ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຢຍຣະມັນ ຊອກຫາ ຜູ້ທີ່ອາດ ສົມຮູ້ຮ່ວມຄິດ ກັບຜູ້ໂຈມຕີ ຢູ່ເບີລິນ


ຕຳຫຼວດຕິດອາວຸດ ຢືນຍາມຢູ່ຫຼັງແທ່ງຊີມັງ ເພື່ອປ້ອງກັນ ໃກ້ປະຕູ Brandenburg ໃນນະຄອນເບີລິນ (23 ທັນວາ 2016)​
ຕຳຫຼວດຕິດອາວຸດ ຢືນຍາມຢູ່ຫຼັງແທ່ງຊີມັງ ເພື່ອປ້ອງກັນ ໃກ້ປະຕູ Brandenburg ໃນນະຄອນເບີລິນ (23 ທັນວາ 2016)​

ເຢຍຣະມັນ​ກຳລັງ​ຊອກ​ຄົ້ນຫາ​ພວກ​ທີ່​ອາດ​ສົມຮູ້​ຮ່ວມ​ຄິດກັບ​ຜູ້​ຕ້ອງ​ສົງ​ໄສ​ໃນການ​ໂຈມ​ຕີ​ຢູ່​ນະຄອນ​ເບີ​ລິນ ນຶ່ງ​ມື້ຫລັງ​ຈາກ​ຜູ້ກ່ຽວ​ຖືກ​ຂ້າ​ຕາຍ ​ໃນ​ການ​ຍິງ​ຕໍ່ສູ້​ກັບ​ຕຳຫຼວດ​ທີ່​ເມືອງ​ມີ​ລານ ປະ​ເທດ​ອີ​ຕາ​ລີ.

​ໃນ​ຂະນະ​ທີ່​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ ພວມ​ກະກຽມ ​ທີ່​ຈະ​ສະ​ເຫຼີມສະຫຼອງຄ່ຳ​ຄືນກ່ອນ​ວັນ ​ບຸ​ນຄຣິສມັສ​ໃນ​ວັນ​ເສົາ​ມື້ນີ້ ​ເຈົ້າໜ້າ​ທີ່​ເຢຍຣະມັນ​ກ່າວ​ວ່າ ​ເຈົ້າໜ້າ​ທີ່ສືບສວນ​ຫຼາຍຮ້ອຍ​ຄົນ​ຈະ​ພາກັນ​ເຮັດ​ວຽກຕະຫລອດ​ວັນ​ພັກ​ໃນ​ລະຫວ່າງ​ການສະຫລອງ​ບຸນນີ້.

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ ​ທີ່​ນະຄອນ​ເບີ​ລິນ​ໃນ​ວັນ​ສຸກ​ວານ​ນີ້ ຫົວໜ້າໄອ​ຍະ​ການ​ຂອງ​ລັດຖະບານ​ກາງທ່ານ Peter Frank ກ່າວ​ວ່າ ​ເຈົ້າໜ້າ​ທີ່​ສືບສວນພວມ​ພິຈາລະນາ​ເບິ່ງ​ວ່າ ທ້າວ Anis Amri ຄົນ​ຕູ​ນີ​ເຊຍ​ອາຍຸ 24 ປີ ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ຕາໜ່າງທີ່​ໃຫ້ການ​ສະໜັບສະໜຸນ​ຫລືບໍ່?

ທ່ານ Frank ກ່າວ​ວ່າ ລາຍ​ມື​ແມ່ນ​ໃຫ້ການ​ຢືນຢັນ​ວ່າ ທ້າວ Amri ​ເປັນ​ຜູ້ ທຳ​ການ​ໂຈມ​ຕີ ທີ່​ໄດ້​ສັງຫານ 12 ຄົນ ​ແລະ​ອີກ 56 ຄົນ ​ບາດ​ເຈັບ ​ໃນ​ມື້ວັນຈັນ​ແລ້ວ. ​ແຕ່​ທ່ານ​ກໍ​ກ່າວ​ວ່າ ການ​ສືບສວນ​ແມ່ນ​ຍັງ​ອີກ​ດົນ​ຈຶ່ງ​ຈະ​ແລ້ວ​ສຳເລັດ.

ທ່ານ Frank ກ່າວ​ວ່າ “ມັນ​ເປັນ​ສິ່ງ​ສຳຄັນ ສຳລັບ​ພວກ​ເຮົາ​ໃນ​ເວລາ​ນີ້ ທີ່​ຈະ​ຕ້ອງຮູ້​ວ່າ ມີ​ຕາໜ່າງໃຫ້ການ​ສະໜັບ​ສະ​ໜຸນ​ຫລື​ຜູ້​ສົມຮູ້​ຮ່ວມ​ຄິດ​ຫຼື​ບໍ່ ມີ​ຄົນ​ທີ່​ໄວ້​ໃຈໄດ້​ໃຫ້ການ​ຊ່ອຍ​ເຫລືອ​ແກ່ບຸກຄົນ​ທີ່​ທາງ​ການ​ຕ້ອງການ​ຕົວ​ໃນ​ການ​ກະກຽມ​ແລະທຳ​ການ​ໂຈມ​ຕີຕະຫຼອດ ​ທັງ​ການ​ຫລົບໜີ​ນຳ​ດ້ວຍ.”

ນາຍົກລັດຖະມົນຕີ​ເຢຍຣະມັນ​ໄດ້​ກ່າວ​ຢ້ຳວ່າ ການ​ສືບສວນ​ອາດ​ຈະແນ​ໃສ່​ພວກ​ທີ່​ອາດ​ສົມຮູ້​ຮ່ວມ​ຄິດ​ກໍ​ເປັນ​ໄດ້.

​ເປັນ​ທີ່​ເຊື່ອ​ກັນ​ວ່າ ທ້າວ Amri ​ໄດ້​ຈີ້​ເອົາ​ລົດ​ບັນທຸກແລະ​ໃຊ້​ໃນ​ການ​ແລ່ນ​ເຂົ້າຢຽບ​ຝູງ​ຊົນ​ທີ່​ຕະຫຼາດ​ຄຣິສມັສ​ໃນ​ນະຄອນ​ເບີ​ລິນໃນ​ການ​ໂຈມ​ຕີ​ທີ່​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ກຸ່ມ​ລັດ​ອິສລາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG