ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນ ໃນແຂວງວຽງຈັນ ມີລາຍໄດ້ເພີ້ມຂຶ້ນ ຫຼາຍກວ່າ 12 ລ້ານກີບ ຕໍ່ຄົນ


ພິທີ ເປີດການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ໃນແຂວງວຽງຈັນ
ພິທີ ເປີດການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ໃນແຂວງວຽງຈັນ

ຍອດຜະລິດຕະພັນລວມຂອງແຂວງວຽງຈັນ ຂະຫຍາຍຕົວເພີ້ມຂຶ້ນເກີນກວ່າ 8 ເປີເຊັນ ໃນປີ 2015 ໂດຍຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ໃນແຂວງວຽງຈັນ ໄດ້ຫຼາຍກວ່າ 12 ລ້ານກີບຕໍ່ຄົນ.

ທ່ານວິດົງ ໄຊຍະສອນ ເຈົ້າແຂວງ ແລະເລຂາພັກແຂວງວຽງຈັນ ຖະແຫລງລາຍງານ ກ່ຽວກັບ ສະພາບການພັດທະນາເສດຖະກິດ ແລະສັງຄົມ ໃນຮອບ 1 ປີ ທີ່ຜ່ານມາວ່າ ລວມຍອດຜະລິດຕະພັນພາຍໃນ ຂອງແຂວງວຽງຈັນ ມີມູນຄ່າຫຼາຍກວ່າ 5,318 ຕື້ກີບ ໂດຍຄິດເປັນອັດຕາການຂະຫຍາຍຕົວ ເຖິງ 8.02 ເປີເຊັນ ທຽບໃສ່ປີ 2014 ແລະສາ ມາດຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນລາວ ໃນແຂວງວຽງຈັນ ໄດ້ທີ່ລະດັບ 12 ລ້ານກວ່າກີບ ຕໍ່ຄົນຕໍ່ປີ.

ໂດຍຈາກສະພາບການພັດທະນາເສດຖະກິດ ແລະສັງຄົມດັ່ງກ່າວ ຍັງເຮັດໃຫ້ທາງການ ແຂວງວຽງຈັນ ສາມາດລົດລ້າງບັນຫາຄວາມທຸກຍາກຂອງປະຊາຊົນໄດ້ໃນ 88 ບ້ານ ຈຶ່ງຍັງເຫຼືອບ້ານທຸກຍາກອີກພຽງ 14 ບ້ານ ຈາກຈຳນວນທັງໝົດ 434 ບ້ານ ໃນທົ່ວແຂວງ ສ່ວນຄົວເຮືອນ ທີ່ທຸກຈົນ ກໍຍັງຄົງເຫຼືອ 1,211 ຄອບຄົວ ຊຶ່ງຄິດເປັນພຽງແຕ່ 1.5 ເປີເຊັນ ເທົ່ານັ້ນ ຂອງຄອບຄົວທັງໝົດ.

ແຜນທີ່ ປະເທດລາວ ສະແດງໃຫ້ເຫັນ ເຂດແດນຂອງແຂວງວຽງຈັນ (ສີແດງ)
ແຜນທີ່ ປະເທດລາວ ສະແດງໃຫ້ເຫັນ ເຂດແດນຂອງແຂວງວຽງຈັນ (ສີແດງ)

ແຕ່ຢ່າງໃດກໍຕາມ ລາຍໄດ້ສະເລ່ຍຂອງປະຊາຊົນໃນແຂວງວຽງຈັນ ໃນລະດັບດັ່ງກ່າວນີ້ ກໍເປັນລາຍໄດ້ສະເລ່ຍທີ່ນ້ອຍກວ່າ ລາຍໄດ້ສະເລ່ຍ ຂອງປະຊາຊົນໃນເຂດນະຄອນຫຼວງ ວຽງຈັນ ເຖິງ 3 ເທົ່າຕົວ ທັງຍັງມີທ່າອຽງທີ່ຈະແຕກໂຕນກັນຫຼາຍ ນັບມື້ອີກດ້ວຍ.

ໂດຍທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ໄດ້ຖະແຫລງ ຢືນຢັນ ວ່າ ເປົ້າໝາຍສຳຄອນ ໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະສັງ ຄົມ ໃນຊ່ວງປີ 2016-2020 ກໍຄືການເຮັດໃຫ້ເສດຖະກິດໃນເຂດນະຄອນຫຼວງວຽງຈັນ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນ ຕໍ່ປີ ຊຶ່ງຈະເປັນຜົນເຮັດ ໃຫ້ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ຢູ່ໃນເຂດນະຄອນຫຼວງວຽງຈັນ ເພີ້ມຂຶ້ນຈາກ 35 ລ້ານກວ່າກີບ ຫຼື 4,390 ໂດລາ ຕໍ່ຄົນ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 52 ລ້ານກີບ ຫຼື 6,500 ໂດລາ ຕໍ່ຄົນ ພາຍໃນປີ 2020 ອີກດ້ວຍ.

ທັງນີ້ ໂດຍທ່ານສິນລະວົງ ເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແນ່ ນອນ ເນື່ອງຈາກວ່າ ການຈັດຕັ້ງປະຕິບັດແຜນການ ໃນຊ່ວງປີ 2011-2015 ທີ່ຜ່ານມາ ນັ້ນ ກໍສາມາດເຮັດໃຫ້ເສດຖະກິດໃນເຂດນະຄອນຫຼວງວຽງຈັນ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 12.6 ເປີເຊັນ ຕໍ່ປີ ທັງຍັງເຮັດໃຫ້ລາຍໄດ້ ສະເລ່ຍຂອງປະຊາຊົນ ລາວ ໃນເຂດນະຄອນຫຼວງວຽງຈັນ ເພີ້ມຂຶ້ນຈາກ 1,300 ໂດລາ ຕໍ່ຄົນໃນປີ 2010 ເປັນ 4,390 ໂດລາ ຕໍ່ຄົນ ໃນປັດຈຸບັນ ຫຼື ເພີ້ມຂຶ້ນເກີນກວ່າ 3 ເທົ່າຕົວ.

ນອກຈາກນີ້ ລັດຖະບານລາວ ຍັງຄາດໝາຍດ້ວຍວ່າ ການພັດທະນາເສດຖະກິດ ໃຫ້ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 11 ເປີເຊັນ ຕໍ່ປີ ໄປຈົນເຖິງປີ 2025 ຍັງຈະ ເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນລາວ ຢູ່ໃນເຂດນະຄອນຫຼວງວຽງຈັນ ເພີ້ມຂຶ້ນເປັນ 9,300 ໂດລາ ຫຼືຫຼາຍກວ່າ 74 ລ້ານກີບ ຕໍ່ຄົນໃນປີ 2025 ແລະເພີ້ມຂຶ້ນເປັນຫຼາຍກວ່າ 12,500 ໂດລາ ຕໍ່ຄົນໃນປີ 2030 ອີກດ້ວຍ.

ທ່ານດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ ການເງິນ ໄດ້ຖະແຫລງ ຢືນຢັນວ່າ ການພັດທະນາ ສປປ ລາວ ໃນຊ່ວງ 40 ປີມານີ້ ໄດ້ມີ ຜົນຄືບໜ້າຢ່າງຊັດເຈນ ໃນທຸກດ້ານ ໂດຍເຫັນໄດ້ຈາກການມີສະຖຽນລະພາບ ທາງການ ເມືອງ ປະເທດຊາດມີຄວາມໝັ້ນຄົງ ສ່ວນພາກເສດຖະກິດ ກໍຂະຫຍາຍຕົວເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວ ມີລາຍໄດ້ສະເລ່ຍ 1,857 ໂດລາ ຕໍ່ຄົນໃນປີ 2015 ແລະ ຍັງຈະເພີ້ມສູງຂຶ້ນ ໃນປີ 2020 ອີກດ້ວຍ ດັ່ງທີ່ທ່ານ ໄດ້ໃຫ້ການຢືນຢັນວ່າ:

“ຄາດຄະເນພົນລະເມືອງ ໃນປີ 2020 ຄາດວ່າ ຈະໄດ້ປະມານ 7ລ້ານ 3 ແສນ ຄົນ ລວມຍອດຜະລິດຕະພັນພາຍໃນ ຕໍ່ຫົວຄົນ ຖ້າໄລ່ເປັນ GDP ແມ່ນ 3,100 ໂດລາ ຖ້າໄລ່ເປັນ GNI ແມ່ນ 2,450 ໂດລາ ຕໍ່ຫົວຄົນ ອັດຕາເງິນເຟີ້ ຢູ່ໃນ ລະດັບທີ່ເໝາະສົມ ອັນນີ້ກໍໄດ້ສົມທົບກັບທະນາຄານ ເພິ່ນວ່າ ບໍ່ເກີນ 6 ເປີເຊັນ ສູງສຸດ ຮັບປະກັນສະຖຽນ ລະພາບທາງດ້ານອັດຕາແລກປ່ຽນ ຢູ່ໃນຂອບເຂດ ທີ່ຄຸ້ມຄອງໄດ້.”

ແຕ່ຢ່າງໃດກໍຕາມ ກະຊວງແຜນການແລະການລົງທຶນ ກໍລາຍງານວ່າ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດການພັດທະນາ ໃນ 6 ດ້ານຈາກທັງໝົດ 9 ດ້ານ ປະກອບດ້ວຍ ການທີ່ເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີສ່ວນສູງ ແລະນ້ຳໜັກ ຕ່ຳກວ່າ ເກນການຮຽນຈົບຊັ້ນປະຖົມປີ ທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍ ຂອງເດັກ ນ້ອຍ ອາຍຸຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍ ຂອງແມ່ຍິງຂະນະຖືພາ ກໍຍັງສູງ ສ່ວນ ການເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະການເກັບກູ້ ລະເບີດບໍ່ທັນແຕກ (UXO) ກໍປະຕິບັດໄດ້ ໃນພື້ນທີ່ຢ່າງຈຳກັດ.

XS
SM
MD
LG