ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອບິນໂດຍສານ Airbus ຕົກ ໃນເຂດພູເຂົາ Alps ຂອງຝຣັ່ງ


ພາບຕົວຢ່າງເຮືອບິນ Airbus A320 .
ພາບຕົວຢ່າງເຮືອບິນ Airbus A320 .


​ເຮືອບິນ Airbus ລຸ້ນ A320 ລຳ​ນຶ່ງ ຊື່​ງລາຍ​ງານ​ຂ່າວ​ເວົ້າ​ວ່າ ມີ​ຜູ້​ໂດຍສານ 142 ຄົນ​ຢູ່​ໃນ​ເຮືອບິນ​ນັ້ນ ​ໄດ້ປະສົບ​ອຸບັດ​ຕິ​ເຫດ​ຕົກລົງ ​ໃນ​ເຂດ​ພູ​ເຂົາ Alps ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຝຣັ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ການບິນ​ກ່າວ​ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຮື​ອບິນ​ລຳ​ນັ້ນ ​ເປັນ​ຂອງສາຍ​ການບິນ Germanwings ຊຶ່ງ​ເປັນບໍລິສັດ​ໃນ​ເຄື​ອຂ່າຍ​ຂອງ Lufthansa ສາຍ​ການບິນ​ຂອງ​ເຢຍລະ​ມັນ. ​ເຮືອບິນ​ຫາຍ​ສາບ​ສູນ​ໄປ ຂະນະ​ທີ່​ບິນ​ຈາກນະຄອນ Barcelona ປະ​ເທດສະ​ເປ​ນ ​ໄປ​ຍັງ​ເມືອງ Dusseldorf ​ເຢຍລະ​ມັນ.

ໜັງສືພິມ​ຝຣັ່ງ La Provence ລາຍ​ງານ​ວ່າ ​ມີ​ຜູ້​ໂດຍສານ 142 ຄົນ ນັກ​ບິນ 2 ຄົນ ​ແລະ​ພະນັກງານ​ຈຸ​ບິນ 4 ຄົນ ຢູ່​ໃນເຮືອບິນ​ລຳ​ນັ້ນ.


ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ອອກ​ມາ​ຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ​ສະ​ແດງ​ຄວາ​ມ​ເຫັນ​ວ່າ ຄົງ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ມີ​ຄົນ​ລອດ​ມາ​ໄດ້. ທ່ານ​ກ່າວ​ອີກ​ວ່າ ບໍລິ​ເວນ​ເຮືອບິນ​ຕົກ​ນັ້ນ ຢູ່​ສອກຫລີກ​ຫ່າງ​ໄກ ​ແລະ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ມີ​ຜູ້​ຄົນ​ຢູ່​ພາກ​ພື້ນ​ດິນ​ໄດ້​ຮັບ​ບາດ​ເຈັບ​ຫລື​ບໍ່?

An Airbus A320 plane, reportedly with 142 passengers on board, has crashed in the southern France Alps region.

Aviation officials said Tuesday the plane was operated by Germanwings, an affiliate of the German airline Lufthansa. It disappeared en route from Barcelona to Dusseldorf.

The French newspaper La Provence reported the single-aisle plane was carrying 142 passengers, two pilots, and four cabin crew.

In a live briefing Tuesday, French President Francois Hollande said no survivors are likely in the Alpine crash of a passenger jet carrying 148 people. He added that the area of the crash was remote and it was not clear whether anyone on the ground had been hurt.

XS
SM
MD
LG