ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ເຢຍຣະມັນ ຍິງຄົນຮ້າຍຂັບລົດ ໂຈມຕີປະຊາຊົນ


ລົດຄັນໜຶ່ງຈອດຢູ່ຕໍ່ໜ້າຮ້ານຂາຍເຄື່ອງ, ຢືນເຝົ້າໂດຍຕຳ
ຫຼວດໃນເມືອງ ຮາຍແດລເບີກ, ເຢຍຣະມັນ. 25 ກຸມພາ 2017.
ລົດຄັນໜຶ່ງຈອດຢູ່ຕໍ່ໜ້າຮ້ານຂາຍເຄື່ອງ, ຢືນເຝົ້າໂດຍຕຳ ຫຼວດໃນເມືອງ ຮາຍແດລເບີກ, ເຢຍຣະມັນ. 25 ກຸມພາ 2017.

ຕຳຫຼວດໃນເມືອງ Heidelberg ປະເທດ ເຢຍຣະມັນ, ໄດ້ຍິງ ແລະ ເຮັດໃຫ້ຜູ້ຊາຍຄົນ ໜຶ່ງໄດ້ຮັບບາດເຈັບສາຫັດໃນວັນເສົາວານນີ້ ຫຼັງຈາກຜູ້ຊາຍຄົນດັ່ງກ່າວໄດ້ຂັບລົດ ຂອງລາວຕຳປະຊາຊົນສາມຄົນ, ໜຶ່ງໃນນັ້ນໄດ້ເສຍຊີວິດ.

ຜູ້ຊາຍ ເຢຍຣະມັນ ອາຍຸ 35 ປີ ໄດ້ຂັບລົດຂອງລາວຕຳຄົນໃນຈະຕຸລັດໃຈກາງເມືອງ ໃນຂະນະທີ່ພວກເຂົາເຈົ້າກຳລັງຢືນຢູ່ເຂດຄົນຍ່າງ. ການປະທະກັນເກີດຂຶ້ນບໍ່ດົນ ກ່ອນທີີ່ຕຳຫຼວດຈະຍິງຜູ້ຊາຍຄົນດັ່ງກ່າວ, ຜູ້ທີ່ພວກເຂົາເຈົ້າກ່າວວ່າ ມີມີດຕຽມພ້ອມ ທີ່ຈະທຳການໂຈມຕີ.

ຕຳຫຼວດກ່າວວ່າ ພວກເຂົາເຈົ້າບໍ່ເຊື່ອວ່າການໂຈມຕີແມ່ນເຊື່ອມໂຍງກັບລັດທິກໍ່ການ ຮ້າຍ, ແຕ່ພວກເຂົາເຈົ້າບໍ່ຮູ້ວ່າແມ່ນແຮງດົນໃຈອັນໃດທີ່ອາດເປັນໄປໄດ້. ການສືບ ສວນສອບສວນ ກຳລັງດຳເນີນຢູ່.

ຜູ້ຊາຍ ເຢຍຣະມັນ ອາຍຸ 73 ປີຄົນໜຶ່ງໄດ້ເສຍຊີວິດຈາກອາການບາດເຈັບຂອງລາວ. ຜູ້ຊາຍຊາວ ອອສເຕຣຍ ອາຍຸ 32 ປີ ແລະ ແມ່ຍິງ 29 ປີຈາກປະເທດ ບອສເນຍ ເຮີເຊ ໂກວີນາ ໄດ້ຖືກສົ່ງໄປໂຮງໝໍ ແລະ ໄດ້ອະນຸຍາດໃຫ້້ອອກແລ້ວ ດ້ວຍອາການບາດ ເຈັບເລັກນ້ອຍ.

ໜັງສືພິມ Rhein-Neckar-Zeitung ໄດ້ກ່າວວ່າ ຜູ້ຕ້ອງສົງໄສໄດ້ຢຸດລົດຢູ່ໄຟແດງ ແລະ ເມື່ອໄຟປ່ຽນເປັນສີຂຽວ ລາວກໍໄດ້ເລັ່ງລົດຂອງລາວ ກ່ອນທີ່ມັນຈະຕຳເຂົ້າ ໃສ່ກຸ່ມຄົນ ແລ້ວໄປຕຳເສົາ.

ການໂຈມຕີທີ່ຄ້າຍຄືກັນໄດ້ເກີດຂຶ້ນໃນປະເທດ ເຢຍຣະມັນ ເມື່ອເດືອນທັນວາທີ່ຜ່ານ ມາ, ເມື່ອຜູ້ກໍ່ການຮ້າຍຄົນໜຶ່ງໄດ້ຂັບລົດບັນທຸກຕຳຝູງຄົນຢູ່ຕະຫຼາດບຸນ ຄຣິສມາດ ໃນນະ ຄອນຫຼວງ ເບີລິນ, ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ບາດເຈັບຫຼາຍກວ່າ 50 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG