ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈຳນວນ ຜູ້ຫຼົບໜີ ຈາກສົງຄາມເພີ່ມຂຶ້ນ ຮອດລະດັບ ທີ່ທຳລາຍ ສະຖິຕິ


ເດັກນ້ອຍ ອົບພະຍົບ ຈາກ ຊີເຣຍ ນັ່ງຫຼິ້ນຢູ່ໃນໝູ່ບ້ານແຫ່ງ
ໜຶ່ງທີ່ເມືອງ Gaziantep, ພາກໃຕ້ຂອງປະເທດ ເທີກີ.
ເດັກນ້ອຍ ອົບພະຍົບ ຈາກ ຊີເຣຍ ນັ່ງຫຼິ້ນຢູ່ໃນໝູ່ບ້ານແຫ່ງ ໜຶ່ງທີ່ເມືອງ Gaziantep, ພາກໃຕ້ຂອງປະເທດ ເທີກີ.

ບົດລາຍງານໃໝ່ກ່າວວ່າ ຜູ້ຍົກຍ້າຍຖິ່ນຖານໃນປີທີ່ຜ່ານມາ ໄດ້ເພີ່ມຂຶ້ນຈົນ ຮອດລະດັບ ທີ່ທຳລາຍສະຖິຕິ. ໃນມື້ວັນອົບພະຍົບ ໂລກນີ້, ລາຍງານແນວ ໂນ້ມທົ່ວໂລກຂອງອົງການ ອົບພະຍົບ ສຫຊ ຈຶ່ງໄດ້ຄົ້ນພົບວ່າ ຄວາມຂັດແຍ້ງ ແລະ ການປະຫັດປະຫານແມ່ນໄດ້ ກະຕຸ້ນໃຫ້ມີການຫຼັ່ງໄຫຼຂອງອົບພະຍົບ ຢ່າງ ຫຼວງຫຼາຍ ແລະ ເຮັດໃຫ້ປະຊາຊົນຕ້ອງໜີ ອອກຈາກບ້ານເຮືອນຂອງ ພວກເຂົາເຈົ້າໄປໃນປີ 2015.

ໃນປີທີ່ຜ່ານມາ, ປະຊາຊົນ 65 ລ້ານ 3 ແສນຄົນ ໄດ້ອົບພະຍົບອອກຈາກປະ ເທດຂອງ ພວກເຂົາເຈົ້າ, ເພີ່ມຂຶ້ນເກືອບ 5 ລ້ານຄົນຈາກປີຜ່ານມາ. ຂ້າຫຼວງ ໃຫຍ່ອົງການອົບພະ ຍົບຂອງ ສະຫະປະຊາຊາດ ທ່ານ Filippo Grandi ກ່າວວ່າ ຕອນນີ້ປະຊາຊົນຈຳນວນ ຫຼາຍກວ່າເກົ່າ ໄດ້ໜີອອກຈາກບ່ອນຢູ່ຂອງພວກເຂົາ ເຈົ້າຍ້ອນສົງຄາມ ແລະ ການປະຫັດ ປະຫານ. ສິ່ງນີ້ໄດ້ເກີດຂຶ້ນເມື່ອຫຼາຍປະ ເທດ ໄດ້ປິດເຂດຊາຍແດນຂອງພວກເຂົາເຈົ້າບໍ່ ໃຫ້ພວກຊອກຫາຂໍລີ້ໄພເຂົ້າ ໄປ.

ທ່ານ Grandi ກ່າວວ່າ “ທຸກໆນາໃດ ຈະມີປະຊາຊົນ 24 ຄົນຍົກຍ້າຍໜີອອກ ຈາກທີ່ຢູ່ ຂອງພວກເຂົາເຈົ້າໄປ. ຈຳນວນ 2 ສ່ວນ 3 ຂອງພວກຜູ້ທີ່ໜີອອກ ບ້ານຂອງພວກເຂົາ ເຈົ້າໄປ ແມ່ນຜູ້ທີ່ຍັງບໍ່ໄດ້ຂ້າມຊາຍແດນຈາກປະເທດຂອງ ພວກເຂົາເຈົ້າເທື່ອ. 90 ເປີ ເຊັນຂອງຜູ້ຍົກຍ້າຍຖິ່ນຖານ ແມ່ນຜູ້ທີ່ຫຼົບໜີ ອອກມາຈາກປະເທດທີ່ທຸກຍາກ ຫຼື ປະ ເທດທີ່ມີລາຍຮັບປານກາງ. ບໍ່ແມ່ນ ຜູ້ທີ່ຢູ່ໃນປະເທດຮັ່ງມີ.”

ບົດລາຍງານໄດ້ຄົ້ນພົບ 3 ປະເທດ ຄື ຊີເຣຍ, ອັຟການິສຖານ ແລະ ໂຊມາລີ ແມ່ນກໍ່ໃຫ້ ເກີດຈຳນວນເຄິ່ງຂອງອົບພະຍົບທົ່ວໂລກ 21 ລ້ານ ຄົນ. ພວກເຂົາ ເຈົ້າກ່າວວ່າ 50 ເປີ ເຊັນຂອງອົບພະຍົບທັງໝົດແມ່ນ ເດັກນ້ອຍ, ຫຼາຍຄົນໃນ ນັ້ນກາຍເປັນພວກທີ່ຖືກພັດພາກຈາກຄອບຄົວ ຂອງພວກເຂົາເຈົ້າໃນເວລາທີ່ ຫຼົບໜີໄປ. ສະຖິຕິສະແດງໃຫ້ເຫັນວ່າ ຄຳຮ້ອງຂໍລີ້ໄພ 98000 ສະບັບໄດ້ຖືກ ຂຽນໂດຍເດັກນ້ອຍທີ່ບໍ່ມີຜູ້ຕິດຕາມໃນປີທີ່ຜ່ານມາ, ເຊິ່ງເປັນຕົວເລກທີ່ສູງ ທີ່ສຸດເທົ່າທີ່ເຄີຍເຫັນມາ.

ຂ້າຫຼວງໃຫຍ່ Grandi ໄດ້ກ່າວຕໍ່ວີໂອເອວ່າ ຊີເຣຍ ຍັງເປັນປະເທດທີ່ມີ ອົບພະ ຍົບຈຳ ນວນຫຼາຍທີ່ສຸດໃນໂລກ, ແຕ່ວ່າ ອົບພະຍົບຈຳນວນ ໃໝ່ກໍຍັງມີຂຶ້ນ ເພີ່ມມາອີກເລື້ອຍໆ. ທ່ານກ່າວວ່າ ໃນຂະນະທີ່ປະເທດ Burundi ໄດ້ເກີດຄວາມ ຂັດແຍ້ງກັນມາເປັນເວລາ ຫຼາຍທົດສະວັດແລ້ວ ໃນປີທີ່ຜ່ານມາ, ມັນຈຶ່ງພາໃຫ້ ໄດ້ມີການຍົກຍ້າຍຖິ່ນຖານພາຍໃນ ປະເທດດັ່ງກ່າວເພີ່ມຂຶ້ນຢູ່ເລື້ອຍໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

UNCHR Displaced
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG