ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍ້ຕົກລົງ ກຳລັງເປັນຮູບຮ່າງ ຂຶ້ນມາ ລະຫວ່າງ ສອງປະເທດ ຄູ່ ປໍລະປັກກັນ ໃນປະຫວັດສາດ


ພວກນັກທ່ອງທ່ຽວຊາວຈີນ ຂີ່ລົດສາມລໍ້ຂອງຫວຽດນາມ ສຳລັບ
ການທ່ຽວຊົມ ສະຖານທີ່ຕ່າງໆ ໃນນະຄອນຫຼວງ ຮາໂນ່ຍ ຂອງ
ຫວຽດນາມ.
ພວກນັກທ່ອງທ່ຽວຊາວຈີນ ຂີ່ລົດສາມລໍ້ຂອງຫວຽດນາມ ສຳລັບ ການທ່ຽວຊົມ ສະຖານທີ່ຕ່າງໆ ໃນນະຄອນຫຼວງ ຮາໂນ່ຍ ຂອງ ຫວຽດນາມ.

ຈີນ ແລະ ຫວຽດນາມ ເປັນຄູ່ປໍລະປັກກັນມາ ໃນປະຫວັດສາດ ແຕ່ກຳລັງທຳງານ
ຮ່ວມກັນ ກ່ຽວກັບສັນຍາທີ່ສຳຄັນຈຳນວນນຶ່ງ ທີ່ອາດຈະກວມເອົາ ການຄ້າ ການລົງ
ທຶນ ແລະ ການນຳໃຊ້ໃນດ້ານຊັບພະຍາກອນທາງທະເລ ຮ່ວມກັນ ເຖິງແມ່ນວ່າ ຈະ
ມີຂໍ້ຂັດແຍ້ງກັນ ຢ່າງເຈັບແສບກໍຕາມ ໃນເລື່ອງຂອງອະທິປະໄຕ ທີ່ໄດ້ເຮັດໃຫ້ສາຍ
ພົວພັນ ຕິດຂັດກັນມາ ໄດ້ເກືອບປີນຶ່ງຜ່ານມາແລ້ວ.

ປະເທດເພື່ອນບ້ານທັງສອງທີ່ເປັນຄອມມູນິດ ແມ່ນກ້າວເຂົ້າໃກ້ ສາຍພົວພັນໃໝ່ ໃນ
ດ້ານ ການຄ້າ ແລະ ການລົງທຶນ ທີ່ບັນດານັກວິເຄາະ ກ່າວວ່າ ຈະຊ່ອຍກະຕຸ້ນສາຍ
ພົວພັນໂດຍລວມ. ນັກວິເຄາະບາງສ່ວນ ເຊື່ອວ່າ ທັງສອງປະເທດ ອາດຈະປະເຊີນກັບ
ເລື່ອງທີ່ຫຍຸ້ງຍາກຕ່າງໆ ເຊັ່ນວ່າ ການນຳໃຊ້ນ່ານນ້ຳຮ່ວມກັນ ໃນເຂດທີ່ຂັດແຍ້ງກັນ
ຫຼື ການກະທຳທີ່ເປັນມະນຸສະທຳ ຕໍ່ພວກຊາວປະມົງຂອງແຕ່ລະປະເທດ. ທັງສອງ
ປະເທດນີ້ ຍັງຄົງຕໍ່ສູ້ກັນ ໃນດ້ານອະທິປະໄຕ ໃນຂົງເຂດອັນກວ້າງໃຫຍ່ ທີ່ເຕັມໄປ
ດ້ວຍຊັບພະຍາກອນອັນອຸດົມສົມບູນ ໃນທະເລຈີນໃຕ້ ກ້ຳຕາເວັນອອກຂອງຫວຽດນາມ
ແລະ ກ້ຳຕາເວັນຕົກສຽງໃຕ້ຂອງຮົ່ງກົງ.

ຄວາມຫວັງຕ່າງໆ ຂອງສັນຍາບາງປະເພດ ທີ່ໄດ້ເຂົ້າມາໃນຈຸດເພັ່ງເລັງແມ່ນໄດ້ມີຂຶ້ນ
ໃນຂະນະທີ່ ປະທານປະເທດ ຫວຽດນາມ ທ່ານ Tran Dai Quang ໄດ້ເດີນທາງໄປ
ຢ້ຽມຢາມ ຈີນ ຊຶ່ງຈະສິ້ນສຸດລົງ ໃນວັນຈັນມື້ນີ້. ທ່ານໄດ້ສະເໜີແນະ ໃຫ້ທັງສອງຝ່າຍ
ທຳງານໃນເລື່ອງຂອງການຈັດຕັ້ງປະຕິບັດ ການຄ້າຂອງແຕ່ລະຝ່າຍ ແລະ ການລົງທຶນ
ທີ່ສົ່ງຜົນປະໂຫຍດ ໃນມຸມມອງທີ່ຈະສົ່ງເສີມສາຍພົວພັນໂດຍລວມ ອີງຕາມການກ່າວ
ຂອງສື່ມວນຊົນຂອງທາງການ ຈາກຮາໂນ່ຍ.

ທ່ານ Yun Sun ເຈົ້າໜ້າທີ່ອາວຸໂສ ຢູ່ສູນກາງ Stimson ທີ່ເປັນສະຖາບັນວິເຄາະດ້ານ ເອເຊຍຕາເວັນອອກ ທີ່ມີຫ້ອງການຕັ້ງຢູ່ໃນ ວໍຊິງຕັນ ກ່າວວ່າ “ທ່ານປະທານປະເທດ
Quang ກຳລັງຢູ່ຈີນ ແລະ ຈີນ ໄດ້ໃຫ້ຄ້ຳໝັ້ນສັນຍາ ຫຼາຍຢ່າງ ຈາກມຸມມອງດ້ານ
ເສດຖະກິດ ມັນເປັນທີ່ແນ່ນອນວ່າ ເໝາະສົມ ແລະ ເປັນປະໂຫຍດແກ່ຫວຽດນາມ
ທີ່ໄດ້ຮັບຂໍ້ຕົກລົງແບບນີ້ ຫາກແຕ່ອີກດ້ານນຶ່ງ ຂ້າພະເຈົ້າຄິດວ່າ ອັນນີ້ແມ່ນຍັງໄວ
ເກີນໄປ ທີ່ຈະບອກໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG