ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Ashraf Ghani ຖືກເລືອກ ເປັນປະທານາທິບໍດີ ອັຟການີສຖານ (ສະໄລດ໌/ວີດີໂອ)


afghanpolitics22september14
please wait

No media source currently available

0:00 0:01:14 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ຄະນະ​ກຳມະການ​ເລືອກ​ຕັ້ງ​ອັຟກາ​ນິສຖານ​ ໄດ້​ປະກາດ​ຊື່​ປະທາ
ນາທິ ບໍດີ​ຄົນ​ໃໝ່ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​
ຊົ່ວ​ໂມງຫຼັງ​ຈາກ​ພວກ​ຜູ້​ສະໝັກ​ເລືອກ​ຕັ້ງ​ທີ່​ໄດ້​ຄະ​ແນນ​ນຳ​ໜ້າ​
ສອງ​ທ່ານ ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແບ່ງປັນ​ອຳນາດ​ກັນ.

ຂໍ້​ຕົກລົງ​ດັ່ງກ່າວ​ ເຮັດ​ໃຫ້​ທ່ານ Ashraf Ghani ​ເປັນ​ປະທານາ
ທິບໍດີ ​ແລະ​ຈັດ​ຕັ້ງ​ຕຳ​ແໜ່​ງຫົວໜ້າ​ບໍລິຫານ​ຂຶ້ນ​ ສຳຫລັບທ່ານ
Abdulla Abdullah ​ທີ່​ເຄີຍ​ເປັນ​ຄູ່​ແຂ່ງກັບ​ທ່ານ​ມາກ່ອນ. ຂໍ້
​ຕົກລົງ​ສະບັບ​ນີ້ຍັງບັງຄັບ​ໃຫ້​ທ່ານ Ghani ​ເອົາ​ບາດກ້າວ​ທາງ
ດ້ານ​ບໍລິຫານຫລາຍ​ຢ່າງໃນ​ທັນທີ ​ໃນ​ຖານະ​ເປັນປະທານາທິ
ບໍດີນັ້ນ ​ເພື່ອ​ຫລຸດຜ່ອນ​ອຳນາດ​ຂອງ​ທ່ານ​ເອງ​ລົງເພື່ອ​ເຮັດ​ໃຫ້​
ຕຳ​ແໜ່​ງ​ໃໝ່​ຂອງ​ທ່ານ Abdullah ເປັນ​ຕຳ​ແໜ່​ງທີ່​ຖາວອນ.

ຄຳ​ປະກາດ​ດັ່ງ​ກ່າວ​ມີ​ຂຶ້ນ ​ຫຼັງ​ຈາກການໂຕ້​ຖຽງ​ທາງ​ດ້ານ​ການ​ເມືອງ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ ຕັ້ງ​ແຕ່​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ຊີ້​ຂາດໃນ​ວັນ​ທີ 14 ມິຖຸນາ​ເປັນ​
ຕົ້ນ​ມາ. ​ແຕ່​ຄະນະ​ກຳມະການ​ເລືອກ​ຕັ້ງບໍ່​ໄດ້​ແຈ້ງ​ຈຳນວນ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ທັງ​ໝົດ​ໃຫ້​ຊາບຍ້ອນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຖ້າ​ກະທຳ​ເຊັ່ນ​ນັ້ນ ມັນ​ອາດ​ຈະ​ສ້າງ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ມາ​ໄດ້.

ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ທ່ານ Ghani ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ ວັນ​ທີ 29
ເດືອນ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ​ຂໍ້​ຕົກລົງ​ດັ່ງກ່າວ ​ແລະ​ເວົ້າ​ວ່າ
ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ທ່ານ Ghani ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດ້ານ​ຄວາມ​ປອດ​ໄພ​ສະບັບ​ນຶ່ງ ​ເພື່ອ​ອະນຸມັດ​ໃຫ້​ທະຫານ​ອະ​ເມຣິກັນ ​ຈຳນວນ 10 ພັນ​ຄົນ​ ຢູ່​ໃນ​ອັຟກາ​ນິສຖານກາຍ​
ປີ 2014 ໄປໄດ້.

​ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ໄດ້​ໂທລະ​ສັບ​ຫາ​ພວກ​ຜູ້​ສະໝັກ
​ທັງ​ສອງ​ທ່ານ ​ເພື່ອ​ກ່າວ​ຊົມ​ເຊີຍ​ພວກ​ເຂົາ​ເຈົ້າ​ທີ່​ໄດ້​ບັນລຸຂໍ້​ຕົກລົງ​ກັນ​ນັ້ນ.

XS
SM
MD
LG