ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານການາ ຊະນະການເລືອກຕັ້ງ ປະທານາທິບໍດີ


ຜູ້ຊາຍຄົນນຶ່ງກຳລັງອ່ານໜັງສືພິມຢູ່ຖະໜົນໃນເມືອງ Accra, ປະເທດ Ghana.
ຜູ້ຊາຍຄົນນຶ່ງກຳລັງອ່ານໜັງສືພິມຢູ່ຖະໜົນໃນເມືອງ Accra, ປະເທດ Ghana.

ຜູ້ນຳຝ່າຍຄ້ານ​ມາ​ເປັນ​ເວລາ​ດົນ​ນານ​ຂອງ​ກາ​ນາ ທ່ານ Nana Akufo-Addo ​ໄດ້​ຊະນະ ຕຳ​ແໜ່ງ​ປະທານາທິບໍດີໃນ​ຄວາມ​ພະຍາຍາມ​ເທື່ອທີ​ສາມ​ໂດ​ຍ​ເອົາຊະນະ​ປະທານາທິບໍ ດີ​ທີ່ຍັງຢູ່​ໃນ​ຕຳ​ແໜ່​ງ ທ່ານ John Mahama.

ທ່ານ Mahama ​ໄດ້​ຍອມຮັບ​ການພ່າຍ​ແພ້​ໃນ​ຕອນ​ແລງວັນ​ສຸກ​ວານ​ນີ້ ​ແລະ​ໄດ້ໂທລະ
ສັບໄປ​ສະ​ແດງ​ຄວາມ​ດີ​ໃຈ​ທ່ານ Akufo-Addo.

ທ່ານ Mahama ​ໄດ້​ກະທຳ​ການ​ດັ່ງກ່າວ ​ບໍ່​ດົນ ​ກ່ອນ​ການ​ປະກາດ​ຂອງ​ຄະນະ​ກຳມາ​ທິ
ການ​ເລືອກ​ຕັ້ງ​ວ່າທ່ານ Akufo-Addo ​ເປັນ​ຜູ້​ຊະນະການ​ເລືອກ​ຕັ້ງດ້ວຍຄະ​ແນນ​ 53.85 ​ ເປີ​ເຊັນ ຂອງ​ຄະ​ແນນ​ສຽງ​ທັງ​ໝົດ ​ປຽບທຽບ​ໃສ່ 44.4 ​ເປີ​ເຊັນ ​ທີ່​ທ່ານ Mahama ​ໄດ້​ຮັບ.

ຢູ່​ໃນ​ສື່​ສັງຄົມ ​ໄດ້​ມີ​ການ​ຮຽກຮ້ອງ​ຫຼາຍ​ຂຶ້ນ​ໃຫ້​ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ​ເລັ່ງລັດການ ​ນັບ​ຄະ​ແນນ​ສຽງຫລັງ​ຈາກ​ໄດ້​ຈາກ​ໄດ້​ມີ​ການ​ເລືອກ​ຕັ້ງ​ໃນ​ວັນ​ພຸດທີ່​ຜ່າ​ນມາ. ​ໃນການ​ຖະ ​ແຫຼງ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານໃນ​ນະ ຄອນຫຼວງ Accra ທ່ານ Mahama ​ໄດ້​ຂໍ​ຮ້ອງ​ໃຫ້ທຸກ​ຄົນຢູ່​ໃນ​ຄວາມ​ສະຫງົບແລະ​ກ່າວ​ວ່າ ທ່ານຈະ​ຮັບ​ເອົາຜົນ​ການ​ນັບ ບັດ​ຄະ​ແນນ​ສຽງ​ຂັ້ນ​ສຸດ​ທ້າ​ຍ.

ປະທານາທິບໍດີ ປະເທດການາ ຄົນປັດຈຸບັນ ທ່ານ John Dramani Mahama.
ປະທານາທິບໍດີ ປະເທດການາ ຄົນປັດຈຸບັນ ທ່ານ John Dramani Mahama.

ທ່ານ Akufo-Addo ຜູ້​ທີ່​ໄດ້​ນຳພາ ພັກຮັກ​ຊາດໃໝ່ ຫລື NPP ຊຶ່ງ​ເປັນ​ພັກ ຝ່າຍ​ຄ້ານ ​ແລະ​ຕຳຫລວດ​ຍັງໄດ້ຮ້ອງ​ຂໍ​ໃຫ້ປະຊາຊົນ​ຈົ່ງມີ​ຄວາມອົດທົນ ​ໃນ​ຂະນະ​ທີ່​ກຳມາ​ທິການ​ປະຕິບັດ​ງານໜ້າ​ທີ່​ນັບ​ບັດ​ຢູ່​ນັ້ນ.

ທ່ານ Mahama ​ໄດ້​ລົງ​ສະໝັກ ​ເອົາ​ຕຳ​ແໜ່​ງ​ເປັນສະ​ໄໝ​ທີ​ສອງ ຂອງ​ປະ​ເທດ ​ກາ​ນາ ຊຶ່ງ​ຕັ້ງຢູ່​ໃນ​ເຂດອາ​ຟຣິກາ​ຕາ​ວັນ​ຕົກ ແລະເປັນ​ປະ​ເທດ​ທີ່​ສົ່ງອອກ​ນໍ້າມັນ​ ຄຳ ​ແລະ ​cocoa.

ຕຳຫລວດຢືນຍາມຢູ່ທາງເຂົ້າ ຫ້ອງການກຳມາທິການເລືອກຕັ້ງ ທີ່ປະເທດການາ.
ຕຳຫລວດຢືນຍາມຢູ່ທາງເຂົ້າ ຫ້ອງການກຳມາທິການເລືອກຕັ້ງ ທີ່ປະເທດການາ.

ທ່ານ Akufo-Addo ອະດີ​ດລັດຖະມົນຕີ​ຕ່າງປະ​ເທດ ​ໄດ້​ໃຊ້​ບັນຫາ​ເສດຖະກິດ​ຂອງ​ກາ​ນາ​ ເປັນເນື້​ອ​ໄນ​ຂອງການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ໂດຍກ່າວ​ຫາ​ທ່ານ Mahama ​ແລະ​ພັກ​ສະ​ພາ​ປະຊາທິປະ​ໄຕ​ແຫ່ງ​ຊາດ ຫລື NDC ວ່າບໍ່​ມີ​ຄວາມ​ສາມາດ.

ປະທານາທິບໍດີ​ຄົນ​ໃໝ່ເຄີຍ​ຮັບ​ໃຊ້ ​ເປັນທັງລັດ​ຖະມົນ​ຕີ​ຕ່າງປະ​ເທດ​ ແລະອະທິ​ໄອຍະ
ການຢູ່​ໃນ​ລັດຖະບານຊຸດ​ກ່ອນ​ຂອງ​ພັກ​ NPP ​ແຕ່ທັງ​ສອງ​ຄັ້ງ​ໄດ້​ເສຍໄຊ ດ້ວຍ​ຄະ​ແນນ​ສຽງ​ທີ່​ໃກ້​ຄຽງ ​ໃນການ​ແຂ່ງຂັນເອົາ​ຕຳ​ແໜ່​ງ​ປະທານາທິບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG