ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູໂຣບ ປ້ອງກັນຄວາມປອດໄພຢ່າງເຄັ່ງຄັດໃນວັນ ຄຣິສມາສ


ຕຳຫຼວດ ຝຣັ່ງ ຢືນຍາມ ໃນຂະນະທີ່ກອງກຳລັງຕຳຫຼວດ
ຈຳນວນຫຼາຍຮັກສາຄວາມປອດໄພທາງເຂົ້າໂບດ Notre-Dame ໃນລະຫວ່າງການສະເຫຼີມສະຫຼອງບບຸນ
ຄຣິສມາສໃນນະຄອນຫຼວງ ປາຣີ, ຝຣັ່ງ. 24 ທັນວາ, 2016.
ຕຳຫຼວດ ຝຣັ່ງ ຢືນຍາມ ໃນຂະນະທີ່ກອງກຳລັງຕຳຫຼວດ ຈຳນວນຫຼາຍຮັກສາຄວາມປອດໄພທາງເຂົ້າໂບດ Notre-Dame ໃນລະຫວ່າງການສະເຫຼີມສະຫຼອງບບຸນ ຄຣິສມາສໃນນະຄອນຫຼວງ ປາຣີ, ຝຣັ່ງ. 24 ທັນວາ, 2016.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ຢູໂຣບ, ທີ່ໄດ້ຮັບການກະທົບກະເທືອນໂດຍການ ໂຈມຕີກໍ່ການຮ້າຍຄັ້ງຫຼ້າສຸດຢູ່ຕະຫຼາດ ຄຣິສມາສ ໃນນະຄອນຫຼວງ ເບີລິນ, ແມ່ນໄດ້ມີ ສະຕິລະວັງຕົວຢ່າງສູງ ໃນຂະນະທີ່ຊາວ ຄຣິສຕຽນ ເຕົ້າໂຮມກັນຢູ່ໂບດແຫ່ງຕ່າງໆຂອງ ຢູໂຣບ ເພື່ອສະເຫຼີມສະຫຼອງວັນພັກຄຣິສມາສ ດ້ວຍການພາວະນາ ແລະ ຮ້ອງ ເພງ.

ໃນປະເທດ ຝຣັ່ງ, ເຈົ້າໜ້າທີ່ຕຳຫຼວດ 91,000 ຄົນໄດ້ຖືກສົ່ງໄປເຝົ້າຍາມໂບດແຫ່ງຕ່າງໆ ແລະ ຕະຫຼາດ ຄຣິສມາສ. ສະພາບການໃນປະເທດ ອິຕາລີ ກໍຄ້າຍຄືກັນ, ບ່ອນທີ່ນັກໂຈມ ຕີນະຄອນຫຼວງ ເບີລິນ ທ້າວ Anis Amri ຖຶກຍິງຕາຍເມື່ອວັນສຸກທີ່ຜ່ານມາໃນເມືອງ Milan.

ບຸນຄຣິສມາສ ແມ່ນໜຶ່ງໃນວັນພັກທີ່ໃຫຍ່ທີ່ສຸດຂອງຊາວ ຄຣິສຕຽນ, ແລະ ມັນຈະນຳເອົາ ປະຊາຊົນມາເຕົ້າໂຮມກັນໃນສະຖານທີ່ສະທາລະນະ ບ່ອນທີ່ພວກກໍ່ການຮ້າຍສາມາດ ໂຈມຕີໄດ້ຢ່າງງ່າຍດາຍ.

ທະວີບ ຢູໂຣບ ໄດ້ປະສົບການໂຈມຕີກໍ່ການຮ້າຍທີ່ເພີ່ມຂຶ້ນຢ່າງສູງໃນ 13 ເດືອນທີ່ຜ່ານ ມາ, ເລີ່ມດ້ວຍການໂຈມຕີນະຄອນຫຼວງ ປາຣີິ ໃນເດືອນພະຈິກທີ່ຜ່ານມາ ທີ່ໄດ້ເຮັດໃຫ້ ປະຊາຊົນເສຍຊີວິດ 130 ຄົນ.

ການໂຈມຕີຄັ້ງໃຫຍ່ຫຼາຍຄັ້ງໄດ້ເກີດຕາມມາໃນນະຄອນຫຼວງ Brussels, Nice, ແລະ ຫຼ້າສຸດນະຄອນຫຼວງ ເບີລິນ. ການໂຈມຕີທີ່ນ້ອຍກວ່າຫຼາຍຄັ້ງໄດ້ເກີດຂຶ້ນໃນປະເທດ ຝຣັ່ງ, ເຢຍຣະມັນ ແລະ ອິຕາລີ, ແລະ ບັນດາເຈົ້າໜ້າທີ່ ຢູໂຣບ ກ່າວວ່າພວກເຂົາເຈົ້າໄດ້ ທຳລາຍແຜນການໂຈມຕີຫຼາຍຄັ້ງໃນປີທີ່ຜ່ານມາ.

ກະຊວງພາຍໃນກ່າວວ່າ ໃນຂ່າວຄວາມຄືບໜ້າຂອງການໂຈມຕີນະຄອນຫຼວງ ເບີລິນ ນັ້ນ, ບັນດາເຈົ້າໜ້າທີ່ໃນປະເທດ ຕູນີເຊຍ ໃນວັນເສົາວານນີ້ໄດ້ຈັບກຸມຫຼານຊາຍຂອງ ທ້າວ Anis Amri ຜູ້ຕ້ອງສົງໄສທຳການໂຈມຕີນັ້ນ, ພ້ອມກັບຜູ້ຕ້ອງສົງໄສຫົວຮຸນແຮງອິສ ລາມ ອີກສອງຄົນ ເຊິ່ງຖືກກ່າວວ່າມີການເຊື່ອມໂຍງກັບທ້າວ Amri.

ຖະແຫຼງການສະບັບໜຶ່ງກ່າວວ່າ ຜູ້ຕ້ອງສົງໄສສາມຄົນເຊື່ອວ່າ ເປັນສະມາຊິກຂອງ "ກຸ່ມ ກໍ່ການຮ້າຍທີ່ເຊື່ອມໂຍງກັບຜູ້ກໍ່ການຮ້າຍ ທ້າວ Anis Amri ຜູ້ທີ່ໄດ້ດຳເນີນການໂຈມ ຕີກໍ່ການຮ້າຍໃນນະຄອນຫຼວງ ເບີິລິນ.” ທັງສາມຄົນຖືກຈັບກຸມໃນວັນສຸກທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG