ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກ້ອນຫີນ Asteroid ໂຄຈອນຜ່ານ ໃກ້ໆ ໂລກມະນຸດ


​ກ້ອນ​ຫີນ​ໃຫຍ່ 1998 QE2 ​​ໂຄຈອນ​ຜ່ານ​ ຫ່າງ​ຈາກໂລກ​ມະນຸດ​ເຮົາ ປະມາ​ນ 3 ລ້ານ​ກິ​ໂລ​ແມັດ​​.
​ກ້ອນ​ຫີນ​ໃຫຍ່ 1998 QE2 ​​ໂຄຈອນ​ຜ່ານ​ ຫ່າງ​ຈາກໂລກ​ມະນຸດ​ເຮົາ ປະມາ​ນ 3 ລ້ານ​ກິ​ໂລ​ແມັດ​​.
ກ້ອນ​ຫີນ​ໃຫຍ່ ຫລື Asteroid ທີ່​ມີ​ຄວາມ​ກວ້າງ 2,700 ​ແມັດ ​
ໄດ້ໂຄຈອນ​ຜ່ານ​ໂລກ​ມະນຸດ​ຂອງ​ເຮົາ.

​ກ້ອນ​ຫີນ​ໃຫຍ່ 1998 QE2 ​ບໍ່ໄດ້​ເປັນ​ອັນຕະລາ​ຍໃດໆ ຂະນະ​
ທີ່​ມັນໂຄຈອນ​ຜ່ານ​ໄປ ຫ່າງ​ຈາກໂລກ​ມະນຸດ​ເຮົາ ປະມາ​ນ 3
ລ້ານ​ກິ​ໂລ​ແມັດ ຫລື​ປະມານ 15 ​ເທື່ອຂອງ​ໄລຍະ​ຈາກ​ໂລກ​ມະ
ນຸດ ​ໄປ​ຫາເດືອນ.

ພວກ​ນັກວິທະຍາສາດ ຂອງອົງການຄຸ້ມຄອງ​ອະວະກາດ​ສະຫະ ລັດ​ຫຼື NASA ກ່າວ​ວ່າ ກ້ອນ​ຫີນ asteroid ນີ້ ບໍ່​ໄດ້​ໃສ່​ຊື່ໃດໆທີ່ມີ​ຄວາມ​ໝາຍ​ຢູ່​ໂລກ​ມະ​ນຸດ.

ຊື່ຂອງ asteroid ​ແມ່ນຮວມທັງ​ປີ ທີ່​ກ້ອນ​ຫີນອະວະກາດ ​ໄດ້​ຖືກ​ຄົ້ນພົບ​ ພ້ອມ​ດ້ວຍລະ ຫັດ​ທີ່​ເປັນອັກສອນໂຕ​ເລກ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເດືອນ​ໃດ​ແລະ​ເວລາ​ໃດ​ໃນ​ເດືອນ​ທີ່​ກ້ອນຫີນ ດັ່ງກ່າວ​ໄດ້​ຖືກ​ຄົ້ນພົບ.

ການ​ໂຄຈອນ​ຜ່ານດັ່ງກ່າວ ​ແມ່ນຊ່ວຍ​ຍົກ​ລະດັບ​ໃຫ້​ມີ​ການ​ຕື່ນ​ຕົວ ກ່ຽວ​ກັບ​ກ້ອນ​ຫີນ​ອະ ວະກາດຈຳນວນ​ຫຼາຍໆ​ລ້ານ​ກ້ອນ ທີ່​ໂຄຈອນ​ຜ່ານ​ໄປ​ໃກ້ໆກັບ​ໂລກ​ມະນຸດຂອງ​ເຮົາ.
ອົງການ NASA ກະ​ປະມານວ່າ ຕົນ​ໄດ້ຈົດ​ບັນທຶກ​ 95 ​ເປີ​ເຊັນ​ຂອງກ້ອນ​ຫີນ asteroid ທີ່ມີ​ຂະໜາດ​ໃຫຍ່​ກວ່ານຶ່ງ​ກິ​ໂລ​ແມັດ ທີ່ຢູ່ໃກ້​ກັບ​ໂລກ​ມະນຸດ. ອົງການ NASA ກ່າວ​ວ່າ ຕົນ​ບໍ່​ໄດ້​ພົບເຫັນ​ກ້ອນ​ຫີນຂະໜາ​ດ​ນີ້ ​ທີ່ຫລິງ​ເຫັນ​ວ່າ ເປັນໄພອັນຕະລາຍ​ແກ່ໂລກ​ມະນຸດ​ຂອງ​ເຮົາ ​ໃນ​ອະນາຄົດ​ແຕ່​ປະການ​ໃດ.

​ໃນ​ເດືອນ​ກຸມພາ​ປີນີ້ ເກັດດາວຫຼືອຸກກາບາດຂະໜາດ​ນ້ອຍ​ກ້ອນ​ນຶ່ງ ​ໄດ້​ລະ​ເບີດ​ແບບ​ບໍ່​ຄາດ ຄິດ​ຢູ່​ເໜືອ​ເມືອງ Chelyabinsk ​ໃນ​ປະ​ເທດຣັດ​ເຊຍ ​ແລະ​ພາ​ໃຫ້​ເກີດ​ແຮງ​ສັ່ນ​ສະ​ເທືອ​ນທີ່ ​ເຮັດ​ໃຫ້​ປະຕູ​ປ່ອງຢ້ຽມ​ແຕກ ​ແລະ​ມີ​ຜູ້​ບາດ​ເຈັບຫຼາຍກວ່າ 1,000 ຄົນ.
XS
SM
MD
LG