ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ IMF ກ່າວວ່າ ກາ​ນສໍ້​ລາດ​ບັງ​ຫຼວງ ສ້າງ​ຄວາມ​ເສຍ​ຫາຍ ​​​ແກ່​ເສດຖະກິດ​ໂລກ ​ 2 ພັນ​ຕື້​ໂດ​ລາ ​​​ແຕ່ລະ​ປີ ​


ການໃຫ້​ສິນ​ບົນ​ແລະກາ​ນສໍ້​ລາດ​ບັງ​ຫຼວງ ​ໄດ້ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ເສດຖະກິດ​ໂລກ ​ ຫຼາຍ​ເຖິງ 2 ພັນ​ຕື້​ໂດ​ລາ ໃນ​ແຕ່ລະ​ປີ ​ຊຶ່ງ​ເຫລົ່ານີ້ແທນ​ທີ່ຈະ​ສາມາດຖືກ​ນຳໄປໃຊ້​ໃນການ​ຕໍ່​ສູ້​ກັບ​ຄວາມ​ຍາກຈົນ ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ​ໂຄງການ​ສະພາບ​ແວດ​ລ້ອມ​ອື່ນໆ​ນັ້ນ.

ລາຍ​ງາ​ນ​ໃໝ່​ສະບັບ​ນຶ່ງ​ໂດຍ​ອົງການ​ກອງ​ທຶນ​ສາກົນຫຼື IMF ກ່າວ​ວ່າ ​ເງິນ​ທີ່​ສູນ​ເສຍ​ໃນ ກາ​ນສໍ້​ລາດ​ບັງ​ຫຼວງ ​ໃນ​ແຕ່ລະ​ປີ ແມ່ນ 2 ​ເປີ​ເຊັ​ນ ຂອງ​ຜົນ​ຜະລິດ​ຮວມຂອງ​ໂລກ.

ທ່ານ​ນາງ Christine Lagarde ຫົວໜ້າ​ກອງ​ທຶນສາກົນ IMF ກ່າວ​ວ່າ ຜົນ​ກະທົບ​ໂດຍກົງ​ຕໍ່​ເສ​ດຖະກິດ​ຂອງກາ​ນສໍ້​ລາດ​ບັງ​ຫຼວງນັ້ນ​ແມ່ນ​ແຈ້ງ​ຂາວ ​ແຕ່​ວ່າ ຜົນ​ກະທົບ​ທາງ​ອ້ອມນັ້ນ ອາດ​ຈະ​ຮ້າຍ​ແຮງ​ໄປກວ່າ​ນີ້ ທີ່​ນຳ​ໄປ​ສູ່ “ການຈະ​ເລີ​ນ​ເຕີບ​ໂຕ​ຫລຸດ​ນ້ອຍ​ລົງ ແລະ​ຊ່ອງ​ຫວ່າງ​ລະຫວ່າງ​ລາຍ​ໄດ້​ທີ່​ບໍ່​ເທົ່າ​ທຽມ​ກັນ​ເພີ້ມຂຶ້ນ.”

ທ່ານ​ນາງ Lagarde ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ “​ມັນໄດ້​ບ່ອນ​ທຳລາຍຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ເຮັດ​ໃຫ້​ລະດັບມາດຕະຖານຂອງຈັນ​ຍາ​ບັນ​ປະຊາ​ຊົນ​ພົນລະ​ເຮືອນທົ່ວ​ໄປ​ເຊື່ອມ​ໂຊມ​ລົງ.​”

ທ່ານ​ນາງ Lagarde ກ່າວວ່າ ບັນດາ​ນັກ​ລົງທຶນ​ຊອກ​ຫາ​ບັນດາ​ປະ​ເທດ​ຕ່າງໆ ທີ່​ເຈົ້າ​ໜ້າ​ທີ່​ລັດຖະບານ ​ເປັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ລະດັບ​ສູງ ຍ້ອນພວກ​ເຂົາ​ຕ້ອງການ​ທີ່​ຈະ​ຄ້ຳປະກັນ ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຕ້ອງ​ຈ່າຍເງິນ​ສິນ​ບົນ.

ອົງການກອງ​ທຶນສາກົນ IMF ລະບຸ​ກາ​ນສໍ້​ລາດ​ບັງ​ຫຼວງນີ້​ວ່າ “​ເປັນການປະຕິບັດ​ໃນ​ທາງ​ຜິດ​ຂອງ​ເຈົ້າ​ໜ້າ​ທີ່​ສາທາລະນະ ​ເພື່ອ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.” ​ແຕ່​ວ່າ ມັນ​ຍັງ​ຮວມ​ເຖິງການ​ຫລົບ​ຫລີກ​ບໍ່​ເສຍພາສີ ​ແລະ​ການ​ຍົກ​ເວັ້ນພາສີ​ໂດຍ​ລຳພັງ ທີ່ເຮັດ​ໃຫ້​ປະຊາ​ຊົນ​ບໍ່​ມີ​ກຳລັງ​ໃຈ​ທີ່​ຈະຈ່າຍ​ພາສີ​.

​ການໃຫ້​ສິນ​ບົນ​ແລະກາ​ນສໍ້​ລາດ​ບັງ​ຫຼວງ ພາ​ໃຫ້​ລະບົບທະນາຄານ​ອ່ອນ​ແອ​ລົງ ​ແລະກີດ ກັນ​ພວກ​ຜູ້​ຄົນອອກ​ຈາກ​ຕະຫຼາດ​ທາງ​ການ​ເງິນ.

ນອກ​ນັ້ນ ອົງການກອງ​ທຶນສາກົນ IMF ຍັງ​ໄດ້​ກ່າວ​ອີກ​ວ່າ ກາ​ນສໍ້​ລາດ​ບັງ​ຫຼວງ ມີ​ຜົນ​ເສຍ​ຫາຍ​ຢ່າງ​ມະຫາສານ​ຕໍ່​ທາງສັງຄົມ​ແລະ​ສະພາບ​ແວດ​ລ້ອມ ທີ່​ພາ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ລະບຽບການ​ທີ່​ບໍ່​ເຄັ່ງ​ຂັດ ສ້າງ​ມົນ​ລະພີີ​ດ​ເພີ້​ມຂຶ້ນ ​ແລະ​ທຳລາຍຕໍ່​ຊັບພະ​ຍາກ​ອນທຳ​ມະ​ຊາດ.

ລາຍ​ງານ​ຍັງ​ໄດ້​ລະບຸ​ວ່າ ຫຼາຍໆ​ປະ​ເທດ ​ໄດ້​ຮັບ​ເອົາລະບຽບ​ການ​ມາດຕະຖານ​ສາກົນ ໃນ​ເລື້ອງງົບປະມານ​ແລະ​ການ​ເງິນ​ທີ່ໂປ່​ງໃສ ​ເພື່ອ​ຕໍ່ສູ້ກັບກາ​ນສໍ້​ລາດ​ບັງ​ຫຼວງ ​ແລະເຮັດ​ໃຫ້ ການຂົ່ມຂູ່ທີ່​ຈະ​ລົງ​ໂທດ​ພວກ​ກະທຳ​ຜິດ​ເປັນ​ທີ່​ໜ້າ​ເຊື່ອ​ຖື.

​ມັນ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ອົງການ​ຂ່າວ​ທີ່ເສລີ ຊຶ່ງ​ຈະ​ເປັນ​ກຸນ​ແຈ​ສຳຄັນ​ໃນ​ການ​ເປີດ​ເຜີຍບັນ ຫາ​ຕ່າງໆນີ້.

ກະລຸນາອ່ານຂ່າວນີ້ ເພີ່ມຕື່ມເປັນພາສາອັງກິດ

XS
SM
MD
LG