ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 8 ຄົນ ເສຍຊີວິດ ແລະອີກ 100 ຄົນ ບາດເຈັບ ຍ້ອນລົດໄຟຕຳກັນ ຢູ່ເຢຍຣະມັນ


ໜ່ວຍກູ້ໄພລໍຖ້າທີ່ Bad Aibling ປະເທດເຢຍຣະມັນ ຫລັງຈາກ ລົດໄຟສອງຂະບວນແລ່ນຕຳກັນ.
ໜ່ວຍກູ້ໄພລໍຖ້າທີ່ Bad Aibling ປະເທດເຢຍຣະມັນ ຫລັງຈາກ ລົດໄຟສອງຂະບວນແລ່ນຕຳກັນ.

ຕຳຫລວດ​ກ່າວ​ວ່າ ລົດ​ໄຟແລ່ນຕຳ​ກັນ​ໜ້າ​ຕໍ່ໜ້າໃນ​ວັນ​ອັງຄານ
ມື້​ນີ້ ຢູ່​ພາກ​ໃຕ້​ ປະ​ເທດ​ເຢຍຣະມັນ ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ​ຢ່າງ
​ໜ້ອຍ​ແປດ​ຄົນ ​ແລະ​ອີກປະ​ມານ 100 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບໍ​ລິ​ສັດລົດໄຟ Meridian ກ່າວ​ວ່າ ລົດ​ໄຟ​ສອງ​ຂະ​ບວນຂອງ​ຕົນ
​ໄດ້​ພົວພັນ​ກັບ “ການ​ຕຳ​ກັນ​ຢ່າງ​ຮ້າຍ​ແຮງ” ລະຫວ່າງ
Kolbermoor ​ແລະ Bad Abling ປະມານ 60 ກິ​ໂລ​ແມັດ ຢູ່
ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ​ຂອງນະຄອນ Munich.

ຕຳຫລວດ​ກ່າວ​ວ່າ ຫລາຍ​ກວ່າ 50 ຄົນທີ່​ໄດ້​ຮັບ​ບາດ​ເຈັບໃນ​ເຫດ​ລົດ​ໄຟ​ຕຳ​ກັນ​ຄັ້ງນີ້ ​ແມ່ນ​ມີອາການ​ສາຫັດ.

ສາ​ເຫດ​ຂອງອຸປະຕິ​ເຫດດັ່ງກ່າວ ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາ​ວ​ເທື່ອ.

Germany Train Crash
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG