ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຝຣັ່ງ ກ່າວວ່າ ບໍ່ມີຜູ້ລອດຊີວິດ ຈາກເຮືອບິນ Airbus ຕົກ


ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ກ່າວ​ວ່າ ​ມີ​
ທາງ​ເປັນ​ໄປ​ໄດ້ວ່າ ບໍ່​ມີ​ຄົນ​ລອດ​ມາ​ໄດ້ຈັກ​ຄົນ ໃນຈຳນວນທັງ
|ໝົດ 148 ຄົນ ຢູ່ໃນ​ເຮືອບິນ​ໂດຍສານ Airbus ລຸ້ນ A320 ທີ່​
ຕົກລົງ ​ໃນ​ເຂດ​ພູ​ເຂົາ Alps ຂອງ​ຝຣັ່ງນັ້ນ.

ເຈົ້າໜ້າທີ່ການບິນແລະຕຳຫລວດ ກ່າວວ່າ ເຮື​ອບິນ​ຂອງ​ສາຍ​
ການບິນ Germanwings ຖ້ຽວ​ບິນ​ທີ 9525 ທີ່​ບັນທຸກ ຜູ້​ໂດຍ
ສານ​ກັບ​ຈຸ​ບິນ ທັງ​ໝົດ 148 ຄົນ​ໄດ້​ປະສົບ​ອຸບັດ​ເຫດ​ຕົກລົງໃນ
​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງ​ຖ້ຽວ​ບິນນະຄອນ Barcelona
ປະ​ເທດສະ​ເປນ ​ໄປ​ຍັງ​ເມືອງ Dusseldorf ຂອງ​ເຢຍລະ​ມັນ.

ແຜນທີ່ສະແດງທີ່ຕັ້ງຂອງເມືອງ Dusseldorf, Barcelona, ແລະ Barcelonnette ບ່ອນເຮືອບິນຕົກ.
ແຜນທີ່ສະແດງທີ່ຕັ້ງຂອງເມືອງ Dusseldorf, Barcelona, ແລະ Barcelonnette ບ່ອນເຮືອບິນຕົກ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ພວກເຮືອບິນ​ເຮ​ລີ​ຄອບ​ເຕີ້​ຊອກ​ຄົ້ນໄດ້​ພົບ​
ເຫັນ​ຊິ້ນ​ສ່ວນ​ຂອງ​ເຮືອບິນຕົກ ຢູ່ເຂດ​ຫ່າງ​ໄກແຫ່ງ​ໜຶ່ງ ​ໃນ​
ພາກ​ຕາ​ເວັນ​ອອກ ສຽງ​ໃຕ້​ຂອງຝຣັ່ງ ຊຶ່ງຈະ​ເປັນ​ການ​ຍາກ​
ລຳບາກ​ສຳ​ຫລັບ​ພວກ​ຊອກ​ຄົ້ນ​ແລະ​ກູ້​ໄພ ທີ່​ຈະ​ໄປ​ຮອດ​ໄດ້.

​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ສົ່ງ​ສັນຍາ​ນ​ແຈ້ງ​ໄພ​ສຸກ​ເສີນ ​ແລະ​ຮ້ອງ​
ຂໍ​ຄວາມ​ຊ່ວຍ​ເຫລືອ ບໍ່​ດົນກ່ອນ​ຈະ​ຫາຍ​ໄປ​ຈາກ​ຈຳ​ເຣດາຣ໌.

Germanwings ​ເປັນສາຍ​ການບິນນ້ອຍ ລາຄາ​ຖືກ ​ໃນ​ເຄື​ອຂ່າຍ​ຂອງ Lufthansa ສາຍ
​ການບິນ​ຂອງ​ເຢຍລະ​ມັນ.

France Airplane Crash
please wait
Embed

No media source currently available

0:00 0:01:35 0:00

ໜັງສືພິມ​ຝຣັ່ງ La Provence ລາຍ​ງານ​ວ່າ ​ມີ​ຜູ້​ໂດຍສານ 142 ຄົນ ນັກ​ບິນ 2 ຄົນ ​ແລະ​ພະນັກງານ​ຈຸ​ບິນ 4 ຄົນ ຢູ່​ໃນເຮືອບິນ​ລຳ​ນັ້ນ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ທີ່​ໄດ້​ອອກ​ມາ​ຖະ​ແຫລ​ງ ຂ່າວ​ ກ່ຽວ​ກັບ​ເລື້ອງ​ນີ້ ກ່າວ​ວ່າ ​ເປັນ​ໄປ​ໄດ້​ວ່າ ຫລາຍໆ​ຄົນ​ໃນ​ພວກ​ເຄາະ​ຮ້າຍ ​ເປັນ​ຄົນ​ສັນຊາດ​ເຢບລະ​ມັນ.

ທ່ານ​ກ່າວ​ອີກ​ວ່າ “​ມັນ​ເປັນ​ໂສກ​ນາດຕະກຳ​ທີ່​ເກີດ​ຂຶ້ນ ຢູ່​ໃນ​ດິນ​ຂອງ​ພວກ​ເຮົາ.” ​ ​ແລະ​ທ່ານ​ຈະ​ໂອ້​ລົມ​ກັບ​ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ ທ່ານ​ນາງ Angela Merkel ໃນ​ໄວໆ​ນີ້​.

Some material for this report came from AP.

XS
SM
MD
LG