ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຈໍເຈຍ ປະຫານຊີວິດ ນັກໂທດຍິງ ຄົນທຳອິດ ໃນຮອບ 70 ປີ


ບັນດາຜູ້ສະໜັບສະໜູນ ນາງ Kelly Gissendaner (ຊ້າຍ ຫາ ຂວາ) ນາງ Dorinda Tatum, ຄຸນແມ່ Michelle Ledder ແລະ ຜູ້ສອນສາສະໜາ Cassandra Henderson ສະແດງອາການເສຍໃຈ ຫຼັງຈາກທີ່ໄດ້ຍິນຂ່າວຄາວ ຂອງ ການປະຫານຊີວິດ ນາງ Kelly Gissendaner ຢູ່ທີ່ຄຸກ Georgia Diagnostic and Classification ໃນເມືອງ Jackson ລັດ Georgia ເມື່ອຕອນເຊົ້າ ວັນທີ 30 ກັນຍາ 2015.
ບັນດາຜູ້ສະໜັບສະໜູນ ນາງ Kelly Gissendaner (ຊ້າຍ ຫາ ຂວາ) ນາງ Dorinda Tatum, ຄຸນແມ່ Michelle Ledder ແລະ ຜູ້ສອນສາສະໜາ Cassandra Henderson ສະແດງອາການເສຍໃຈ ຫຼັງຈາກທີ່ໄດ້ຍິນຂ່າວຄາວ ຂອງ ການປະຫານຊີວິດ ນາງ Kelly Gissendaner ຢູ່ທີ່ຄຸກ Georgia Diagnostic and Classification ໃນເມືອງ Jackson ລັດ Georgia ເມື່ອຕອນເຊົ້າ ວັນທີ 30 ກັນຍາ 2015.

ຜູ້ຍິງ​ຄົນນຶ່ງ ທີ່​ໄດ້​ຖືກ​ຕັດສິນ​ວ່າ ມີຄວາມ​ຜິດໃນການ​ຄາດ​ຕະກຳ
​ສາມີ​ຂອງນາງເມື່ອ ປີ 1997 ​ໄດ້​ຖືກ​ປະຫານ​ຊີວິດ​ແລ້ວ​ຢູ່​ໃນ​ລັດ
Georgia ທີ່​ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ
​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ກົດໝາຍຕ່າງໆ
​ໃນ​ນາທີ​ສຸດ​ທ້າຍ​ ​ແລະ ການ​ຂໍ​ຮ້ອງ​ເປັນ​ສ່ວນ​ຕົວ ​ໂດຍພະ​ສັນຕະ
ປາປາ Francis ​ເພື່ອ​ຂໍໃຫ້​ຍົກເວັ້ນ ໂທດປະຫານຕໍ່ນາງ​ກໍ​ຕາມ.

ນາງ Kelly Gissendaner ​ເສຍ​ຊີ​ວິດ ​ດ້ວຍ ການ​ສັກ​ຢາໃສ່ເສັ້ນ
ປະສາດ ​ໃນ​ຕອນ​ເຊົ້າໆ ຂອງວັນ​ພຸດ​ມື້​ນີ້ ຢູ່ທີ່​ຄຸກນອກນະຄອນ
Atlanta ຊຶ່ງ​ເປັນນະຄອນ​ຫລວງ​ຂອງ​ລັດຈໍເຈຍ. ນາງ Gissendaner ອາຍຸ 47 ປີ ​ເປັນ​
ນັກ​ໂທດຍິງ ທີ່​ລໍຖ້າ​ການ​ປະຫານ​ຊີວິດຂອງ​ລັດ​ດັ່ງກ່າວ​ພຽງ​ຄົນ​ດຽວແລະ​ເປັນ​ຄົນ​ທຳ​ອິດ
ທີ່​ໄດ້​ຖືກ​ປະຫານ​ຊີວິດ ​ໂດຍ​ລັດ​ຈໍເຈຍ ນັບ​ຕັ້ງ​ແຕ່ ປີ 1945 ເປັນຕົ້ນມາ.

ນາງ Gissendaner ​ໃນ​ເບື້ອງ​ຕົ້ນ ​ໄດ້​ຖືກກຳນົດ ​ໃຫ້​ປະຫານ​ຊີວິດ ເມື່ອ​ຕອນ​ຄ່ຳ ​ວັນ​ອັງ
ຄານ​ວານ​ນີ້ ​ແຕ່​ມັນ​ໄດ້​ມີການ​ເລື່ອນເວລາ​ອອກ​ໄປໃນ​ຂະ​ນະ​ທີ່​ບັນດາ​ທະນາຍຄວາມ​ຂອງ​
ນາງ ​ໄດ້​ຍື່ນ​ຄຳ​ຮ້ອງ​ກັບ​ທາງ​ລັດ ​ແລະສານລັດຖະບານກາງ ​ເພື່ອ​ຂໍ​ໃຫ້​ໂຈະ​ການ​ປະຫານ​
ລວມທັງການ
​ຂໍ​ຮ້ອງສາມເທື່ອ​ໄປ​ຍັງ​ສານ​ສູງ​ສຸດ​ຂອງສະຫະລັດແຕ່​ບໍ່​ປະສົບຜົນ ສຳ​ເລັດ.

ພະສັງຄະລາດ Carlos Maria Vigano ຊຶ່ງ​ເປັນ​ຜູ້ຕາງໜ້າ ທາງ​ການ​ທູດ​ຂອງ​ພະ​ສັນຕະ
ປາປາ ​ໄດ້​ສົ່ງ​ຈົດໝາຍໄປ​ຫາ​ຄະນະໃຫ້​ອະ​ໄພ​ຍະ​ໂທດ ​ແລະ ຄະນະຄວບ​ຄຸມ​ການ​ປະພຶດ
​ຂອງ​ລັດ Georgia ​ໃນ​ນາມ​ພະ​ສັນຕະປາປາ Francis ທີ່​ຂໍ​ໃຫ້​ຄະນະ​ດັ່ງກ່າວ ຜ່ອນ​ໂທດ
​ຂອງ​ນາງ Gissendaner “​ໃຫ້​ເປັນ​ອັນ​ທີ່ດີ​ຂຶ້ນກວ່າເກົ່າ ​ແລະຈະສະ​ແດງ​ ອອກໃຫ້
ເຫັນ ເຖິງທັງຄວາມ​ຍຸດຕິ​ທຳ ​ແລະຄວາມ​ເມດ​ຕາ.”
ຄະນະ​ດັ່ງກ່າວເປັນ​ອົງ​ກອນ​ທາງ​
ດ້ານ​ກົດໝາຍພຽງ​ອັນ​ດຽວ ​ໃນ​ລັດ Georgia ທີ່​ອະນຸຍາດ​ໃຫ້​ ພິຈາລະນາການຜ່ອນ​ຜັນ​
ໂທດຕ່າງໆ.

ນາງ Gissendaner ​ໄດ້​ຖືກ​ຕັດສິນ​ວ່າ ມີຄວາມ​ຜິດ ໃນ​ການວາງ​ແຜນສົມຮູ້ຮ່ວມຄິດຄາ​ດ
ຕະກຳສາມີ​ຂອງນາງພ້ອມ​ກັນ​ກັບຊູ້​ຮັກ​ຂອງ​ນາງທ້າວ Gregory Owen ຜູ້​ທີ່​ໄດ້ລົງມືແທງ ​ສາມີ​ຂອງ​ນາງຈົນ​ຕາຍ.

US Georgia Execution
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG