ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກ​ ສະພາ ​ເຢຍຣະມັນ ຈະຮັບຮອງເອົາ ການ​ກອບ​ກູ້​ ເສດຖະກິດ​ ຂອງ​ກຣິສ


ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານ​ນາງ Angela Merkel (ຊ້າຍ) ຍິ້ມແຍ້ມຂະນະທີ່ ຜູ້ນຳກຸ່ມພັກຝ່າຍ ທ່ານ Volker Kauder ເປີດກອງປະຊຸມ ຂອງພັກ Christian Democratic ກ່ອນມື້ ລົງຄະແນນສຽງ ກ່ຽວກັບ ການ​ກອບ​ກູ້​ເສດຖະກິດ​ຂອງ​ກຣິສ ອີກຊຸດໜຶ່ງ ໃນວັນພຸດ ທີ 18 ສິງຫາ 2015.
ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານ​ນາງ Angela Merkel (ຊ້າຍ) ຍິ້ມແຍ້ມຂະນະທີ່ ຜູ້ນຳກຸ່ມພັກຝ່າຍ ທ່ານ Volker Kauder ເປີດກອງປະຊຸມ ຂອງພັກ Christian Democratic ກ່ອນມື້ ລົງຄະແນນສຽງ ກ່ຽວກັບ ການ​ກອບ​ກູ້​ເສດຖະກິດ​ຂອງ​ກຣິສ ອີກຊຸດໜຶ່ງ ໃນວັນພຸດ ທີ 18 ສິງຫາ 2015.

ຄາດ​ກັນ​ວ່າ ບັນດາສະມາຊິກ​ສະພາ ​ເຢຍຣະມັນ ຈະ​ລົງ​ຄະ​
ແນນ​ສຽງ ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວກັບການໃຫ້​ເງິນ​ຊ່ວຍ​ກອບ​ກູ້
​ເສດຖະກິດ ມູນ​ຄ່າ 93 ຕື້​ໂດ​ລາ ແກ່​ປະ​ເທດ​ກຣິສ ອັນ​ເປັນ
​ການ​ເຄື່ອນ​ໄຫວທີ່​ຈະເຮັດ​ໃຫ້​ກຣິສຈ່າຍເງິນຄ່າງວດແກ່​ບັນ
ດາເຈົ້າໜີ້​ນາໆ​ຊາດທັນຕາມ​ກຳນົດ​ເສັ້ນຕາຍໃນວັນພະຫັດ
ມື້ອື່ນນີ້.

ລັດຖະມົນ​ຕີ​ການ​ເງິນ ທ່ານ Wolfgang Schnaeuble ຂອງ
ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານ​ນາງ Angela Merkel
​ແມ່ນ​ຈະ​ນຳສະ​ເໜີກໍ​ລະ​ນີດັ່ງກ່າວ ຕໍ່​ບັນດາ​ສະມາຊິກ​ສະພາ ​
ເພື່ອ​ໃຫ້ການ​ກອບ​ກູ້​ເສດ​ຖະກິດ​ຂອງ​ກຣິສ ​ໄດ້​ຖືກ​ຮັບຮອງ​ເອົາ ​ໃນ​ວັນ​ພຸດ​ມື້​ນີ້. ​ເຢຍຣະມັນ ​ແມ່ນປະ​ເທດ​ໜຶ່ງ​ ທີ່​ໃຫ້ການ​ສະໜັບສະໜູນ ທີ່​ໃຫຍ່​ທີ່​ສຸດ ຕໍ່​ການ​ກອບ​ກູ້​ເສດຖະກິດ​ຂອງ​ກຣິສ.

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ຕອບຄຳຖາມຕ່າງໆນາໆ ຂອງຝ່ານຄ້ານ ໃນສະພາ ຢູ່ໃນນະຄອນຫຼວງ Athens, ວັນທີ 31 ກໍລະກົດ 2015.
ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ຕອບຄຳຖາມຕ່າງໆນາໆ ຂອງຝ່ານຄ້ານ ໃນສະພາ ຢູ່ໃນນະຄອນຫຼວງ Athens, ວັນທີ 31 ກໍລະກົດ 2015.

ຄາດ​ກັນ​ວ່າ ສະພາ​ເຢຍຣະມັນ ​ຈະ​ຮັບຮອງ​ເອົາ ແຜນການ​ກອບ​ກູ້​ເສດຖະກິດ​ດັ່ງກ່າວ ອີງ​ຕາມ​ການ​ທົດ​ລອງລົງ​ຄະ​ແນນ​ສຽງ​ນັ້ນ. 60 ສຽງ ຈາກ​ຈຳນວນ 311 ສຽງ​ຂອງ​ສະມາຊິກ​ສະພາ ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າອາດ​ລົງ​ຄະ​ແນນ ຕໍ່ຕ້ານ​ການ​ກອບ​ກູ້​ເສດຖະ ກິດນັ້ນ.

​ ໃນ​ວັນ​ສຸກ​ຜ່ານ​ມາ ບັນດາ​ລັດຖະມົນຕີ​ການ​ເງິນ​ຂອງ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ​ໄດ້​ຮັບຮອງ​ເອົາ ການ​ຈ່າຍເງິນກ້ອນທຳ​ອິດມູນ​ຄ່າ 29 ຕື້​ໂດ​ລາ ​ຂອງ​ຈຳນວນ​ທັງ​ໝົດ 93 ຕື້​ໂດ​ລາ​ ໃນຂໍ້​ຕົກລົງການ​ກອບ​ກູ້​ເສດຖະກິດ ສຳ​ຫລັບ​ກຣິສນັ້ນ ຫຼັງຈາກ ທີ່ສະພາ​ຂອງ​ກຣິສ ​ໄດ້​ຮັບຮອງ​ເອົາ ​ເມື່ອ​ຕອນ​ເຊົ້າວັນ​ສຸກ​ເຊັ່ນ​ກັນ.

ປະທານ​ກຸ່ມ​ເຂດ​ທີ່​ໃຊ້​ຢູ​ໂຣ ທ່ານ Jeroen Djisselbloem ກ່າວ​ວ່າ ມີ “ການບໍ່​ລົງ​ລອຍ​
ກັນ”
ພາຍ​ໃນ​ບັນດາ​ລັດຖະມົນຕີ​ການເງິນຂອງ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ​ແຕ່​ພວກ​ເຂົາ​ເຈົ້າ
ກໍ “ສາມາດ​ແກ້ໄຂ​ບັນຫາ​ຕ່າງ​ໆ ໄດ້​ໃນ​ທີ່​ສຸດ.”

ກຣິສ ຕ້ອງການ​ເງິນ ຈາກ​ບັນດາ​ເຈົ້າໜີ້​ນາໆ​ຊາດ ພາຍໃນ ວັນ​ທີ 20 ສິງຫາ ​ໃນ​ເວລາທີ່
ປະເທດດັ່ງກ່າວຕ້ອງ​ໄດ້​ຊຳລະ ປະມານ 3.5 ຕື້ໂດລາ ທີ່​ເປັນ​ໜີ້​ທະນາຄານ​ກາງ​ຢູ​ໂຣບ.

ການຕັດສິນໃຈຂອງກຸ່ມປະເທດທີ່ໃຊ້ເງິນຢູໂຣ ໄດ້ຊ່ວຍໃຫກຣີສລອດ ພົ້ນຈາກການຜິດ
ສັນຍາ ໃນການຈ່າຍໜີ້ສິນເຫຼົ່ານັ້ນ ແລະຊ່ວຍໃຫ້ກຣີສ ຍັງຢູ່ໃນກຸ່ມທີ່ໃຊ້ເງິນຢູໂຣຕໍ່ໄປໄດ້.

XS
SM
MD
LG