ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງຍຸຕິທຳ ສຫລ ພົບເຫັນ ການກະທຳຜິດ ດ້ານອາຍາ ຂອງບໍລິສັດ GM


ຮູບພາບສະແດງໃຫ້ເຫັນ ພວງມາໄລ ແລະບ່ອນຕິດຈັກ ຂອງລົດບໍລິສັດ GM.
ຮູບພາບສະແດງໃຫ້ເຫັນ ພວງມາໄລ ແລະບ່ອນຕິດຈັກ ຂອງລົດບໍລິສັດ GM.

ບໍລິສັດ​ຜະລິດ​ລົດຍັກ​ໃຫຍ່ General Motors ຫລື GM ອາດ
​ພວມ​ຢູ່​ໃນ​ຂັ້ນ​ທີ່​ຈະ​ຕ້ອງ​ຈ່າຍ​ຄ່າປັບໃໝຫຼາຍເປັນປະຫວັດການ ​
ໃນ​ຖານ​ບໍ່ໄດ້ເປີ​ດ​ເຜີຍ​ໃຫ້ຮູ້ເຖິງລະບົບຕິດຈັກ​ທີ່ມີບັນຫາ ຢູ່ໃນ
ລົດຂອງຕົນ​ ທີ່ພົວພັນ​ກັບການເສຍຊີວິດ ຂອງຢ່າງ ໜ້ອຍ 10
ຄົນ​ ​ອີງ​ຕາມ​ລາຍງານຂອງໜັງສືພິມ The New York Time
ທີ່ອອກວັນ​ສຸກ​ວານນີ້.

ການ​ຕົກລົງ​ຈ່າຍ​ເງິນດັ່ງກ່າວຂອງບໍລິ​ສັດ GM ຍັງ​ຕໍ່​ລອງ​ກັນ​ຢູ່
​ແຕ່ຄາດ​ວ່າຈະ​ກາຍ 1 ພັນ 2 ຮ້ອຍ​ລ້ານ​ໂດ​ລາ ທີ່ບໍລິສັດ Toyota
​ໄດ້​ຈ່າຍ​ປີ​ແລ້ວ​ນີ້​ໃນ​ຖານ​ບໍ່ໄດ້​ເປີດ​ເຜີຍ​ ກ່ຽວກັບບັນຫາລະບົບ
ຄັນເລັ່ງແບບ​ບໍ່ໄດ້​ຕັ້ງ​ໃຈ​ ຢູ່​ໃນ​ລົດດັ່ງກ່າວ ​ອີງຕາມແຫ​ລ່ງທີ່ບໍ່
ລະບຸຊື່ຂອງໜັງສືພິມ.

ໜັງ​ສື​ພິມ The Times ກ່າ​ວວ່າ ກະຊວງ​ຍຸຕິ​ທຳ​ສະຫະລັດ​ໄດ້​ພົບ​ເຫັນ “ການ ກະທຳ​ຜິດ
​ດ້ານອາຍາ” ຂອງບໍລິສັດ GM ທີ່​ບໍ່ໄດ້ເປີດ​ເຜີຍ​ບັນຫາ ກ່ຽວ​ກັບລະ ບົບ​ຕິດ​ຈັກ​ ທີ່ເຮັດ
ຈັກມອດລົງ​ເອງຢ່າງ​ບໍ່​ຄາດ​ຝັນ. ລາຍ​ງານ​ກ່າວ​ວ່າລະບົບ​ຕິດ​ຈັກ​ ທີ່ມີບັນຫາຂອງບໍລິ​ສັດ
​ແລະ​ບັນຫາ​ອຶ່ນໆ ​ເປັນເຫດ​ໃຫ້ບໍລິສັດ GM ຕ້ອງ ຮ້ອງຄືນລົດ​ຫລາຍ​ກວ່າ 20 ລ້ານ​ຄັນ
ໃນປີ​ກາຍ​ນີ້ ຊຶ່ງເປັນຈຳນວນຫຼາຍເປັນ ປະຫວັດການ.

ໜັງສືພິມ The New York Times ກ່າວ​ວ່າ ບໍລິສັດ GM “ມີ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້
​ໄຂກ່ຽວກັບ​ການ​ສື​ບສວນ” ຈະມີທ່າທາງວ່າໃຫ້ບໍລິສັດດັ່ງກ່າວໄດ້ ຮັບຄວາມເຊື່ອຖື​ໃນ
ການ​ໃຫ້ຄວາມຮ່ວມມື ​ທີ່ເຮັດ​ໃຫ້ການ​ປັບໃໝທີ່ບໍລິສັດຕ້ອງ ​ຈ່າຍ “​ໜ້ອຍລົງແບບໃດ
ແບບນຶ່ງ” ກວ່າ​ທີ່ຖ້າຫາກວ່າບໍລິສັດ GM ​ໄດ້​ປະຕິ​ເສດ​ບໍ່ໃຫ້ການ​ຮ່ວມມື. ການ​ຮ່ວມມື
​ຂອງ GM ກັບ​ຜູ້​ສືບສວນແມ່ນກົງກັນຂ້າມ​ກັບບໍລິສັດ Toyota ທີ່ໄດ້​ຕໍ່ສູ້​ກັບພວກ​ໄອ
​ຍະ​ການ.

ປີແລ້ວ​ນີ້ ບໍລິສັດ GM ​ໄດ້​ຈ່າຍ “ປະມານ 3 ພັນ​ລ້ານ​ໂດ​ລາ” ​ແກ່​ການ​ຮ້ອງ​ລົດຄືນ ​ແລະ
​ບັນຫາ​ຄວາມປອດ​ໄພຕ່າງ​ໆ ອີງ​ຕາມ​ລາຍ​ງານນີ້. ຈຳນວນ​ດັ່ງ​ກ່າວແມ່ນ​ຮວມທັງ 600
ລ້ານ​ໂດ​ລາ ທີ່​ວາງ​ໄວ້​ຕ່າງຫາກ​ ເພື່ອຊົດເຊີຍໃຫ້​ຜູ້​ເຄາະ​ຮ້າຍ​ຈາກ​ອຸປະຕິ​ເຫດກ່ຽວກັບ
​ບ່ອນ​ຕິດຈັກ ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

ໜັງສືພິມ The Times ກ່າວ​ວ່າ ບໍລິສັດ GM ​ໄດ້ຈ່າຍຄ່າປັບໃໝໃຫ້​ແກ່ອົງການ​ຄຸ້ມຄອງ
​ຄວາມ​ປອດ​ໄພແຫ່ງ​ຊາດ 35 ລ້ານ​ໂດ​ລາ ໃນ​ຖານບໍ່ໄດ້​ລາຍ​ງານ ​ກ່ຽວກັບບັນຫາ​ໃນລະ ບົບ​ຕິດ​ຈັກ​ ພາຍ​ໃນ “​ເວລາ​ອັນ​ເໝາະ​ສົມ.”

ໝັງ​ສື​ພິມ The New York Time ກ່າວ​ວ່າ ບໍລິສັດ GM ​ໄດ້ຖືກບັງຄັບນັ​ບແຕ່​ເດືອນ​ພຶດ ສະພາປີກາຍນີ້ເປັນຕົ້ນມາ ​ເພື່ອ​ໃຫ້​ລາຍ​ງານ​ເປັນ​ລະຍະໆ​ ແກ່ບັນດາ​ເຈົ້າໜ້າທີ່ຄຸ້ມຄອງ ດັ່ງກ່າວ ກ່ຽວ​ກັບ​ການເອົາມາດຕະການໃນດ້ານຄວາມປອດ​ໄພ​ຂອງ​ຕົນ.

ໜັງສືພິມສະບັບນີ້ ກ່າວ​ວ່າ ອະ​ດີດ​ບັນດາ​ພະນັກງານ ຂອງບໍລິສັດ GM ກຳລັງຢູ່​ພາຍ​ໃຕ້​
ການ​ສືບສວນ ​ແລະ​ອາດ​ຈະ​ປະເຊີນ​ໜ້າ​ກັບ​ການ​ຖືກ​ກ່າວ​ຫາ​ດ້ານອາຍາກໍເປັນໄດ້.

XS
SM
MD
LG