ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຄວາມເປັນຫ່ວງ ໃນຄວາມຫວັງ ຕໍ່ການເປີດເຜີຍ ຂໍ້ມູນລັບ ຂອງລັດອິສລາມ


ບັນດາເອກກະສານ ທີ່ຊີ້ບອກໃຫ້ເຫັນ ຜູ້ສະໜັບສະໜູນລັດອິສລາມ ທີ່ເຜີຍແຜ່ໂດຍອົງການຂ່າວ Sky News ໃນ ນະຄອນລອນດອນ ວັນ 10 ມີນາ 2016.
ບັນດາເອກກະສານ ທີ່ຊີ້ບອກໃຫ້ເຫັນ ຜູ້ສະໜັບສະໜູນລັດອິສລາມ ທີ່ເຜີຍແຜ່ໂດຍອົງການຂ່າວ Sky News ໃນ ນະຄອນລອນດອນ ວັນ 10 ມີນາ 2016.

ຄວາມ​ສົງ​ໄສ ທີ່​ຍັງ​ມີ​ຕໍ່​ມາ ກຳລັງ​ເຮັດ​ໃຫ້ຄວາມຄາດຫວັງ ​ທີ່​ວ່າ
ບັນທຶກ​ຂໍ້​ມູນທີ່​ໄດ້​ລັກເອົາມາ​ຈາກກຸ່ມລັດອິສລາມຈະ​ຊ່ວຍ​ເປີດ​
ໜ້າ​ກາກ​ຕາໜ່າງພວກນັກ​ລົບ​ຕ່າງປະ​ເທດຂອງ​ກຸ່ມ​ກໍ່​ການ​ຮ້າຍ​
ດັ່ງກ່າວ ​ແລະ​ບາງ​ທີອາດນຳ​ໄປ​ສູ່​ການ​ທຳລາຍຕໍ່​ກຸ່ມທີ່​ປະກາດ
ຕົນ​ເອງວ່າ​ເປັນ​ລັດ​ອິສລາມ​ນັ້ນ​.

ບັນດາ​ຜູ້ຊ່ຽວຊານ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ໃນສະຫະລັດ ອັງ
ກິດ ເຢຍຣະ​ມັນ ​ແລະ​ ບັນດາ​ປະ​ເທດ​ຕ່າງໆກຳລັງ​ສຶກສາ​ເບິ່ງ​
ບັນທຶກ​ຫລາຍ​ພັນ​ໜ້າທີ່​ໄດ້​ມາໂດຍອົງການ​ຂ່າວ Sky News
ຂອງ​ອັງກິດ ຈາກ​ຜູ້ໃດ​ຜູ້​ໜຶ່ງ​ທີ່​ອ້າງວ່າ ​ເປັນ​ຜູ້​ໂຕນ​ໜີ​ຈາກ​ລັດ
​ອິສລາມ.

ອ​ະດີດ​ນັກ​ລົບຂອງ​ລັດ​ອິສລາມ​ຄົນ​ນີ້ອ້າງ​ວ່າ ລາວ​ໄດ້​ລັກ​ເອົາ​ເຄຶ່ອງບັນທຶກ​ຂໍ້​ມູນ ຈາກ
ຫົວໜ້າພະ​ແນ​ກຮັກສາຄວາມ​ປອດ​ໄພ​ພາຍ​ໃນ ​ຂອງອົງການ​ກໍ່​ການ​ຮ້າຍດັ່ງກ່າວ. ບັນ
ທຶກ​ດັ່ງກ່າວ​ເປັນ​ທີ່​ເ​ຊຶ່ອວ່າ ບັນຈຸ​ຂໍ້​ມູນສະມາຊິກຫລາຍ​ກວ່າ 22,000 ຄົນຂອງ​ກຸ່ມ ທັງ
ທີ່​ໄດ້​ຖືກເກັບ​ເກນມາ ​ແລະ​ເປັນ​ພວກ​ທີ່​ເປັນໃຈ.

ພວກນັກລົບອິສລາມ ກຳລັງເດີນສວນສະໜາມທີ່ເມືອງ Mosul, ປະເທດອີຣັກ Iraq ວັນທີ 23 ທິຖຸນາ 2014.
ພວກນັກລົບອິສລາມ ກຳລັງເດີນສວນສະໜາມທີ່ເມືອງ Mosul, ປະເທດອີຣັກ Iraq ວັນທີ 23 ທິຖຸນາ 2014.

ລາຍ​ງານ​ຈາກ​ອັງກິດ ​ເຢຍຣະມັນ ​ແລະ​ຊີ​ເຣຍ ກ່າວ​ວ່າ ​ຂໍ້​ມູນ​ດັ່ງກ່າວນີ້​ບັນຈຸ ລາຍລະອຽດ
ກ່ຽວ​ກັບສະມາ​ຊິກຫຼື Jihadists ຈາກ 51 ​ປະ​ເທດ ຮວມທັງ 23 ຄຳ​ຖາມ​ທີ່ພວກ​ເກັບ​ເກນ​
ຂອງລັດ​ອິສລາມຕ້ອງ​ຖາມ ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ຮັບ ເອົາ​ເປັນ​ສະມາຊິກ​ຂອງ​ກຸ່ມຫົວ​ຮຸນ
​ແຮງ​ຈັດດັ່ງກ່າວ.

ຮູບພາບສະແດງໃຫ້ເຫັນ ພວກຫົວຮຸນແຮງລັດອິສລາມ ຈັບຊາວເອທີໂອເປຍ ນັບຖືສາສະໜາຄຣິສ ກ່ອນຖືກສັງຫານທີ່ຊາຍຫາດ ວັນທີ 19 ເມສາ 2015.
ຮູບພາບສະແດງໃຫ້ເຫັນ ພວກຫົວຮຸນແຮງລັດອິສລາມ ຈັບຊາວເອທີໂອເປຍ ນັບຖືສາສະໜາຄຣິສ ກ່ອນຖືກສັງຫານທີ່ຊາຍຫາດ ວັນທີ 19 ເມສາ 2015.

​ໂຄ​ສົກຫ້ອງການ​ຜູ້​ກະທຳ​ຜິດ ​ຂອງ​ຕຳຫລວດລັດຖະບານ​ກາງ​ເຢຍຣະມັນ ກ່່າວ​ຕໍ່​ບັນ​ດາ​
ນັກ​ຂ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ເອກ​ກະສາ​ນ​ເຫລົ່າ​ນີ້ມີ​ຄວາມ​ຈິງ​.

XS
SM
MD
LG