ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຊ້າຍຈັດ ຂອງກຣີສ ຢຸດເຊົາ ຄວາມພະຍາຍາມ ເພື່ອຈັດຕັ້ງ ລັດຖະບານໃໝ່ (ວີດີໂອ)


ທ່ານ Alexis Tsipras ຜູ້ນໍາພັກຊ້າຍຈັດກຣີສ
ທ່ານ Alexis Tsipras ຜູ້ນໍາພັກຊ້າຍຈັດກຣີສ

ທ່ານ Alexis Tsipras ຜູ້​ນໍາ​ພັກ​ຊ້າຍ​ຈັດ​ຂອງ​ກຣີສ ​ໄດ້ຢຸດ​ເຊົາຄວາມ​ພະຍາ​ຍາມ​ເພື່ອ​ຈັດ​ຕັ້ງ​ລັດຖະບານ​ໃໝ່ ຫລັງ​ຈາກ​ການ​ເລືອກ​ຕັ້ງ​ເອົາ​ສະ ມາຊິກສະພາ​ເມື່ອ​ວັນອາ​ທິດ​ແລ້ວ ທີ່​ສິ້ນ​ສຸດ​ລົງ​ດ້ວຍສະພາບ​ບໍ່​ໄປ​ບໍ່​ມາ​ນັ້ນ.

ທ່ານ Tsipras ກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ບໍ່​ສາມາດ​ໄດ້​ຮັບ​ສຽງສະໜັບສະໜຸນ​ຢູ່ໃນ​ສະພາພຽງ​ພໍ​ທີ່ຈະເຮັດ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ​ຄວາມຝັນ​ຂອງ​ທ່ານ ​ທີ່​ຈະ​ໃຫ້​ມີ​ລັດຖະບານ​ຂອງ​ພັກ​ຊ້າຍ​ຈັດ​ເປັນ​ຈິງຂຶ້ນມາ.

ທ່ານ Tsipras ​ໄດ້ຮຽກຮ້ອງ​ໃຫ້​ພັກ​ອະນຸລັກ​ນິຍົມແລະ​ສັງຄົມ​ນິຍົມ ຈົ່ງປະນາມ​ການ​ສະໜັບສະໜຸນ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ການຕັດ​ການ​ໃຊ້​ຈ່າຍລົງ​ຢ່າງ​ຫຼວງຫຼາຍ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ການ​ໃຫ້​ເງິນ​ຊ່ວຍ​ເຫຼືອຂອງ​ສະຫະ ພາບ​ຢູ​ໂຣບນັ້ນ.

ທ່ານ​ເວົ້າວ່າ ພວກ​ມີ​ສິດ​ປ່ອນ​ບັດ​ຊາວ​ກຣີສ​ໄດ້​ເຮັດ​ໃຫ້​ຂໍ້​ຕົກລົງ​ໃນ​ການ​ໃຫ້ ​ເງິນ​ກູ້ຢືມ​ຂອງ​ນາໆ​ຊາດ​ເປັນ​ໂມຄະ​ໄປ​ແລ້ວ.

ນອກ​ນີ້​ ພັກອະນຸລັກ​ນິຍົມ ​ປະຊາທິປະ​ໄຕ​ໃໝ່ ກໍ​ບໍ່​ສາມາດ​ໄດ້ຮັບ​ສຽງ​ສະ ໜັບສະໜຸນ​ພຽງພໍ ​ໃນ​ອາທິດ​ນີ້ ​ເພື່ອ​ປະກອບ​ລັດຖະບານ​ຊຸດ​ໃໝ່. ​ໃນເວ ລາ​ນີ້ ​ແມ່ນ​ມີ​ການ​ມອບ​ໝາຍ​ໃຫ້​ພັກສັງຄົມ​ນິຍົມ PASOK ​ເປັນ​ຜູ້​ຈັດຕັ້ງ ລັດຖະບານ. ຖ້າ​ພັກ​ດັ່ງກ່າວ ຫາກຍັງບໍ່ໄດ້​ຮັບ​ສຽງ​ສະ​ໜັບສະ​ໜຸນ​ພຽງພໍ​ອີກ​ ກຣີສກໍຈະ​ຕ້ອງ​ທໍາ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່.

ພັກ​ປະຊາ​ທິປະ​ໄຕ​ໃໝ່ ຊະນະ​ບ່ອນ​ນັ່ງ​ສ່ວນໃຫຍ່​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນອາທິດ​ຜ່ານ​ມາ​ນີ້ ຕິດຕາມ​ດ້ວຍ​ພັກຊ້າຍຈັດ​ຂອງ ທ່ານ Tsipras ​ແລະ​ພັກ​ສັງ​ຄົມ​ນິຍົມ PASOK​. ​ແຕ່​ປະກົດ​ວ່າ​ບໍ່​ມີ​ພັກໃດຊະນະ​ບ່ອນ​ນັ່ງພຽງພໍ​ ທີ່​ຈະ​ຈັດ​ຕັ້ງ​ລັດຖະບານຂື້ນເອງໄດ້ຕາມ​ລຳພັງ.

ບັນດາ​ຜູ້​ນໍາ​ທັງຫລາຍ​ແຫ່ງ​ພາກ​ພື້ນ​ຢູ​ໂຣບທີ່​ມີ​ຄວາມ​ກັງວົນໃຈ​ນັ້ນ ກໍາລັງ​ກົດ​ດັນ​ໃຫ້​ກຣີສ ດໍາ​ເນີນ​ການ​ຕາມ​ແຜນການ​ປະຢັດ​ມັດທະຍັດ​ທີ່​ໄດ້​ບັງຄັບ​ໃຫ້ ​Athens ຈັດຕັ້ງປະຕິບັດ ​ເພື່ອ​ແລກກັບ​ການໃຫ້​ເງິນຊ່ວຍ​ເຫຼືອ​ສອງ​ຄັ້ງ​ທີ່​ເປັນມູນ​ຄ່າຫລາຍ​ກວ່າ 300 ພັນ​ລ້ານ​ໂດ​ລານັ້ນ.

XS
SM
MD
LG