ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

7 ຄົນ ​ເສຍ​ຊີວິດ​ ໃນການ​ໂຈມ​ຕີ ​​ເຈົ້າໜ້າທີ່ ຢູ່ ປາ​ກີ​ສຖານ (ສະໄລດ໌/ວີດີໂອ)


ຕໍາຫຼວດກໍາລັງເກັບກໍາຂໍ້າມູນຕ່າງໆກ່ຽວກັບເຫດລະເບີດ
ຕໍາຫຼວດກໍາລັງເກັບກໍາຂໍ້າມູນຕ່າງໆກ່ຽວກັບເຫດລະເບີດ
ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 7 ຄົນ​ໄດ້​ເສຍ​ຊີວິດ
​ໃນການ​ໂຈມ​ຕີເຈົ້າ​ໜ້າ​ທີ່ ຮັກສາ​ຄວາມ​ປອດ​ໄພຈຸນຶ່ງ ທີ່​ກໍາລັງ​
ເດີ​ນທາງ​ໄປໃຫ້​ການ​ຄຸ້ມ​ກັນ​ຕໍ່​ພວກ​ພະນັກງານ​ທີ່​ຈະ​ສີດ​ຢາ​ກັນ
​ໂຣກໂປລີໂອ.

ເຈົ້າໜ້າທີ່ກ່າວວ່າ ເຫດລະ​ເບີດ​ໃນ​ວັນ​ພຸດ​ມື້​ນີ້​ ໃນເຂດເມືອງ
Charsadda ​ໄດ້​ສັງຫານຕໍາ ຫຼວດ 6 ຄົນ ​ແລະ​ເດັກນ້ອຍ​ຜູ້​ນຶ່ງ.

​ໃນ​ວັນ​ພຸດ​ມື້​ນີ້ ອີກ​ເຊັ່ນ​ກັນ ​ແຫຼ່ງຂ່າວ​ທາງ​ທະຫານ​ຂອງ​ປາ​ກີ​ສ
ຖານ​ໄດ້​ກ່າວ​ວ່າ ພວກ​ນັກ​ລົບ​ຊາວ​ຕ່າງ​ຊາດ ຊຶ່ງ​ຮວມທັງຊາວ
Uzbek ​ແລະ​ເຢຍຣະມັນ 33 ຄົນ ແມ່ນຮວມຢູ່ໃນ​ຈໍານວນ 40
ຄົນ ທີ່ຖືກຂ້າຕາຍ ​ໃນ​ການ​ໂຈມ​ຕີ ນຶ່ງ​ມື້ກ່ອນ​ໜ້າ​ນີ້ ທີ່​ສົງໄສວ່າ ເປັນ​ຝືມື​ຂອງ​ພວກຫົວ
ຮຸນ​ແຮງ ທີ່​ຫລົບລີ້ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ອັຟກາ​ນີສຖານ.



ແຫຼ່ງຂ່າວ​ທາງ​ທະຫານ ​ໄດ້​ກ່າວ​ວ່າ ມີ​ການ​ເຊຶ່ອ​ກັນ​ວ່າ ​ພວກຜູ້ບັນຊາການຂອງ​ກຸ່ມກໍ່​ການ​
ຮ້າຍຫລາຍໆຄົນ ​ແມ່ນ​ຮວມຢູ່ໃນ​ຈໍານວນ​ພວກ​ທີ່​ຖືກ​ສັງຫານ​ໃນ​ເຂດ Waziristanເໜືອ.

ພວກ​ທະຫານກ່າວ​ວ່າ ພວກ​ທີ່​ເສຍຊີວິດທັງໝົດ​ ແມ່ນພວກ​ຫົວ​ຮຸນ​ແຮງ ​ແຕ່​ແຫຼ່ງຂ່າວ​
ໃນ​ຂົງ​ເຂດ​ແຈ້ງ​ວ່າ ມີ​ພົນລະ​ເຮືອນ​ຮວມຢູ່ໃນ​ພວກ​ທີ່​ເສຍ​ຊີວິດນຳ. ​ພວກ​ຊາວບ້ານ​
ໃນ​ທ້ອງ​ຖິ່ນຈຳ ນວນນຶ່ງໄດ້​ພາກັນ​ລົບ​ໜີ ຫຼັງຈາກ​ທີ່​ໄດ້​ປະເຊີນກັບການສູ້ລົບ​ລະຫວ່າງ​
ກຸ່ມພວກ​ຫົວ​ຮຸນ​ແຮງ ​ແລະກອງ​ກໍາລັງ​ລັດຖະບານ. ​

PAKISTAN BLAST
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG