ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກໝີດ່າງໃຫຍ່ ແພນດ້າ ກຳລັງຟື້ນຕົວ ຈາກ ການຜ່າຕັດ ຢູ່ສວນສັດແຫ່ງຊາດ


ລູກໝີດ່າງໃຫຍ່ແພນດ້າ ຊື່ວ່າ Bei Bei ສ່ອງອອກມາຈາກຄອກ ທີ່ສວນສັດແຫ່ງຊາດ ຢູ່ນະຄອນຫລວງວໍຊິງຕັນ.
ລູກໝີດ່າງໃຫຍ່ແພນດ້າ ຊື່ວ່າ Bei Bei ສ່ອງອອກມາຈາກຄອກ ທີ່ສວນສັດແຫ່ງຊາດ ຢູ່ນະຄອນຫລວງວໍຊິງຕັນ.

ບັນດາ​ເຈົ້າ​ໜ້າ​ທີ່​ສວນສັດ​ແຫ່ງ​ຊາດ​ກ່າວ​ວ່າ ລູກ​ໝີ​ດ່າງໃຫຍ່ Panda ຊື່ວ່າ Bei Bei ກຳລັງ​ມີ​ອາການດີ​ຂຶ້ນ​ຫລັງ​ຈາກ​ການຜ່າຕັດ​ສຸກ​ເສີນ​ໃນ​ວັນ​ສຸ​ກວານນີ້​ເພື່ອ​ເອົາ “​ກ້ອນ​ ໄມ້ໄຜ່​ ຂະໜາດ​ໜ່ວຍ​ໝາກ​ນາວ” ທີ່​ຕັນ​ຢູ່​ໃນ​ລຳໄສ້​ນ້ອຍ​ຂອງ​ລາວນັ້ນ​ອອກ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການຜ່າຕັດ “ຊ່ວຍ​ຊີວິດ” ໄດ້​ມີ​ຂຶ້ນ​ຫລັງ​ຈາກ ໝີ​ດ່າງ panda ອາຍຸ 1 ປີ​ໄດ້​ເລີ້ມສະ​ແດງໃຫ້​ເຫັນ​ອາການຂອງ​ຄວາມ​ຮູ້ສຶກ​ບໍ່​ສະບາຍ ຢູ່​ໃນທ້ອງ ​ແລະ​ຢາກ​ຮາກໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ.

ພວກ​ນາຍ​ໝໍ​ປົວ​ສັດ​ໄ​ດ້ພົບ​ເຫັນ​ກ້ອນໄມ້​ໄຜ່ທີ່​ໝີ​ໄດ້​ຄ້ຽວ​ແລະ​ຫຍ້ຳ​ລົງ​ໄປ​ໃນລະ ຫວ່າງ​ການກວດ​ຟັງ ​ຂອງ​ໝີ panda ​ໃນຕ​ອນ​ເຊົ້າ​ວັນ​ສຸກ​ວານ​ນີ້. ນາຍ​ໝໍ​ຜ່າຕັດສັດ​ອາສາ​ສະ ໝັກ​ຄົນ​ນຶ່ງ ​ໄດ້​ເອົາ​ໄມ້​ເຫລົ່າ​ນັ້ນ​ອອກ​ລະຫວ່າງ​ການຜ່າ​ຕັດ.

ຜູ້ອຳນວຍການ​ສວນສັດ ທ່ານ Dennis Kelly ກ່າວ​ຢູ່​ໃນ​ຖະ​ແຫ​ລງການ​ໃນ​ວັນ​ສຸກ​ວານ ​ນີ້​ວ່າ “ການຕິດ​ຕາມກວດ​ເບິ່ງອາການ​ຂອງ Bei Bei ​ແມ່ນຢູ່​ໃນ​ສະພາບ​ດີ.”

ພວກ​ເຈົ້າ​ໜ້າ​ທີ່​ສວນ​ສັດ ​ກ່າວ​ວ່າ ໝີ​ດ່າງ panda ອາຍຸ 15 ​ເດືອນ ທີ່​ໜັກ 90 ປອນ ຫລື 40.8 ກິ​ໂລນີ້ກຳລັງ​ຮັກສາ​ໄວ້​ຕ່າງຫາກ​ຈາກ​ Mei Xiang ທີ່​ເປັນ​ແມ່ຂອງ​ລາວ ໃນ​ຂະນະ​ທີ່​ລາວ​ຟື້ນ​ໂຕ​ຄືນ​ຈາກ​ການຜ່າຕັດ.

ຈົນກວ່າ​ວ່າ​ລາວ​ຫາຍ​ດີ ໝີ Bei Bei ຈະໄດ້​ກິນ​ແຕ່ ​ອາຫານ​ອ່ອນໆ ເຊັ່ນ​ມັນຝຣັ່ງ​ຫວານ ​ແລະ​ໝາກ​ pears. ​ເວລາ​ໄມ້​ໄຜ່ ​ຊຶ່ງເປັນ​ອາຫານ​ທີ່​ໝີ panda ມັກ ໃນ​ທີ່​ສຸດກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ອີກ​ນັ້ນ ຖະ​ແຫລ​ງການ​ຂອງ​ສວນ​ສັດກ່າວ​ວ່າ “ໃບໄມ້​ໄຜ່​ຈະ​ຖືກ​ຕັດ​ໃຫ້​ໝຸ່ນໆ​ກ່ອນ.”

Bei Bei ໝາຍ​ຄວາມ​ວ່າ ລ້ຳ​ຄ່າ​ຫຼືຄຳ​ແພງນັ້ນ ຈະ​ບໍ່​ປາກົດ​ໂຕ​ໃຫ້​ເຫັນ​ສົດ​ຢູ່​ໃນ​ວີ​ດີ​ໂອ​ຂອງ​ສວນສັດ ຈົນກວ່າ​ວ່າ​ລາວຈະ​ຮູ້ສຶກ​ດີ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Giant Panda Surgery
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG