ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

140 ປະເທດ ຕົກລົງ ເພື່ອຈຳກັດ ການໃຊ້ ທາດບາຫຼອດ


ໂຄງການປົກປ້ອງສິ່ງແວດລ້ອມຂອງສະຫະປະຊາຊາດ ຫຼື UNEP.
ໂຄງການປົກປ້ອງສິ່ງແວດລ້ອມຂອງສະຫະປະຊາຊາດ ຫຼື UNEP.
ຄະນະຜູ້ແທນຈາກປະມານ 140 ປະເທດ ໄດ້ຕົກລົງກັນທີ່ຈະຮັບ
ຮອງເອົາສົນທິສັນຍາ ຈຳກັດການນໍາໃຊ້ບາຫຼອດຫຼື mercury ທີ່
ເປັນອັນຕະລາຍຮ້າຍແຮງນັ້ນ.

ສົນທິສັນຍາສະບັບທຳອິດ ທີ່ມີຜົນບັງຄັບທາງດ້ານກົດໝາຍ ວ່າ
ດ້ວຍບາຫຼອດ ຂອງໂລກ ໄດ້ບັນລຸກັນ ໃນວັນເສົາມື້ນີ້ຫຼັງຈາກໄດ້
ມີການເຈລະຈາກັນເປັນເວລານຶ່ງອາທິດ ທີ່ນະຄອນເຈນີວາ ປະ
ເທດສະວິສເຊີແລນ ແນໃສ່ເພື່ອຫຼຸດຜ່ອນລະດັບການປ່ອຍສານ
ພິດຂອງໂລຫະໜັກ ທີ່ສ່ຽງຕໍ່ການເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງ
ມະນຸດແລະສິ່ງແວດລ້ອມ.

ໃນລາຍງານສະບັບໃໝ່ໂຄງການປົກປ້ອງສິ່ງແວດລ້ອມຂອງອົງ
ການສະຫະປະຊາຊາດ ຫຼື UNEP ພົບວ່າໃນທົ່ວໂລກໄດ້ມີການ
ປ່ອຍທາດບາຫຼອດອອກສູ່ອາກາດຈາກກິດຈະກຳຕ່າງໆຂອງມະນຸດເກືອບ 2,000 ໂຕນໃນ ແຕ່ລະປີ.

ສ່ວນໃຫຍ່ຂອງ ສານພິດດັ່ງກ່າວ ໃນທີ່ສຸດກໍເຂົ້າໄປສະສົມຢູ່ໃນພືດຜັກ ດິນ ຕະຫຼອດທັງ ນໍ້າທະເລ ທະເລສາບ ແລະແມ່ນໍ້າສາຍຕ່າງໆ.

ຮອງຫົວໜ້າໂຄງການປົກປ້ອງສິ່ງແວດລ້ອມຂອງສະຫະປະຊາຊາດ ພະແນກສານເຄມີ ກ່າວໃນອາທິດນີ້ວ່າ ການໄດ້ຮັບທາດບາຫຼອດຂອງມະນຸດ ສ່ວນໃຫຍ່ແລ້ວ ແມ່ນຜ່ານ ການບໍລິໂພກປາ ທີ່ເປັນພິດ.
XS
SM
MD
LG