະສືບຕໍ່ຫຼົບໜີຈາກສົງຄາມ ແລະ ຄວາມທຸກຍາກ ແລະ ໂລກ ຂອງພວກເຮົາຄວນພັດທະນາການຮັບ​ມື​ ຕໍ່​ບັນຫານີ້. ນັັກຂ່າວ Henry Ridgwell ມີລາຍງານຈາກນະຄອນຫຼວງ ລອນດອນ ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.

ອົງການອົບພະຍົບ ສະຫະປະຊາຊາດ ຄາດວ່າ ປະຊາຊົນຫຼາຍ ​ເປັນ​ປະຫວັດ​ການ 65 ລ້ານ 3 ແສນຄົນແມ່ນ​ໄດ້ພັດພາກຈາກບ່ອນຢູ່ຂອງພວກເຂົາເຈົ້າ, ເພີ່ມ ຂຶ້ນ 10 ເປີເຊັນພາຍໃນໜຶ່ງປີ. ເຊິ່ງຈຳນວນເຄິ່ງໜຶ່ງນັ້ນແມ່ນເດັກນ້ອຍ.

ທ່ານ Filippo Grandi ຂ້າຫຼວງໃຫຍ່ອົງການອົບພະຍົບ ຂອງ ສະຫະປະຊາຊາດ ໄດ້ກ່າວວ່າ “ຖ້າທ່ານບໍ່ຢາກແກ້ໄຂບັນຫາ, ບັນຫາກໍຈະມາຫາທ່ານ, ແລະ ນັ້ນ ແມ່ນຂໍ້ຄວາມ ທີ່ມີຄວາມໜັກແໜ້ນຫຼາຍ. ມັນແມ່ນຂໍ້ຄວາມທີ່ເຈັບປວດ, ແລະ ມັນເຈັບປວດທີ່ວ່າ ມັນໄດ້ໃຊ້ເວລາດົນຫຼາຍ ສຳລັບຄົນໃນປະເທດຮັ່ງມີ ທີ່ຈະເຂົ້າໃຈເຖິງມັນ.”

ອົບພະຍົບເກືອບ 10 ລ້ານຄົນໃນທົ່ວໂລກ ແມ່ນຄົນ ຊີເຣຍ 3 ລ້ານຄົນທີ່ໄດ້ ຫຼົບໜີຈາກສົງຄາມເຂົ້າໄປໃນປະເທດທີ່ຢູ່ໃກ້ຄຽງ, ສ່ວນທີ່​ເຫຼືອ ​ແມ່ນ​ຜູ້​ປະສົບ​ໄພ​ສົງຄາມ ພາຍໃນປະເທດ ຊີເຣຍ.

ເຊັ່ນດຽວກັບບ່ອນອື່ນໆ, ສູນອົບພະຍົບ Hashem ໃນພາກເໜືອຂອງປະເທດ ອີຣັກ ແມ່ນກຳລັງຮັບມືກັບຄົນທີ່ມາອາໄສຢູ່ຢ່າງຖາວອນ.


ທ່ານ Ahmed Abdo ຜູ້ບໍລິຫານ ສູນອົບພະຍົບ Hashem ກ່າວວ່າ “ປະຊາ ຊົນໄດ້ພະຍາຍາມທີ່ຈະປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າ ດ້ວຍການ ເສີມຫ້ອງຕ່າງໆຢູ່ໃນບໍລິເວນອາໄສຢູ່ຂອງພວກເຂົາເຈົ້າ, ລວມທັງຫ້ອງຮັບ ແຂກ ພ້ອມກັບສິ່ງອຳນວຍຄວາມສະດວກອື່ນໆຕິດໃສ່ກັບເຮືອນ ເພາະວ່າ ແທ້ຈິງແລ້ວຄົນພວກນີ້ເຂົາເຈົ້າໄດ້ຍອມແພ້ກັບຄວາມຫວັງວ່າ ພວກເຂົາເຈົ້າ ຈະສາມາດກັບຄືນເມືອບ້ານ ແລະ ເຮືອນຂອງພວກເຂົາເຈົ້າໃນອະນາຄົດອັນ ໃກ້ນີ້."

ທ່ານນາງ Gauri Van Gulik ຈາກອົງການນິລະໂທດກຳສາກົນ ກ່າວວ່າ “ມັນ ກະຈ່າງແຈ້ງຢ່າງແນ່ນອນວ່າ ຢູໂຣບ ແມ່ນບໍ່ໄດ້ກຽມພ້ອມ, ໃນກໍລະນີນີພວກ ເຂົາເຈົ້າໄດ້ເພັ່ງໃສ່ ການໃຫ້ຄົນພາຍນອກມາຮັບຜິດ ຊອບໜ້າທີ່ຂອງພວກ ເຂົາເຈົ້າທັງໝົດອີກຄັ້ງໜຶ່ງ. ພວກເຂົາເຈົ້າພຽງແຕ່ຊອກຫາວິທີທີ່ສາມາດຢຸດ ຄົນພວກນີ້ຈາກການເດີນທາງເຂົ້າມາ, ແທນທີ່ຈະຫາວິທີທີ່ພວກເຮົາສາມາດ ຈັດການກັບການຫຼັ່ງໄຫຼຂອງຄົນພວກນີ້ ແລະ ຜູ້ທີ່ຕ້ອງການການປົກປ້ອງໃນ ຢູໂຣບ.”

ຕົວເລກຫຼ້າສຸດໄດ້ສະແດງໃຫ້ເຫັນການສືບຕໍ່ຫຼຸດລົງຢ່າງວ່ອງໄວ ໃນຈຳນວນ ຂອງຜູ້ຍົກຍ້າຍຖິ່ນຖານ ທີ່ເດີນທາງຈາກປະເທດ ເທີກີ ຫາປະເທດ ກຣີສ. ຂໍ້ ຕົກລົງທີ່ໄດ້ເກີດຂຶ້ນໃນເດືອນມີນາທີ່ຜ່ານມາ ລະຫວ່າງ Brussels ແລະ Ankara ມີຄວາມໝາຍວ່າ ຄົນຈຸໃໝ່ທີ່ເດີນທາງ​ໄປຮອດເກາະຕ່າງໆຂອງປະ ເທດ ກຣິສ ແມ່ນຄວນຖືກສົ່ງກັບໄປ ເທີກີ. ນັກວິຈານກ່າວວ່າ EU ແມ່ນ ກຳລັງພະຍາຍາມທີ່ຈະສ້າງປ້ອມຍາມ ຢູໂຣບ.

ສາດສະດາຈານ ທ່ານ Serafeim Seferiadis ຈາກມະຫາວິທະຍາໄລ Penateion ໃນນະຄອນຫຼວງ Athens ກ່າວວ່າ “ຄວາມຄິດບໍ່ໄດ້ແມ່ນວິທີການປະຕິບັດເພື່ອ ຮັບປະກັນທາງຜ່ານຂອງຄົນ, ວິທີທີ່ຈະຢຸດຄົນຈົມນ້ຳ ແລະ ການຂ້າຄົນ ແລະ ໝົດທຸກຢ່າງນັ້ນ. ເພາະວ່າ ຖ້າສິ່ງດັ່ງກ່າວນັ້ນແມ່ນຈຸດປະສົງ, ມັນກໍຈະເປັນ ການງ່າຍຫຼາຍທີ່ຈະແກ້ໄຂບັນຫາ, ເພາະວ່າປະຊາກອນອົບພະຍົບ, ບໍ່ວ່າຈະ ໃຫຍ່ຊ່ຳໃດ ແລະ ມັນກໍໃຫຍ່ຫຼາຍຢ່າງເຫັນໄດ້ຊັດ, ທຸກຄົນຕ້ອງຈື່ໄວ້ວ່າ ມັນມີ ຈຳນວນນ້ອຍກວ່າ 1 ເປີເຊັນຂອງປະຊາກອນ ຢູໂຣບ.”

ບັນດາລັດຖະມົນຕີຂອງ ຢູໂຣບ ທີ່ເຂົ້າຮ່ວມກອງປະຊຸມໃນປະເທດ Luxemburg ກ່າວວ່າ ກຸ່ມປະເທດດັ່ງກ່າວແມ່ນກຳລັງຮັບມືກັບວິກິດການອົບພະຍົບ, ແລະ ກ່າວເພີ່ມເຕີມວ່າ ມັນມີຄວາມສຳຄັນທີ່ຈະເຮັດວຽກກັບປະເທດທີ 3 ເຊັ່ນ ລີ ເບຍ ແລະ ເທີກີ ເພື່ອ​ແກ້​ໄຂບັນຫານັ້ນ. ອົງການອົບພະຍົບ ສະຫະປະຊາຊາດ ໄດ້ກ່າວວ່າ ມັນຫຼີກລ້ຽງບໍ່ໄດ້ທີ່ ປະຊາຊົນອີກຈຳນວນຫຼາຍຈະພະຍາຍາມເດີນ ທາງເຂົ້າ ຢູໂຣບ ຍ້ອນຄວາມບໍ່ເທົ່າທຽມກັນຂອງຄວາມຮັ່ງມີ ແລະ ຄວາມ ປອດໄພ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG