ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການພະຍາຍາມ ຕໍ່ຕ້ານພວກກໍ່ການຮ້າຍ ຢູ່ທົ່ວໂລກ ຍັງປະເຊີນໜ້າ ກັບພວກຫົວຮຸນແຮງ ສ່ວນບຸກຄົນ


ສັນຍາລັກເຄື່ອງໝາຍຂອງ twitter ແລະທຸງຂອງລັດອິສລາມ ທີ່ພິມໂດຍລະບົບ 3 ມິຕິ.
ສັນຍາລັກເຄື່ອງໝາຍຂອງ twitter ແລະທຸງຂອງລັດອິສລາມ ທີ່ພິມໂດຍລະບົບ 3 ມິຕິ.

ເຖິງ​ແມ່ນວ່າ ​ຄວາມສົນ​ໃຈ​ທັງ​ໝົດ ​ແລ​ະຊັບພະຍາກອນ​ທີ່​ສະຫະ​ລັດ ​ແລະ​ບັນ ດາ​ປະ​ເທດ​ອື່ນໆ​ມີ ​ໄດ້​ສຸມ​ເຂົ້າ​ໃສ່ຄວາມພະ​ຍາ​ຍາມ​ເພື່ອຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ກໍ​ຈິງ ​ແຕ່ການ​ສັງ ຫານ​ໝູ່ ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ໃນ​ເມືອງ Orlando ລັດ Florida ສະ​ແດງ​ໃຫ້​ເຫັນວ່າ ໄພຂົ່ມ​ຂູ່​ຈາກການກະທຳ​ຂອງສ່ວນ​ບຸກຄົນທີ່ຍັງ​ມີ​ຢູ່ ​ແລະ​ມີ​ຄວາມ​ຫຍຸ້ງຍາກເປັນ​ພິ​ເສດ​ສຳລັບ​ລັດຖະບານ​ທີ່​ຈະ​ຮັບ​ມື​ໄດ້.

ຍັງບໍ່​ມີຮ່ອງ​ຮອຍສະ​ແດງໃຫ້ເຫັນ​ໃນ​ປັດຈຸບັນ​ນີ້ວ່າ ມື​ປືນຢູ່ເມືອງ Orlando ​ໄດ້​ມີ​ການ​ຕິດ​ຕໍ່​ໂດຍ​ກົງ​ກັບ​ກຸ່ມລັດ​ອິສລາມ ​ແລະຫົວ​ໜ້າຫ້ອງການ​ສັນຕິ​ບານ​ກາງຫຼື FBI ຂອງ​ສະຫະ ລັດ ທ່ານ James Comey ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຫ້ອງ ການຂອງ​ທ່ານ​ເຊື່ອວ່າ ມື​ປືນ​ໄດ້​ກາຍ​ເປັນ​ຄົນ​ຫົວ​ຮຸນ​ແຮງ​ຜ່ານ​ທາງ​ອິນ​ເຕີແນັດ.

ທ່ານ Eric Rosand ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ດ້ານນະ​ໂຍບາຍການ​ຕ່າງປະ​ເທດ ທີ່​ ສະ​ຖາ​ບັນ Booking ກ່າວ​ວ່າ ການ​ໂຈມ​ຕີນີ້ ​ເປັນ​ໂຕ​ຢ່າງ​ນຶ່ງທີ່​ສະ​ແດງ​ວ່າວິ ທີສົ່ງ​ສານ​ຂອງກຸ່ມລັດ​ອິສລາມໄດ້​ຕົກ​ໄປ​ເຖິງ​ມື​ຂອງ​ພວກ​ຊາວ​ໜຸ່ມ​ທີ່​ນັບຖື​ສາສະ ໜາ​ອິສລາມຫລາຍໆ​ຄົນ ຜູ້​ທີ່​ບໍ່​ໄດ້​ປະສານ​ງານ​ກັບ​ກຸ່ມ ​ແຕ່​ວ່າ​ໃຈ​ຮ້າຍ ສູນ​ເສຍ ​ແລະໄດ້​ຍອມຮັບ​ເອົາ​ວິ​ໄສ​ທັດ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ ​ແລະການ​ທຳລາຍລ້າງ​ຂອງ​ກຸ່ມ​ດັ່ງກ່າວ.

ຜູ້ຕ້ອງສົງໄສທີ່ເປັນມືປືນ ທ້າວ Omar Mateen.
ຜູ້ຕ້ອງສົງໄສທີ່ເປັນມືປືນ ທ້າວ Omar Mateen.

ທ່ານ​ກ່າວ​ຕໍ່ວີ​ໂອ​ເອ ວ່າ “ບັນດາ​ປະ​ເທດ​ທັງຫລາຍ​ຕ້ອງ​ໄດ້​ຮັບ​ມື​ກັບ​ອັນຕະລາຍ ດ້ວຍ​ຕົນ​ເອງ. ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຢ່າງ​ໃດ​ຢ່າງ​ນຶ່ງ​ເພື່ອເຂົ້າ​ມາ​ຫາຄວາມ​ຮູ້ສຶກ​ຂອງ​ບັນດາ​ປະ​ຊາ​ຄົມ​ທີ່​ບໍ່​ມີ​ຄວາມ​ສຳຄັນ ບັນດາ​ສ່ວນ​ບຸ​ກຄົນ​ທີ່​ສູນ​ເສຍ​ຄວາມ​ຮູ້ສຶກ ​ແລະ​ກົນ​ໄກ​ແມ່ນ​ພ້ອມ​ແລ້ວ​ເພື່ອ​ປ້ອງ​ກັນ​ສິ່ງ​ດັ່ງກ່າວ ຊັບພະຍາກອນທີ່ບໍ່​ພຽງພໍ ​ແລະ​ນະ​ວັດຕະໃໝ່​ກຳລັງ​ສຸມ​ໃສ່​ເພື່ອ​ປ້ອງ​ກັນ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ລະຫວ່າງບັນ ຫາ​ພາຍ​ໃນ​ຂອງ​ແຕ່ລະປະ​ເທດ.”

ພວກນັກລົບຂອງລັດອິສລາມ ພາກັນເດີນສວນສະໜາມຢູ່ໃນລົດກຳລັງຮກັສາຄວາມປອດໄພອີຣັກ.
ພວກນັກລົບຂອງລັດອິສລາມ ພາກັນເດີນສວນສະໜາມຢູ່ໃນລົດກຳລັງຮກັສາຄວາມປອດໄພອີຣັກ.

ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ກ່າວ​ຢູ່​ໃນ​ລາຍ​ງານ​ໃນ​ຕົ້ນ​ເດືອນ​ນີ້​ເຖິງ​ຈຳ​ນວນ​ການ​ໂຈມ​ຕີ​ກໍ່ການ​ຮ້າຍ​ຢູ່​ໃນ​ທົ່ວ​ໂລກ​ໄດ້​ຫລຸດ​ລົງ 13 ​ເປີ​ເຊັນ ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ການ​ຕາຍ​ຫລຸດລົງ 14 ​ເປີ​ເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG