ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ເຢຍຣະມັນ ຈັບຜູ້ສົງໄສ 2 ຄົນ ທີ່ສະໜັບສະໜຸນ ກຸ່ມລັດອິສລາມ


ບັນດານັກຂ່າວ ຢືນອ້ອມ ຕຳຫລວດພິເສດ ເຢຍຣະມັນ ໃນ ຂະນະທີ່ເຂົາເຈົ້າຈະເຂົ້າລົດ ຫລັງຈາກໄດ້ບຸກເຂົ້າໄປກວດຄົ້ນ.
ບັນດານັກຂ່າວ ຢືນອ້ອມ ຕຳຫລວດພິເສດ ເຢຍຣະມັນ ໃນ ຂະນະທີ່ເຂົາເຈົ້າຈະເຂົ້າລົດ ຫລັງຈາກໄດ້ບຸກເຂົ້າໄປກວດຄົ້ນ.

ຕຳຫລວດ​ເຢຍຣະມັນ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ຜູ້​ຊາຍ​ສອງ
ຄົນ​ໃນນະ​ຄອນ Berlin ​ໃນ​ຖານ​ສົງ​ໄສ​ວ່າ ​ເຂົາ​ເຈົ້າ​ໄດ້ເກັບເກນ
ເອົາ​ພວກ​ນັກ​ລົບ ໃຫ້ແກ່​ກຸ່ມລັດ​ອິສລາມ ​ໃນ​ຊີ​ເຣຍ.

ຕຳຫລວດ ​ກ່າວ​ວ່າ ພວກ​ຜູ້​ຊາຍ​ໄດ້​ຖືກ​ຈັບ ໃນ​ວັນ​ສຸກມື້​ນີ້​ ໃນ​
ການ​ບຸກເຂົ້າໄປກວດຄົ້ນ ໂດຍບັນດາ​ເຈົ້າ​ໜ້າ​ທີ່ຕຳຫລວດ​
|ຫລາຍ​ກວ່າ200 ຄົນ ຢູ່​ໃນ 11 ​ແຫ່ງ ​ໃນ​ນະຄອນຫລວງ​ເຢຍ
ຣະມັນ.

ຜູ້ນຳ​ກຸ່ມ ທີ່ລະບຸແຕ່ພຽງ​ວ່າ ແມ່ນທ້າວ Ismel D ອາຍຸ 41 ປີ ອີງ​ຕາມ​ກົດໝາຍ​ຄຸ້ມຄອງ
ຄວາມລັບສ່ວນຕົວ ແມ່ນເປັນ​ຜູ້​ຕ້ອງ​ສົງໄສ​ຈັດ​ຕັ້ງ​ກຸ່ມ ທີ່​ສ່ວນ​ໃຫຍ່ແລ້ວແມ່ນເປັນຄົນ
​ສັນຊາດ​ເທິ​ກີ ແລະຣັດ​ເຊຍ ​ເພື່ອ​ສູ້​ລົບ​ຕ້ານ​ໃນອັນ​ທີ່​ຮ້ອງ​ວ່າ “ພວກບໍ່​ເຊື່ອ​ສາ​ສະໜາ”
ຢູ່ໃນ​ຊີ​ເຣຍ.ຜູ້​ຊາຍ​ອີກ​ຄົນ​ນຶ່ງລະບຸ​ວ່າ​ ທ້າວ Emin F ອາຍຸ 43ປີ ທີ່​ຕ້ອງ​ສົງໄສ​ວ່າ ​ເປັນ
​ຜູ້​ຄວບຄຸມການ​ເງິນ.

ຕຳຫລວດ ກ່າວ​ວ່າ ບໍ່​ມີ​ຫລັກ​ຖານ ທີ່​ພວກ​ຜູ້​ຊາຍ​ເຫລົ່າ​ນີ້​ມີ​ແຜນໂຈມ​ຕີ ຢູ່​ໃນ​ເຢຍຣະມັນ.

GERMANY RAIDS SOTVO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG