ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທົ່ວໂລກ ຍັງວິພາກວິຈານ ເລື້ອງຂໍ້ຕົກລົງນິວເຄລຍ ກັບ ອີຣ່ານ


Global Chatter Continues on Iran Nuclear Accord
please wait

No media source currently available

0:00 0:02:47 0:00

​ຂໍ້ຕົກລົງ ທາງດ້ານການເມືອງ ທີ່ເປັນຂີດໝາຍສຳຄັນ ກ່ຽວກັບ
ໂຄງການນິວເຄລຍຂອງອີຣ່ານ ທີ່​ໄດ້​ບັນລຸ​ກັນ​ເມື່ອວັນພະຫັດ
ອາທິດແລ້ວນີ້ຍັງສືບຕໍ່ເປັນຈຸດເພັ່ງເລັງຂອງການວິພາກວິຈານ
ຢູ່ໃນທົ່ວໂລກ. ນັກຂ່າວວີໂອເອ Michael Bowman ລາຍງານ
ມາວ່າການອະພິປາຍກ່ຽວກັບການຕົກລົງກັນໃນຂັ້ນຕົ້ນດັ່ງກ່າວ
ມີທ່າທາງວ່າ ຈະຄອບງຳຢູ່ໃນນະຄອນວໍຊິງຕັນ ເວລາລັດຖະສະ
ພາສະຫະລັດ ກັບຄືນມາຈາກໄປພັກ ໃນອາທິດໜ້າ ດັ່ງໄພສານ
ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນພິທີສວດມົນພາວະນາ ເພື່ອສະຫລອງບຸນປັກ ຫລື Easter
ໃນວັນອາທິດທີ່ຜ່ານມານີ້ ພະສັນຕະປາປາ Francis ຊົງກ່າວ
ຢ້ຳເຖິງຂໍ້ຕົກລົງ ທີ່ໄດ້ບັນລຸກັນຢູ່ທີ່ປະເທດ Switzerland ນັ້ນ.

Will US Congress Help, Hurt Iran Nuclear Deal?
please wait

No media source currently available

0:00 0:03:02 0:00

ພະສັນຕະປາປາ Francis ຊົງກ່າວວ່າ “ດ້ວຍຄວາມຫວັງ ພວກເຮົາຂໍມອບຄວາມໄວ້ ວາງພະໄທໃຫ້ແກ່ພະຜູ້ເປັນເຈົ້າທີ່ເຕັມໄປດ້ວຍຄວາມເມດຕາປານີ ກ່ຽວກັບຂອບ ຂອງຂໍ້ຕົກລົງ ທີ່ໄດ້ບັນລຸກັນ ເມື່ອບໍ່ດົນຜ່ານມານີ້ ທີ່ເມືອງ Lausane ທີ່ອາດຈະ ເປັນບາດກ້າວ ໃນການຕັດສິນໃຈຂັ້ນເດັດຂາດ ໄປສູ່ໂລກ ທີ່ມີຄວາມໝັ້ນຄົງຕື່ມ
ຂຶ້ນ ແລະເປັນພະລາດອນພາບຫຼາຍຂຶ້ນ.”

ສ່ວນກະຊວງການຕ່າປະເທດຈີນ ເອີ້ນຂໍ້ຕົກລົງນີ້ວ່າ “ເປັນຂ່າວດີ ສຳຫຼັບໂລກ.” ແຕ່ໃນ
ທາງ ກົງກັນຂ້າມ ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ຍັງສືບ ຕໍ່ທຳການຕຳໜິຕິຕຽນຢ່າງແຮງ ຕໍ່ຂໍ້ຕົກລົງສະບັບນີ້.

ທ່ານ Netanyahu ກ່າວວ່າ “ ນີ້ເປັນຂໍ້ຕົກລົງທີ່ບໍ່ດີ. ມັນປ່ອຍໃຫ້ອີຣ່ານມີໂຄງລ່າງ ພື້ນຖານອັນກວ້າງຂວາງໃນດ້ານນິວເຄລຍ. ຂ້າພະເຈົ້າຄິດວ່າ ສຳຫລັບປະເທດ ກໍ່ການຮ້າຍຕົວເດັ່ນໃນຍຸກສະໄໝຂອງພວກເຮົາແລ້ວ ການມີເສັ້ນທາງທີ່ເສລີ ມີ ເສັ້ນທາງທີ່ງ່າຍດາຍໄປສູ່ການມີອາວຸດນິວເຄລຍນັ້ນແມ່ນເປັນໄພອັນຕະລາຍຕໍ່ ອິສຣາແອລ ເປັນໄພອັນຕະລາຍຕໍ່ຂົງເຂດ ແລະເປັນໄພອັນຕະລາຍຕໍ່ໂລກຂອງ ເຮົານຳດ້ວຍ.”

ໃນຂະນະທີ່ ຂໍ້ຕົກລົງສະບັບນີ້ ບັງຄັບໃຫ້ມີການຜ່ອນເບົາ ການລົງໂທດຕ່າງໆ ເພື່ອເປັນ ການແລກປ່ຽນກັບການຈຳກັດຮັດແຄບ ຕໍ່ຄວາມສາມາດທາງດ້ານນິວເຄລຍຂອງອີຣ່ານ
ກໍຈິງ ແຕ່ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ມັນບໍ່ໄດ້ໝາຍຄວາມ
ວ່າ ເປັນການຍອມຈຳນົນຂອງສະຫະລັດແລະນາໆຊາດໃນການໃຊ້ແຮງກົດດັນຕໍ່ອີຣ່ານ ແຕ່ປະການໃດ.

Some See Nuclear Deal Yielding Wider Regional Role for Iran
please wait

No media source currently available

0:00 0:02:39 0:00

ປະທານາທິບໍດີໂອບາມາ ເວົ້າວ່າ “ລາຍລະອຽດສຳຄັນຫຼາຍໆຢ່າງ ຈຳເປັນຕ້ອງ​ໄດ້​ຕົກລົງ​ກັນ​ແລະເຮັດ​ໃຫ້​ແລ້ວໃນໄລຍະ 3 ເດືອນຕໍ່ໜ້ານີ້ ແລະຈະບໍ່ມີການຕົກລົງ ຫຍັງກັນທັງ​ນັ້ນ ຈົນກ່ວາ​ມີ​ການ​ຕົກລົງ​ຮັບ​ເອົາທຸກໆຢ່າງ. ແລະຖ້າຫາກວ່າມີການ​ຖອຍຫຼັງ ມັນກໍຈະບໍ່ມີການຕົກລົງກັນ. ຖ້າອີຣ່ານ ຫາກລະເມີດຂໍ້ຕົກລົງ ການລົງ ໂທດຕ່າງໆກໍຈະນຳມາໃຊ້ຄືນອີກ. ຂະນະດຽວກັນ ການລົງໂທດອື່ນໆຂອງອາເມ ຣິກາຕໍ່ອີຣ່ານຍ້ອນການສະໜັບສະໜຸນຕໍ່ພວກກໍ່ການຮ້າຍ ການລະເມີດສິດທິມະ ນຸດ ​ແລະໂຄງການລູກສອນໄຟຂີປະນາວຸດ ຂອງ​ອີຣ່ານ ທັງໝົດນັ້ນ ແມ່ນຈະສືບ ຕໍ່ມີຜົນບັງຄັບໃຊ້ຢູ່.”

​ເຖິງ​ແມ່ນ​ໄດ້ປະຕິຍານວ່າ ຈະປະຕິບັດຕາມຄຳໝັ້ນສັນຍາ ທີ່ຕົນໄດ້ໃຫ້ໄວ້ນັ້ນ ເຈົ້າໜ້າທີ່ ອີຣ່ານກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຕົນຄາດຫວັງວ່າຈະມີການຍຸດຕິຢ່າງສິ້ນເຊີງ ແລະຢ່າງເປັນການຖາວອນກ່ຽວກັບການລົງໂທດຕ່າງໆທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ ເສດຖະກິດ ຂອງອີຣ່ານ ມາເປັນເວລາຫຼາຍໆປີແລ້ວນັ້ນ. ແຕ່ການຍົກເລີກມາດຕະການ ລົງໂທດບາງຢ່າງຂອງສະຫະລັດ​ ແທນ​ການໂຈະ​ໄວ້ ເປັນການຊົ່ວຄາວນັ້ນ ແມ່ນຈະຕ້ອງ ໄດ້ຮັບການເຫັນດີ ຈາກລັດຖະສະພາສະຫະລັດ ແລະສະມາຊິກຫຼາຍໆທ່ານ ຂອງສະພາ ທີ່ຢູ່ພາຍໃຕ້ການນຳພາຂອງພັກຣີພັບບລີກັນດັ່ງກ່າວຍັງສືບຕໍ່ມີຄວາມສົງໄສຫລືແມ່ນກະ ທັງເປັນປໍລະປັກ ຕໍ່ຂໍ້ຕົກລົງສະບັບ​ນີ້ ຊຶ່ງ​ເປັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງ​ຮ່າງ​ ຫລື​ຂອບ​ຂອງ​ຂໍ້​ຕົກລົງ​ສະບັບ​ສຸດ​ທ້າຍ ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ແລ້ວ​ພາຍ​ໃນ​ເດືອນ​ມິຖຸນາ​ນັ້ນ ຊຶ່ງໝາຍ ຄວາມ ວ່າທຳນຽບຂາວຍັງມີວຽກງານເພີ້ມຕື່ມ ທີ່ຈະຕ້ອງໄດ້ກະທຳ.

ປະທານາທິບໍດີໂອບາມາກ່າວວ່າ “ຢູ່ທີ່ນີ້ໃນສະຫະລັດ ຂ້າພະເຈົ້າຄາດວ່າຈະມີການ ອະພິປາຍກັນຢ່າງແຂງແຮງ. ພວກເຮົາຈະແຈ້ງໃຫ້ລັດຖະສະພາ ແລະ ປະຊາຊົນ ຊາວອາເມຣິກັນຮູ້ຈັກຢ່າງເຕັມທີ່ ກ່ຽວກັບເນື້ອໄນຂອງຂໍ້ຕົກລົງ. ໃນຖານະທີ່ເປັນ ປະທານາທິບໍດີ ແລະ ຜູ້ບັນຊາການທະຫານສູງສຸດ ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ຢ່າງແຮງກ້າວ່າ ຂໍ້ຕົກລົງທີ່ເປັນທາງເລືອກດ້ານການທູດ ກວ້າງຂວາງຮອບດ້ານ ແລະໄລຍະຍາວແບບນີ້ ແມ່ນເປັນທາງເລືອກທີ່ດີທີ່ສຸດ.”

ການຢັ່ງຫາງສຽງຂອງປະຊາຊົນສະແດງໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ແມ່ນເປີດ ກວ້າງຕໍ່ການເຈລະຈາຫາທາງແກ້ໄຂກ່ຽວກັບໂຄງການນິວເຄລຍຂອງອີຣ່ານແລະສະມາ ຊິກສະພາຫຼາຍໆຄົນກຳລັງຢູ່ທີ່ເຂດເລືອກຕັ້ງຂອງພວກເຂົາເຈົ້າເພື່ອພົບພໍ້ກັບບັນດາຜູ້ມີ ສິດປ່ອນບັດເລືອກຕັ້ງ. ແມ່ນຫຍັງກໍຕາມທີ່ບັນດາສະມາຊິກສະພາ ໄດ້ຍິນໄດ້ຟັງຈາກປະ ຊາຊົນໃນເຂດເລືອກຕັ້ງຂອງພວກເຂົາເຈົ້າອາດຈະມີອິດທິພົນກຳນົດຮູບແບບຂອງການ ອະພິປາຍຢູ່ທີ່ລັດຖະສະພາສະຫະລັດ ເວລາບັນດາສະມາຊິກລັດຖະສະພາເດີນທາງກັບ ຄືນມາວໍຊິງຕັນໃນອາທິດໜ້າ.

Obama Administration Promises Safe, Lasting Deal With Iran
please wait

No media source currently available

0:00 0:02:35 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG